ທ່ານ​ຫູ​ຈີນ​ທ່າວ​ກ່າວ​ວ່າ​ຝ່າຍ​ຈີນ​ຍິນ​ດີ​ຮ່ວມ​ກັບຝ່າຍ​ຕ່າງໆ​ພະຍາຍາມຊຸກຍູ້​ເສດຖະກິດ​ໂລກ​ພັດທະນາ​​ແບບ​ຍຶນຍົງ

(GMT+08:00) 2009-11-15 17:43:05 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວcri:ວັນ​ທີ15 ພະຈິກ​ນີ້,ກອງ​ປະຊຸມ​ເອ​ເປັກ​ຄັ້ງ​ທີ17ອັດ​ລົງ​ຢູ່​ສິງກະ​ໂປ.​ໃນ​ເວລາ​ກ່າວ​ຄຳປາ​ໄສ,ທ່ານ​ຫູ​ຈີນ​ທ່າ​ວ ປະທານ​ປະ​ເທດ​ຈີນ​ຮຽກຮ້ອງ​ຝ່າຍ​ຕ່າງໆພະຍາຍາມ​ຮ່ວມກັບ​ປັບປຸງທ່າອຽງ​ຟື້ນຟູເສດຖະກິດ​ໂລກ,ຊຸກຍູ້​​ເສດຖະກິດ​ໂລກ​ພັດທະນາ​ຢ່າງ​ສົມດຸນ​ແລະ​ມີ​ລະບຽບ,​ແລະ​ກ່າວ​ວ່າ​ຈີນ​ຈະ​ຮ່ວມ​ມື​ກັບ​ປະຊາ​​ຄົມ​ໂລກ,ຮັບ​ມື​ສິ່ງ​ທ້າ​ທາຍ,ປະກອບສ່ວນ​​ເພື່ອ​ເສດຖະກິດ​ໂລກ​ເຕີບ​ໂຕ​ຢ່າງຫຼາກ​ຫຼາຍ,ຍຶນຍົງ,​ແລະສົນ​ດຸນ​.

ກອງ​ປະ​ຊຸມ​​ເອ​ເປັກ​ຄັ້ງ​ທີ17​ໄດ້​ແບ່ງ​ເປັນ2ຕອນ.​ໃນ​ກອງ​ປະຊຸມຕອນ​ທຳ​ອິດ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ14 ພະຈິກ​ນີ້,ຜູ່​ນຳ​ເອ​ເປັກ​​ແລກປ່ຽນ​ຄວາມ​ເຫັນ​ຕົ້ນຕໍ​ກ່ຽວ​ກັບ"​ຮັດ​ແໜ້ນ​ການ​ພົວພັນ​ໃນພາກ​ພື້ນ​";​ໃນ​ກອງ​ປະຊຸມ​ຕອນ​ທີ2​ໃນ​ວັນ​ທີ15 ພະຈິກ​ນີ້, ​ຝ່າຍຕ່າງໆ​ໄດ້​ຄົ້ນຄວ້າ"ການຊຸກຍູ້ການ​ເຕີບ​ໂຕ​ແບບ​ຍຶນຍົງ"​ແນວ​ໃດ.​ໃນ​ກອງ​ປະຊຸມ​ຕອນ​ທີ1,ທ່ານ​ຫູ​ຈີນ​ທ່າວ​ກ່າວ​ຄຳ​ປາ​ໄສທີ່​ມີ​ລັກສະນະ​ຊັກ​ນຳ​ກ່ຽວກັບ​ການສະໜັບສະໜູນ​ລະບຽບ​ການ​ຄ້າ​ຫຼາ​ຍຝ່າຍ,ຮຽກຮ້ອງ​​ໃຫ້ຍົກ​ສູງ​ລະດັບ​​ເປີດ​ປະຕູ​ຂອງການ​ຄ້າ​ສາກົນ,ລຶບລ້າງລັດທິ​ປົກ​ປ້ອງ​ການ​ຄ້າ.​ໃນ​ກອງ​ປ​ະຊຸມ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ15 ພະຈິກ​ນີ້,ທ່ານ​ຫູ​ຈີນ​ທ່າວ​ສະ​ເໜີ​ເຈດ​ຈຳນົງ​ຕົ້ນຕໍ​ກ່ຽວ​ກັບ​ປັບປຸງ​ທ່າ​ອຽງຟື້ນ​ຟູ​,ຊຸກຍູ້​ເສດຖະກິດ​ໂລກ​ພັດທະນາ​ຢ່າງ​ສົມ​ດຸນ​ແລະ​ມີ​ລະບຽບ.

ໃນ​ເວລາ​ກ່າວ​ຄຳ​ປາ​ໄສ,ທ່ານ​ຫູ​ຈີນ​ທ່າວ​ຊີ້​ອອກ​ເປັນ​ພິ​ເສດ​ວ່າ,ຜົນ​ກະທົບອັນເລິກ​ເຊິ່ງຈາກ​ວິ​ກິດ​ການ​ການ​​ເງິນ​ສາກົນ​ທີ່​ຍັງ​ມີ​ຢູ່​​ໃນ​ປະຈຸ​ບັນ,ພ້ອມ​ດ້ວຍບັນຫາ​ທົ່ວ​ໂລກ​ທີ່​ນັບ​ມື້​ນັບ​ພົ້ນ​ເດັ່ນເຊັ່ນການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ຄວາມ​ປອດ​ໄພ​ດ້ານອາຫານ​ແລະ​ອື່ນໆ,​ໄດ້​ນຳ​ເອົາ​ການ​ທ້າ​ທາຍ​ອັນເຄັ່ງ​ຄັດ​ມາ​ໃຫ້​ການ​ຟື້ນ​ຕົວຢ່າງຮອບດ້ານ​ແລະ​ການ​ພັດທະນາຢ່າງຍາວ​ນານຂອງເສດຖະກິດອາຊີ​ປາຊີ​ຟິກກໍ່​ຄື​ທົ່ວ​ໂລກ.ປະຈຸ​ບັນ,ຄວນ​ປະຕິບັດ​ຕາມ​ທັດສະນະ​ໄຂ​ປະຕູ​ແລະ​ຮ່ວມ​ມື,​​ໃຫ້​ຕ່າ​ງຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ,ພະຍາຍາມ​ພ້ອມ​ກັນ​ປັບປຸງ​ທ່າ​ອຽງ​ຟື້ນ​ຕົວ​ຂອງ​ເສດຖະກິດ​ໂລກ​ໃຫ້​ໝັ້ນຄົງ,ຊຸກຍູ້​ໃຫ້ເສດຖະກິດ​ໂລກພັດທະນາ​ຢ່າງ​ດຸນ​ດຽງແລະ​ມີ​ລະບຽບ​.

ທ່ານ​ຫູ​ຈີນ​ທ່າວ​ຫວັງ​ໃຫ້​ອົງ​ກອນ​​​ເສດຖະກິດ​ຕ່າງໆ​ຂອງ​​ເອ​ເປັກ​ຮັກສາ​ຄວາມ​ສືບ​ເນື່ອງ​ແລະ​ຄວາມ​ໝັ້ນ​ທ່ຽງ​ຂອງ​ນະ​ໂຍບາຍ​ເສດຖະກິດ​ມະຫາ​ພາກ,​ໃຊ້​ມາດ​ຕະການ​ທີ່​ຕິດ​ແທດ​ຕົວ​ຈິງແລະ​ບັງ​ເກີດ​ຜົນ​ກວ່າ​ເກົ່າ,ພະຍາຍາມ​ຊຸກຍູ້​ການ​ບໍລິ​ໂພ​ກ​ແລະ​ເພີ່ມ​ຄວາມ​ຕ້ອງການ​ພາຍ​ໃນ​ປະ​ເທດ,​ເດັດດ່ຽວ​ຮັກສາ​ລະບົບ​ການ​ຄ້າ​ແລະ​ການ​ລົງທຶນ​ທົ່ວ​ໂລກ​ທີ່​ຍຸດ​ຕິ​ທຳ ​ເສລີ​ແລະ​ໄຂ​ປະຕູ.ໃນ​ຂະນະ​ທີ່​ຊຸກຍູ້​ໃຫ້​ເສດຖະກິດ​ຟື້ນ​ຟູ​ການ​ເຕີບ​ໂຕ,ປັບປຸງ​ໂຄງ​ປະກອບ​ພະລັງງານ​ໃຫ້​ດີ​ຂຶ້ນ,ຊຸກຍູ້​ການ​ຍົກ​ລະດັບ​ຂອງຜະລິດຕະກຳ​,ພັດທະນາ​ເສດຖະກິດ​ໄຮ້​ມົນ​ລະ​ພິດ,ສ້າງ​ຈຸດ​​ເຕີບ​ໂຕ​ເສດຖະກິດ​ອັນ​ໃໝ່.​ສ່ວນ​ໃນ​ການສະ​ແຫວ​ງຫາ​ການ​​ເຕີບ​ໂຕ​ແບບ​ຍືນ​ຍົງ,ສະມາຊິກ​ທີ່​​ໄດ້​ພັດທະນາ​ແລ້ວ​ຄວນ​ສະໜອງ​ການ​ສະໜັບສະໜູນ​ດ້ານ​ທຶນ ​ການ​​ໂອນ​ເຕັກນິກ​ແລະ​ການ​ສ້າງສາ​ຄວາມ​ສາມາດ​ໃຫ້​ແກ່​ສະມາຊິກ​ທີ່​ພວມ​ພັດທະນາ,ຮັບປະກັນ​ໃຫ້​ສະມາຊິກ​ທີ່​ພວມ​ພັດທະນາ​ໃຊ້​ເຕັກນິກ​ມີ​ໄມຕີ​ຈິດ​ມິດຕະພາບ​ກັບ​ດິນ​ຟ້າ​ອາກາດ​ໄດ້.

ເມື່ອ​ເວົ້າ​ເຖິງ​ບັນຫາ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ,​ທ່ານ​ຫູ​ຈິນທ່າວ​ກ່າວ​ເນັ້ນອີກ​ເທື່ອ​ໜຶ່ງ​ວ່າ,"ສົນທິ​ສັນຍາ​ຂອບ​ສະຫະ​ປະຊາ​ຊາດກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ"​ແລະ"ອະນຸ​ສັນຍາ​ກຽວໂຕ"​ແມ່ນ​ຊ່ອງ​ທາງ​ສຳຄັນ​ຂອງ​ປະຊາ​ຄົມ​ໂລກ​ທີ່ພ້ອມ​ກັນ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​,ການ​ຮ່ວມ​ມື​ລະຫວ່າງ​ຊາດ​ທີ່​ກ່ຽວຂ້ອງ​ຄວນ​ຍຶດໝັ້ນ​ຫຼັກການ​ຫຼາຍ​ແບບ​ໜ້າ​ທີ່,ຮັບ​ຜິດຊອບ​ຮ່ວມແຕ່​ກໍ່​ມີ​ຄວາມ​ແຕກ​ຕ່າງ​ກັນ.ປະ​ເທ​ດທີ່​ໄດ້​ພັດທະນາ​ແລ້ວ​ຄວນ​ອີງ​ຕາມຫຼັກ​ການທີ່​ໄດ້​ຢືນຢັນ​ໃນ"ສົນ​ທິສັນ​ຍາ​ຂອບຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ"​ແລະ​ຄາດໝາຍ​ທີ່"​ແຜນການ​ບາ​ຫຼີ"ສະ​ເໜີ​ອອກ​ມາ,ສື​ບຕໍ່​ນຳ​ໜ້າ​ຫຼຸດ​ການ​ລະບາຍ​ຫຼັງ​ປີ2012,​ພ້ອມ​ທັງ​ຊ່ວຍ​ປະ​ເທດ​ທີ່​ພວມ​ພັດທະນາ​ຍົກ​ສູງ​ຄວາມ​ສາມາດ​ໃນ​​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ.ປະ​ເທດ​ທີ່​ພວມ​ພັດທະ​ນາ​ກໍ່ຄວນ​ຜ່ານ​ການ​ປະຕິ​ບັດ​ຍຸດ​ທະ​ສາດ​ການພັດ​ທະນາ​ແບບ​ຍືນ​ຍົງ​ເພື່ອ​ທຳ​ຄວາມ​ພະຍາຍາມ​ຂອງ​ຕົນ​ເອງ​ໃນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ.​ພ້ອມ​ກັນນັ້ນ,​ທ່ານ​ຍັງ​ກ່າວ​ວ່າ,ກອງ​ປະຊຸມ​ໂກ​ເປັນ​ຮາກ​ແມ່ນ​ກອງ​ປະຊຸມ​ສຳຄັນ​ເທື່ອ​ໜຶ່ງທີ່​ປະຊາ​ຄົມ​ໂລກ​ຮ່ວມ​ມືກັນ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ,​ຈີນ​ຍິນ​ດີ​ເຂົ້າຮ່ວມ​ການ​ເຈລະຈາ​ດ້ວຍ​ທ່າ​ທີ​ອັນຕັ້ງ​ໜ້າ​,ຮ່ວມ​ກັບ​ຝ່າຍ​ຕ່າງໆ​ເພື່ອພ້ອມ​ກັນ​ຊຸກຍູ້​ໃຫ້​ກອງ​ປະຊຸມ​ຮັບ​ໝາກຜົນ​ອັນ​ຕັ້ງໜ້າ.

ໃນ​ເວ​ລາ​ປະກອບ​ຄຳ​ຄິດ​ຄຳ​ເຫັນ,ທ່ານ​ຫູ​ຈິນທ່າວ​ໄດ້​ສະ​ແດງ​ທ່າ​ທີ​ຂອງ​ຈີນ​ທີ່ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ແລະ​ຈະ​ເຂົ້າຮ່ວມ​ການ​ຮ່ວມ​ມື​ຂອງ​ເອ​ເປັກໃນ​ຂົງ​ເຂດ​ຕ່າງໆຢ່າງ​ຕັ້ງໜ້າ,ທ່ານ​ຍັງ​ກ່າວ​ເນັ້ນວ່າ,​ຈີນ​ຍຶດໝັ້ນ​ການ​ພັດທະ​ນາຢ່າງ​ສັນຕິພາບ,​ການ​ໄຂ​ປະຕູ​ແລະ​ການ​ຮ່ວມ​ມື​ຢ່າງ​ສະ​ເໝີ​ຕົ້ນສະ​ເໝີປາຍ,​ຍອມ​ທຳ​ຄວາມ​ພະຍາ​ຍາມຢ່າງ​ບໍ່ລົດ​ລະ​ເພື່ອ​ຊຸກຍູ້​ການ​ສ້າງ​ໂລກ​ທີ່ກົມ​ກຽວ​ກັນ​ມີ​ສັນຕິ​ພາບ​ອັນຍາວ​ນານ,​ແລະຈະ​ເລີນຮຸ່ງ​ເຮືອງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>