ຜູ່​ນຳ​ລາວ​ສົ່ງ​ໂທລະ​ເລກ​ອວຍພອນ​ວັນຊາດ​ຈີນ

(GMT+08:00) 2009-10-01 11:58:41 cri
-----------------------------------------------------------------------------------------------------------------
ວັນ​ທີ30​ກັນຍາ​ນີ້,ທ່ານ​ຈູມ​ມະ​ລີ ​ໄຊ​ຍະ​ສອນ ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ ປະທານ​ປະ​ເທດ​ລາວ, ທ່ານບົວ​ສອນ​ບຸບຜາ​ວັນ ນາ​ຍົກລັດຖະນົນ​ຕີ​ລາວ,ທ່ານທອງ​ສິງ​ທຳ​ມະ​ວົງ ປະທານ​ສະພາ​ແຫ່ງ​ຊາດ​ລາວ​ໄດ້​ຮ່ວມ​ກັນ​ສົ່ງ​ໂທລະ​ເລກ​ອວຍພອນ​ວັນ​ສະຖາປະນາ​ ສາທາລະນະ​ລັດ​ປະຊາຊົນ​ຈີນ​ຄົບຮອບ60​ປີ​ໄປ​ເຖິງທ່ານ​ຫູ​ຈິນທາວ ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ,ປະທານ​ປະ​ເທດ​ຈີນ,ທ່ານ​ອູ​ປ່າງ​ກົ​ວະ ປະທານ​ຄະນະ​ປະຈຳສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ແລະທ່ານ​ເວິ່ນ​ເຈ່ຍ​ປາວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​.

ໂທລະ​ເລກ​ຂຽນ​ວ່າ:

ໃນ​ນາມ​ພັກ,ລັດຖະບານ,ສະພາ​ແຫ່ງ​ຊາດ​ແລະ​ປະຊາຊົນ​ລາວ​ບັນດາ​ເຜົ່າ,ພວກ​ຂ້າພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຢ່າງ​ສຸ​ດອົກ​ສຸດ​ໃຈ​ຕໍ່​ຜົນສຳ​ເລັດ​ອັນ​ຍິ່ງ​ໃຫຍ່​ແລະ​ສະ​ຫງ່າ​ງາມ​ທີ່​ປະຊາຊົນ​ຈີນ​ອ້າຍ​ນ້ອ​ງຍາດ​ມາ​ໄດ້​ຕະຫຼອດ​ໄລຍະ60​ປີຜ່ານມາ​ແລະ​ຂໍ​ຖື​ໂອກາດ​ນີ້​ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ຢ່າງ​ເລິກ​​ເຊິ່ງ​ແລະ​ຂອບ​ອົກ​ຂອບ​ໃຈ​ຢ່າງ​ຈິງ​ໃຈ​ມາ​ຍັງ​ພັກ,​ລັດ​ຖະ​ບານ,​ສະ​ພາ​ຜູ່​ແທນ​ປະຊາຊົນ​ທົ່ວ​ປະ​ເທດ​ແລະ​ປະຊາຊົນ​ຈີນ​ອ້າຍ​ນ້ອງ​ທີ່​ໄດ້​ໃຫ້ການ​ຮ່ວມ​ມື​ຊ່ວຍ​ເຫຼື​ອອັນ​ລ້ຳ​ຄ່າ​ຢ່າງ​ຕໍ່​ເນື່ອງ​ໃນ​ພາລະກິດ​ຕໍ່​ສູ້​ກູ້​ຊາດ​ຂອງ​ປະ​ຊາ​ຊົນ​ລາວ​ບັນດາ​ເຜົ່າ​ໃນ​​ເມື່ອ​ກ່ອນ​ກໍ​ຄື​ການ​ປົກ​ປັກ​ຮັກສາ​ແລະ​ສ້າງ​ສາ​ພັດ​ທະ​ນາ​ປະ​ເທດ​ຊາດ​ຂອງ​ພວກ​ຂ້າພະ​ເຈົ້າ​ໃນ​ປັດຈຸບັນ.

ໃນ​ໂອກາດ​ອັນ​ສະຫງ່າ​ລາ​ສີ​ທີ່​ມີ​ຄວາມ​ໝາຍ​ສຳຄັນ​ແລະ​ຍິ່ງ​ໃຫຍ່​ນີ້,ພວກ​ຂ້າພະ​ເຈົ້າ​ຂໍ​ອວຍພອນ​ໄຊ​ອັນ​ປະ​ເສີດ​ມາ​ຍັງ​ພັກ,ລັດຖະບານ​ແລະ​ປະຊາຊົນ​ຈີນ​ອ້າຍ​ນ້ອງ​ໂດຍ​ພາຍ​ໃຕ້​ການ​ນຳພາ​ອັນ​ປີ​ຊາ​ສາມາດ​ແລະ​ສະຫຼາດ​ສ່ອງ​ໃສ​ຂອງ​ພັກ​ກອມ​ມູນິດ​ຈີນ,​ເຊິ່ງມີ​ສະ​ຫາຍ ​ເລຂາທິການ​ໃຫຍ່​ຫູ​ຈິນທາວ​ເປັນ​ແກນ​ນຳ​ນັ້ນ ຈົ່ງ​ໄດ້​ຮັບ​ໄຊ​ຊະນະ​ໃໝ່​ໃຫຍ່​ຫຼວງ​ກວ່າ​ເກົ່າ​ໃນ​ພາລະກິດ​ປົກ​ປັກ​ຮັກສາ​ແລະ​ສ້າງສາ​ພັດ​ທະ​ນາ​ສາ​ທາ​ລະ​ນະ​ລັດ​ປະຊາຊົນ​ຈີນ​ໃຫ້​ຈະ​ເລີນຮຸ່ງ​ເຮືອງ​ແລະ​ວັດທະນາຖາ​ອວນ​ຍິ່ງໆ​ຂຶ້ນ​ໄປ.

ນອກ​ນີ້,ທ່ານ​ສີສະ​ຫວາດ ​ແກ້ວ​ບຸນ​ພັນ ປະທານ​ສູນ​ກາງ​ແນວ​ລາວສ້າງ​ຊາດ ,​ແລະ​ທ່ານ​ທອງ​ລຸນ ສີ​ສຸ​ລິດ ຮອງ​ນາຍົກລັດຖະມົນຕີທັງ​​ເປັນ​ລັດຖະມົນຕີ​ວ່າກາ​ນກະຊວງ​ການ​ຕ່າງປະ​ເທດ​ລາວ​ກໍ່​ຕ່າງ​ໄດ້​ສົ່ງ​ໂທລະ​ເລກ​ອວຍພອນ​ວັນ​ສະຖາ​ປະ​ນາ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ​ຄົບ​ຮອບ60​ປີ​ໄປ​ເຖິງ​ທ່ານ​ເຈຍ​ຊິ້ງລິນ ປະທານ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ,ທ່ານ​ຢາງ​ເຈ​ສື ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>