zhongheng2

(GMT+08:00) 2009-12-19 19:10:47     cri
ໃນ​ເວລາ​ກ່າວ​ຄຳ​ປາ​ໃສ,ທ່ານ​ເວິ່ນ​ເຈ່ຍ​ປາວ​ຍັງ​ໄດ້​ແນະນຳ​ວຽກ​ງານຂອງ​ຈີນ​ທີ່​ໃນ​ຖານ​ເປັນ​ປະ​ເທດ​ໃຫຍ່​ທີ່​ພວມ​ພັດທະນາ​ໄດ້​​ເຮັດ​ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ.​ໃນ​ເກືອບ30​ປີ​ຜ່ານ​ມາ,ຜົນສຳ​ເລັດ​ດ້ານການ​ກໍ່ສ້າງ​ໃຫ້​ຫັນ​ເປັນ​ທັນ​ສະ​ໄໝ​ຂອງ​ຈີນປະຈັກ​ຕາ​ຊາວ​ໂລກ,​ແຕ່​ໃນ​ຂະ​ບວນການ​ທີ່​ພັດທະນາ​ຢ່າງ​ວ່ອງ​ໄວ​ນັ້ນ,ຈີນ​ບໍ່​ໄດ້​ເບິ່ງ​ຂ້າມ​ບັນຫາ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ,​ໃນ​ປະ​ເທດ​ພວມ​ພັດທະນາ​ຕ່າງໆ,ຈີນ​ໄດ້​ນຳ​ໜ້າ​ສ້າງ​ແລະ​ປະຕິບັດ​ແຜນການ​ແຫ່ງ​ລັດ​ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ,​ເພີ່ມ​ຄວາມ​ແຮງ​ໃນ​ການ​ປະຢັດ​ພະລັງງານ​ແລະ​ຫຼຸດ​ການ​ລະບາຍອາຍ​ພິດ​ເຮືອນ​ແກ້ວ​ຢ່າງ​ບໍ່​ຢຸດ​ຢັ້ງ,​ເລັ່ງລັດ​ຄວາມ​ໄວ​ແຫ່ງ​ການ​ເພິ່ມພະລັງງານ​ໃໝ່​ແລະ​ພະລັງງານ​ໝູນວຽນ,ດຳ​ເນີນ​ການ​ປູກ​ຕົ້ນ​ໄມ້​ຕົ້ນ​ຫຍ້າ​ໃສ່​ນາ​ສວນ​ຄືນ​ໃໝ່​ແລະ​ປູກ​ໄມ້​ສ້າງ​ປ່າ​ຢ່າງ​ຂະໜາດ​ໃຫຍ່​ແລະ​ຕໍ່​ເນື່ອງ.ສິ່ງ​ທີ່​ໜ້າ​ເວົ້າ​ເຖິງ​ນັ້ນ​ແມ່ນ​ລະຫວ່າງ​ປີ1990​ຫາ​ປີ2005,ການ​ລະບາຍ​ກາບ​ອນດີ​ອົກ​ຊິດ​ຕໍ່​ຫົວໜ່ວຍGDPຂອງ​ຈີນ​ໄດ້​ຫຼຸດ​ລົງ46%.ບົນ​ພື້ນຖານ​ນີ້,​ໃນ​ໄລຍະ​ມໍ່ໆ​ນີ້,ຈີນ​ໄດ້​ວາງ​ຄາດໝາຍ​ວ່າ,ຮອດ​ປີ2020,ການ​ລະບາຍ​ກາບ​ອນດີ​ອົກ​ຊິດ​ຕໍ່​ຫົວໜ່ວຍGDPຈະ​ຫຼຸດ​ລົງ​ປະມານ40%ຫາ45%​ເມື່ອ​ທຽບ​ໃສ່​ປີ2005.ທ່ານ​ເວິ່ນ​ເຈ່ຍ​ປາວ​ກ່າວ​ວ່າ

"​ເປົ້າ​ໝາຍ​ໃນ​ການ​ຫຼຸດ​ການ​ລະບາຍ​ມົນ​ລະ​ພິດ​ຂອງ​ພວກ​ຂ້າພະ​ເຈົ້າ​ຈະ​ຖືກ​ຖື​ເປັນ​ຄາດໝາຍ​ທີ່​ມີ​ລັກສະ​ນະ​ຜູກ​ມັດ​ຈັດ​ເຂົ້າ​ໃນ​ແຜນການ​ພັດທະນາ​ເສດຖະກິດ​ແຫ່ງ​ຊາດ​ແລະ​ພັດທະນາ​ສັງຄົມ​ໄລຍະ​ກາງ​ແລະ​ຍາວ,ຮັບປະກັນ​ໃຫ້ການ​ປະຕິບັດ​ຄຳ​ໝັ້ນ​ສັນຍາ​ໄດ້​ຮັບ​ການ​ຕິດຕາມ​ຈາກ​ດ້ານ​ກົດໝາຍ​ແລະ​ຫາງ​ສຽງ.ພວກ​ຂ້າພະ​ເຈົ້າ​ຈະ​ປັບປຸງ​ວິທີ​ສະຖິຕິ,ຕິດຕາມ​ກວດກາ​ພາຍ​ໃນ​ປະ​ເທດ​ໃຫ້​ສົມບູນ​ຂຶ້ນ,ປັບປຸງ​ວິທີ​ເຜີຍ​ແຜ່​ຂໍ້​ມູນ​ຂ່າວສານ​ດ້ານ​ການ​ຫຼຸດ​ການ​ລະບາຍ​ມົນ​ລະ​ພິດ​ໃຫ້​ດີ​ຂຶ້ນ,​ເພີ່ມ​ຄວາມ​ໂປ່​ງ​ໃສ,ຕັ້ງໜ້າ​ດຳ​ເນີນ​ການ​ແລກປ່ຽນ,ການ​ສົນທະນາ​ແລະ​ການ​ຮ່ວມ​ມື​ລະຫວ່າງ​ຊາດ.

ເຖິງ​ວ່າ​ຍັງ​ບໍ່​ຮູ້​ເທື່ອ​ວ່າ,ກອງ​ປະຊຸມ​ເທືອ​ນີ້ຈະ​ສາມາດ​ບັນລຸ​ເອກະສານ​ໝາກຜົນ​ທີ່​ສະ​ແດງ​ໃຫ້​ເຫັນຄວາມ​ປາຖະໜາ​ຮ່ວມ​ດ້ານ​ການ​ເມືອງ​ຂອງ​ປະຊາ​ຄົມ​ໂລກ,ສ່ອງ​ແສງ​ເຖິງ​ຄວາມ​ພະຍາຍາມ​ຂອງ​ປະ​ເທດ​ຕ່າງໆ​ໃນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ແລະ​ຝ່າຍ​ຕ່າງໆ​ລ້ວນ​ແຕ່​ຮັບ​ເອົາ​ໄດ້​ນັ້ນ​ໃນ​ທີ່​ສຸດ​ຫຼື​ບໍ່,​ແຕ່​ວ່າ,​ໃນ​ເວລາ​ກ່າວ​ຄຳ​ປາ​ໃສ,ທ່ານ​ນາຍົກ​ເວິ່ນ​ເຈ່ຍ​ປາວ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ຢ່າງ​ເດັດດ່ຽວວ່າ

"ລັດຖະບານ​ຈີນ​ກຳນົດ​ເປົ້າ​ໝາຍ​ຫຼຸດການ​ລະບາຍ​ອາຍ​ພິດ​ເຮືອນ​ແກ້ວ​ໃຫ້​ໜ້ອຍ​ລົງ​ນັ້ນ​ແມ່ນ​ຈີນ​ໃຊ້​ການ​ກະທຳ​ຢ່າງ​ເປັນ​ເຈົ້າ​ຕົນ​ເອງ​ຕາມ​ສະ​ພາບ​ຕົວ​ຈິງ​ຂອງ​ປະ​ເທດ​ຕົນ,​ເປົ້າ​ໝາຍ​ນີ້​ແມ່ນ​ມີ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ປະຊາ​ຊົນ​ຈີນ​ແລະ​ມວນ​ມະນຸດ,​ບໍ່​ມີ​ເງື່ອນ​ໄຂ​ເພີ່ມ​ຕື່ມ​ໃດໆ​​ແລະ​ບໍ່​ເຂົ້າ​ກ່ຽວ​ກັບ​ເປົ້າ​ໝາຍ​ຫຼຸດ​ການ​ລະບາຍ​ອາຍ​ພິດ​ເຮືອນ​ແກ້ວ​ຂອງ​ປະ​ເທດ​ໃດໆ.ພວກ​ຂ້າພະ​ເຈົ້າ​ຮັກສາ​ຄຳ​ໝັ້ນ​ສັນຍາ​ຂອງ​ຕົນ,​ແລະ​ຈະປະຕິບັດ​ໃຫ້​ໄດ້​ຮັບ​ຜົນ​ສຳ​ເລັດ​ແນ່ນອນ.ບໍ່​ວ່າ​ກອງ​ປະ​ຊຸມ​ເທື່ອ​ນີ້​ຈະ​ບັນລຸ​ໝາກຜົນ​ຫຍັງ​,ຈີນ​ກໍ່​ຈະ​ທຳ​ຄວາມ​ພະ​ຍາ​ຍາມ​ຢ່າງ​ເດັ່ນ​ດ່ຽວ​ໜຽວ​ແໜ້ນ​ເພື່ອ​ບັນລຸ​ເປົ້າ​ໝາຍ​ດັ່ງກ່າວ​ຈົນ​ວ່າ​ລື່ນຄາດໝາຍ​ນີ້."
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ