ຈີນ​ຮຽກຮ້ອງ​​ຝ່າຍ​ຕ່າງໆທຳ​ຄວາມ​ພະຍາຍາມຫຼາຍທີ່​ສຸດ​ຊຸກຍູ້​ກອງ​ປະຊຸມ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດໂກ​ເປັນ​ຮາກຮັບໝາກ​ຜົນ

(GMT+08:00) 2009-11-15 18:29:44 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ14 ພະຈິກ​ນີ້,​ໃນ​ງານ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ສູນ​ຖະ​ແຫຼ​ງຂ່າວ​ຂອງ​ຄະນະ​ຜູ່​ແທນ​ຈີນ​ຢູ່​ສິງກະ​ໂປ,ທ່ານ​ອີ້​ຊ່ຽນ​ລຽງ ທີ່​ເປິກສາກົມ​ສັນຍາ​​ແລະກົດໝາຍ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,ດຽວ​ນີ້​ຫ່າງ​ຈາກກອງ​ປະຊຸມຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ທີ່ໂກ​ເປັນຮາກ​22ມື້​ແລ້ວ,ຫວັງ​ໃຫ້​ຝ່າຍຕ່າງໆ,​ໂດຍ​ສະ​ເພາະ​ແມ່ນ​ຜູ່​ນຳ​ປະ​ເທດ​ທີ່​ໄດ້ພັດທະນາ​​ແລ້ວທຳ​ຄວາມ​ພະຍາຍາມ​ຫຼາຍທີ່​ສຸດ,ຊຸກຍູ້​ກອງ​ປະຊຸມ​ໂກ​ເປັນ​ຮາກ​ຮັບ​ໝາກຜົນ.

ທ່ານ​ກ່າວ​ເນັ້ນ​ວ່າ,ບັນຫາ​ຂໍ​ກະ​ແຈ​ແມ່ນ​ບັນດາ​ປະ​ເທດ​ຫັນ​ຄວາມ​ປາຖະໜາ​ການ​ເມືອງ​ມາເປັນ​ກຳລັງ​ດັນ​ທີ່​ຊຸກຍູ້​ການ​ເຈລະຈາ.ປັດຈຸບັນ,ອຸປະສັກ​ໃຫຍ່​ທີ່​ສຸດ​ທີ່​ຂັດຂວາງ​ການ​ເຈລະຈາ​ມາ​ຈາກ​ກຸ່ມທີ່​ໄດ້​ພັດທະນາ​ແລ້ວ.ປະ​ເທດ​ໃຫຍ່​ທີ່​​ໄດ້​ພັດທະນາ​ພັດທະນາ​ແລ້ວ​ປະຕິ​ເສດ​ເຈລະຈາພັນທະ​ທີ່​ຕົນ​ຄວນ​ປະຕິບັດ,ລວມທັງ​ພັນທະ​ທຶນຮອນ​ແລະ​ພັນທະ​​ຫຼຸດ​ການລະບາຍມົນ​ລະ​ພິດ,​ແລະ​ໝາຍ​ຈະ​ທ້າ​ທາຍ​ຫຼັກການ"ໜ້າ​ທີ່​ຮັບຜິດຊອບ​ຮ່ວມ​ແຕ່​ມີ​ຄວາມ​ແຕກ​ຕ່າງ​ກັນ"ທີ່​​ເປັນຫຼັກການແກນ​ກາງ​ທີ່​ສຸດ​ຂອງ"ສົນທິສັນຍາ​ຂອບ​ານ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ​ສະຫະ​ປະຊາ​ຊາດ".

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>