ເຫດ​ການ​ລັກ​ພາ​ຕົວ​ທີ່​ເກີດ​ຂຶ້ນ​ຢູ່​ພາກ​ໃຕ້​ຂອງ​ຟີ​ລິບ​ປີນ​ ເປັນ​ສັນ​ຍານ​ເຕືອນ​ໄພ​ຕໍ່​ບັນຫາ​ຄວາມ​ຫມັ້ນ​ຄົງ​ຂອງ​ຟິ​ລິບ​ປິນ

(GMT+08:00) 2009-11-24 16:09:15     cri

ວັນ​ທີ 23 ພະຈິກ​ນີ້, ​ແຂວງ​ມາ​ກິນ​ດາ​ນາວ​ທີ່​ພາກ​ໃຕ້​ຂອງ​ຟີ​ລິ​ບປີນ​ ໄດ້​ເກີດ​ເຫດການ​ ທີ່​ກຸ່ມ​ປະ​ກອບ​ອາ​ວຸດ​ລັກ​ພາ​ຕົວ​ແລະ​ຂ້າ​ຕົວ​ປະ​ກັນ,​ໃນ​ເຫດ​ການ​ດັ່ງ​ກ່າວ​ມີ​40​ຄົນ​ທີ່​ລວມ​ທັງ​ມີ​ນັກ​ຂ່າວ​20​ຄົນ​ຖືກ​ລັກ​ພາ​ຕົວ,​ແລະ​ຢ່າງ​ຫນ້ອຍ​ມີ​36​ຄົນ​ຖືກ​ສັງ​ຫານ, ​ໃນ​ນັ້ນ​ຫຼາຍ​ຄົນ​ຖືກ​ຕັດ​ຫົວ.​ນີ້​ແມ່ນ​ເຫດ​ການ​ໃຊ້​ຄວາມ​ຮຸນ​ແຮງ​ທາງ​ການ​ເມືອງ​ທີ່​ຫນັກ​ຫນ່ວງ​ທີ່​ສຸດ​ທີ່​ເກີດ​ຂຶ້ນ​ຢູ່​ພາກ​ໃຕ້​ຂອງ​ຟິ​ລິບ​ປິນ,​ແລະ​ເປັນ​ສັນ​ຍານ​ເຕືອນ​ໄພ​ຕໍ່​ບັນ​ຫາ​ຄວາມ​ຫມັ້ນ​ຄົງ​ຂອງ​ຟິ​ລິບ​ປິນ​ອີກ​ເທື່ອ​ຫນຶ່ງ.

 ເຫດການ​ລັກພາຕົວ​ໄດ້​ເກີດ​ຂຶ້ນ​ຢູ່​ເມືອງບູລູອັນ​ຂອງ​ແຂ​ວງ​ມາ​ກິນ​ດາ​ນາວ, ຫ່າງ​ຈາກ​ນະຄອນຫຼວງ​ມາ​ນີລາ​ ​​ 930 ກິ​ໂລ​ແມັດ. ​ເພື່ອ​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ​​ເຈົ້າ​ແຂວງ​ປີ 2010,​ວັນ​ທີ​23​ພະ​ຈິກ​ນີ້,​ທ່ານ​ອິສ​ມາ​ເອວ ​ແມນ​ກູ​ດາ​ດາ​ຕູ ,​ເຈົ້າ​ເມືອງ​ເມືອງ​ດັ່ງ​ກ່າວ ​ໄດ້ມອບ​ໃຫ້​ນາງ​ເຈ​ນາ​ລຽນ,​ພັນ​ລະ​ຍາ​ຂອງ​ທ່ານ​ພ້ອມ​ດ້ວຍ​ຄອບ​ຄົວ,​ຜູ່​ຊ່ອຍ​ແລະ​ບຸກ​ຄົນ​ສຳ​ຄັນ​ວົງ​ການ​ການ​ເມືອງ​ປະ​ມານ​20​ຄົນ, ໄປ​ສົ່ງ​ເອ​ກະ​ສານ​ໃຫ້​ຫ້ອງ​ການ​ຄະ​ນະ​ກຳ​ມະ​ການ​ເລືອກ​ຕັ້ງ​ຂອງ​ທ້ອງ​ຖິ່ນ.​ໃນ​ຄົນ​ເຫຼົ່າ​ນີ້ ຍັງ​ມີ​ນັກ​ຂ່າວ 20 ຄົນ. ​ໃນ​ເວລາ​ເດີນ​ທາງ,​ຂະ​ບວນ​ລົດ​ໄດ້​ຖືກ​ກຸ່ມ​ປະ​ກອບ​ອາ​ວຸດ​ປິດ​ລ້ອມ, ແລະ​ຖືກ​ລັກ​ພາ​ຕົວ.​ຜູ່​ເຫັນ​ເຫດ​ການ​ບອກ​ວ່າ,​ກຸ່ມ​ປະ​ກອບ​ອາ​ວຸດ​ແຕ່ງ​ຕົວ​ຄື​ທະ​ຫານ​ລາດ​ກອງ​ຫຼອນ​ທ້ອງ​ຖິ່ນ,​ມີ​ປະ​ມານ​100​ຄົນ,​ທຸກໆ​ຄົນ​ຖື​ປຶນຄົບ​ມື​. ​ແຕ່​ວ່າ ,ມາ​ຮອດ​ປະຈຸ​ບັນ, ຕົວ​ເລກ​ດັ່ງ​ກ່າວ​ຍັງ​ບໍ່​ໄດ້​ຮັບ​ການ​ຢືນ​ຢັນ​ຈາກ​ອົງ​ການ​ປົກ​ຄອງ​ທ້ອງ​ຖິ່ນ.


   ຫຼັງ​ຈາກ​ເກີດ​ເຫດການ​ດັ່ງກ່າວ​ແລ້ວ​ບໍ່​ດົນ, ທະຫານລັດຖະບານຟີ​ລິບ​ປີນ​ໄດ້​ເຂົ້າ​ໄປ​ກອບ​ກູ້​ຕົວ​ປະກັນ​​ໂດຍ​ທັນທີ. ​ແຕ່​ວ່າໃນ​ເວລາ​ທີ່​ທະ​ຫານ​ລັດ​ຖະ​ບານ​ຟິ​ລິບ​ປີນ ​ໄປ​ຮອດ​ສະ​ຖານ​ທີ່​ເກີດ​ເຫດ, ​ໄດ້​ພົບ​ສົບ​ຂອງ​ຕົວ​ປະ​ກັນ​21​ຄົນ​ທີ່​ຖືກ​ສັງ​ຫານ​ແລ້ວ.​ຄຽງ​ຄູ່​ກັບ​ພະ​ຍາ​ຍາມ​ກອບ​ກູ້,​ຕອນ​ຄ່ຳ​ວັນ​ທີ​23​ພະ​ຈິກ​ນີ້,​ທະ​ຫານ​ຟິລິບ​ປິນ​ໄດ້​ຢືນ​ຢັນ​ວ່າ, ​ໃນ​ຕົວ​ປະ​ກັນ​ທີ່​ຖືກ​ລັກ​ພາ​ຕົວ ມີ​36​ຄົນ​ຖືກ​ສັງ​ຫານ​ແລ້ວ, ​ໃນ​ນັ້ນ​ມີ​ພັນ​ລະ​ຍາ​ແລະ​ນ້ອງ​ຊາຍ​ຂອງ​ທ່ານ​ແມນ​ກູ​ດາ​ດາ​ຕູ .  ທ່ານ​ອານ​ເຟຼ​ໂດ ຄາ​ອິ​ຕັນ,​ຜູ່​ຮັບ​ຜິດ​ຊອບ​ຂອງ​ທະ​ຫານ​ທ້ອງ​ຖິ່ນ​ເຜີຍ​ໃຫ້​ຮູ້​ວ່າ, ຜູ່​​ເສຍ​ຊີ​ວິດ​ຈຳ​ນວນ​ຫນຶ່ງ​ຖືກ​ກຸ່ມ​ປະ​ກອບ​ອາ​ວຸດ​ຕັດ​ຫົວ.

​ເຫດການ​ລັກ​ພາ​ຕົວ​ແລະ​ຕົວປະກັນຖືກ​ຂ້າ​ຕາຍນັ້ນເຮັດ​ໃຫ້​ລັດຖະ​ບານ​ຟິລິບ​ປິນຄຽດ​ແຄ້ນ​ທີ່​ສຸດ.ນາງ​​ກຼໍ​ເລຍ ອາ​ໂລ​ໂຢ,​ປະ​ທາ​ນາ​ທິ​ບໍ​ດີ​ຟິ​ລິບ​ ປິນ​ອອກ​ຄຳ​ສັ່ງ​ໃນ​ວັນ​ທີ​23​ພະ​ຈິກ​ນີ້​ວ່າ,ຈະ​​ໃຊ້​ທຸກ​ວິ​ທີ​ແລະ​ເຮັດ​ສຸດ​ຄວາມ​ສາ​ມາດ​ເພື່ອ​ຈັບ​ຕົວ​ຄາດ​ຕະ​ກອນ​ມາ​ລົງ​ໂທດ​ໃຫ້​ໄດ້. ທີ່​ປຶກ​ສາ​ວຽກ​ງານ​ເກາະ​ມິນ​ດາ​ນາວ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ຟິ​ລິບ​ປິນ​ຈົນ​​ໄດ້​ເຕືອນ​ໃຫ້​ປະທາ ນາ​ທິ​ບໍ​ດີ​ຟິ​ລິບ​ປິນ​ປະ​ຕິ​ບັດ​ພາວະ​ສຸກ​ເສີນ​ຢູ່​ແຂວງມາ​ກິນ​ດາ​ນາວ,​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ເຫດ​ການ​ນອງ​​ເລືອດ​ໃຊ້​ຄວາມ​ຮຸນ​ແຮງ​ອີກ.

​ໃນ​ຕອນ​ຄ່ຳ​ມື້​ດຽວ​ກັນ,​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນຢູ່​ນະຄອນຫຼວງມະນິລາ,ທ່ານ​ໂຣມິ​ໂອ ບຼອນ,​ໂຄ​ສົກ​ກອງ​ທັບ​ຟິ​ລິບ​ປິນ​ເຜີຍ​ໃຫ້​ຮູ້​ວ່າ,​ການ​ສືບ​ສວນ​ເບື້ອ​ງຕົ້ນ​ເຫັນ​ວ່າ,​ແມ່ນ​ຜູ່​ປະ ກອບ​ອາ​ວຸດ​ກຸ່ມ​ໜຶ່ງ​ທີ່​ມີ​ການ​ພົວ​ພັນ​ກັບ​ທ່ານ​ອຳ​ປາ​ທູ​ອັນ,​ເຈົ້າ​ແຂວງ​ແຂວງ​ມາ​ກິນ​ດາ​ນາວ ຜູ່​ປະ​ຈຸ​ບັນ​ນັ້ນ​ກໍ່​ເຫດ​ການ​ລັກ​ພາ​ຕົວ​ເທື່ອ​ນີ້,​ມີ​ຈຸດ​ປະ​ສົງ​ເພື່ອ​ສະ​ກັດ​ກັ້ນ​ບໍ່​ໃຫ້​ທ່ານ​​ແມ​ນ​ກູ​ດາ​ດາ​ຕູ​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ​ເຈົ້າ​ແຂວງ​ແຂວງ​ມາ​ກິນ​ດາ​ນາວ.​ຕາມ​ສື່​ມວນ​ຊົນ​ຟິ​ລິບ​ປິນ ລາຍ​ງານ​ວ່າ,​ທ່ານ​ອຳ​ປາ​ທູ​ອັນ​ມີ​ກອງ​ປະ​ກອບ​ອາວຸດ​ສ່ວນ​ຕົວ​ກອງ​ໜຶ່ງ​ທີ່​ມີ​ປະ​ມານ​100​ຄົນ,​ແມ່ນ​ລູກ​ຊາຍ​ຂອງ​ທ່ານ​ເປັນ​ຫົວ​ໜ້າ​ກອງ​ນີ້.​ສ່ວນ​ທ່ານ​​ແມນ​ກູ​ດາ​ດາ​ຕູ​ກໍ​ແມ່ນ​ຫົວ​ໜ້າ​ຂອງ​ຝ່າຍ​ທ້ອງ​ຖິ່ນ​ໜຶ່ງ,​ທີ່​ບໍ່​ເປັນ​ມິດ​ກັບ​​ທ່ານ​ເຈົ້າ​ແຂວງ​ອຳ​ປາທູ​ອັນ​ຕະ​ຫຼອດ​ມາ.
 
ມາ​ຮອດ​ປັດຈຸບັນ, ທ່ານ​ອຳ​ປາທູ​ອັນຍັງ​ບໍ່​​ໄດ້​ສະ​ແດງ​ຄຳ​ເຫັນຕໍ່​ເຫດ​ການ​ລັກ​ພາ​ຕົວ. ​ແຕ່​ນັກວິ​ເຄາະ​ເຫັນ​ວ່າ,​ນີ້​ແມ່ນ​ເຫດ​ການ​​ເສົ້າ​ສະ​ຫຼົດ​ໃຈ​ຍ້ອນ​ຄວາມ​ຂັດ​ແຍ່ງ​ຕ້ານ​ການ​ເມືອງ​ຢ່າງ​ຈະ​ແຈ້ງ, ​ແຕ່​ການ​ເກີດ​ເຫດການ​ດັ່ງກ່າວ​​ແມ່ນ​ກ່ຽວ​ພັນ​ເຖິງ​ການ​ເລືອກ​ຕັ້ງ​ທົ່ວ​ໄປຂ​ອງ​ຟີ​ລິບ​ປີນ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ປີ 2010 ​ໂດຍ​ກົງ.

​ເຫດການ​ລັກ​ພາ​ຕົວ​ເທື່ອ​ນີ້​ໄດ້​​ເປັນ​ສັນຍາ​ນ​ເຕືອນ​ໄພ​ຕໍ່​ວຽກງານ​ຄວາມ​ປອດ​ໄພ​ພາຍ​ໃນ​ຂອງ​ລັດຖະບານ​ຟີ​ລິບ​ປີນ​ອີກ​ເທື່ອ​ໜຶ່ງ. ຕາມ​ຕົວ​ເລກ​ທີ່​ອົງ​ການ​ຕ້ານ​ອາ​ຊະ​ຍາ​ກຳ​​ຂອງ​ປະ​ຊາ​ຊົນ​ຟີ​ລິບ​ປີນ​ແຫ່ງ​ໜຶ່ງ​ທີ່​ປະ​ກາດ​ໃນ​ຫວ່າງ​ມໍ່ໆ​ນີ້, ​ໜັບ​ແຕ່​ຕົ້ນ​ປີ​ນີ້​ມາ​ຄະ​ດີ​ລັກ​ພາ​ຕົວ​ຂອງ​ຟີ​ລິບ​ປີນ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ,​ຈຳ​ນວນ​ຄະ​ດີ​ທີ່​ບັນ​ທຶກ​ໄດ້​ໄດ້​ຫຼາຍ​ກວ່າ​ຈຳ​ນວນ​ສະ​ເລ່ຍ​ຕໍ່​​ປີ​ໃນ​4​ປີ​ແລ້ວ​ທີ່​ຜ່ານ​ມາ. ຕາມ​ສະ​ຖິ​ຕິ​ບໍ່​ຄົບ​ຖ້ວນ,​ມາ​ຮອດ​ປັດ​ຈຸ​ບັນ, ​ໃນ​ປີ​2009​ຟີ​ລິບ​ປີນ​ຢ່າງ​ໜ້ອຍ​ໄດ້​ມີ​85​ຄົນ​ຖືກ​ລັກ​ພາ​ຕົວ​ແລ້ວ, ​ໃນ​ນັ້ນ​ມີ​​ຫຼາຍ​ກວ່າ​50% ​ໄດ້​ເກີດ​ຂຶ້ນ​ຢູ່​ເຂດ​ມິນ​ດາ​ນາວ​ທີ່​ພາກ​ໃຕ້​ຂອງ​ຟີ​ລິບ​ປີນ​ເຊິ່ງ​ເປັນ​ເຂດ​ທີ່​ບໍ່​ສະຫງົບ.

 ສະຖານະ​ການ​ຟີ​ລິບ​ປີນ​​ໃນ​ປີ​ທີ່​ຜ່ານ​ມາ​ກໍ່​ສະ​ແດງ​ໃຫ້​ເຫັນ​ວ່າ, ​ໃນ​ປີ​ທີ່​ກ່ອນ​ຈະ​ຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ທົ່ວ​ໄປ,​ອາ​​ຊະ​ຍະ​ກຳ​ເຊັ່ນ​ລັກ​ພາ​ຕົວ​ເປັນ​ຕົ້ນ​ລ້ວນ​ແຕ່​ຈະ​ເພີ່ມ​ຂຶ້ນ​ກ່ອນ​ຈະ​ຮອດ​ປີ​ເລືອກ​ຕັ້ງ.​ສິ່ງ​ທີ່​ຈະ​ແຈ້ງ​ນັ້ນ​ຄື,​ຈະ​ເຮັດ​ແນວ​ໃດ​ເພື່ອ​ເຮັດ​ໃຫ້​ສະ​ຖາ​ນະ​ການ​ຄວາມ​ປອດ​ໄພ​ໝັ້ນ​ທ່ຽງ​ກ່ອນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ທີ່​ຈະ​ຈັດ​ຂຶ້ນ​ໃນປີ 2010 ​ແມ່ນ​ວຽກ​ງານ​ດ່ວນ​ທີ່​ສຸດ​ຂອງ​ລັດ​ຖະ​ບານ​ອາ​ໂຣ​ໂຢ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ