ທ່ານ​​ເຈຍ​ຊິ້ງລິນ​ເດີນທາງ​ໄປ​ຮອດ​ມາ​ນີລາ​ເລີ່​ມຢ້ຽມຢາມຟີ​ລິບ​ປິນຢ່າງ​ເປັນ​ທາງ​ການ​ແລະ​ໄມຕີ​ຈິດ​

(GMT+08:00) 2009-11-19 17:50:34     cri

ຕາມ​ຂ່າວcri:​ໂດຍ​ຕອບ​ສະໜອງ​ຄຳ​ເຊີນ​ຂອງ​ທ່ານ​ຮວນ ປົນ​ສ໌ ​​ເອັນຣີ​ເລ ປະທານສະພາ​ສູງ​ຟີ​ລິບ​ປິນ,ຕອນ​ບ່າຍ​ວັນ​ທີ19 ພະຈິກ​ນີ້​ເວລາ​ທ້ອງ​ຖິ່ນ,ທ່ານ​​ເຈຍ​ຊິ້ງລິນ ປະທານ​ສະພາ​ເປິກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຂີ່​ຍົນ​ເດີນທາງ​ໄປ​ຮອດ​ມາ​ນີລາ ນະຄອນຫຼວງ​ຂອງ​ຟີ​ລິ​ບິນ,​ເລີ່​ມຢ້ຽມຢາມ​ຟີ​ລິບ​ປິນຢ່າງ​ເປັນ​ທາງ​ການ​ແລະ​ໄມຕີ​ຈິດ.

ຢູ່​ສະໜາມ​ບິນ,ທ່ານ​ເຈຍ​ຊິ້ງລິນ​ໄດ້​ກ່າວ​ຄຳ​ປາ​ໄສ​ເປັນ​ລາຍ​ລັກ​ອັກສອນ.ທ່ານ​ກ່າວ​ວ່າ,ຈີນ​ກັບ​ຟີ​ລິບ​ປິນ​ແມ່ນປະ​ເທດ​​ໃກ້​ຄຽງ​ທີ່​ມີ​ໄມຕີ​ຈິດ,ມິດ​ຕະພາບ​ມູນ​ເຊື້ອ​ລະຫວ່າງປະຊາຊົນ​ສອງ​ຊາດມີ​ປະ​ຫວັດ​ອັນ​ຍາວ​ນານ​ແລ້ວ.ພາຍຫຼັງ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງການ​ທູດ34ປີ​ມາ​ນີ້,ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທາງ​ການ​ເມືອງ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ເພີ່ມ​ທະວີ​ຢ່າງ​ບໍ່​ຢຸດ​ຢັ້ງ,ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ມີ​ຜົນ​ຫຼາຍໆ,ການ​ໄປມາຫາສູ່​ກັນຂອງ​ປະ​ຊາ​ຊົນນັບ​ມື້​ນັບ​ສະ​ໜິດ​ແໜ້ນ.ການພັວພັນ​ລະຫວ່າ​ງຈີນ​ກັບ​ຟີ​ລິ​ບປິນຂະຫຍາຍຕົວຢ່າງ​ສະດວກ,​ໄດ້​ນຳເອົາ​ຜົນ​ປະ​ໂຫຍ​ດຕົວ​ຈິງ​ໃຫ້​​ແກ່ປະຊາຊົນ​ສອງ​ຊາດ,ກໍ່​ມີ​ຜົນ​ດີ​ຕໍ່​ສັນຕິພາບ,ສະຖຽນ​ລະ​ພາບ​ແລະ​ການ​ພັດທະນາ​ຂອງພາກ​ພື້ນ​ນີ້.ທ່ານ​ເຊື່ອ​ວ່າການ​ຢ້ຽມຢາມ​ເທື່ອ​ນີ້​ຈະ​ເພີ່ມ​ທະວີ​ຄວາມ​ຮັບ​ຮູ້​​ເຊິ່ງກັນ​ແລະ​ກັນ,​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ​ແລະ​ກັນ,ຊຸກຍູ້​ການ​ພົວພັນ​ທາງ​ການ​ຮ່ວມ​ມື​ທາງ​ຍຸດ​ທະ​ສາດ​ລະຫວ່າງ​ຈີນ​ຟີ​ລິບ​ປິນຂະຫຍາຍ​ຕົວ​ຕື່ມ​ອີກ.

ໃນ​ໄລຍະ​ຢ້ຽມຢາມ,ທ່ານ​ເຈຍ​ຊິ້ງລິນຈະ​ພົບ​ປະ​ທ່ານ​ນາງ​​ໂກຼ​ເລຍ ມາ​ກາ​ປາກາ ອາ​ໂຣ​ໂຢ ປະທານາທິບໍດີ​ຟີ​ລິບ​ປິນ,ທ່ານ​ຮວນ ປົນ​ສ໌ ​ເອັນຣີ​ເລ ປະທານ​ສະພາ​ສູງ​ແລະ​ທ່ານ​ນາງ​ມາ​ເຣຍ ອາ​ເມ​ລີ​ຕາ ກາລີ​ມບາສ ວີ​ລາ​ໂຣຊາ​ ວ່າການ​ແທນປະທານ​ສະພາ​ຕ່ຳ,ລົງ​ເລິກ​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ບັນຫາ​ທີ່​ສອງ​ຝ່າຍ​ເອົາ​​ໃຈ​ໃສ່​ຮ່ວມກັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ