ຈີນ​ອາຊ​ຽນຊຸກຍູ້​ການ​ຮ່ວມ​ມື​ດ້ານການ​ເງິນ​ພັດທະນາ​ລົງ​ສູ່​ລວງເລິກ​ພາຍ​ໃຕ້​ວິ​ກິດ​ການ​ການ​ເງິນ

(GMT+08:00) 2009-10-21 18:11:04 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ20 ຕຸລາ​ນີ້,​ໃນ​ເວທີປຶກສາ​ຫາລື​ຜູ່​ນຳ​ການ​ຮ່ວມ​ມື​ແລະ​ການ​ພັດທະນາ​ທາງ​ການ​ເງິນຈີນ​ອາຊ​ຽນ"ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ20 ຕຸລາ​ນີ້,ບຸກຄົນ​ວົງ​ການ​ການ​ເງິນ​ຈີນ​ແລະ​ປະ​ເທດຕ່າງໆ​ຂອງ​ອາຊ​ຽນກ່າວ​ວ່າ,ພາຍ​ໃຕ້​​ສະພາບ​ວິ​ກິດ​ການ​ການ​ເງິນ,ສອງ​ຝ່າຍຄວນ​ສ້າງ​ຕັ້ງ​ລະບົບ​ການ​ເງິນ​ທີ່​ສົມບູນ,ຊຸກຍູ້​ການ​ຮ່ວມ​ມື​ດ້ານການ​ເງິນ​ພັດທະນາ​ລົງ​ສູ່​ລວງ​ເລິກ.

ທ່ານຊູ່​ນິງ ຮອງ​ຜູ່​ວ່າການ​ທະນາຄານ​ປະຊາຊົນ​ຈີນ​ກ່າວ​ວ່າ,​​ເສດຖະກິດໂລກາພິວັດ​ແລະຄວາມ​ເຊື່ອມ​ໂຍງ​ເຂົ້າກັນຂອງ​ເສດຖະກິດ​ພາກ​ພື້ນ​ພັດທະນາ​ຢ່າງ​ເລິກ​ເຊິ່ງ,ທະນາຄານ​ປະຊາຊົນ​ຈີນ​ຈະ​ພ້ອມ​ກັບ​ທະ​ນາຄາ​ນອື່ນໆ​ອອກ​ແຮງ​ສ້າງ​ກົນ​ໄກ​ທີ່​ໜັກ​ແໜ້ນ​ແລະ​ເຕັມ​ໄປ​ດ້ວຍຊີວິດຊີວາ,​ເພື່ອຊຸກຍູ້​ການ​ເຕີບ​ໂຕ​ແບບຍຶນຍົງ​ຂອງ​ພາກ​ພື້ນ​ນີ້.

ທ່ານພູ​ເຜັດ ຄຳ​ພູ​ວົງ​​ຜູ່​ວ່າການທະນາຄານ​ແຫ່ງ​ສປປລາວ​ກ່າວ​ວ່າ,ລາວ​ຕ້ອງ​ເຊື່ອມ​ໂຍງ​ເຂົ້າ​ໃນ​ການ​ຮ່ວມ​ມື​ພາກ​ພື້ນ​ໃນ​ລະດັບ​ຫຼາຍ​ຝ່າຍ​ແລະ​ສອງ​ຝ່າຍ,ປັດຈຸບັນ,ລາວ​ພວມ​ກະກຽມ​ເຂົ້າ​​ເປັນ​ສະມາຊິກອົງການ​ການ​ຄ້າ​ໂລກ,ກໍ່​ຕັ້ງໜ້າ​ເຂົ້າ​ຮ່ວມ​ຂອບອາຊຽນ.ທະນາຄານ​ແຫ່ງ​ສປປລາວ​ໄດ້​ເຊັນ​ສັນຍາ​ຮ່ວມ​ມື​ກັບ​ທະນາຄານປະຊາຊົນ​ຈີນ​ແລະ​ທະນາຄານ​ພັດທະນາ​ແຫ່ງ​ຊາດ​ຈີນ​ແລ້ວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>