ທ່ານບາ​ລັກ ​ໂອ​ບາ​ມາ​​ແລະຜູ່​ນຳບັນດາ​ປະ​ເທດ​ອາຊ​ຽນຈັດ​ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ທຳ​ອິດ

(GMT+08:00) 2009-11-16 18:07:11 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວສານ​ຊິນ​ຮວາ:ຕອນ​ບ່າຍ​ວັນ​ທີ15 ພະຈິກ​ນີ້,ທ່ານ​ບາ​ລັກ ໂອ​ບາ​ມາ ປະທານາທິບໍດີ​ອາ​ເມ​ລິ​ກ​ແລະຜູ່​ນຳ10ປະ​ເທດ​ອາຊ​ຽນ​ໄດ້​ຈັດ​ກອງ​ປະຊຸມ​ສຸດ​ຍອດຢູ່​ສິງກະ​ໂປ,ສອງ​ຝ່າຍ​ໄດ້ອອກຖະ​ແຫຼ​ງການ​ຮ່ວມ​ພາຍຫຼັງ​ກອງ​ປະຊຸມວ່າ,ສອງ​ຝ່າຍ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ວຽກ​ງານ​ທົ່ວ​ໂລກ​ແລະພາກ​ພື້ນ.ສອງ​ຝ່າຍ​ເຫັນ​ດີ​ຈະ​ຈັດ​ກອງ​ປະຊຸມ​ສຸດ​ຍອດອາ​ເມ​ລິ​ກາ​ກັບ​ອາຊ​ຽນ​ເທື່ອ​ທີ2​ໃນ​ປີ2010.

ຖະ​ແຫຼ​ງການ​ຮ່ວມ​ກ່າວ​ວ່າ,ອາ​ເມ​ລິ​ກາ​ຊົມ​ເຊີຍ​​ແຜນການ​ຂອງ​ອາຊ​ຽນທີ່​ສ້າງ​ປະຊາ​ຄົມ​ກ່ອນ2015ຕາມ​ກົດ​ບັດ​.ສອງ​ຝ່າຍ​ເຫັນ​ດີ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື,ຕັ້ງ​ໜ່ວຍບຸກຄົນ​ທີ່ມີ​ຊື່ສ​ຽງອາຊຽງ​ອາ​ເມ​ລິ​ກາ,ສະໜັບສະໜູນ​ອາຊ​ຽນ​ແລະ​ອາ​ເມ​ລິ​ກາ​ລົງ​ເລິກ​ການ​ຮ່ວມ​ມື​ໃນ​ວຽກ​ງານ​​ພາກ​ພື້ນ​ແລະ​ທົ່ວ​ໂລກ.​ໃນ​ຖະ​ແຫຼງການ​ຮ່ວມ,ທ່ານ​ໂອ​ບາ​ມາ​ປະກາດ​ວ່າ,ອາ​ເມ​ລິ​ກາ​ຈະຊ່ວຍ​ຫຼຸດ​ຊ່ອງ​ຫວ່າງ​ໃນ​ອາຊຽນ,ອາ​ເມລິ​ກາ​ຈະ​ຖື​ອາຊ​ຽນ​ເປັນ​ຄູ່​ຮ່ວມ​ມື​ທີ່​ຄັນ​ທີ່​ຊຸກຍູ້​ສັນຕິພາບ,ສະຖຽນ​ລະ​ພາບ​ແລະ​ຄວາມຈະ​ເລີ​ນຮຸ່ງ​ເຮືອງຢູ່ພາກ​ພື້ນອາຊີ​​ເປີ​ຊີ​ຟິກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>