ການ​ຄ້າ​ດ້ານການ​ບໍລິການ​ແມ່ນ​ພະລັງ​ແຮງ​ອັນ​ໃຫມ່​ທີ່ນຳພາ​ເສດຖະກິດ​ໂລກ​ຟື້ນ​ຕົວ​ຄືນ​

(GMT+08:00) 2009-11-25 16:58:59     cri

 

ກອງ​ປະຊຸມ​ການ​ຄ້າ​ດ້ານ​ບໍລິການ​ຈີນ​ຄັ້ງ​ທີ​ສອງ​ທີ່​ຈັດຂຶ້ນ​ເປັນ​ເວລາ​ສອງ​ວັນ​ຢູ່​ປັກ​ກິ່ງ​ໄດ້​ອັດ​ລົງ​ໃນ​ວັນ​ທີ 25 ພະ​ຈິກ​ນີ້.​ເຈົ້າຫນ້າ​ທີ່​ແລະ​ຜູ່​ຊ່ຽວຊານ​ທີ່​ຮ່ວມ​ປະຊຸມ​ຕ່າງ​ກໍ່​ກ່າວ​ວ່າ,ການ​ອອກ​ແຮງ​ຂະຫຍາຍ​ການ​ຄ້າ​​ໃນ​ດ້ານ​ການ​ບໍລິການ​ແມ່ນ​ພະລັງ​ແຮງ​ອັນ​ໃຫມ່​ທີ່​ນຳພາ​ເສດຖະກິດ​ໂລກ​ຟື້ນ​ຕົວ​ຄືນ.ທ່ານ​ເສີນ​ເຕີ​ມິ​ງ, ລັດຖະມົນຕີ​ວ່າການ​ກະຊວງ​ກາ​ນຄ້າ​ຈີນ​ກ່າວ​ວ່າ,​ໃນ 5 ປີ​ຕໍ່​ຫນ້າ​ນີ້,ການ​ສົ່ງ​ອອກ​ທາງ​ການ​ບໍລິການ​ຂອງ​ຈີນ​ຈະ​ຫລາຍ​ກວ່າ 1 ພັນ​ຕື້​ໂດ​ລາ,ຈະ​ນຳ​ເອົາ​ໂອກາດ​ການ​ຄ້າ​ອັນ​ມະຫາສານ​ມາ​ໃຫ້ການ​ພັດທະນາ​ການ​ຄ້າ​ດ້ານ​ບໍລິການ​ຂອງ​ບັນດາ​ປະ​ເທດ​ໃນ​ໂລກ.

ຜູ່​ຮັບຜິດຊອບ​ຂອງ​ສີ່​ອົງການ​ຈັດ​ຕັ້ງ​ເສດຖະກິດ​ທີ່​ມີ​ອິດ​ທິພົນ​ທີ່​ສຸດ​ໃນ​ໂລກ​ຄື ອົງການ​ການ​ຄ້າ​ໂລກ, ທະນາຄານ​ໂກ,ກອງ​ປະຊຸມ​ການ​ຄ້າ​ແລະ​ການພັດທະນາ​ການ​ຄ້າ​ສະຫະ​ປະຊາ​ຊາດ​ແລະ​ອົງການຮ່ວມ​ມື​ເສດຖະກິດ​​ໄດ້​ເຂົ້າຮ່ວມ​ກອງ​ປະຊຸມ​ເທື່ອ​ນີ້, ພວກ​ທ່ານມ່ຄວາມ​ເຫັນ​ໂດຍ​ທົ່ວ​ໄປ​ວ່າ, ການ​ຄ້າ​ດ້ານ​ບໍລິການ​ຍ້ອນ​ຈຸດ​ພິ​ເສດ​ຂອງ​ມັນ​ເອງ​ຈິ່ງ​ຖືກ​ກະທົບ​ຈາກ​ວິ​ກິດ​ການ​ການ​ເງິນ​ສາກົນ​ຫນ້ອຍ​ກວ່າ​ການ​ຄ້າ​ສິນຄ້າ, ການ​ຂະຫຍາຍ​ຂະ​ແຫນງ​ການ​ບໍລິການ​ແລະ​ການ​ຄ້າ​ດ້ານ​ບໍລິການ​ໄດ້​ກາຍ​ເປັນ​ພະລັງ​ແຮງ​ອັນ​ໃຫມ່​ຂອງ​ ​ໂລກ​ໃນ​ການ​ຮັບ​ມື​ກັບ​ວິ​ກິດ​ການ​ການ​ເງິນ​ແລະ​ຊຸກ​ຍູ້ການ​ພັດທະນາ​ເສດຖະກິດ.

ທ່ານ​ອາ​ເລ​ຈັນ​ໂດຼ ຈາຣາ,ຮອງ​ຜູ່​ອຳນວຍ​ການ​​ໃຫຍ່ອົງການ​ການ​ຄ້າ​ໂລກ​ກ່າວ​ວ່າ, ຕາມ​ສະຖິຕິ​ຂອງ​ອົງການ​ການ​ຄ້າ​ໂລກ, ລວມຍອດ​ການ​ສົ່ງ​ອອກ​ດ້ານ​ການ​ບໍລິການ​ຂອງ​ທົ່ວ​ໂລກ​ໃນ​ປີ 2008 ​ແມ່ນ 3700 ຕື້​ໂດ​ລາ,​ເພີ່ມ​ຂຶ້ນ​ຫລາຍ​ກວ່າ​ປີ 2007 11%.ທ່ານ​ເວົ້າວ່າ:

"ຂະ​ແໜງ​ການ​ບໍລິການ​ໄດ້​ຖືກ​ຜົນ​ກະທົບ​ຈາກ​ວິ​ກິດ​ການ​ດັ່ງກ່າວ​ໜ້ອຍ​ກວ່າ​ການ​ຄ້າ​ສິນຄ້າຫຼາຍ. ​​ເຖິງ​ວ່າ​ຂະ​ແໜງ​ການ​ການທະນາຄານ, ​ຂະ​ແໜງ​ການ​ຂົນ​ສົ່ງ​ແລະຂະ​ແໜງ​ການທ່ອງ ທ່ຽວ​​ໄດ້ຖືກ​ຜົນ​ສະທ້ອນ​ສົມຄວນ​ໃຫຍ່​ໃນ​ໄລຍະ​ຕົ້ນ​ທີ່​ເກີດ​ວິ​ກິດ​ການ​, ​ແຕ່​ຂະ​ແໜງ​ການ​ບໍລິການ​ອື່ນໆ​ຍັງ​ໄດ້​ຮັກສາ​ທ່າ​ອຽງ​ພັດທະນາສົມຄວນໃນ​ເສດຖະກິດ​ຂອງ​ປະ​ເທ​ດຕ່າງໆແລະ​ການ​ຄ້າ​ບໍລິການ​ສາກົນ​. ບົດຮຽນ​ໄດ້​ຢັ້ງຢືນ​ວ່າ, ​ໃນ​ໄລຍະ​ທີ່​ເສດຖະກິດ​ບໍ່​ດີ, ການ​ຟື້ນ​ຟູ​ຂອງ​ຂະ​ແໜງ​ການ​ບໍລິການ​ຈະ​ໄວ​ກວ່າ​ຂະ​ແໜງ​ການ​ອື່ນໆ, ສ່ນຂະ​ແໜງ​ການ​ບໍລິການ​ຟື້ນ​ຟູ​ຂຶ້ນ​ໃໝ່​ຈະ​ເຮັດ​ໃຫ້​ກຳລັງ​ການ​ຜະລິດ​ຍົກ​ສູງ​ຂຶ້ນ."

ທ່ານ​ເສີນ​ເຕີ​ມິ​ງ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ, ປີ 2008,  ມູນ​ຄ່າ​ສົ່ງ​ອອກ​ຂອງ​ຂະ​ແໜງ​ການ​ບໍລິການ​ຂອງຈີນ​ມີ 146ຕື້ 500 ລ້ານ​ໂດ​ລາ, ​ແຕ່​ປີ 1982 ຫາ​ປີ 2008, ມູນ​ຄ່າ​ສົ່ງ​ອອກ​ຂອງ​ຂະ​ແໜງ​ການ​ບໍລິການ​ຂອງ​ຈີນ​ໄດ້​ເພີ່ມ​ຂຶ້ນ 17% ຕໍ່​ປີ, ມູນ​ຄ່າ​ນຳ​​ເຂົ້າ​ໄດ້​ເພີ່​ມຂຶ້ນ 14,8% ຕໍ່​ປີ. ທ່ານ​ເສີນເຕີ​ມິ​ງກ່າວ​ວ່າ, ຈີນ​ຈະ​ສືບ​ຕໍ່​ສຸມ​ກຳລັງ​ເພື່ອ​ຊຸກຍູ້​ການ​ຄ້າ​ບໍລິການ​ຂອງ​ຈີນ​ໃຫ້​ພັດທະນາ​ໃນ​ຕໍ່ໜ້າ.

"ຈີນ​ຈະ​ສົ່ງ​ເສີມ​​ຂະຫນາດ​ຂອງຂະ​ແຫນງ​ການ​ຕ່າງໆ​ເຊັ່ນ: ການຂົນ​ສົ່ງ,ການທ່ອງ​ທ່ຽວ, ​ການກໍ່ສ້າງ​ແລະ​ອື່ນໆ​​ໃນ​ການ​ຄ້າດ້ານ​ການ​ບໍລິການຕື່ມ​ອີກ, ລົງ​ເລິກ​ສ້າງ​ການ​ຄ້າດ້ານ​ການ​ບໍລິການ​ໃນຂະ​ແຫນງ​ການ​ຕ່າງໆ​ເຊັ່ນ: ​ໂທລະ​ຄົມ,ການ​ທະນາຄານ,ການ​ບໍລິການ​ດ້ານຄອບ​ພິມ​ເຕີ​​ແລະ​ຂໍ້​ມູນ​ຂ່າວສານ, ພິມ​ຈຳຫນ່າຍ,ສື່​ມວນ​ຊົນ​ແລະທີ່​ປຶກສາ​​ເປັນ​ຕົ້ນ, ​ຮັບ​​​​ເອົາວຽກ​ງານດ້ານ​ການ​ບໍລິການຂອງ​ຕ່າງປະ​ເທດຢ່າງຕັ້ງຫນ້າ. ພ້ອມ​ກັນ​ນັ້ນ, ຈີນ​ຍັງ​ຈະ​ເປີດ​ກວ້າງ​ການ​ນຳ​ເຂົ້າຂອງ​ການ​ຄ້າ​ບໍລິການ​ຢ່າງ​ຫມັ້ນຄົງ, ຄາດ​ວ່າ​ໃນ 5 ປີ​ຕໍ່ຫນ້າ, ການ​ນຳ​ເຂົ້າການ​ຄ້າດ້ານ​ການ​ບໍລິການ​ຂອງ​ຈີນນັບ​ລວມ​ແລ້ວ ​ຈະ​ຫຼາຍ​ກວ່າ 1 ພັນ​ຕື້​ໂດ​ລາ. ນີ້ທີ່​ບໍ່​ຕ້ອງ​ສົງ​​ໄສ​​ເລີຍວ່າ ​​​ຈະ​ສ້າງ ໂອກາດ​ການ​ຄ້າອັນ​ໃຫຍ່​ຫຼວງ​ໃຫ້​ແກ່​ການ​ພັດທະນາ​ການ​ຄ້າດ້ານ​ການ​ບໍລິ ການ​ຂອງ​ປະ​ເທດ​ຕ່າງໆ​ໃນ​ໂລກ."

ເຖິງ​ວ່າ​ສິ່ງ​ກີດຂວາງຂອງລັດທິ​ປົກ​ປ້ອງ​ການ​ຄ້າ​ດ້ານ​ການບໍລິການ​ໄດ້​ບໍ່​ທໍ່​ຫຼາຍກວ່າ​ການ​ຄ້າ​ສິນຄ້າກໍ​ຕາມ, ​ແຕ່​ບັນດາ​ຜູ່​ແທນ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ ກໍ່​ກ່າວ​ວ່າ, ຄວນ​ມີ​ຄວາມ​ລະມັດ​ລະວັງ​ ​ອ່ຽງ​ໄປ​ສູ່ລັດ​ທີ​ປົກ​ປ້ອງ​ການ​ຄ້າ​ທີ່​ເກີດ​ຂຶ້ນ​ໃນ​ຂົງ​ເຂດ​ການ​ຄ້າດ້ານ​ການ​ບໍລິການ.

ທ່ານ​ເສີນ​ເຕີ​ມິ​ງ,ລັດຖະມົນຕີ​ວ່າການ​ກະຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ, ພາຍ​ໃຕ້​ສະພາບ​ຂອງວິ​ກິດ​ການ​ການ​​ເງິນ, ລັດທິ​ປົກ​ປ້ອງ​ການ​ຄ້າ​ໄດ້​ແຜ່​ລາມ​ໄປ​ຮອດ​ຂົງ​ເຂດ​ການ​ຄ້າ​ດ້ານ​ການບໍລິການ, ກ່ຽວ​ກັບ​ເລື່ອງ​ນີ້, ຄວນຮັກສາ ຄວາມລະມັດລະວັງ​ໃນ​ລະດັບ​ສູງ. ທ່ານ​ກ່າວ​ວ່າ, ຈີນ​ເປັນ​ປະ​ເທດ​ທີ່ສະຫນັບ ສະຫນູນ​ທີ່​ຫນັກ​ແຫ​ນັ້ນ​ໃນ​ການຫັນ​ການ​ຄ້າ​ເປັນ​ແບບ​ເສລີ​ແລະສ້າງ​ຄວາມ​ສະດວກ​ໃຫ້​ແກ່​ການ​ຄ້າ, ພະຍາຍາມ​ສ້າງໂຄງ​ປະກອບ​ການ​ຄ້າ​ຫຼາຍ​ຝ່າຍ​ທີ່​ຍຸດ​ຕິ​ທຳ​,ສົມ​ເຫດ​ສົມ​ຜົນ​ແລະ​ບໍ່ມີການຈຳ​ແນ​ກ. ທ່ານ​ກ່າວ​ວ່າ,ການ​ຄ້າ​ດ້ານ​ການບໍລິການ​ແມ່ນ​ຫນຶ່ງ​ໃນ 8 ຫົວ​ຂໍ້​ສຳຄັນ​ຂອງ​ການ​ເຈລະຈາ​ຮອບ​ໂດ​ຮາ, ຈີນ​ຍິນ​ດີ​ສືບ​ຕໍ່ຮ່ວມກັບ​ຝ່າຍ​ຕ່າງໆ​ທຳ​ຄວາມ​ພະຍາຍາມ, ສືບ​ຕໍ່​ຊຸກຍູ້​ການ​ເຈລະຈາ​ຮອບ​ໂດ​ຮາ, ພະຍາ​ຍາມ​ໃຫ້​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງຮອບດ້ານ​ແລະ​ະ​ເຫມີ​ພາບກັນ​ໂດຍ​ໄວ, ​ເພື່ອ​ບັນລຸ​​ເປົ້າ​ຫມາຍ​ແຫ່ງ​ການ​ພັດທະນາ​ຂອງ​ການ​ເຈລະຈາ​ຮອບ​ໂດ​ຮາ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ