ຈີນ​ເລັ່ງລັດ​ເຂົ້າ​ຮ່ວມ​ການ​ຮ່ວມ​ມືດ້ານການ​ລົງທຶນ​ສາກົນ

(GMT+08:00) 2009-10-07 16:15:08 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊີ​ນຮວາ:ຫວ່າງ​ມໍ່ໆ​ນີ້,ກະຊວງ​ການ​ຄ້າ​ຈີນ,ກົມ​ສະຖິຕິ​ແຫ່ງ​ຊາດ​ຈີນ​​ແລະ​ກົມ​ຄຸ້ມ​ຄອງ​ເງິນຕາ​ຕ່າງປະ​ເທດ​ແຫ່ງ​ຊາດ​ຈີນ​ໄດ້​ຮ່ວມ​ກັນ​ປະກາດ​ແຈ້ງ​ການ​ສະບັບ​ໜຶ່ງສະ​ແດງ​​ໃຫ້​ເຫັນ​ວ່າ,​ໃນ​ທ້າຍ​ປີ 2008,ຈີນ​ໄດ້​ສ້າງ​ວິ​ສາ​ຫະກິດ​ລົງທຶນ​ໂດຍ​ກົງ​ 1 ໝື່ນ 2 ພັນ​ກວ່າ​ແຫ່ງ​ຢູ່ 174 ປະ​ເທດ​ແລະ​ເຂດ​ແຄວ້ນ​ໃນ​ທົ່ວ​ໂລກ,ບາດກ້າວ​ຂອງ​ວິ​ສາ​ຫະກິດ​ຈີນ​ທີ່​ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ຮ່ວມ​ມື​ດ້ານການ​ລົງທຶນ​ສາກົນ​ໄດ້​ໄວ​ກວ່າ​ເກົ່າ.

《​​ແຈ້ງ​ການ​ສະຖິຕິ​ການ​ລົງທຶນ​ໂດຍ​ກົງ​ຢູ່ຕ່າງປະ​ເທດ​ຂອງ​ຈີນ​ປີ 2008》ສະບັບ​ນີ້​ສະ​ແດງ​​ໃຫ້​ເຫັນ​ວ່າ,ປີ 2008,ມູນ​ຄ່າ​ການ​ລົງ​ທຶນ​ໂດຍ​ກົງຢູ່ຕ່າງປະ​​ເທດ​ຂອງ​ຈີນມີ​​ເຖິງ 55 ຕື້ 900 ລ້ານ​ໂດ​ລາ.ນີ້​ແມ່ນ​ມູນ​ຄ່າ​ການ​ລົງທຶນ​ໂດຍ​ກົງ​ຢູ່ຕ່າງປະ​ເທດ​ຂອງ​ຈີນ​ຫຼາຍ​ກວ່າ 50 ຕື້​ໂດ​ລາ​ເປັນ​ຄັ້ງ​ທຳ​ອິດ,​ແລະ​ໄດ້​ບັນລຸ​ລະດັບ​ນຳ​ໃຊ້​ທຶນ​ຕ່າງປະ​ເທດ​ຕົວ​ຈິງ​ຂອງ​ຈີນ​ໃນ​ປີ 2003.

ແຈ້ງ​ການ​ຊີ້​ອອກ​ວ່າ,ນັບ​ແຕ່​ປີ 2002 ຫາ 2008,ການ​ລົງທຶນ​ໂດຍ​ກົງ​ຕໍ່​ຕ່າງປະ​ເທດ​ຂອງ​ຈີນ​ເພີ່​ມຂຶ້ນ 66% ຕໍ່​ປີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>