ທ່ານ​ເວີນ​ເຈຍ​ປາວ​ຕ້ອນ​ຮັບ​ຜູ້​ຊ່ຽວ​ຊານ​ຕ່າງ​ປະ​ເທດ​ທີ່​ຮັບ​ລາງ​ວັນ​ມິດ​ຕະ​ພາບ​ຂອງ​ລັດ​ຖະ​ບານ​ຈີນ​ສົກ​ປີ 2009

(GMT+08:00) 2009-10-01 16:41:38 cri
-----------------------------------------------------------------------------------------------------------------

ທ່ານ​ເວີນ​ເຈຍ​ປາວຕ້ອນຮັບຜູ້​ຊ່ຽວຊານ​ຕ່າງປະ​ເທດ 100 ຄົນ​ທີ່​ໄດ້​ຮັບ​ລາງວັນ​ມິດຕະພາບ​ຂອງ​ລັດຖະບານ​ຈີນ​ສົກ​ປີ 2009 ພ້ອມ​ຄອບຄົວ​ຂອງ​ເຂົາ​ເຈົ້າ

ຕາມ​ຂ່າວCRI: ວັນ​ທີ 30 ກັນຍາ​ນີ້, ຢູ່​ທີ່​ປັກ​ກິ່ງ, ທ່ານ​ເວີນ​ເຈຍ​ປາວ, ນາຍົກລັດຖະມົນຕີ​ຈີນ​ໄດ້ຕ້ອນຮັບຜູ້​ຊ່ຽວຊານ​ຕ່າງປະ​ເທດ 100 ຄົນ​ທີ່​ໄດ້​ຮັບ​ລາງວັນ​ມິດຕະພາບ​ຂອງ​ລັດຖະບານ​ຈີນ​ສົກ​ປີ 2009 ພ້ອມ​ຄອບຄົວ​ຂອງ​ເຂົາ​ເຈົ້າ, ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ເຂົາ​ເຈົ້າ​ທີ່ໄດ້​ປະກອບສ່ວນ​ອັນ​ພົ້ນເດັ່ນ​​ເຂົ້າໃນ​ການ​ສ້າງສາ​ທັນ​ສະ​ໄໝ​ຂອງ​ຈີນ.

ທ່ານ​ເວີນ​ເຈຍ​ປາວ​ກ່າວ​ວ່າ, ​​ເມື່ອສປຈີນ​ສ້າງຕັ້ງຂຶ້ນ 60 ປີ​ມາ​ນີ້, ​ໂດຍ​ສະ​ເພາະ​ແມ່ນ​ນັບ​ແຕ່​ດຳ​ເນີນ​ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ 30 ປີ​ມາ​ນີ້, ຈີນ​ໄດ້​ຮັບ​ຜົນສຳ​ເລັດ​ອັນ​ຍິ່ງ​ໃຫຍ່​ທີ່​ປະຈັກ​ຕາຊາວ​ໂລກ. ຜົນສຳ​ເລັດ​ເຫຼົ່ານີ້​ກໍ່​ແມ່ນ​ໝາກຜົນ​ແຫ່ງ​ຄວາມ​ສາມັກ​ຄີ​ສູ້​ຊົນ​ຂອງ​ປະຊາຊົນ​ຈີນ, ​ກໍ່​ໄດ້​ເຕົ້າ​ໂຮມ​ສະຕິ​ປັນຍາ​ແລະ​ການ​ປະກອບສ່ວນ​ຂອງ​ຜູ້​ຊ່ຽວຊານ​ຕ່າງປະ​ເທດ​ແລະ​ຜູ້​ມີ​ໄມຕີ​ຈິດ​ມິດຕະພາບ​ສາກົນ. ຕໍ່​ເລື່ອງ​ນີ້, ປະຊາຊົນ​ຈີນ​ຈະ​ຈື່​ຈຳ​ຊົ່ວ​ນິລັນດອນ.

ທ່ານ​ເວີ່ນ​ເຈຍ​ປາວ​ກ່າວ​ວ່າ, ການ​​ໄຂ​ປະຕູ​ສູ່​ພາຍ​ນອກ​ຂອງ​ຈີນ​ແມ່ນ​ການ​ໄຂ​ປະຕູ​ສູ່​ພາຍ​ນອກ​ຮອບດ້ານ. ຈີນ​ຍິນ​ດີ​ຕ້ອນຮັບ​ຜູ້​ຊ່ຽວຊານ​ຕ່າງປະ​ເທດຫຼາຍກວ່າ​ເກົ່າ​ມາ​ເຂົ້າຮ່ວມ​ການ​ສ້າງສາ​ທັນ​ສະ​ໄໝ​ຂອງ​ຈີນ.

ທ່ານ​ເວີນ​ເຈຍ​ປາວຕ້ອນຮັບຜູ້​ຊ່ຽວຊານ​ຕ່າງປະ​ເທດ 100 ຄົນ​ທີ່​ໄດ້​ຮັບ​ລາງວັນ​ມິດຕະພາບ​ຂອງ​ລັດຖະບານ​ຈີນ​ສົກ​ປີ 2009 ພ້ອມ​ຄອບຄົວ​ຂອງ​ເຂົາ​ເຈົ້າ

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>