ອາ​ເມ​ລິ​ກາ​ໃຊ້​ນະ​ໂຍບາຍ​ໄມ້​​ແຂງ​ແລະ​ໄມ້​ອ່ອນຕໍ່​ມຽນມາ

(GMT+08:00) 2009-11-06 15:58:05 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວ cri:ວັນ​ທີ 4 ພະຈິກ​ນີ້, ທ່ານ​ເຄີ​ດ​ແຄມ​ເບຣ,ຜູ່​ຊ່ວຍ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ທີ່​ຊີ້​ນຳວຽກ​ງານ​ອາຊີ​ປາຊີ​ຟິກ​ໄດ້​ສິ້ນ​ສຸດ​ການ​ຢ້ຽມຢາມ​ມຽນມາ​ເປັນ​ເວລາ​ສອງ​ວັນ.ທ່ານ​ແມ່ນ​ເຈົ້າຫນ້າ​ທີ່​ລະດັບ​ສູງຂອງ​ລັດຖະບານ​ອາ​ເມ​ລິ​ກາ​ຜູ່​ທຳ​ອິດ​ທີ່​ໄປ​ຢ້ຽມຢາມ​ມຽນມາ​ໃນ 14 ປີ​ມາ​ນີ້.ວັນ​ທີ 5 ພະຈິກ​ນີ້,ຢູ່​ບາງ​ກອກ​ຂອງ​ໄທ, ທ່ານ​ສຄອດ ມາ​ເຊຣ,​ເອອັກຄະ​ລັດຖະທູດ​ອາ​ເມ​ລິ​ກາ​ກ່ຽວ​ກັບ​ວຽກ​ງານອາ​ຊຽນທີ່​ໄປ​ນຳ​ທ່ານ​​ແຄມ​ເບຣກ່າວ​ວ່າ, ​ເຖິງ​ວ່າ​ລັດຖະບານ​ອາ​ເມ​ລິ​ກາ​ເລີ່​ມປະຕິບັດ​ນະ​ໂຍບາຍ​ຕິດ​ຕໍ່​ກັບ​ມຽນມາ​ກໍ່ຕາມ, ​ແຕ່​ກ່ອນ​ການ​ປະຕິ​ຮູບ​ປະຊາທິປະ​ໄຕ​ຂອງ​ລັດຖະບານ​ມຽນມາ​ໄດ້​ຮັບ​ຄວາມ​ຄືບ​ຫນ້າ​ລະອຽດ​ແລ້ວ, ລັດຖະບານ​ອາ​ເມ​ລິ​ກາ​ຈະ​ບໍ່​ຍົກ​ເລີກ​ການ​ລົງ​ໂທດຕໍ່​ມຽນມາ.ຂ່າວສານ​ອາ​ເປກ​ເຫັນ​ວ່າ, ອາ​ເມ​ລິ​ກາ​ພວມ​ແກວ່ງໄມ້​​ແຂງ​ແລະ​ໄມ້​ອ່ອນ,ທັງ​ສົນ​ໃຈ​​ຢ່າງ​ໃກ້ຊິດນຳ​ການ​ກະທຳ​ໃນ​ບາດກ້າວ​ຕໍ່​ໄປ​ຂອງ​ລັດຖະບານ​ມຽນມາ​.

ຫາງ​ສຽງ​ເຫັນ​ວ່າ,ການ​ຢ້ຽມຢາມ​ຂອງ​ທ່ານ​​ແຄມ​ເບຣ​ເທື່ອ​ນີ້​ໄດ້​ຮັບ​ຄວາມ​ສົນ​ໃຈ​ຢ່າງ​ກວ້າງຂວາງ​ແມ່ນ​ຍ້ອນ​ວ່າພາຍຫລັງ​ລັດຖະບານ​ທະຫານ​ມຽນມາ​ຂຶ້ນກຳ​ອຳນາດ​ໃນ​ປີ 1988 ​ເປັນ​ຕົ້ນ​ມາ, ອາ​ເມ​ລິ​ກາ​ໄດ້​ໃຊ້​ນະ​ໂຍບາຍ​ແຂງ​ທີ່​ໃຫ້ມຽນມາໂດດດ່ຽວ​ດ້ານ​ການ​ຕ່າງປະ​ເທດ​ແລະ​ລົງ​ໂທດ​ດ້ານ​ເສດຖະກິດ, ​ເຊິ່ງລວມທັງ​ຫ້າມ​ບໍ່​ໃຫ້​ເຈົ້າຫນ້າ​ທີ່​ລະດັບ​ສູງ​ຂອງ​ມຽນມາ​ເຂົ້າ​ແດນ​ອາ​ເມ​ລິ​ກາ​ແລະ​ອື່ນໆ,​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ນີ້​ຊຸດ​ຮ້າຍ​ລົງ​ເລື້ອຍໆ.​ເຖິງ​ວ່າ​ໃນ​ສະ​ໄຫມ​ທີ່​ທ່ານ​ບິ​ວຄຼິນຕັນ​ກຳ​ອຳນາດ, ນາງ​ອອນ​ແບຼດ,​ເອກ​ອັກຄະ​ລັດຖະທູດ​ອາ​ເມ​ລິ​ກາ​ປະຈຳ​ສະຫະ​ປະຊາ​ຊາດ​ເຄີຍ​ໄປ​ຢ້ຽມຢາມ​ມຽນມາ​ໃນ​ປີ 1995 ກໍ່ຕາມ, ​ແຕ່​ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ​ບໍ່​ໄດ້​ຮັບ​ການປັບປຸງໃຫ້​ດີ​ຂຶ້ນ.​ໃນ​ໄລຍະ​ທີ່​ທ່ານ​ຈອດ​ຈ໊ບຸ​ສກຳ​ອຳນາດ​ເປັນ​ເວລາ 8 ປີ, ລັດຖະບານ​ອາ​ເມ​ລິ​ກາ​ໄດ້​ຖື​ມຽນມາ​ເປັນ​​ແນວ​ຫນ້າ​ຂອງ​ການ​ປົກຄອງ​ດ້ວຍ​ຄວາມ​ຮຸນ​ແຮງ,​ຈິ່ງ​ລົງ​ໂທດ​ມຽນມາ​ດ້ານ​ເສດຖະກິດ​ຮຸນ​ແຮງ​ຂຶ້ນ​ນຳຄູ່​ປີ.

ພາຍຫຼັງ​ທ່ານບາຣັກ ​ໂອ​ບາ​ມາ, ປະທານາທິບໍດີ​ອາ​ເມ​ລິ​ກາ​ຂຶ້ນ​ຮັບ​ຕຳ​ແໜ່​ງ​ໃນ​ຕົ້ນ​ປີ​ນີ້​ແລ້ວ, ການ​ພົວພັນ​ລະຫວ່າງ​ອາ​ເມ​ລິ​ກາ​ກັບ​ມຽນມາ​ມີ​ທ່າ​ອຽງ​ທີ່​ດີ​ຂຶ້ນ. ທ່ານ​ຈິ​ມ ​ແວັບ, ສະມາຊິກ​ວຸດ​ທີ​ສະພາ​ທີ່​ຂຶ້ນ​ກັບ​ພັກ​ປະຊາທິປະ​ໄຕອາ​ເມລິກາ​ໄດ້​​ໄປ​ຢ້ຽມຢາມ​ມຽນມາ​ໃນ​ເດືອນ​ສີ​ງຫາ​ປີ​ນີ້, ​ແລະ​ໄດ້​ພົບ​ປະ​ກັບ​ພົນ​ຈັດ​ຕະວາ ທັນ​ສະ​ເວ, ປະທານ​ຄະນະ​ກຳມະການ​ສັນຕິພາບ​ແລະ​ການ​ພັດທະນາ​ແຫ່ງ​ຊາດ​ມຽນມາ, ຍັງ​ໄດ້​ພົບ​ປະ​ກັບ​ນາງອອງຊັນ​ຊູ​ຈີ​ທີ່​ຖືກ​ກັກ​ບໍລິ​ເວນ, ຍັງ​ໄດ້ນຳພາ​ຢ​ໂດ, ພົນລະ​ເມືອງອາ​ເມ​ລິ​ກາ​ທີ່​ຖືກ​ມຽນມາ​ຕັດອິດ​ສະລະ​ພາບ​ນັ້ນກັບ​ຄື​ນສູ່​ອາ​ເມ​ລິ​ກາຢ່າງ​ສຳ​ເລັດ​ຜົນ. ​ໃນ​ເດືອນ​ກັນຍາ​ປີ​ນີ້, ອາ​ເມ​ລິ​ກາ​ໄດ້​​ເບີກ​ບັດ​ອະນຸຍາດ​ເຂົ້າ​​ແດນ​ໃຫ້​ທ່ານທັນ​ສະ​ເວ, ນາຍົກລັດຖະມົນຕີມຽນມາ, ​ເຮັດ​ໃຫ້​ທ່ານ​ກາຍ​ເປັນ​ເຈົ້າ​ໜ້າ​ທີ່​ລະດັບສູ​ງຜູ້​ທຳ​ອິດ​ຂອງ​ລັດຖະບານທະຫານ​ມຽນມາ​ທີ່​ໄປ​ນີວຢອກ​ເພື່ອ​​ເຂົ້າ​ຮ່ວມ​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ​ໃນ 14 ປີ​ມາ​ນີ້.

ວັນ​ທີ 29 ກັນຍາ​ນີ້, ທ່ານ​ແຄມ​ເບວ​ແລະທ່ານ​ອູ​ຕາງ, ລັດຖະມົນຕີ​ວ່າການ​ກະຊວງ​ວິທະຍາສາດ​​ເຕັກ​ໂນ​ໂລ​ຢີມຽນມາ​ຕ່າງ​ໄດ້​ພາຄະ​ນະ​ຜູ້​ແທນລັດຖະບານ​ຕົນ​ຈັດການ​ສົນທະນາລະດັບ​ສູງ​ລະ​ຫວ່າງ​ສອງ​ປະ​ເທດ​ຢູ່​ນີວຢອກ​ເປັນ​ຄັ້ງ​ທຳ​ອິດ​ໃນ​ຫຼາຍ​ປີ​ມາ​ນີ້.ນັກວິ​ເຄາະ​ເຫັນ​ວ່າ, ທ່ານ​ແຄມ​ເປວໄປ​ຢ້ຽມຢາມ​ມຽນມາ​ເທື່ອ​ນີ້​ມີ​ຈຸດ​ປະສົງສືບ​ຕໍ່​ຊຸກຍູ້​ການ​ສົນທະນາ​ໂດຍ​ກົງ​ລະ​ຫວ່າງ​ສອງ​ປະ​ເທດ, ປະຕິບັດ​ນະ​ໂຍບາຍ​ໃໝ່ຂອງ​ລັດຖະບານ​ໂອ​ບາ​ມາ​ຕໍ່​ລັດຖະບານ​ມຽນມາ; ລັດຖະບານ​ມຽນມາ​ຕ້ອນຮັບ​ທ່ານ​ຄຳ​ເປີ​ຢ່າງ​ລະດັບ​ສູງ, ​ແລະ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຈຳນວນ​ໜຶ່ງ​ຂອງ​ອາ​ເມ​ລິ​ກາ, ນັ້ນ, ກໍ່​ເປັນ​ການສະ​ແດງ​ມິດຕະພາບ​ຕໍ່​ອາ​ເມ​ລິ​ກາ, ສອງ​ຝ່າຍ​ຢາກ​ຊອກ​ຮູ້​ທັດສະນະ​ຂອງ​ຝ່າຍ​ກົງກັນຂ້າມ​ໂດຍ​ຜ່ານ​ການ​ຕິດ​ຕໍ່​ຢ່າງ​ລະມັດລະວັງ.

ຫາງ​ສຽງເຫັນ​ວ່າ, ວັນ​ທີ 5 ພະຈິກ​ນີ້, ທ່ານ​ຊານ ​ເກ​ວລີ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ​​ເຄີຍ​ກ່າວ​ວ່າ, ລັດຖະບານ​ໂອ​ບາ​ມາ ຈະ​ຊອກ​ຫາ​ວິທີ​ທີ່ມີ​ປະສິດ​ທີ​​ຜົນ​ທີ່​ສຸດ ​ເພື່ອຊຸກຍູ້​ຂະ​ບວນການປະຊາທິປ​ະໄຕຂອງ ມຽນມາ​.  ​ໃນ​ໄລຍະ​ທ່ານ​ເຄີ​ດ​ ແຄມ​ເບ​ວ ​ໄປຢ້ຽ​ມຢາມ​ມຽນມາ​ເທື່ອ​ນີ້, ທ່ານ​ກ່າວ​ວ່າ, ​ນະ​ໂຍບາຍ​ໃຫມ່​ຂອງອາ​ເມ​ລິ​ກາ​ທີ່​ມີ​ຕໍ່​ມຽນມາ​ ມີ 3 ຈຸດປະສົງ​​, ຄື: ການສະຫນັບສະຫນູ​ນສິດທິ​ມະນຸດ, ປ່ອຍ​ຕົວ​ນາງ​ອັອງ​ຊານ​ຊູ​ຈີ​ ແລະ​ຜູ່​ນຳ​ຂອງ​ຝ່າຍ​ຄ້ານ​ອື່ນໆ​ແລະ​ຊຸກຍູ້​ການ​ປະຕິ​ຮູບ​ແບບ​ປະຊາທິປະ​ໄຕ.  ລັດຖະ ບານ​ມຽນມາ ​ຈະ​​ຮັບ​ມື​ກັບ​ຄວາມ​ກົດ​ດົນ​ຂອງ​ອາ​ເມ​ລິ​ກາ​​ແນວ​ໃດ, ນະ​ໂຍບາຍ​ໃຫມ່​ຂອງ​ອາ​ເມ​ລິ​ກາ​ທີ່​ຕິດ​ແທດ​ຕົວ​ຈິງ​ແລະຕິດ​ຕໍ່​ພົວພັນທີ່​ມີ​ຕໍ່​ມຽມມາ​ ແມ່ນ​ວິທີ​ທີ່ທີ່ມີ​ປະສິດ​ທີ​​ຜົນ​ທີ່​ສຸດທີ່​ສຸດ​ຫຼື​ບໍ່, ​ແລະກາ​ນພົວພັນ​ລະຫວ່າງ​ມຽມມາ​ກັບ​ອາ​ເມ​ລິ​ກາ​ ຈະ​ຮັກສາ​ທ່ວງທ່າ​ໃນ​ປະຈຸ​ບັນ​ທີ່​ຕິດ​ຕໍ່​ພົວພັນ​ແລະ​ສົນທະນາ​ກັນຫຼື​ບໍ່, ທັງ​ຫມົດ​ເຫຼົ່າ​ນີ້​ຈະຕ້ອງ​ໃຫ້​ຄົນສັງ​ເກດ​ຕື່ມ​ອີກ.  

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>