​​ເຈົ້າ​ໜ້າ​ທີ່ຄະນະກຳມະການ​ຈັດ​ຕັ້ງ​ຂີ​ເກ​ມຂອງ​ລາວຊົມ​ເຊີຍການ​ກະຈາຍສຽງ​ຂອງ​ພະ​ແນ​ກ ພາສາ​ລາວcri

(GMT+08:00) 2009-12-09 18:56:40     cri
ຕາມ​ຂ່າວcri: ວັນ​ທີ8ທັນວາ​ນີ້,  ​ດຣ ບົວ​ສະຫວັນ ​ເກ​ຍ​​ໄລ​ຜູ້​ຮັບຜິດຊອບ​ຂອງ​ຄະນະ​ກຳມະການ​ປະສານ​ງານ​ອາສາ​ສະໝັກ​ຊີ​ເກ​ມຄັ້ງ​ທີ25ກ່າວ​ຄຳ​ຊົມ​ເຊີຍ​​ໃນ​ເວລາ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວcriວ່າ​ຄຸນນະພາບ​ການ​ກະຈາຍສຽງ​ຂອງ​ພະ​ແນ​ກພາສາ​ລາວcriສູງ, ມີ​ເນື້ອ​ໃນ​ດີ.

ທ່ານ​ດຣ ບົວ​ສະຫວັນ ​ເກ​ຍ​​ໄລ​ບອກ​ນັກ​ຂ່າວ​ວ່າ: ທ່ານ​ມັກ​ຟັງ​ການ​ກະຈາຍສຽງຂອງ​ພະ​ແນ​ກພາສາ​ລາວcriຫຼາຍ, ແຕ່​ລະອາ​ທິດ​​ຟັງ​ໜຶ່ງ​ເທື່ອ​ຢ່າງ​ໜ້ອຍ. ທ່ານ​ກ່າວ​ວ່າ: ຜູ້​ດຳ​ເນີນ​ລາຍການ​​ເວົ້າ​ພາສາ​ລາວ​​​ໄດ້​ດີ​ຫຼາຍ, ຮູ້ສຶກ​ວ່າສະໜິດສະໜົມ​ຫຼາຍ, ການ​ໃຊ້​ຄຳ​ສັບ​ກໍ່​​ຖືກ​ຕ້ອງແລະ​ມ່ວນ​ຫຼາຍ

ສຸດ​ທ້າຍ, ທ່ານ​ຍັງ​ໃຫ້​ຄຳ​ອວຍພອນ​ດ້ວຍ​ພາສາ​ລາວວ່າ.

ຂ້າພະ​ເຈົ້າ​ສະ​ແດງ​ຄວາມ​ຂອບອົກ​ຂອບ​ໃຈ​ຕໍ່​ຜູ້​ເຮັດ​ວຽກ​cri, ລາຍການ​ຂອງ​criມີ​ປະ​ໂຫຍ​ດ​ຫຼາຍ, ​ໄດ້​ສະ​ໜອງ​ຂໍ້​ມູນ​ຂ່າວສານ​ທີ່​ມີ​ປະ​ໂຫຍດຫຼາຍ​ແກ່​ປະຊາຊົນ​ລາວ, ຂ້າພະ​ເຈົ້າອວຍ​ພອນ​​ໄຊ​ອັນ​ປະ​ເສີດ​ມາ​ຍັງພະນັກງານ​ທັງ​ໝົດ​ຂອງcri.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ