ກອງ ປະ ຊຸມ​ນັກ ທຸ ລະ ກິດ​ຈີນ​ຂອງ​ໂລກ​ຄັ້ງ​ທີ 10

(GMT+08:00) 2009-11-20 17:00:07     cri

ວັນ​ທີ 20 ພະຈິກ​ນີ້, ກອງ​ປະຊຸມ​ນັກທຸລະກິດ​ຈີນ​ຂອງ​ໂລກ​ຄັ້ງ​ທີ 10 ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ມາ​ນີລາ​ຂອງ​ຟິ​ລິບ​ປິນ.​ທ່ານ​ເຈຍ​ຊິ້ງ​ຫລິນ,​ປະ​ທານ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​​ໄດ້​ກ່າວ​ຄຳ​ປາ​ໄສ​ໃນ​ພິ​ທີ​ໄຂ​ປະ​ຊຸມ.​ທ່ານ​​ໄດ້​ຕີ​ລາ​ຄາ​ສູງ​ຕໍ່​ຊາວ​ຈີນ​ທີ່​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ທັງ​ຫຼາຍ​ທີ່​ປະ​ກອບ​ສ່ວນ​ອັນ​ດີ​ເດັ່ນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ຈີນ, ​ແລະ​ຫວັງ​ຢາກ​ໃຫ້​ເຂົາ​ເຈົ້າ​ລົງ​ເລິກ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ກັນ, ​ຊຸກ​ຍູ້​ໃຫ້​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ​​ເພື່ອ​ປະ​ກອບ​ສ່ວນ​ຫຼາຍ​ກວ່າ​ເກົ່າ ​ເຂົ້າ​ໃນ​ຄວາມ​ຈະ​ເລີນ​ແລະ​ກ້າວ​ຫນ້າ​ຂອງ​ຈີນ​ພ້ອມ​ທັງ​ສ້າງ​ສັນ​ຕິ​ພາບ​ແລະ​ການ​ພັດ​ທະ​ນາ​ຂອງ​ໂລກ.

ໃນ​ຄຳ​ປາ​ໄສ, ທ່ານ​ເຈຍ​ຊິ້ງຫລິນ​ໄດ້ສະ​ແດງ​ຄວາມ​ອວຍພອນ​ຕໍ່​ກອງ​ປະ​ຊຸມ​ເທື່ອ​ນີ້,​ແລະ​ຢືນຢັນ​ຢ່າງ​ເຕັມ​ສ່ວນ​ຕໍ່​ບົດ​ບາດ​ສຳ​ຄັນ​ຂອງ​ກອງ​ປະ​ຊຸມ​ນັກ​ທຸ​ລະ​ກິດ​ຈີນ​ຂອງ​ໂລກ.​ທ່ານ​ກ່າວ​ວ່າ:

"ກອງ​ປະຊຸມ​ນັກທຸລະກິດ​ຈີນ​ໂລກ​ໄດ້​ສະໜອງຊ່ອງ​ທາງ​ສຳຄັນ​ທີ່​ເພີ່ມ​ຄວາມ​ເຂົ້າ​ໃຈ​ແລະ​ເພີ່ມ​ທະວີ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ໃຫ້​ແກ່​ນັກທຸລະກິດ​ຈີນ​ໃນ​ທົ່ວໂລກ, ​ໄດ້​ເສີ​ມຂະຫຍາຍ​ບົດບາດ​ສຳຄັນ​ໃນ​ດ້ານ​ການ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ຂອງ​ປະ​ເທດ​ແລະ​ເຂດ​ແຄວ້ນ​ທີ່​ຈັດ​ກອງ​ປະຊຸມ, ຈີນ​ແລະ​ປະ​ເທດ​ທີ່​ມີ​ນັກທຸລະກິດ​ຈີນ, ​​ເພີ່ມ​ທະວີ​ອິດ​ທິພົນ​ຂອງ​ຊາວ​ຈີນ​ໃນ​ສາກົນ."

ປັດຈຸບັນ, ຊາວ​ຈີນ​ຕ່າງ​ດ້າວ​ທີ່​ແຈກ​ຢາຍ​ຢູ່​ແຫ່ງ​ຕ່າງໆ​ຂອງ​ໂລກ​ມີ 30 ກວ່າ​ລ້ານ​ຄົນ. ​ໃນ​ປັດຈຸບັນ​ທີ່​ໂລກາ​ພິວັດ​ພັດທະນາ​ຂຶ້ນ, ການ​ປັບປຸງ​ຊັບພະຍາ​ກອນ​ແລະ​ການ​ຮ່ວມ​ມື​ກັນ​ລະຫວ່າງ​ນັກທຸລະກິດ​ຈີນ​ໃນ​ທົ່ວ​ໂລກ​ແຮ່ງມີ​ຄວາມ​ສຳຄັນ​ກວ່າ​ເກົ່າ.

ກອງ​ປະຊຸມ​ນັກທຸລະກິດ​ຈີນ​ໂລກ​ສ້າງ​ຕັ້ງ​ຂຶ້ນ​ໃນ​ປີ 1991, ​ແມ່ນ​ກອງ​ປະຊຸມການ​ຄ້າ​ຊາວ​ຈີນ​ລະດັບ​ສູງ​ພຽງ​ກອງ​ປະຊຸມດຽວທີ່​ທົ່ວ​ໂລກ​ຮັບຮູ້, ​ຈັດ​ຂຶ້ນ​ທຸກໆ 2 ປີ​, ​ແລະ​ໄດ້​ຈັດ​ຂຶ້ນ​ຢູ່​ອາຊີ, ອາ​ເມ​ລິ​ກາ​ເໜືອ​ແລະ​ທະວີບ​ໂອ​ເຊ​ອາ​ນີ​ແລ້ວ. ກອງ​ປະຊຸມ​ນັກ​ທຸລະ​ກິດ​ຈີນ​ໂລກ​ເທື່ອ​ນີ້​ມີ​ຫົວ​ຂໍ້​ວ່າ"​ເພີ່ມ​ທະວີ​ການ​ພົວພັນ​ລະ​ຫວ່າງ​ນັກທຸລະກິດ​ຈີນ, ຊຸກຍູ້​ໃຫ້​ໂລກ​ຈະ​ເລີນ" ນັກທຸລະກິດ​ຊາວ​ຈີນ​ປະມານ 3000 ຄົນ​ທີ່​ມາ​ຈາກ 20 ກວ່າ​ປະ​ເທດ​ໄດ້​ປຶກສາ​ຫາລື​ຢ່າງ​ກວ້າງ​ຂວາງ​ກ່ຽວ​ກັບ​ການ​ປະຕິ​ຮູບຂະ​ແໜງ​ການ​ທະນາຄານ​ສາກົນ​ແລະການ​ເງິນ, ການ​ຮ່ວມ​ມື​ລະຫວ່າງ​ລັດຖະບານ​ກັບ​​ເອກະ​ຊົນ​ຊຸກຍູ້​ໃຫ້​ວິ​ສາ​ຫະກິດ​ນັກທຸລະກິດ​ຈີນ​ພັດທະນາ, ທິດ​ທາງ​ໃນອະນາຄົດ​ຂອງຂະ​ແໜງ​ການ​ຜະລິດ​ແລະ​ຂະ​ແໜງ​ການ​ບໍລິການນັກ​ທຸ​ລະ​ກິດ​ຈີນ​ໃນ​ທົ່ວ​ໂລກ​​ເປັນ​ຕົ້ນ.

ໃນ​ພິທີ​ໄຂ​ກອງ​ປະຊຸມ, ທ່ານ​ເຈຍ​ຊິ້ງຫລິນ​ຍັງ​ໄດ້​ແນະນຳ​ຂະ​ບວນວິວັດ​ພັດທະນາອັນ​ຮຸ່ງ​ເຮືອງ​ຂອງ​ປະ​ເທດ​ຈີນ​ໃຫມ່​ນັບ​ແຕ່​ສ້າງ​ຕັ້ງ​ຂຶ້ນ 60 ປີ​ມາ.ທ່ານ​ກວ່າ, ​ໃນ​ຜົນສຳ​ເລັດນັ້ນ, ຊາວ​ຈີນ​ທີ່​ອາ​​ໃສ​ຢູ່​ຕ່າງປະ​ເທດ​ຫລາຍ​ສິບ​ລ້ານ​ຄົນ​ກໍ່​ມີ​ການ​ປະກອບສ່ວນ​ອັນ​ພົ້ນ​ເດັ່ນ,.​ໂລກ​ໃນ​ປັດຈຸບັນ​ພວມ​ຢູ່​ໃນ​ໄລຍະ​ປະຕິ​ຮູບ​ແລະ​ປັບປຸງ​ຄືນ​ໃຫມ່​ຢ່າງ​ໃຫຍ່,ຈີນ​ພວມ​ພົບ​ກັບ​ໂອກາດ​ປະຫວັດສາດ​​ແລະ​ສິ່ງ​ທ້າ​ທາຍ​ອັນ​ຂ້ຽວຂາດ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ,ພວມ​ກ້າວ​ສູ່ຈຸດ​ເລີ່​ມຕົ້ນ​ປະຫວັດສາດ​ອັນ​ໃຫ​ມ່.ການ​ພັດທະນາ​ຂອງ​ຈີນ​ຈະ​ປະກອບສ່ວນ​ຫລາຍ​ກວ່າ​ເກົ່າ​ໃຫ້​ແກ່​ທົ່ວ​ໂລກ,​ແລະ​ຈະ​ນຳ​ເອົາ​ໂອກາດ​ທີ່​ນັບ​ມື້​ນັບ​ຫລາຍ​​ໄປ​ໃຫ້​ທົ່ວ​ໂລກ,ທັງ​ໄດ້​ສະຫນອງ​ເວທີ​ທີ່​ກວ້າງຂວາງ​ກວ່າ​ເກົ່າ​ໃຫ້​ແກ່​ຊາວ​ຈີນ​ທີ່​ອາ​ໃສ​ຢູ່​ຕ່າງປະ​ເທດ​ທັງຫລາຍ​ເຊິ່ງລວມທັງ​ນັກທຸລະກິດ​ຈີນ​ທີ່​ຢູ່​ຕ່າງປະ​ເທດ.ສະນັ້ນ, ທ່ານ​ໄດ້​ຝາກ​ຄວາມ​ຫວັງ​​ໄປ​ເຖິງ​ຊາວ​ຈີນ​ທີ່ຢູ່​ຕ່າງປະ​ເທດ​ຄື​ດັ່ງ​ນີ້:

ຫວັງ​ວ່າ​ຊາວ​ຈີນ​ທີ່​ຢູ່​ຕ່າງປະ​ເທດທີ່​ມີ​ຈຳນວນ​ຫລວງຫລາຍ​ຈະ​ເປັນ​ເຈົ້າການ​ເຊື່ອມ​ໂຍງ​ເຂົ້າກັບສັງຄົມ​ທ້ອງ​ຖິ່ນ​ນັ້ນ, ຊຸກ​ຍູ້​ເສດຖະກິດ​ແລະ​ສັງຄົມ​ຢູ່​ບ່ອນ​ທີ່​ອາ​ໃສ​ນັ້ນພັດທະນາ​ຂຶ້ນເລື້ອຍໆ,ຄວນນຳ​ໃຊ້​ທຶນ​ຢ່າງ​ຫລວງຫລາຍ,​ເຕັກນິກ​ທີ່​ກ້າວຫນ້າ​ແລະ​ຕາຫນ່າງ​ການ​ຄ້າ​ທີ່​ແຜ່​ຂະຫຍາຍຢູ່​ໃນ​ທົ່ວ​ໂລກ​ຢ່າງ​ເຕັມທີ່,​ໄປ​ລົງທຶນ​ຢູ່​ຈີນ,ສະຫນັບສະຫນູນ​ແລະ​ເຂົ້າຮ່ວມ​ການ​ສ້າງສາ​ທັນ​ສະ​ໄຫມ​ຂອງ​ຈີນ​ດ້ວຍ​ຫລາຍ​ຮູບ​ແບບ;ຕ້ອງ​ຊຸກ​ຍູ້​ການ​ແລກປ່ຽນ​ແລະ​ການ​ໄປມາຫາ​ສູ່​ກັນ​ລະຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ, ພະຍາຍາມ​ຊຸກ​ຍູ້​ການ​ໂຮມ​ຈີນ​ເປັນ​ເອກະພາບ​ກັນ​ໂດຍ​ສັນຕິ;ຕ້ອງ​ຊຸກ​ຍູ້ການ​ແລກປ່ຽນ​ແລະ​ຮ່ວມ​ມື​ກັນ​ລະຫວ່າງ​ຈີນ​ກັບປະ​ເທດ​ຕ່າງໆ​ໃນ​ໂລກ,​ເພີ່ມ​ມິດຕະພາບ​ລະຫວ່າງ​ປະຊາຊົນ​ຈີນ​ແລະ​ທົ່ວ​ໂລກຂຶ້ນ​ເລື້ອຍໆ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ