ຈີນ​ແລະ​ສະຫະ​ພາບ​ເອີ​ລົບ​ຈະ​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທາງ​ຍຸດ​ທະ​ສາດ, ຮ່ວມ​ກັນ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຂອງ​​ໂລກ

(GMT+08:00) 2009-11-30 18:45:05     cri

ວັນ​ທີ 30 ພະຈິກ​ນີ້, ກອງ​ປະຊຸມ​ສຸດ​ຍອດ​ຈີນ-ເອີ​ລົບ​ຄັ້ງທີ 12 ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນ​ນານ​ກິ່ງ​ແຂວງ​ຈ່ຽງຊູ່ ພາກ​ຕາ​ເວັນ​ອອກ​ຂອງ​ຈີນ. ​ໃນ​ການ​ພົບ​ປະ, ສອງ​ຝ່າຍ​ໄດ້​ຫາ​ລຶຫົວ​ຂໍ້​ຕ່າງໆ​ເຊັ່ນ​ການ​ພົວພັນ​ຈີນ​ສະຫະພາບ​ເອີ​ລົບ, ວິ​ກິດ​ການ​ການ​​ເງິນ​ສາກົນ​, ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ແລະ​ອື່ນໆ, ​ແລະ​ໄດ້​ເຊັນ​ສນຍາ​ຮ່ວມ​ມື​ໃນ​ຂົງ​ເຂດ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ, ​ເສດຖະກິດການ​ຄ້າ, ການ​ອະນຸລັກ​ສິ່ງ​ແວດ​ລ້ອມ, ​ແລະ​ອຸດສາຫະກຳ​ເປັນຕົ້ນ. ຫຼັງກອງ​ປະຊຸມ​ໄດ້​ອອກຖະ​ແຫຼງການ​ຮ່ວມ​ໂດຍ​ກ່າວ​ວ່າ, ຈະ​ອອກ​ແຮງ​ຊຸກ​ຍູ້​​ໃຫ້ການ​ພົວພັນ​ຈີນ​ສະຫະ​ພາບ​ເອີ​ລົບ​ຮັບ​ການ​ຂະຫຍາຍຕົວຫຼາຍກວ່າ​ເກົ່າ​​ໃນ​ສະພາບການ​ໃໝ່.

ການ​ພົບ​ປະ​ຜູ້ນຳ​ຈີນ​ສະຫະພາບ​ເອີ​ລົບ​ແມ່ນ​ກົນ​ໄກ​ສົນທະນາ​ທາງ​ການ​ເມືອງ​ລະດັບ​ສູງ​ສຸດ​ຂອງ​ສອງ​ຝ່າຍ. ນີ້​ແມ່ນ​ການ​ພົບ​ປະ​ເທື່ອທີ 2 ທີ່​ຜູ້ນຳ​ຈີນ​ແລະ​ສະຫະພາບ​ເອີ​ລົບ​ຈັດ​ໃນ​ປີ​ນີ້, ການ​ພົບ​ປະ​ແມ່ນ​ທ່ານ​ເວີ່ນ​ເຈຍ​ປາວ, ນາຍົກລັດຖະມົນຕີຈີນ, ​ທ່ານ​ເຟຼດຣິກ ​ເຣນ​ເຟວ, ນາຍົກ​ລັດຖະ​ມົນຕີຊູ​ແອັດ ປະ​ເທດ​ປະທານ​ໝູນວຽນ​ສະຫະພາບ​ເອີ​ລົບ​ແລະ​ທ່ານ​ໂຈ​ເຊ ມານູ​ເອວ ບາ​ໂຣ​ໂຊ, ປະທານ​ຄະນະ​ກຳມາທິການ​ສະຫະພາບ​ເອີ​ລົບ​ເປັນ​ປະທານ​ຮ່ວມ.

ທ່ານ​ເວີ່ນ​ເຈຍ​ປາວ​ໄດ້​ຕີ​ລາຄາ​ຢ່າງ​ຕັ້ງໜ້າ​ຕໍ່​ການ​ຂະຫຍາຍ​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ສະຫະພາບ​​ເອີ​ລົບ​ໃນຫຼາຍປີ​ຜ່ານ​ມາ, ​ແລະ​ສະ​ເໜີ​ວ່າ:

"ຈີນ​ແລະ​ສະຫະພາບ​ເອີ​ລົບ​ຕ້ອງ​ປະຖິ້ມການ​ດູ​ຖູ​ກ, ການ​ເປັນ​ປໍ​ລະ​ປັກ​ແລະ​ການ​ສະກັດ​ກັ້ນກັນຢ່າງຈິງ​ຈັງ, ສົ່ງ​ເສີມ​ຄວາມ​ສະ​ເໝີ​ພາບ, ການ​ສົນທະນາ​ແລະ​ການ​ຮ່ວມ​ມື, ​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ທາງ​ຍຸດ​ທະ​ສາດ, ຄວນ​ເປັນ​​ເພື່ອນ​ມິດຕະຫຼອດ​ໄປ, ບໍ່​ຄວນ​ເປັນ​ຄູ່​ປໍ​ລະ​ປັກ; ຕ້ອງ​ຕ້ານ​ລັດທິ​​ເຈົ້າອຳນາດ​ຢ່າງຈະ​ແຈ້ງ, ຊຸກ​ຍູ້​ໃຫ້​ໂລກຫັນ​ເປັນຫຼາຍຂວັ້ນ, ​ແລະສະໜັບສະໜູນ​ລັດທິຫຼາຍຝ່າຍ, ຕ້ອງ​ຖື​ການ​ພັດທະນາ​ເປັນ​ໜ້າ​ທີ່​ອັນ​ດັບ​ໜຶ່ງ, ​ເດີນ​ຕາມ​ເສັ້ນທາງ​ທີ່​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ​ແລະ​ພັດທະນາ​ຮ່ວມ​ກັນ."

ທ່ານໂຈ​ເຊ ມານ​ເອວ ບາ​ໂຣ​ໂຊທີ່​ຫາ​ກໍ່​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະທານ​ຄະນະ​ກຳມາທິການ​ສະຫະພາບ​ເອີ​ລົບ​ອີກ​ສະ​ໄໝ​ໜຶ່ງກ່າວ​ວ່າ, ສົນທິສັນຍາ​ລິສບອນ​ທີ່​ມີ​ຈຸດປະສົງຊຸກ​ຍູ້​ຂະ​ບວນວິວັດ​ໃຫ້​ສະຫະ​ພາບ​ເອີ​ລົບ​ເຊື່ອມ​ໂຍງ​ເຂົ້າກັນນັ້ນຈະ​ມີ​ຜົນ​ບັງຄັບ​ໃຊ້​ນັບ​ແຕ່​ວັນ​ທີ 1 ທັນວາ​ປີ​ນີ້​ເປັນຕົ້ນ​ໄປ, ນີ້​ຈະ​ນຳ​ເອົາ​ເງື່ອນ​ໄຂ​ທີ່​ດີ​ມາ​ໃຫ້ການ​ຂະຫຍາຍ​ການ​ພົວພັນ​ສະຫະພາບ​ເອີ​ລົບ​ກັບ​ຈີນ. ທ່ານ​ກ່າວ​ວ່າ:

"ສົນ​ທິ​ສັນ​ຍາ​ລິສ​ບອນຈະ​ມີ​ຜົນບັງຄັບ​ໃຊ້​ແຕ່ວັນ​ທີ 1 ທັນວາ​ປີ​ນີ້​ເປັນ​ຕົ້ນ​ໄປ,ນີ້​ຈະ​ນຳ​ເອົາສິ່ງ​ໃໝ່​ມາ​ໃຫ້ການ​ພົວພັນ​ລະ​ຫວ່າງ​ສະຫະພາບ​ເອີຣົບ​ກັບ​ຈີນ.ຈະ​ເຮັດ​ໃຫ້​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ສະຫະພາບ​ເອີຣົບ​ເປັນ​​ເອກະ​ພາບ​ກັນ​ກວ່າ​ເກົ່າ ລຽນຕິດ​ກວ່າ​ເກົ່າ​ແລະຕໍ່ເນື່ອງ​ກວ່າ​ເກົ່າ,ຂ້າ​ພະ​ເຈົ້າ​ຫວັງ​ວ່າ,ຈະ​ນຳ​ໃຊ້​ໂອກາດ​ນີ້,ຂະຫຍາຍ​ການ​ພົວພັນ​ຄູ່​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ສະຫະພາບ​ເອີຣົບກັບ​ຈີນ."

ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ແມ່ນ​ຫົວ​ຂໍ້​ຫາລື​ທີ່​ສຳຄັນ​ອີກ​ອັນ​ໜຶ່ງ​ໃນ​ການ​ພົບ​ປະ​ເທື່ອ​ນີ້.ທ່ານ​ເວີ່ນ​ເຈ່ຍ​ປາວ​ກ່າວ​ວ່າ,ຫວ່າງ​ກ່ອນ​ນີ້,ລັດຖະ​ບານ​ຈີນ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ຢ່າງ​ຊັດ​ເຈນຄື:​ເມື່ອ​ຮອດ​ປີ 2020,ຈະ​ບັນລຸ​ເປົ້າ​ໝາຍ​ທີ່​ເຮັດ​ໃຫ້ການ​ລະບາຍ​ກາກ​ບອນ​ດີ​ອອກ​ຊິດ​ໃນ​ແຕ່​ລະ​ຫົວໜ່ວຍ GDP ຫຼຸດ​ລົງ​ໜ້ອຍ​ກວ່າ​ປີ 2005 40% ຫາ 45%.ແຜນ​ການ​ນີ້ໄດ້​ຜ່ານ​ການ​ວິ​ເຄາະ​ວິ​ໄຈຢ່າງ​ຖີ່​ຖ້ວນແລ້ວ,ຖືກ​ຫຼັກ​ວິທະຍາສາດ​ແລະ​ສອດຄ່ອງ​ກັບ​ສະພາບ​ຕົວ​ຈິງ.ຈີນ​ຍ່ອມ​ຈະ​​ເຄົາລົບ​ຄຳ​ໝັ້ນ​ສັນຍາ​ຂອງ​ຕົນ.

ພ້ອມ​ກັນ​ນັ້ນ,ທ່ານ​ເວີ່ນ​​ເຈ່ຍ​ປາວຮຽກ​ຮ້ອງ​ໃຫ້​ສະຫະ​ພາບ​ເອີຣົບມີ​ຄວາມ​ຈິງ​ໃຈ​ດ້ານ​ການ​ເມືອງ​ໃຫ້ຫຼາຍ​ກວ່າ​ເກົ່າ,​ຄື​ໃຫ້ EU ຫຼຸດ​ການ​ລະບາຍ​ຢ່າງ​ຫຼວງ​ຫຼາຍກ່ອນ,​ແລ້ວ​ເສີມ​ຂະຫຍາຍ​ບົດບາດນຳ​ໜ້າ​ໃນ​ປະ​ເທດ​ທີ່ພັດ​ທະນາ​ແລ້ວ.

ທ່ານ​ເຣນ​ເຟວດ໌,​ນາຍົກ​ລັດຖະ​ມົນ​ຕີ​ຂອງ​ຊູ​​ແອັດ,ປະ​ເທດ​ປະທານ​ໝູນວຽນ​ຂອງ​ສະຫະ​ພາບ​ເອີຣົບ​ໄດ້​ຍ້ອງ​ຍໍເປົ້າ​ໝາຍ​ຫຼຸດ​ການ​ລະ​ບາຍ​ຂອງ​ຈີນ.

"ສຳ​ລັບ​ປະ​ເທດ​ທີ່​ມີ​ປະຊາ​ກອນ 1 ຕື້ 300 ລ້ານ​ຄົນ,ການ​ວາງ​ເປົ້າ​ໝາຍ​ແລະ​ປະກາດ​ໃຊ້​ນະ​ໂຍ​ບາຍ​ແບບ​ນີ້,​​ເພື່ອ​ຫຼຸດ​ການ​ລະ​ບາຍ​ອາຍ​ພິດ​ເຮືອນ​​ແກ້ວ,ນີ້​ແມ່ນ​ສຳຄັນ​ທີ່​ສຸດ​ຕໍ່​ໂລກ.ຈີນ​ໄດ້​ໃຊ້​ງົບ​ປະ​ມານ​ຈຳນວນ​ຫຼວງ​ຫຼາຍ​ເຂົ້າ​ໃນພະ​ລັງ​ງານ​ໝູນ​ວຽນ,ຈີນ​ກັບ​ສະຫະ​ພາບ​ເອີ​ຣົບຄວນ​ຮ່ວມ​ມື​ຫຼາຍ​ກວ່າ​ເກົ່າ​ໃນ​ຂົງ​ເຂດ​ນີ້.ຖ້າຈີນ​ບໍ່​ເຂົ້າ​ຮ່ວມ,ປະ​ຊາ​ຄົມ​ໂລກ​ຈະ​ຮັບ​ມື​ກັບ​ບັນຫາ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ບໍ່​ໄດ້."

ກ່ຽວ​ກັບ​ບັນຫາ​ອັດຕາ​ແລ​ກປ່ຽນ​ເງິນ​ຢວນທີ່​ປະ​ເທດ​ຕ່າງໆ​ສົນ​ໃຈນັ້ນ,​ທ່ານ​ເວີ່ນ​ເຈ່ຍ​ປາວ​ກ່າວ​ເນັ້ນວ່າ,​ຕ້ອງ​ສືບ​ຕໍ່​ຮັກສາ​ອັດຕາ​ແລກປ່ຽນ​ເງິນ​ຢວນ​ໃຫ້​ມີ​ຄວາມ​ໝັ້ນທ່ຽງ.

ໃນ​ຖະ​ແຫຼ​ງການ​ຮ່ວມ​ທີ່​ປະກາດ​ຫຼັງ​ການ​ພົບ​ປະ​ເຈລະຈາ,ຈີນ​ກ່າວ​ຢ້ຳ​ຈະ​ສືບ​ຕໍ່​ຍຶດໝັ້ນ​ສະໜັບ​ສະ​ໜູນ​ການສ້າງ​ສະຫະ​ພາບ​ເອີ​ລົບ​ໃຫ້ເຊື່ອມ​ໂຍງ​ເຂົ້າກັນ;​ສະຫະ​ພາບ​ເອີ​ລົບ​ກ່າວ​ຢ້ຳສະ​ໜັບສະ​ໜູນ​ຈີນ​ພັດທະນາ​ຢ່າງ​ສັນ​ຕິ​ພາບ,​ເຄົາລົບ​ອະທິປະ​ໄຕ​ແລະຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນຂອງ​ຈີນ​,ຍຶດໝັ້ນ​ນະ​ໂຍບ​າຍຈີນ​ດຽວ,ສະ​ໜັບສະ​ໜູນ​ການ​ພົວພັນ​ລະຫວ່າງ​ສອງ​ຝັ່ງຊ່ອງ​ແຄບ​ໃຕ້​ຫວັນ​ໃຫ້​ຂະ​ຫຍາຍຕົວ​ຢ່າງ​ສັນຕິ​ພາບ.ຜູ້​ນຳ​ຈີນ​ແລະ​ສະຫະ​ພາບ​ເອີ​ລົບ​ລ້ວນ​ແຕ່​ກ່າວ​ວ່າ,ການ​ພົບ​ປະ​ເຈລະຈາ​ຄັ້ງນີ້​ໄດ້​ຈັດ​ຂຶ້ນ​ຢ່າງ​ສຳ​ເລັດ​ຜົນ​ແລະ​ໄດ້​ເຊັນ​ສັນຍາ​ຮ່ວມ​ມື,ນີ້​ຈະ​ມີ​ຜົນ​ດີ​ຕໍ່​ການ​ເພີ່ມ​ຄວາມ​ໄວ້​ເນື້ອ​​ເຊື່ອ​ໃຈ​ກັນ​ລະຫວ່ງ​ຈີນ​ກັບ​ສະຫະ​ພາບ​ເອີ​ລົບ,​ເພີ່ມ​ທະວີ​ການ​ຮ່ວມ​ມື,ພ້ອມ​ກັນ​ຮັບ​ມື​ກັບ​ການ​ທ້າ​ທາຍ​ຂອງ​ໂລກ,​ເພື່ອສຸມ​ທຸກ​ກຳລັງ​ເຂົ້າ​ໃນ​ການຂະ​ຫຍາຍ​ການ​ພົວພັນ​ລະຫວ່າງ​ຈີນ​ສະຫະ​ພາບ​ເອີ​ລົບ.

 

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ