ກອງ​ປະຊຸມຄັ້ງ​ທີ4ຂອງສະ​ຫະພັນ​ສະມາຄົມ​ຊາວ​ຈີນ​ຢູ່​ຫວຽດນາມ​ກຳປູ​ເຈຍລາວ​ໂລກອັດ​ລົງ​ຢູ່​ພະນົມ​ເປັນ

(GMT+08:00) 2009-11-28 17:44:35     cri

ຕາມ​ຂ່າວສານ​ຊິນ​ຮວາ:ຕອນ​ຄ່ຳ​ວັນ​ທີ27 ພະຈິກ​ນີ້,ກອງ​ປະຊຸມ​​ຄັ້ງ​ທີ4ຂອງສະຫະພັນສະມາຄົມ​ຊາວ​ຈີນ​ຢູ່​ຫວຽດນາມ​ກຳປູ​ເຈຍ​ລາວທີ່​ດຳ​ເນີນເປັນ​ເວລາ2ມື້​​ໄດ້​ອັດ​ລົງ​ຢູ່​ພະນົມ​ເປັນ ນະຄອນຫຼວງ​ຂອງກຳປູ​ເຈຍ.ທ່ານ​ນາງ​ຈ່າງ​ຈີ່ນ​ເຟິ້ງ ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ກຳປູ​ເຈຍ,ທ່ານ​ຢາງ​ສີ​ຊິ່ວ ປະທານ​ສະຫະ​ສະມາ​ຄົນ​ຈີນກຳປູ​ເຈຍ​​ແລະຫົວໜ້າ​ສະມາ​ຄົມຈີນ​ຢູ່​ແຫ່ງ​ນັ້ນ​ແລະ​ຜູ່​ແທນ​ສະມາຊິກ​ທີ່​ມາ​ຈາກ​ແຫ່ງ​ຕ່າງໆ​ຂອງ​ໂລກເກືອບ2000ຄົນ​ໄດ້​ເຂົ້າ​ຮ່ວມ​ພິທີ​ອັດກອງ​ປຸຊຸມແລະ​ງານ​ລ້ຽງ.

ຫົວ​ຂໍ້​ຫຼັກ​ຂອງ​ກອງ​ປະຊຸມ​ຄັ້ງນີ້​ແມ່ນ"​ເພີ່ມ​ທະວີສະມາ​ພັນ,ຮ່ວມ​ການສ້າງ​ໂອກາດ​ການ​ທຸລະ​ກິດ",ກອງ​ປະຊຸມ​ໄດ້​ກຳ​ເນີ​ດຜູ່​ນຳ​ຂອງສະ​ຫະພັນ​ດັ່ງກ່າວ,​ແລະ​ເຫັນດີ​ເປັນ​ເອກະສັນ​ກັນ​ວ່າ​ກອງ​ປະຊຸມ​​ຄັ້ງ​ທີ5ຈະ​ຈັດ​ຂຶ້ນ​ຢູ່​ລາວ​ໃນ​ປີ2011.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ