ມາ​ກາວ​ສະຫຼອງ​ກັບ​ຄືນ​ປະ​ເທດ​ຊາດ​ຄົບຮອບ​10ປີ

(GMT+08:00) 2009-12-20 18:18:15     cri
ວັນ​ທີ20​ທັນວາ​ນີ້, ພິທີ​ສະຫຼອງ​ມາ​ກາວ​ກັບ​ຄືນ​ປະ​ເທດ​ຈີນ​ຄົບຮອບ​10ປີ​ພ້ອມ​ພິທີ​ດຳລົງ​ຕຳ​ແໜ່ງ​ຂອງ​ອົງ​ການ​ປົກຄອງ​ຊຸດ​ທີ​ສາມ​ຂອງ​ເຂດ​ບໍລິຫານ​ພິ​ເສດ​ມາ​ກາວ​ຈັດ​ຂຶ້ນ​ຢູ່​ມາ​ກາວ.​ໃນ​ພິທີ​ດັ່ງກ່າວ, ທ່ານ​ຫູ​ຈິ​ນທ່າວ, ປະ​ທານ​ປະ​ເທດ​ຈີນ​ກ່າວ​ວ່າ, ລັດຖະ​ບານກາງ​ຈະ​ສືບ​ຕໍ່​ປະຕິ​ບັດ​ທິດ​ທາງ"ປະ​ເທດ​ດຽວ​ສອງ​ລະບອບ". ທິດ​ທາງ, ນະ​ໂຍບາຍ​ແລະ​ມາດ​ຕະການ​ໃດໆ​ທີ່​ລັດຖະ​ບານ​ໃຊ້​ສຳລັບ​ຮົງ​ກົງ​ແລະ​ມາ​ກາວ, ລ້ວນ​ແຕ່​ຈະ​ຍຶດໝັ້ນ​ຫຼັກ​ການ​ທີ່ມີ​ຜົນ​ດີ​ຕໍ່​ການ​ຮັກ​ສາ​ຄວາມ​ຈະ​ເລີ​ນຮຸ່ງ​​ເຮືອງ​ແລະ​ສະຖຽນ​ລະ​ພາບອັນຍາວ​ນານ​ຂອງ​ຮົງ​ກົງ​ແລະ​ມາ​ກາວ, ມີ​ຜົນ​ດີ​ຕໍ່​ການ​ເພີ່ມ​ ​ຄວາມສຸກ​ຂອງ​ປະຊາຊົນ​ຮົງ​ກົງ​ແລະ​ມາ​ກາວ, ມີ​ຜົນ​ດີ​ຕໍ່​ການ​ຊຸກ​ຍູ້ຮົງ​ກົງ, ມາ​ກາວ​ແລະ​ລັດ​​ພັດທະນາຮ່ວມ​ກັນ.

ວັນ​ທີ20ທັນວາ​ປີ1999, ລັດ​ຖະບາຍ​ຈີນ​ແລະ​ປອກຕຸຍ​ການ​ໄດ້​ຈັດ​ພິທີ​ມອບ​ຮັບ​ອຳນາດ​ການ​ປົກ​ຄອງ​ມາ​ກາວ, ມາ​ກາວ​ກັບ​ຄືນ​ສູ່​ປະ​ເທດ​ຊາດ, ​ແລະ​ກາຍ​ເປັບ​ເຂດ​ບໍລິຫານ​ພິ​ເສດ​ທີ​ສອງ​ເຊິ່ງ​ຖັດ​ຈາກ​ຮົງ​ກົງ. ອີງ​ຕາມ​ກົດໝາຍ​ທີ່​ກ່ຽວຂ້ອງ, ມາ​ກາວ​ປະຕິບັດ​ທິດ​ທາງ"ປະ​ເທດ​ດຽວ​ສອງ​ລະບອບ", ສືບ​ຕໍ່​ປະຕິບັດ​ລະບອບ​ທຶນ​ນິຍົມ​ຄື​ເກົ່າ.

ໃນ​ພິທີ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ20ທັນວາ​ນີ້, ທ່ານ​ຫູ​ຈິນທ່າວ​ໄດ້​ຕີ​ລາຄາ​ສູງ​ຕໍ່​ໝາກຜົນ​ທີ່ມາ​ກາວ​ໄດ້​ຮັບ​ນັບ​ແຕ່​ກັບ​ຄືນ​ປະ​ເທດ​ຊາດ​10ປີ​ມາ​ນີ້. ທ່ານ​ກ່າວ​ວ່າ,

ແຕ່​ມາ​ກາວ​ກັບ​ຄືນ​ປະ​ເທດ​ຊາດ10ປີ​ມາ​ນີ້, ພາຍ​ໃຕ້ການ​ສະ​ໜັບສະ​ໜູນ​ຢ່າງ​ແຂງ​ແຮງ​ຂອງ​ລັດຖະ​ບານ​ກາງແລະ​ແຜ່ນດິນ​ໃຫຍ່​ຈີນ, ທ່ານ​ເຮີ​ໂຫ້​ວຮວາ, ຜູ້​ວ່າການ​ເຂດ​ບໍລິຫານ​ພິ​ເສດ​ມາ​ກາວ​ແລະ​ອົງ​ການ​ປົກຄອງ​ເຂດ​ພິ​ເສດ​ໄດ້​ນຳພາ​ປະຊາຊົນ​ວົງ​ການ​ຕ່າງໆ​ຂອງ​ມາ​ກາວ​ສະມັກ​ຄີ​ກັນ, ບາກ​ບັ່ນ​ສູ້​ຊົນ, ຕິດ​ແທດ​ຄວາມ​ຈິງ, ຕັ້ງໜ້າ​ຮັບ​ມື​ກັບ​ວິ​ກິດ​ການ​ການ​ເງິນ​ອາຊີ, ພະຍາດ​ຊາສ, ວິ​ກິດ​ການ​ການ​ເງິນ​ສາກົນ​ແລະ​ການ​ທ້າ​ທາຍ​ອັນ​ຂ້ຽວຂາດ​ອື່ນໆ, ພະຍາ​ຍາມ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ຕ່າງໆ​ໃນ​ການ​ພັດທະນາ​ຂອງ​ມາ​ກາວ, ຮັກສາ​ຄວາມ​ຈ​ະ​ເລີ​ນຮຸ່ງ​ເຮືອງ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ມາ​ກາວ, ວຽກ​ງານ​ຕ່າງໆ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ຫຼວງ​ຫຼາຍ, ​ເຮັດ​ໃຫ້​ມາ​ກາວ​ທີ່​ເປັນ​ເມືອງ​ທ່າ​ແລະ​ມີ​ປະຫວັດ​ຍາວ​ນານ​ປະກົດ​ມີ​ພະລັງງານ​ຊີວິດ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ. ທິດ​ທາງ"ປະ​ເທດ​ດຽວ​ສອງ​ລະບອບ"​ໄດ້ປະ​ຕິ​ບັດ​ຢູ່​ມາ​ກາວ​ຢ່າງ​ສຳ​ເລັດ​ຜົນ​ນັ້ນ, ​ໄດ້​ສ້າງ​ຜົນງານ​ອັນ​ຈົບງາມ​ໃນ​ຂະ​ບວນການ​ພັດທະນາ​ຂອງ​ມາ​ກາວ.

ໃນ​ຕົ້ນ​ຊຸມ​ປີ1980, ທ່ານ​ເຕີ້ງສ້ຽວ​ພີ​ງ, ຜູ້ນຳ​ຈີນ​ທີ່​ລ່ວງ​ລັບ​ໄປ​ແລ້ວ​ໄດ້​ສະ​ເໜີ​ທິດ​ທາງ"ປະ​ເທດ​ດຽວ​ສອງ​ລະບອບ", ​ເພື່ອ​ໃຊ້​ໃນ​ການ​ແກ້​ໄຂ​ບັນຫາ​ທ້ອນ​ໂຮມຈີນ​ເປັນ​ເອກະ​ພາບ, ​ແລວ​ຄວາມ​ຄິດ​ດັ່ງກ່າວ​ໄດ້​ປະກົດ​ຜົນ​ເປັນ​ຈິງ​ເທື່ອທຳ​ອິດ​ຢູ່​ຮົງ​ກົງ, ຈາກນັ້ນ​ກໍ່​ໄດ້​ປະຕິບັດ​ຢູ່​ມາ​ກາວ, ​ໃນ10ປີ​ມາ​ນີ້, ລັດ​ຖະບານ​ຈີນ​ໄດ້ຮັກສາ​ຄຳ​ໝັ້ນ​ສັນຍາ, ຮັກສາ​ລະບອບ​ສັງຄົມ, ​ເສດ​ຖະກິດ​ແລະ​ຮູບ​ການ​ດຳລົງ​ຊີວິດ​ແບບ​ເກົ່າ​ຂອງ​ມາ​ກາວ. ມາ​ກາວ​ສືບ​ຕໍ່​ເສີມ​ຂະຫຍາຍ​ທ່າ​​ແຮງທີ່​ເປັນ​ທ່າ​ເສລີ​ແລະ​ເຂດ​ພາ​ສີ​ທີ່​ເປັນ​ອິດສະຫຼະ, ​ແລະ​ພັດທະນາ​ຂ​ະ​ແໜງ​ການ​ກາ​ຊີ​ໂນ​ຕໍ່, ​ເສດຖະ​ກິດ​ກໍ່​ຫັນ​ຈາກ​ການ​ຊຸດ​ໂຊມ​ຫຼາຍ​ປີ​ລຽນຕິດ​ກ່ອນ​ກັບ​ຄືນ​ປະ​ເທດ​ຊາດ​ກາຍ​ມາ​ເປັນ​ເຂດໜຶ່ງ​ທີ່​ເສດຖະກິດ​ເຕີບ​ໂຕ​ໄວ​ທີ່​ສຸດ​ໃນ​ໂລກ, GDP ສະ​ເລ່ຍຕາມ​ຫົວ​ຄົນ​ກໍ່​ຢູ່​​ແຖວ​ໜ້າ​ຂອງ​ອາຊີ. ມາ​ກາວ​ຍັງ​ເປັນ​ໜຶ່ງ​ໃນ​ເຂດ​ຈຳນວນ​ບໍ່ຫຼາຍ​ໃນ​ໂລກ​ທີ່​ໄດ້​ປະຕິ​ບັດການ​ສຶກ​ສາ​ພາກ​ບັງຄັບ​15ປີ. ອາ​ຍຸ​ສະ​ເລ່ຍຕາມ​ຫົວ​ຄົນ​ຂອງ​ປະຊາຊົນ​ເປັນອັນ​ດັບ​ທີ​ສອງ​ໃນ​ໂລກ. ຢູ່​ມາ​ກາວ, ວັດທະ​ນະທຳ​ຈີນ​ແລະ​ຝ່າຍ​ຕາ​ເວັນ​ຕົກ​ເຊື່ອມ​ໂຍງ​ເຂົ້າກັນ, ຫຼາຍ​ເຊື້ອ​ຊາດ​ຢູ່​ຮ່ວມ​ກັນ​ຢ່າງ​ກົມກຽວ​ກັນ ທັງ​ໝົດ​ເຫຼົ່າ​ນີ້​ເປັນ​ການສະ​ແດງ​ອອກ​ຢ່າງ​ມີ​ຊີວິດ​ຊີວາ​ຂອງພຶດຕິ​ກຳ​ຕົວ​ຈິງ​"ປະ​ເທດ​ດຽວ​ສອງ​ລະບອບ"ສຳ​ເລັດ​ຜົນ​ຢູ່​ມາ​ກາວ.

ອີງ​ຕາມ​ກົດໝາຍ​ທີ່ກ່ຽວຂ້ອງ,ຜູ່​ວ່າການ​ບໍລິຫານ​ເຂດ​ພິ​ເສດ​ມາ​ກາວ​ແມ່ນ​ມາ​ຈາກການ​ເລືອກ​ຕັ້ງ,ມີ​ອາຍຸ​ການ5ປີ,ຢ່າງ​ຫຼາຍ​ສາມາດຮັບ​ຕຳ​ແໜ່​ງລຽນກັນ2ຊຸດ​.​ເດືອນ​ກໍລະກົດ​ປີ​ນີ້,ທ່ານ​ຊູ່​ຍຊື້​ອ່ານທີ່ອາຍຸ 52ປີ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ຜູ່​ວ່າການ​ເຂດ​ບໍລິຫານພິ​ເສດ​ມາ​ກາວ​ຊຸດ​ທີ3ດ້ວຍ​ບັດ​ເຫັນ​ດີ​ສູງ,ຫຼັງ​ຈາກນັ້ນ​ໄດ້​ຮັບ​ການ​ແຕ່ງ​ຕັ້ງຈາກ​ລັດຖະບານ​ກາງ.​ໃນ​ພິທີ​ຂຶ້ນ​ຮັບ​ຕຳ​ແໜ່​ງອົງການ​ປົກ​ຄອງ​ມາ​ກາວ​ຊຸດ​ໃໝ່​ໃນ​ວັນ​ທີ20ທັນວາ​ນີ້,ທ່ານ​ຫູ​ຈິນທາວ​ປະທານ​ປະ​ເທດ​ຈີນ​ກ່າວ​ເນັ້ນວ່າ,ລັດຖະບານ​ຈີນ​ຈະ​ສືບ​ຕໍ່​ປະຕິບັດ​ທິດ​ທາງ"ປະ​ເທດດຽວ​ສອງລະບອບ".

"ນະທີ່​ນີ້,ຂ້າພະ​ເຈົ້າຂໍກ່າວ​ລື້​ມຢ່າງ​ໜັກ​ແໜ້ນ​ວ່າ,ລັດຖະບານ​ກາງ​ຈະ​ສືບ​ຕໍ່​ປະຕິບັດ​ທິດ​ທາງ"ປະ​ເທດດຽວ​ສອງລະບອບ,ຊາວ​ຮົງ​ກົງ​ປົກຄອງ​ຮົງ​ກົງ, ຊາວ​ມາ​ກາວ​ປົກຄອງ​ມາ​ກາວ,​ແລະ​ປົກຄອງ​ຕົນ​ເອງ​ໃນ​ລະດັບ​ສູງ"ຢ່າງ​ເດັດດ່ຽວ​ໜຽວ​ແໜ້ນ​,​ເຮັດ​ວຽກຕາມ​ກົດໝາຍ​ພື້ນ​ຖານຂອງ​ຮົງ​ກົງ​ແລະ​ມາ​ກາວ,ອອກ​ແຮງ​ສຸດ​ຂີດ​ສະໜັບສະໜູນຜູ່​ວ່າການ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​ແລະມາ​ກາວ​ແລະ​ອົງການ​ປົກຄອງ​ເຂດ​ພິ​ເສດສອງ​ແຫ່ງ​ນີ້​ດຳ​ເນີນ​ການ​ປົກຄອງ​ຕາມ​ກົດໝາຍ.ລັດຖະບານ​ ​ກາງ​ໃຊ້​ທິດ​ທາງ​ນະ​ໂຍບາຍ​ແລະ​ມາດ​ຕະການ​ໃດໆ​ຕໍ່​ຮົງ​ກົງ​ແລະ​ມາ​ກາວ,ກໍ່​ລ້ວນ​ແຕ່​ຈະ​ຍຶດໝັ້ນຫຼັກ​ໝັ້ນຢ່າງ​ສະ​ເໝີ​ຕົ້ນສະ​ເໝີ​ປາຍທີ່​ມີ​ຜົນ​ດີ​ຕໍ່​ຮົງ​ກົງ​ແລະ​ມາ​ກາວຮັກສາ​ຄວາມຈະ​ເລີ​ນຮຸ່ງ​ເຮືອງ​ແລະ​ຄວາມ​ໝັ້ນຄົງ​ຍາວ​ນານ,ມີ​ຜົນ​ດີ​ຕໍ່​ການ​ເພີ່ມ​ຄວາມສຸກ​ຂອງ​ຊາ​ວຮົງ​ກົງ​ແລະ​ຊາວ​ມາ​ກາວ,ມີ​ຜົນ​ດີຕໍ່ການ​ຊຸກຍູ້ຮົງ​ກົງ,ມາ​ກາວ​ແລະ​ປະ​ເທດ​ຊາດ​ພັດທະນາ​ຮ່ວມ​ກັນ."

​ໃນ​ພິທີ​ຂຶ້ນ​ຮັບ​ຕຳ​ແໜ່​ງ ທ່ານ​ຊູ່​ຍຊື້​ອ່ານ ຜູ່​ວ່າການ​ບໍລິຫານ​ຄົນ​ໃໝ່​ໄດ້​ກ່າວ​ຄຳ​ປາ​ໄສ​ວ່າ,ອົງການ​ປົກຄອງ​ເຂດບໍລິຫານ​ພິ​ເສດ​ມາ​ກາວ​ຊຸດ​ໃໝ່​ຈະ​ອອກ​ແຮງ​ສ້າງ​ອົງການ​ປົກຄອງ​ທີ່​ມີ​ປະສິດ​ທິພາບ​ສູງ​ແລະ​ບໍລິສຸດ​ໄຮ້​ມົນທິນ,​ເອົາ​ໃຈ​ໃສ່​ອົບຮົມ​ແລະ​ສຳຮອງຜູ່​ມີ​ຄວາມ​ຮູ້​ຄວາມ​ສາມາດ,ສືບ​ຕໍ່ຊຸ​ກຍູ້​ທິດ​ທາງ"ປະ​ເທດ​ດຽວ​ສອງລະບອບ"ອັນ​ຍິ່ງ​ໃຫຍ່​ໃຫ້​ກ້າວໄປ​ໜ້າ​.

"ປະຈຸ​ບັນ ພວກ​ເຮົາ​ຢືນ​ຢູ່​ຈຸດ​ເລີ່​ມ​ຕົ້ນ​ໃໝ່,ການ​ທ້າທາຍ​ແລະ​ໂອກາດ​ຊົງ​ຕົວຢູ່​ນຳ​ກັນ.​ໃນ5ປີ​ຂ້າງ​ໜ້າ​ນີ້,ພວກ​ເຮົາ​ຈະຕັ້ງໜ້າ​ຊຸກຍູ້​ເສດຖະກິດ​ມາ​ກາວ​ພັດທະນາ​ເປັນ​ຫຼາຍ​ເຄົ້າ​ຢ່າງ​ເໝາະ​ສົມ​,ອາ​​ໃສ​ການ​ປະຕິບັດ​ໂຄງການການ​ປະຕິ​ຮູບ​ແລະ​ການ​ພັດທະນາ​ເຂດ​ສາມຫຼ່ຽມ​ແມ່ນ້ຳຈູ​ຈ່ຽງຂອງ​ລັດ,​ໃນ​ຂະນະ​ເພີ່ມ​ທະວີ​ການ​ຕິດຕາມ​ຄຸ້ມ​ຄອງ​ຂະ​ແໜງ​ການກາ​ຊີ​ໂນ,​ເຈາະ​ຈົງ​ຄ້ຳຊູ​ການ​ຍົກ​ລະດັບ​ແລະ​ຫັນປ່ຽນ​ວິທີ​ຂອງຂະ​ແໜງ​ການ​ຈໍລະ​ຈອນສິນຄ້າ​ແລະ​ການ​ວາງສະ​ແດງ,ອຸດສາຫະກຳ​ປະດິດ​ສ້າງ​ວັດທະນະທຳ,​ແລະອຸດສາຫະກຳ​ດັ້ງ​ເດີມ,ສ້າງ​ເງື່ອນ​ໄຂ​ແກ່​ການ​ພັດທະນາ​ອຸດສາຫະກຳ​ຈະ​ເລີ​ນ​ໃໝ່;ຈັດຕັ້ງປະຕິບັດການ​ລົງທຶນ​ໃນ​ດ້ານ​ອຸປະກອນ​ປິ່ນປົວ​ແລະ​ການ​ສຶກສາ​ເປັນຕົ້ນຕື່ມ​ອີກ,ຈັດຕັ້ງປະຕິບັດວຽກ​ງານການ​ສ້າງ​ໃໝ່​ຂອງ​ເຮືອນ​ຢູ່​ສາທາລະນະ​ແລະວຽກ​ງານ​ວາງ​ແຜນພັດທະນາຕົວ​ເມືອງ,ພະຍາຍາມ​ຍົກ​ສູງ​ລະດັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ຊາວ​ມາ​ມາວ."

​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວCRI ທ່ານ​ຈັ່ງ​ມິ​ງຊີ່​ງ ຊາວ​ມາ​ກາວ​ໄດ້​ສະ​ແດງ​ຄວາມ​ຄອງ​ຄອຍ​ຕໍ່​ອົງການ​ປົກຄອງຊຸດ​ໃໝ່ວ່າ:

"ພວກ​ເຮົາ​ມີ​ຄວາມ​ມຸ່ງ​ຫວັງ​ອັນ​ໃຫຍ່​ຫຼວງ​ຕໍ່​ຜູ່​ວ່າການ​ເຂດ​ພິ​ເສດ​ຄົນ​​ໃໝ່.​ໃນ10ປີຜ່ານມານັບ​ແຕ່​ກັບ​ຄືນ​ປະ​ເທດ​ຊາດ,ພາຍ​ໃຕ້ການ​ສະໜັບສະໜູນ​ອັນ​ແຂງ​ແຮງ​ຈາກ​ປະ​ເທດ​ຊາດ,ພາຍ​ໃຕ້​ຄວາມ​ພະຍາຍາມ​ຮ່ວມ​ຂອງ​ຊາວ​ມາ​ກາວ,ມາ​ກາວ​ໄດ້​ມີ​ການ​ປ່ຽ​ນ​ແປງ​ອັນ​ໃໝ່​ອ່ຽມ​ໃນ10ປີ​ຜ່ານ​ມາ.​ແຕ່​ວ່າ​ໃນ​ການ​ເຕີບ​ໂຕຢ່າງ​ວ່ອງ​​ໄວ ​ແນ່ນອນກໍ່ມີ​ຄວາມ​ຂັດ​ແຍ່ງ​ກັນບາງ​ຢ່າງ.​ແຕ່​ວ່າ​ສະພາບ​ການ​​ເມືອງ​ໝັ້ນຄົງ​,ຊາວ​ມາ​ກາວ​ກໍ່​ຮັກ​ຊາດ​ຫຼາຍ.ການ​ປ່ຽນ​ຊຸດຜູ່​ວ່າການ​ບໍລິຫານ​​ເຂດ​ພິ​ເສດ,ພວກ​ເຮົາ​ຫວັງ​ວ່າ​ໃນ​ສະ​ໄໝ​ໃໝ່,ອົງການ​ປົກຄອງ​ຈະຮັບ​ຟັງສຽງ​​ໃນ​ໃຈ​ຂອງ​ປະຊາຊົນ​ຫຼາຍ​ກວ່າ​ເກົ່າ,ທົ່ວ​ເຂດ​ມາ​ກາວ​ປະ​ສານສົມທົບ​ກັບ​ສະ​ໂຍບາຍຂອງ​ສູນ​ກາງ​ພາຍ​ໃຕ້​ສະພາບ​ແວດ​ລ້ອມ​ສາກົນ​ອັນ​ໃໝ່,ສ້າງ​ມາ​ກາວ​ໃຫ້​ຈະ​ເລີ​ນຮຸ່ງ​ເຮືອງ​ແລະ​ເຂັ້ມ​ແຂງ​ກວ່າ​ເກົ່າ."
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ