ປີ​ນີ້ຜົນຜະລິດ​ທັນ​ຍາ​ຫານ​ຂອງ​ຈີນຈະສ້າງ​ສະຖິຕິສູງ​ສຸດ​ເທື່ອ​ໃໝ່​ໃນ​ປະ​ຫວັດ​ສາດ

(GMT+08:00) 2009-12-21 16:49:17     cri
ຕາມ​ຂ່າວCRI: ວັນ​ທີ21​ທັນວາ​ນີ້, ຢູ່ປັກ​ກິ່ງ, ​ເຈົ້າ​ໜ້າ​ທີ່​ກະຊວງ​ກະສິກຳ​ຈີນ​ກ່າວ​ວ່າ, ປີ​ນີ້ ຜົນ​ຜະລິດ​ທັນ​ຍາ​ຫານ​ຂອງ​ຈີນຈະ​ສ້າງ​ສະຖິຕິສູງ​ສຸດ​ເທື່ອ​ໃໝ່​ໃນ​ປະຫວັດສາດ, ການ​ສະໜອງທັນ​ຍາ​ຫານ, ນ້ຳມັນ​ພືດ​ແລະຜັກມີ​ການ​ຮັບປະກັນ.

ຫວ່າງ​ມໍ່ໆ​ນີ້, ລາຄາ​ອາຫານ, ນ້ຳມັນ​ພືດ​ແລະ​ຜັກ​ເພີ່ມ​ຂຶ້ນ​. ​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ21​ທັນວາ​ນີ້, ທ່ານ​ເຢ້ຍ​ເຈີ່ນ​ຊີ​ນ, ຫົວໜ້າ​ກົມ​ຂະ​ແໜງ​ການ​ປູກ​ພືດ​ຂອງ​ກະຊວງ​ກະສິກຳ​ຈີນ​ກ່າວ​ວ່າ, ອີງ​ຕາມການ​ບໍລິຫາ​ນຄຸ້ມ​ຄອງ​ສະພາບ​ກະ ສິກຳຂອງ​ກະຊວງ​ກະສິກຳ​ຈີນ, ຄາດ​ວ່າ​ຜົນ​ຜະລິດ​ທັນ​ຍາ​ຫານ​ໃນ​ປີ​ນີ້​ຈະຫຼາຍ​ກວ່າ500​​ລ້ານ​ໂຕນອີກ​ເທື່ອ​ໜຶ່ງ. ພ້ອມ​ກັນ​ນັ້ນ, ນ້ຳມັນ​ພືດຈະ​ສືບຕໍ່​ຮັກສາ​ການ​ພັດທະນາ​ຢ່າງ​ໝັ້ນ​ທ່ຽງ, ການ​ຜະລິດ​​ແກ່ນ​ຜັກ​ນ້ຳມັນ​ໄດ້​ສ້າງ​ສະຖິຕິສູງ​ສຸດ​ໃນ​ປະ​ຫວັດສາດ. ນອກ​ນີ້, ນັບ​ແຕ່​ລະດູ​​ໃບ​ໄມ້​ຫຼົ່ນແລະ​ລະດູ​ໜາວ​ເປັນ​ຕົ້ນ​ມາ, ​ເນື້ອ​ທີ່ການ​ຜະລິດ​ຜັກ​ເພີ່ມ​ຂຶ້ນ, ຈະ​ບໍ່​ມີ​ສະພາບ​ຂາ​ດຕະຫຼາດ​ເກີດ​ຂຶ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ