ມຽນມາຮຽກ​ຮ້ອງ​ຂໍ​ປະ​ເທດຕາ​ເວັນ​ຕົກຢຸດ​ການ​ລົງ​ໂທດ​ທາງ​ເສດຖະກິດ

(GMT+08:00) 2009-09-29 18:03:23 cri
-----------------------------------------------------------------------------------------------------------------

ຕາ​ມຂ່າວcri:ວັນ​ທີ28 ກັນຍາ​ນີ້,​ໃນ​ເວລາ​ກ່າວ​ຄຳ​ປາ​ໄສ​ໃນ​ການອະພິປາຍ​​ທົ່ວ​ໄປຂອງສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ​ຄັ້ງ​ທີ64ຢູ່​ນິວຢອກ,ທ່ານ​ເຕນ ​ເຊ​ນ ນາຍົກລັດຖະມົນຕີມຽນມາຮຽກຮ້ອງ​ຂໍ​ປະ​ເທດ​ຕາ​ເວັນ​ຕົກ​ຢຸດ​ການ​ລົງ​ໂທດ​ທາງ​ເສດຖະກິດ​ຕໍ່​ມຽນມາ.

ທ່ານ​ເຕ​ນ​ເຊ​ນກ່າວ​ວ່າ,ການ​ລົງ​ໂທດ​ແມ່ນ​ເຄື່ອງມື​ທາງການ​ເມືອງ​ທີ່​ປະ​ເທດ​ ​ຕາ​ເວັນ​ຕົກ​ໃຊ້​ຕໍ່​ມຽນມາ,ມຽນມາ​ຮຽກຮ້ອງ​​ໃຫ້ຢຸດ​ການ​ກະທຳ​ທີ່"ບໍ່ຍຸດຕິ​ທຳ"​ໃນ​ທັນທີ.ປັດຈຸບັນ,ມຽນມາ​ໄດ້​ຮັບຄວາມກ້າວໜ້າ​ອັນ​ຈະ​ແຈ້ງ​ໃນ​ດ້ານປັບປຸງ​ສັງຄົມ​ແລະ​ເສດຖະກິດ​ພາຍ​ໃນ​ປະ​ເທດ​ໃຫ້​ດີ​ຂຶ້ນ,ຖ້າ​ບໍ່​ມີ​ການ​ລົງ​ໂທດ,ຄວາມກ້າວໜ້າ​ຈະ​​ມີຫຼາຍ​ກວ່າ​ເກົ່າ.

ໃນ​ມື້​ດຽວ​ກັນ,ທ່ານ​ເຄີ​ດ ​ຄຳ​ເບ​ວ ຜູ່​ຊ່ອຍລັດຖະມົນຕີກະຊວງ​ການ​ຕ່າງປະ​ເທດອາ​ເມ​ລິ​ກາທີ່​ຮັບຜິດຊອບ​ວຽກ​ງານ​ຂອງອາຊີ​ຕາ​ເວັນ​ອອກ​ແລະ​ປາຊີ​ຟິກກ່າວ​ຢູ່​ວໍ​ຊິງ​ຕັນ​ວ່າ,ລັດຖະບານ​ອາ​ເມ​ລິ​ກາຈະ​ສົນທະນາ​ໂດຍ​ກົງ​ກັບ​ມຽນມາ​ກ່ຽວ​ກັບ​ບັນຫາ​ກ່ຽວຂ້ອງ,​ເພື່ອປັບປຸງການ​ພົວພັນ​ລະຫວ່າງ​ອາ​ເມ​ລິ​ກາ​ກັບ​ມຽນມາ​ໃຫ້​ດີ​ຂຶ້ນ.​ແຕ່​ໃນ​ຂະນະ​ດຽວ​ກັນ,ທ່ານ​ກ່າວ​ເນັ້ນ​ວ່າ,ອາ​ເມ​ລິ​ກາ​ຈະ​ບໍ່​ຜ່ອນຄາຍ​ກາ​ນລົງ​ໂທດ​ຕໍ່​ມຽນມາ​ໃນ​ທັນທີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>