ຈີນ​ເປັນ​ອັນ​ດັບ​ຫນຶ່ງ​ໃນ​ການ​ຖືກ​ສຳ​ຫຼວດ​ດ້ານ​ການ​ອຸດ​ຫນູນ​ການ​ຄ້າ​ຂອງ​ທົ່ວ​ໂລກ​​ໃນ​14 ​ປີ​ລຽນ​ຕິດ​

(GMT+08:00) 2009-12-02 16:26:18     cri

ວັນ​ທີ 1 ທັນວາ​ນີ້,ຢູ່​ທີ່​ນະຄອນຫຼວງ​ປັກ​ກິ່ງ, ກະຊວງ​ການ​ຄ້າ​ຈີນ​ໄດ້​ເຜີ​ຍ​ແຜ່​"ບົດ​ລາຍ​ງານກ່ຽວ​ກັບ​ຄວາມ​ຂັດ​ແຍ່ງ​ດ້ານການ​ຄ້າ​ຂອງທົ່ວ​ໂລກ​ປີ 2009" ​​ໂດຍຂຽນ​ວ່າ, ​ມາ​ຮອດປີ 2008, ຈີນ​ເປັນ​ອັນ​ດັບ​ຫນຶ່ງ​ໃນການຖືກ​ສຳ​ຫຼວດດ້ານການອຸດ​ຫນູ​ນດ້ານການ​ຄ້າ​ໃນ​ທົ່ວ​ໂລກ​​ໃນ 14 ປີ​ລຽນຕິດ.​ເຈົ້າ​ຫນ້າ​ທີ່​ກະຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ,​ໂດຍ​ປະ​ເຊີນ​ກັບ​ສະພາບ​ທີ່​ຄວາມ​ຂັດ​ແຍ່ງດ້ານ​ການ​ຄ້າຂອງ​ທົ່ວ​ໂລກ​ເພີ່ມຫຼາຍ​ຂື້ນ, ຈີນ​ຈະ​ດຳ​ເນີນ​ການ​ສົນທະນາ​ແລະ​ແລກປ່ຽນດ້ານ​ການ​ຄ້າ, ​ເພື່ອ​ຕັ້ງຫນ້າ​ນຳ​ໃຊ້ກົນ​ໄກ​ແກ້​ໄຂຄວາມ​ຂັດ​ແຍ່ງ​ຂອງ​ອົງການ​ການ​ຄ້າ​ໂລກ​ຫຼືWTO​​ ເພື່ອ​ປົກ​ປ້ອງສິດ​ແລະ​ຜົນ​ປະ​ໂຫຍ​ດທີ່​ຊອບ​ກົດຫມາຍຂອງ​ອຸດ​ສາ​ຫະກຳ​ປະ​ເທດ​ຕົນ.ຕໍ່​ໄປ​ເຊີນຟັງ​ລາຍ​ລະອຽດກ່ຽວ​ກັບ​ເລື່ອງ​ນີ້.

 ການ​ອຸດ​ຫນູນດ້ານ​ການ​ຄ້າແມ່ນ​​ໃນ​ເວລາ​ຜະລິດ​ຕະພັນທີ່​ນຳ​ເຂົ້າຈາກຕ່າງປະ​ເທດ​ໄດ້​ສ້າງຜົນ​ກະທົບ​ທາງ​ລົບ​ໃຫ້​ແກ່ ອຸດສາຫະກຳ​ຂອງ​ພາຍ​ໃນ​ປະ​ເທດ​ຫນຶ່ງ, ລັດຖະບານ​ຂອງ​ປະ​ເທດ​ນີ້​ ຈຶ່ງໃຊ້ມາດ​ຕະການ​ເພື່ອ​ຜ່ອນຄາຍ​ແລະ​ກຳຈັດ​ຜົນ​ກະ ທົບທາງ​ລົບ​ດັ່ງກ່າວ, ​ເຊິ່ງມີ​ທັງການ​ຕ້ານການ​ຂາຍ​ເລ​ແລະ​ຕ້ານການ​ອຸດ​ຫນູນ​ແລະ​ອື່ນໆ.


   ບົດ​ລາຍ​ງານ​ທີ່​ກະຊວງ​ການ​ຄ້າ​ເຜີ​ຍ​ແຜ່​ໃນ​ວັນ​ທີ 1 ທັນວາ​ນີ້​ຂຽນ​ວ່າ, ​ຍ້ອນໄດ້​ຮັບຜົນ​ກະທົບ​ຈາກ​ວິ​ກິດ​ການ​ການ​ເງິນ​ທົ່ວ​ໂລກ, ນັບ​ແຕ່​ 6 ​ເດືອນ ທ້າຍ​ປີ​ກາຍ​ນີ້​ເປັນ​ຕົ້ນ​ມາ, ປະ​ເທດ​ແລະ​ເຂດ​ແຄວ້ນທີ່​ເປັນສະມາຊິກ ​ຂອງ​WTO ຈຳນວນ​ຫຼວງ​ຫຼາຍ​ໄດ້​ເລີ່​ມ​ໃຊ້​ມາດຕະການ​​ໃຫ້ການອຸດ​ຫນູນດ້ານ​ການ​ຄ້າ​​ເລື້ອຍໆ,ເພື່ອ​ປົກ​ປ້ອງ​ອຸດສາຫະກຳ​ຂອງ​ປະ​ເທດ​ຕົນ. ຕົວ​ເລກ​ສະ​ແດງ​ໃຫ້​ເຫັນ​ວ່າ, ປີ 2008, ກໍລະນີທີ່ໃຫ້ການ​ອຸດ​ຫນູນດ້ານ​ການ​ຄ້າ​​ໃນ​ທົ່ວ​ໂລກ ​ໄດ້​ເພີ່ມ​ຂຶ້ນ​ອີກ 222 ລາຍ, ​ເຊິ່ງຫຼາ​ຍກວ່າ​ປີ 2007 ​ເກືອບ 25%. ​ສ່ວນນັບ​ແຕ່​ຕົ້ນ​ປີ​ນີ້​ມາ, ຈຳນວນກໍລະນີໃຫ້ການ​ອຸດ​ຫນູນ ​ດ້ານ​ການ​ຄ້າຂອງ​ ​ປະ​ເທດ​ແ​ແລະ​ເຂດ​ແຄວ້ນທີ່​ເປັນສະມາຊິກ​ຂອງWTOທີ່​ເພີ່ມຂຶ້ນ​ອີກ​ນັ້ນ ​ໄດ້​ໃກ້​ຄຽງ​ຕົວ​ເລກຂອງ​ປີ​ກາຍ​ນີ້.
 
ທ່ານ​ຢາງ​ອີ້,ຫົວຫນ້າ​ກົມ​ສຳ​ຫລວດ​ການ​ທຳລາຍ​ອຸດສາຫະກຳ​ຂອງ​ກະຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ, ​ໃນ​ກໍລະນີ​ອຸດ​ຫນູນ​ການ​ຄ້າ​ປີ​ນີ້,ມີ​ເກືອບ​ເຄິ່ງຫນຶ່ງ​ແມ່ນ​ແນ​ໃສ່​ຜະລິດ​ຕະພັນ​ຈີນ.ທ່ານ​ເວົ້າວ່າ:

ຕົວ​ເລກ​ຫລ້າ​ສຸດ​ຂອງ​ກອງ​ເລຂາ​ອົງການ​ການ​ຄ້າ​ໂລກ​ສະ​ແດງ​ໃຫ້​ເຫັນ​ວ່າ, ຈີນ​ໄດ້​ຖືກ​ສຳ​ຫລວດ​ດ້ານ​ການ​ອຸດ​ຫນູນ​ການ​ຄ້າ​ໃນ 101 ກໍລະນີ​ທີ່​ເກີດ​ຂຶ້ນ​ໃຫມ່, ​ເຊິ່ງກວມ​ຫລາຍ​ກວ່າ 11 ຕື້ 600 ລ້ານ​ໂດ​ລາ.ນີ້​ແມ່ນ​ຈີນ​ຖືກ​ສຳ​ຫລວດ​ດ້ານ​ການ​ອຸດ​ຫນູນ​ການ​ຄ້າ​ຫລາຍ​ກວ່າ 100 ກໍລະນີ​ເປັນ​ເທື່ອ​ທຳ​ອິດ​ນັບ​ແຕ່​ປີ 2002 ​ເປັນ​ຕົ້ນ​ມາ,​ໃນ​ເດືອນ​ສິງຫາ​ປີ​ນີ້, ຍອດ​ມູນ​ຄ່າ​ໃນ​ກໍລະນີ​ສູງ​ກວ່າ 10 ຕື້​ໂດ​ລາ​ແລ້ວ.ຄວາມ​ຂັດ​ແຍ່ງ​ກັນ​ດ້ານ​ການ​ຄ້າ​ພວມ​ເກີດ​ມີ​ຜົນ​ສະທ້ອນ​ນັບ​ມື້​ນັບ​ແຮງ​ຂຶ້ນ​ຕໍ່​ຜະລິດ​ຕະພັນ​ສົ່ງ​ອອກ​ຂອງ​ຈີນ.

ກະຊວງ​ການ​ຄ້າ​ຈີນ​ລາຍ​ງານ​ວ່າ, ຄຽງ​ຄູ່​ກັບ​ຈັງ​ຫວະ​ການ​ປັບປຸງຂະ​ແໜງ​ການ​ໃນ​ທົ່ວ​ໂລກ​ໄວ​ຂຶ້ນ​ແລະ​ການ​ແຂ່ງຂັນ​ສາກົນ​ນັບ​ມື້​ນັບ​ຮຸນ​ແຮງ​ຂຶ້ນ, ການ​ຄ້າ​ຕໍ່​ຕ່າງປະ​ເທດ​ຂອງ​ຈີນ​ຈະ​ປະ​ເຊີນ​ກັບ​ການ​ສະກັດ​ກັ້ນຂອງ​ລັດທິ​ປົກ​ປ້ອງ​ການ​ຄ້າ​ເປັນ​ໄລຍະ​ຍາວ. ​ໂດນ​ແນ່​​ໃສ່​ສະພາບ​ການ​ດັ່ງກ່າວ, ທ່ານ​ຫວາງ​ຊາວ, ຜູ້​ຊ່ອຍລັດຖະມົນຕີ​ກະຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ, ​ຈີນ​ຈະຍຶດໝັ້ນ​ຄັດຄ້ານ​ລັດທິ​ປົກ​ປ້ອງ​ການ​ຄ້າ, ລິ​ເລີ່​ມສ້າງ​ລະບົບ​ການ​ຄ້າ​​ແລະ​ການ​ລົງທຶນ​ທີ່​ເປີດ​ປະຕູ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ