ລາວ​ຈີນສ້າງສາ​ຍພົວພັນ​ທາງ​ການ​ທູດ​ຄົບຮອບ 50 ປີ​ມີ​ຄວາມ​ໝາຍ​ປະຫວັດສາດ

(GMT+08:00) 2011-10-27 15:23:48     cri
ໃນ​ໄລຍະ​ຈັດງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາຊຽນຄັ້ງ​ທີ 8, ທ່ານ​ສົມ​ສະຫວາດ ​ເລັ່ງສະຫວັດຮອງ​ນາຍົກລັດຖະມົນຕີ​ແຫ່ງ​ສປປລາວ​ໃຫ້​ກຽດ​ຕອບ​ຄຳ​ສຳພາດ​ຂອງ​ນັກ​ຂ່າວCRI, ກ່ຽວ​ກັບ​ຈີນ​ລາວ, ລາວ​ຈີນ​ສ້າງສາ​ຍພົວພັນ​ທາງ​ການ​ທູດ​ຄົບຮອບ 50 ປີ, ​ໂດຍ​ທີ່​ທ່ານ​ໄດ້​ກ່າວຫວນຄືນ 50 ປີ​ທີ່​ຈີນ​ລາວ​ລາວ​ຈີນສ້າງສາ​ຍພົວພັນ​ທາງ​ການ​ທູດ, ​ແລະ​ເສັ້ນທາງ​ພັດທະນາ​​ໃນ​ໄລຍະ 20 ປີ​ທີ່ຈີນ​ອາ​ຊຽນສ້າງສາຍ​ພົວພັນ​ຄູ່​ເຈ​ລະ​ຈາ​ມານີ້, ຫຼຽວ​ເບິ່ງ​ອະນາຄົດ​ການຣ່ວມມື​ມິດຕະພາບ​ລະຫວ່າງ​ລາວ​ຈີນ​ຈີນລາວ, ​ແລະ​ໄດ້ກ່າວ​ຊົມ​ເຊີຍ​ການປະກອບ ສ່ວນ​ຂອງວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ພະ​ແນ​ກພາສາ​ລາວ​ເພື່ອ​ຊຸກຍູ້​ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ. ຕໍ່​ໄປ​ເຊີນ​ຟັງ​ລາຍ​ງານ​ລະອຽດ.


ລາວ​ຈີນ​ໄດ້​ສ້າງສາ​ຍພົວພັນ​ທາງ​ການ​ທູດ​​ເມື່ອ​ປີ 1961, ​ໃນ​ 50 ປີ​ມາ​ນີ້, ລັດ​ຖະບານ​ແລະ​ປະຊາຊົນ​ສອງ​ປະ​ເທດ​ໄດ້​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ກັນ, ລົງ​ເລິກ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ​ແລະ​ກັນ​ແລະ​ເປີດ​ກວ້າງ​ການ​ຮ່ວມ​ມື​ມິດຕະພາບ​ຢ່າງ​ບໍ່​ຢຸດ​ຢັ້ງ. ຫວນ​ຄືນ​ໄລຍະ​ຫາ​ກໍ່ສ້າງ​ສາຍ​ພົວພັນ​ທາງ​ການ​ທູດ, ລັດຖະບານ​ຈີນ​ໄດ້​ສົ່ງ​ຄະນະ​ຜູ້​ແທນ​ເສດຖະກິດ​ວັດທະນະທ​ໄປປະຈຳ​ແຂວງ​ຊຽງ​ຂວາງ​ຂອງ​ລາວ, ສະໜັບສະໜູນ​ແລະ​ຊ່ວຍ​ເຫຼືອ​ການ​ຕໍ່ສູ້​ປົດ​ປ່ອຍ​ຊາດຂອງ​ປະຊາຊົນ​ລາວ​​ໃນ​ການຕ້ານ​ການ​ຮຸກ​ຮານ​ແລະ​ຍາດ​ເອົາ​ຄວາມ​ເປັນ​ເອກະລາດ​​ແຫ່ງ​ຊາດດ້ວຍ​ການ​ປະຕິບັດ​ຕົວ​ຈິງ. ​ໃນ​ເວລາ​ເວົ້າ​ເຖິງ​ຂະ​ບວນການ​ທີ່​ສອງ​ປະ​ເທດ​ສ້າງສາ​ຍພົວພັນ​ທາງ​ການ​ທູດ, ທ່ານ​ສົມ​ສະຫວາດ ​ເລັ່ງສະຫວັດ​ກ່າວ​ວ່າ:

"ຈຸດ​ເວລາ​ສ້າງ​ຕັ້ງ​ສາຍ​ພົວພັນ​ກັນນັ້ນ​ແມ່ນ 1961, ​ໃນ​ເວລາ​ນັ້ນ​ປະຊາຊົນ​ລາວ​ກຳລັງ​ຕໍ່ສູ້​ຕ້ານ​ຈັກກະ​ພັດ​ຮຸກ​ຮານ, ​​ແລະການ​ສ້າງສາ​ຍພົວພັນ​ການ​ທູດ​ລາວ​ຈີນ​ນີ້, ​ເຮັດ​ໃຫ້ການ​ຊ່ວຍ​ເຫຼືອ​ຂອງ​ປະ​ເທດ​ຈີນ​ແກ່​ການ​ຕໍ່ສູ້​ຂອງ​ປະຊາຊົນ​ລາວ​ເປັນອັນ​ຖືກ​ຕ້ອງຕາ​ມກົດໝາຍ, ​ເຮັດ​ໃຫ້​ກຳລັງ​ປະຕິວັດ​ລາວ​ໄດ້​ເຕີບ​ໃຫຍ່​ເຂັ້ມ​ແຂງ​ຂຶ້ນ. ຈົນ​ໄດ້​ຮັບ​ໄຊຊະນະ​ໃນ​ປີ 1975."
​ໃນ​ໄລຍະ​ໃໝ່​ທີ່​ຂະຫຍາຍ​ການ​ພົວພັນ​ລະຫວ່າງ​ລາວ​ຈີນ, ສອງ​ປະ​ເທດ​ອີງ​ຕາມ​ຈິດ​ໃຈ​ທີ່"ໝັ້ນ​ທ່ຽງ​ຍາວ​ນານ, ​ເປັນ​ບ້ານ​ໃກ້​​ເຮືອນ​ຄຽງ​ທີ່​ດີ​ຕໍ່​ກັນ, ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ແລະ​ຮ່ວມ​ມື​ກັນຢ່າງຮອບດ້ານ"​​ເປັນ"​ເພື່ອນ​ບ້ານ​ໃກ້​ຄຽງ​ທີ່​ດີ, ໝູ່​ເພື່ອນ​ທີ່​ດີ, ສະຫາຍ​ທີ່​ດີ​ແລະ​ຄູ່​ຮ່ວມ​ມື​ທີ່​ດີ". ສອງ​ຝ່າຍ​ໄດ້​ຮັບ​ໝາກຜົນ​ອັນ​ອຸດົມສົມບູນ​ໃນ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ເສດຖະກິດ, ວັດທະນະທຳ, ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ແລະ​ຊັບພະຍາກອນ​ມະນຸດ​ດັ່ງ​ນີ້ເປັນ​ຕົ້ນ.

"50 ປີ​ແຫ່ງ​ການ​ສ້າງສາ​ຍພົວພັນ​ການ​ທູດ​ລາວ​ຈີນນີ້​ມີ​ຄວາມ​ໝາຍ​ປະຫວັດສາດ, ​ໄດ້​ນຳ​ຜົນ​ປະ​ໂຫຍ​ດມາສູ່​ປະ​ເທດ​ລາວ​ຢ່າງ​ຫຼວງ​ຫຼາຍ, ປີ 2009, ການ​ນຳສູງ​ສຸດ​ຂອງ​ສອງ​ພັກ​ສອງ​ລັດຈຶ່ງ​ຕົກລົງ​ຍົກ​ລະດັບ​ການ​ພົວພັນ​ກັນ​ຂຶ້ນ​ເອີ້ນ​ວ່າຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອດ້ານ, ປີ​ນີ້​ແມ່ນ​ປີ​ທຳ​ອິດ​ແຫ່ງ​ການ​ເລີ່​ມຕົ້ນ​ປະຕິບັດ​ແຜນການ​ພັດທະນາ​ເສດຖະກິດ​ສັງຄົມ 5 ປີ​ຄັ້ງ​ທີ 7, ​ແລະ​ປະ​ເທດ​ຈີນ​ກໍ່​ແມ່ນ​ປະຕິບັດ​ແຜນ​ພັດທະນາ​ເສດຖະກິດ​ສັງຄົມ 5 ປີ​ຄັ້ງ​ທີ 12, ຕາມ​ທີ່​ຜູ້ນຳ​ທີ່​ຕົກລົງ​ກັນ​ໃນ​ໂອກາດ​ປະທານ​ຈູມ​ມາລີ​​ໄປ​ຢ້ຽມຢາມ​ປະ​ເທດ​ຈີນ​ຫວ່າງ​ມໍ່ໆ​ມາ​ນີ້, ຜູ້ນຳ​ທາງ​ສອງ​ໄດ້​ຕົກລົງ​ວ່າ​ເອົາ​ແຜນ​ພັດທະນາ​ເຂົ້າ​ປະສັນ​ສົມທົບ​ກັນ, ອັນ​ນັ້ນ​ແມ່ນ​ເປັນ​ການສະ​ແດງ​ອອກ​​ເຖິງ​ການ​ຮ່ວມ​ມືກັນ​ທີ່​ດີ​ແລ້ວ"

ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ, ທ່ານ​ສົມ​ສະຫວາດ ​ເລັ່ງສະຫວັດ​ຍັງ​ກ່​າວວ່າ, ຈີນ​ໃນ​ຖານະ​ເປັນ​ປະ​ເທດ​ອາຊີ​ທີ່​ເສດຖະກິດ​ພັດທະນາ​​ໄວ, ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ອັນ​ໃຫຍ່​ຫຼວງ​​ເຂົ້າໃນ​ວຽກ​ງານ​ເສດຖະກິດ​ການ​ຄ້າ​ຂອງ​ພາກ​ພື້ນ. ​ໃນ​​ໄລຍະ 20 ປີທີ່​ຈີນ-ອາ​ຊຽນສ້າງສາຍ​ພົວພັນ​ຄູ່​ເຈລະຈາ​, ສອງ​ຝ່າຍ​ໄດ້​ທຳ​ຄວາມ​ພະຍາຍາມ​ຢ່າງ​ບໍ່​ຢຸດ​ຢັ້ງ​ເພື່ອ​ຊຸກຍູ້​ການ​ພັດທະນາ​ຂອງ​ເສດຖະກິດ​ພາກ​ພື້ນ​ເຊື່ອມ​ໂຍງ​ເຂົ້າກັນ, ​ແລະ​ໄດ້​ສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນທີ່​ມີ​ປະຊາກອນ​ຫຼາຍ​ທີ່​ສຸດ​ໃນ​ໂລກ​ໃນ​ປີ 2010 ຜ່ານ​ມາ. ຕົວ​ເລກ​ສະຖິຕິ​ສະ​ແດງ​ໃຫ້​ເຫັນ​ວ່າ, ຈີນ​ໄດ້​ກາຍ​ເປັນ​ຄູ່​ການ​ຄ້າ​ໃຫຍ່​ອັນ​ດັບ​ທີ​ໜຶ່ງ​ແລະ​ຈຸດ​ສົ່ງ​ອອກ​ສິນຄ້າ​ໃຫຍ່​ທີ​ໜຶ່ງ​ຂອງ​ອາ​ຊຽນ.

"ການ​ຮ່ວມ​ມື​ລະຫວ່າງ​ຈີນ​ອາ​ຊຽນນີ້, ກໍ່​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ​ຂອງ​ພວກ​ເຮົາ​ທັງ 10 ປະ​ເທດ​ນັ້ນ, ຕົວຢ່າງ​​ເວົ້າ​ແຕ່​ດ້ານ​ການ​ຄ້າ, ມາ​ຮອດ​ປະຈຸ​ບັນ​ນີ້​ກໍ່​ໄດ້​ຮອດ 300 ກວ່າ​ຕື້​ແລ້ວ, ​ແລະ​ການ​ລົງທຶນ​ຂອງ​ຈີນ​ນີ້​ກໍ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ, ພວກ​ເຮົາ​ຄິດ​ວ່າການ​ຮ່ວມ​ມື​ອາ​ຊຽນຈີນ​ນີ້​ມີ​ອະນາຄົດ, ​ແລະ​ຈະ​ນຳ​ຜົນ​ປະ​​ໂຫຍ​ດມາ​ໃຫ້​ສອງ​ຝ່າຍ."
​​ໃນ​ຕອນ​ທ້າຍ​ຂອງ​ການ​ສຳພາດທ່ານ​ສົມ​ສະຫວາດ ​ເລັ່ງສະຫວັດ​ກ່າວ​ຕໍ່​ນັກ​ຂ່າວ​ວ່າ, ທ່ານ​ກໍ່​ແມ່ນ​ຜູ້​ຟັງ​ຜູ້​ໜຶ່ງ​ຂອງCRI, ​​ເລີ່​ມ​ແຕ່​ໄລຍະ​ສົງຄາມ​ຮຸກ​ຮານລາວ​ທ່ານ​ກໍ່​ໄດ້​ຮັບ​ຟັງ​ລາຍການ​ພາສາ​ລາວ​ຂອງ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ. ທ່ານ​ໄດ້​ຕີ​ລາຄາ​ສູງ​ວ່າCRI​ໄດ້​ເສີມ​ຂະຫຍາຍ​ບົດບາດ​ອັນ​ຕັ້ງໜ້າ​ໃນ​ການ​ເຜີຍ​ແຜ່​ມິດຕະພາບ​ແລະ​ເພີ່ມ​ທະວີ​ການ​​ແລກປ່ຽນ​ລະຫວ່າງ​ຈີນ​ກັບ​ລາວ.

"CRIນີ້​ຂ້າພະ​ເຈົ້າ​ໄດ້​ຕິດຕາມ​ມາ​ເປັນ​ຫຼາຍ​ສິບ​ປີ​ແລ້ວ, ອັນ​ເຫັນ​ວ່າCRI​ໄດ້​ຂໍ້​ມູນ​ທີ່​ເປັນ​ຜົນ​ປະ​ໂຫຍ​ດຫຼາຍ​ອັນ​ກ່ຽວ​ກັບ​ຂ່າວ​ໂລກ, ສາລະ​ຂະ​ດີ​ໜ້າ​ຮູ້ຈັ່ງ​ຊີ້​ນີ້​ລະ, ຊັ້ນ​ເວົ້າ​ແລ້ວCRIນີ້​ກໍ່​ໄດ້​ປະກອບ​ສ່ວນ​ເຂົ້າ​ໃນ​ການ​ເຮັດ​ໃຫ້​ປະຊາຊົນ​ສອງ​ຊາດ​ມີ​ຄວາມ​ເຂົ້າ​​ໃຈ​ກັນ​ເລິກ​ເຊິ່ງຂຶ້ນ."
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ