ບົດ​ລາຍ​ງານ​ຂອງ​ສະຫະ​ປະຊາຊົນ​ເອົາ​ໃຈ​ໃສ່​ນຳເດັກນ້ອຍ​ແລະ​ພະຍາດ​ເອດ

(GMT+08:00) 2009-12-01 16:12:27     cri

ວັນ​ທີ 30 ພະຈິກ​ແລ້ວ​ນີ້ຢູ່ສຳນັກງານ​ສະຫະ​ປະຊາ​ຊາດ​ທີ່​ນີວຢອກ, ອົງການ​ຂອງ​ສະຫະ​ປະຊາ​ຊາດຕ້ານ​ເອດ​ຫຼືUNAIDS, ອົງການ​ສະຫະ​ປະຊາ​ຊາດ​ເພື່ອ​ເດັກນ້ອຍ​ຫຼື​ຢູນີ​ເຊັຟ, ອົງການສະຫະ​ປະຊາ​ຊາດ​​ເພື່ອ​ປະຊາກອນແລະ​ອົງການ​ອະນາ​ໄມ​ໂລກຫຼືWHO​ໄດ້​ຮ່ວມກັນ​​ເຜີຍ​ແຜ່​ບົດ​ລາຍ​ງານ"​ເດັກນ້ອຍ​ແລະ​ພະຍາດ​ເອດ"ປີ 2009. ບົດ​ລາຍ​ງານ​ຂຽນ​ວ່າ, ຄວາມພະຍາຍາມ​ຂອງ​ປະ​ເທດ​ຕ່າງໆ​​ໃນ​ການ​ປ້ອງ​ກັນ​ແລະ​ປິ່ນປົວ​ພະຍາດ​ເອດ, ​ໂດຍ​ສະ​ເພາະ​ແມ່ນ​ປ້ອງ​ກັນ​ການ​ແຜ່​ເຊື້ອ​ຈາກ​ແມ່​ສູ່​ລູກ​ນັ້ນ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​​ເປັນຢ່າງ​ດີ, ​ແຕ່​ຍັງ​ບໍ່​ສາມາດ​ຕອບ​ສະໜອງ​ຄວາມ​ຕ້ອງການພື້ນຖານ​ຂອງ​ເດັດ​ນ້ອຍທີ່​ໄດ້​ຮັບ​ຜົນ​ສະທ້ອນ​ຈາກ​ພະຍາດ​ເອດ​ໄດ້​ຢ່າງ​ພຽງພໍ​ເທື່ອ. ຕໍ່​ໄປ​ເຊີນ​ຟັງ​ລາຍ​ງານ​ຂອງ​ນັກ​ຂ່າວCRIປະຈຳ​ສະຫະ​ປະຊາ​ຊາດ.

ບົດ​ລາຍ​ງານ​ສະບັບ​ດັ່ງກ່າວ​ທີ່​ອົງການ​ຫຼາຍ​ແຫ່ງ​ຮ່ວມ​ກັນ​ເຜີຍ​ແຜ່​ນັ້ນ​ໄດ້​​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ນຳ​ວຽກ​ງານທີ່​ດຳ​ເນີນ​ຕໍ່​ແມ່ຍິງ​ແລະ​ເດັກນ້ອຍ​ຂອງ​ປະ​ເທດ​ຕ່າງໆ​ໃນ​ໂລກ​ເພື່ອ​ປ້ອງ​ກັນ​ແລະ​ປິ່ນປົວ​ພະຍາດ​ເອດ, ​ແລະ​ໄດ້​ວາງ​ມາດຖານ​ແລະທິດ​ທາງ​ຊີ້​ນຳຕ່າງໆ​ໃຫ້​ແກ່​ການ​ກະທຳຕົວ​ຈິງ. ວັນ​ທີ 30 ພະຈິກ​ແລ້ວ​ນີ້, ທ່ານ​​ເບີທີວ ລິນ​​ດ໌ບຼັດ, ຜູ້​ຮັບຜິດຊອບ​ຂອງອົງການUNAIDSປະຈຳ​ນີວຢອກກ່າວ​ວ່າ, ​ເຖິງ​ວ່າ​ປະຊາ​ຄົມ​ໂລກ​ໄດ້​ຮັບ​ຄວາ​ມຄືບ​ໜ້າອັນ​ຕັ້ງໜ້າ​ໃນ​ດ້ານ​ການ​ປ້ອງ​ກັນ​ແລະ​ປິ່ນປົວ​ພະຍາດ​ເອດກໍ​ຕາມ, ​ແຕ່​ການ​ປ້ອງ​ກັນ​ແລະ​ປິ່ນປົວ​ພະຍາດ​ເອດ​ຂອງ​ໂລກ​ຍັງ​ປະ​ເຊີນ​ກັບ​ການ​ທ້າ​ທາຍ​ໃຫຍ່​ໃຫຍ່​ຫຼວງ, ຕ້ອງການ​​ໃຫ້ລັດຖະບານ​ຂອງ​ປະ​ເທດ​ຕ່າງໆ​ສືບ​ຕໍ່​ເອົາ​ໃຈ​ໃສ່​ແລະ​ສະໜັບສະໜູນ.

ທ່ານ​ກ່າວ​ວ່າ:ປີ 2006, ກອງ​ປະຊຸມ​ສະຫະ​ປະຊາ​ຊາດ​ໄດ້​ຜ່ານຮູບ​ການ​ຂອງ​ຖະ​ແຫລ​ງການ​ທາງ​ການ​ເມືອງ, ຮຽກຮ໊ອງ​ໃຫ້​ທົ່ວ​ໂລກ​ຮ່ວມ​ກັນ​ທຳ​ຄວາມ​ພະຍາຍາມ​ເພື່ອ​ຕ້ານ​ເອດ,ດ້ວຍ​ເຫດ​ນີ້,ພວກ​ເຮົາ​ຕ້ອງການ​ຮັບປະກັນ​ໃຫ້​ມາດ​ຕະການ​ຕ້ານ​ເອດ​ດຳ​ເນີນ​ໄປ​ຢ່າງ​ຕໍ່​ເນຶ່ອງ​ແລະ​ດີ​ຂຶ້ນ​ເລື້ອຍໆ,​ແນ່ນອນ​ແລ້ວ, ພາຍ​ໃຕ້​ສະພາບ​ວິ​ກິດ​ການ​ການ​ເງິນ​ໃນ​ປັດຈຸບັນ, ການຈະ​ຮັບປະກັນ​ແຫ​ລ່ງ​ເງິນ​ທຶນ​ເພື່ອ​ປ້ອງ​ກັນ​ປິ່ນປົວ​ເອດ​ແນວ​ໃດ​ນັ້ນກໍ່​ແມ່ນ​ສຳຄັນ​ທີ່​ສຸດ.

ບົດ​ລາຍ​ງານ​ສະບັບ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ປະ​ເທດ​ຈຳນວນ​ຫນຶ່ງ​ໄດ້​ຮັບ​ຄວາມ​ຄືບ​ຫນ້າ​ຢ່າງ​ຫລວງຫລາຍ​ໃນ​ການ​ປ້ອງ​ກັນ​ບໍ່​ໃຫ້​ແມ່​ແຜ່​ເຊື້ອ​ເອດ​ສູ່​ລູກ​ແລະ​ກວດ​ເລືອດ​ໃຫ້​ຜູ່​ຍິງ​ຖືພາ.ຢູ່​ປະ​ເທດ​ບົສວາ​ນາ,ນາ​ມີ​ບີ​ແລະ​ອາ​ຟຼີກາ​ໃຕ້​ທີ່ມີ​ຈຳນວນ​ຄົນ​ຕິ​ດ​ເຊື້ອ​ເອດ​ຫລາຍ,ສາມ​ປະ​ເທດ​ນີ້​ມີ​ຄົນ​ຕິດ​ເອດ​ໄດ້​ຮັບ​ການ​ປິ່ນປົວ​ກວມ 95%,91%,​ແລະ 73% ​ໄດ້​ຮັບ​ການ​ປິ່ນປົວ,​ໃນ​ນັ້ນ, ອາ​ຟຼີກາ​ໃຕ້​ໄດ້​ຮັບ​ຄວາມ​ຄືບ​ຫນ້າ​ທີ່​ສຸດ,ປີ 2004, ອັດຕາ​ການ​ປ້ອງ​ກັນ​ບໍ່​ໃຫ້​ແມ່​ແຜ່​ເຊື້ອ​ເອດ​ສູ່​ລູກ​ຢູ່​ໃນ​ປະ​ເທດ​ນີ້ມີ​ພຽງ​ແຕ່ 15% ​ເທົ່າ​ນັ້ນ.​ໃນ​ທົ່ວ​ໂລກ, ​ເຖິງ​ວ່າການ​ປິ່ນປົວ​ເດັກນ້ອຍ​ທີ່​ມີ​ເຊື້ອ​ເອດ​ນັ້ນຍັງ​ຫລ້າຫລັງ​ກວ່າ​ການ​ປິ່ນປົວ​ຜູ່​ໃຫຍ່​ກໍ່ຕາມ, ​ແຕ່​ອັດຕາ​ປົກ​ຄຸມ​ໄດ້​ເພີ່ມ​ຂຶ້ນ​ເປັນ 38%.

ນອກ​ນີ້,ບົດ​ລາຍ​ງານ​ຍັງ​ໄດ້​ໃຫ້​ຄວາມ​ສົນ​ໃຈ​ເປັນ​ພິ​ເສດ​ຕໍ່​ການ​ປ້ອງ​ກັນ​ພະຍາດ​ເອດ​​ໃນ​ຫມູ່​ຊາວ​ຫນຸ່ມ.ນາງ​​ເຣສມາ ທັດ​ນີ ​ແມ່ນ​ເຈົ້າ​ຫນ້າ​ທີ່​ຂອງ​ອົງການ​ຈັດ​ຕັ້ງ​ສັງຄົມ​ແຫ່ງ​ຫນຶ່ງ​ທີ່​ຊ່ວຍ​ຊາວ​ຫນຸ່ມ​ປ້ອງ​ກັນ​ພະຍາດ​ເອດ​.ນາງ​ບອກ​ວ່າ, ຄວາມ​​ເຂົ້າ​ໃຈ​ຕໍ່​ພະຍາດ​ເອດຂອງ​ຄົນ​ທັງຫລາຍ​ຍັງ​ບໍ່​ພຽງພໍ,​ໂດຍ​ສະ​ເພາະ​ແມ່ນ​ຊາວ​ຫນຸ່ມ,ສະນັ້ນ,ຕ້ອງສະຫນອງ​ຄວາມ​ຮູ້​ທີ່​ຖືກຕ້ອງ​ແລະ​ຮອບດ້ານ​ໃນການປ້ອງ​ກັນ​ເອດ​​ໃຫ້​ຊາວ​ຫນຸ່ມ.ນາງ​ເວົ້າວ່າ:

ຊາວ​ຫນຸ່ມ​ບໍ່​ແມ່ນ​ຄື​ກັນ​ຫມົດ,ສະນັ້ນ,ພວກ​ເຮົາ​ຕ້ອງ​ສົນ​ໃຈ​ນຳ​ກຸ່ມຄົນ​ທີ່​ມີ​ຄວາມ​ສ່ຽງ​ເປັນ​ພະຍາດ​ນີ້ສູງ​ສຸດ,​ເຊິ່ງລວມທັງ:ຜູ່​ເສບຢາ​ເສບຕິດ,ຜູ່​ເຮັດ​ວຽກ​ບໍ​ລິ​ການ​ທາງ​ເພດ,ກຸ່ມ​ຮັກ​ຮ່ວມ​ເພດ​ແລະຜູ່​ອື່ນໆ.​ແຜນການ​ປ້ອງ​ກັນ​ພະຍາດ​ເອດ​ທີ່​ແນ​ໃສ່​ຊາວ​ຫນຸ່ມ​ນັ້ນຄວນ​ເອົາ​ໃຈ​ໃສ່​​ເປັນ​ພິ​ເສດ​ຕໍ່​ກຸ່ມ​ຄົນ​ທີ່​ມີ​ຄວາມ​ສ່ຽງ​ສູ​ງດັ່ງກ່າວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ