ທ່ານ​ວາງ​ເກີ່ງ​ນຽນ, ຜູ້ອຳ​ນວຍ​ການ​ໃຫຍ່​ວິທະຍຸ​ສາກົນ​ແຫ່ງ​ປ​ະ​ເທດ​ຈີນ​ກ່າວ​ຄຳ​ປາ​ໄສ​ອວຍ​ພອນ​ປີ​ໃໝ່​ຕໍ່​ຜູ້​ຟັງ​ຕ່າງ​ປະ​ເທດ

(GMT+08:00) 2010-01-01 21:56:06     cri

ສະບາຍດີ​ທ່ານ​ຜູ້​ຟັງ, ​​ປີ​ໃໝ່​ໃກ້​ມາ​ເຖິງ​ແລ້ວ, ທ່ານ​ວາງ​ເກີ່ງ​ນຽນ, ຜູ້ອຳ​ນວຍ​ການ​ໃຫຍ່ວິ​ທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ຫຼືCRI, ຕາງໜ້າ​ພະນັກງານ​ທັງໝົດຂອງ​CRI, ຜ່ານ​ຄື້ນວິທະຍຸ​ສົ່ງ​ຄວາມ​ອວຍພອນ​ປີ​ໃໝ່​ທີ່​ດີງາມມາ​ຍັງ​ເພື່ອນ​ມິດ​ຜູ້​ຟັງ​​ໃນ​ທົ່ວ​ໂລກ. ຕໍ່​ໄປ​ເຊີ​ນຟັງ​ລາຍ​ລະອຽດ.
 
ເພື່ອນ​​ຜູ້​ຟັງ​ທີ່​ຮັກ​ແພງ:
ເນື່ອງ​ໃນ​ໂອກາດ​ທີ່ປີ​ໃໝ່2010​ໃກ້​ຈະ​ວຽນມາ​ເຖິງ, ຂ້າພະ​ເຈົ້າ​ຂໍ​ຕາງໜ້າ​ພະນັກງານ​ທັງ​ໝົດ​ຂອງ​ວິທະ​ຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນCRI, ທັງ​ໃນ​ນາມ​ສ່ວນ​ຕົວ, ຂໍ​ສະ​ແດງ​ຄວາມ​ອວຍ​ພອນ​ແລະ​ຄວາມ​ທັກ​ທາຍ​ຢ່າງ​ຈິງ​ໃຈຈາກ​ນະຄອນຫຼວງ​ປັກ​ກິ່ງມາ​ສູ່​ເພື່ອນ​ມິດ​ທັງຫຼາຍ. ຂໍ​ອວຍ​ພອນ​ບັນດາ​ທ່ານ​ຈົ່ງ​ມີ​ອາຍຸ​ວັນນະ​ສຸຂະ​ພະລະ​ຕະ​ຫຼອດ​ໄປ!
 
ເມື່ອ​3​ເດືອນ​ກ່ອນ, ​ໃນ​ໂອກາດ​ທີ່​ປະ​ເທດ​ຈີນ​ໃໝ່​ສ້າງ​ຕັ້ງ​ຂຶ້ນ​ຄົບ​ຮອບ​60ປີ, CRI ​ໄດ້​ລາຍ​ງານ​ຂ່າວ​ກ່ຽວ​ກັບ​​ເຫດການ​ທີ່​ໃຫຍ່​ໂຕ​ມະ​ໂຫລານ​ຂອງ​ພິທີສະ​ເຫຼີ​ມ​ສະຫຼອງ​ວັນຊາດ​ຢູ່​ທີ່​ສະ​ໜາມ​ຫຼວງ​ທ່ຽນ​ອ່ານ​ເມີນນະ​ຄອນຫຼວງ​ປັກ​ກິ່ງ​ຢ່າງ​ຮອບດ້ານ. ພວກ​​ເຮົາ​ດີ​ໃຈ​ຫຼາຍ​ທີ່​ໄດ້​ເຫັນ​ວ່າ, ​ເພື່ອນ​ມິດ​ຈາກ​ປະ​ເທດ​ຕ່າງໆ, ກໍ່​ໄດ້​ສົ່ງ​ຄວາມ​ອວຍພອນ​ຢ່າງ​ສຸດ​ໃຈ​ໄປ​ໃຫ້ວັນ​ເກີດ​ຂອງ​ປະ​ເທດ​ຈີນ​ໃໝ່​, ທ່ານ​​ອານດຼິອັສ ມູຄຼິສ, ຜູ້​ຟັງ​ເຢຍລະ​ມັນ​ບອກວ່າ, ​ໃນ60ປີຜ່ານມາ, ປະຊາຊົນ​ທົ່ວ​ໂລກ​ຮູ້ສຶກ​ງຶດ​ງໍ້​ວ່າ, ຈີນ​ໄດ້​ຫັນ​ຈາກ​ປະ​ເທດ​ທຸກ​ຍາກ​ມາເປັນ​ປະ​ເທດ​ໃຫຍ່​ດ້ານ​ເສດຖະກິດ​ທີ່​ຢູ່​ແຖວ​ໜ້າ​ຂອງ​ໂລກ​ຢ່າງ​ວ່ອງ​ໄວ. ພວກ​ເຮົາ​​ເຊື່ອ​ໝັ້ນ​ວ່າ, ນີ້​ບໍ່​ແມ່ນ​ຈຸດ​ສິ້ນ​ສຸດ, ​ແຕ່​ແມ່ນ​ຈຸດ​ເລີ່​ມຕົ້ນ​​ເທົ່າ​ນັ້ນ. ​ໃນ​ເວລາ​ຟັງ​ລາຍການCRI, ຂ້ອຍ​ມີ​ຄວາມ​ຮູ້ສຶກ​ຢ່າງ​ຈະ​ແຈ້ງວ່າ, ຈີ​ນພວມ​ທຳ​ຄວາມ​ພະຍາ​ຍາມ​ເພື່ອ​​ເລື່ອງນີ້.  ຄວາມ​ເວົ້າ​ເຫຼົ່າ​ນີ້ຄືຄຳ​ໃຫ້​ກຳລັງ​ໃຈ​ຂອງ​ເພື່ອນ​ເກົ່າ, ​ແລະ​​ໄດ້​ສະ​ແດງນ້ຳ​ໃຈ​ຂອງ​​ເພື່ອນ​ມິດຜູ້​ຟັງ​​ໃນ​ທົ່ວ​ໂລກ ​ໃນ​ຂະນະ​ທີ່​ພວກ​ເຮົາ​ຮູ້ສຶກ​ພາກ​ພູມ​ໃຈຕໍ່ປະ​ເທດ​ຊາດ​ຂອງ​ຕົນ, ກໍ່​ຮູ້ສຶກ​ຕື້ນຕັນ​ໃຈ​ຕໍ່​ການ​ໃຫ້​ກຳລັງໃຈ​ຂອງ​ຜູ້​ຟັງ​ທີ່​ໜ້າ​ຮັກ.
 
ປີ2009, ຈີນ​​ໄດ້ພະຍາຍາມ​ຮັບ​ມື​ກັບ​ວິ​ກິດ​ການ​ການ​ເງິນ​ສາກົນ, ​ເສດຖະກິດ​ໄດ້​ດີ​ຂຶ້ນ​ຢ່າງໝັ້ນ​ທ່ຽງ, ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ໄດ້​ຮັບ​ຜົນສຳ​ເລັດ​ອັນ​ພົ້ນ​ເດັ່ນ, ​ໄດ້​ບັນລຸ​ເປົ້າ​ໝາຍ​ທີ່​ເຕີບ​ໂຕ8%. ຈີນ​ພວມ​ພົ້ນ​ເດັ່ນ​ຂຶ້ນ​ໃນ​​ເວທີ​ສາກົນ. ​​ເມື່ອເຂົ້າ​ສູ່​ເວທີ​ດັ່ງກ່າວ​ແລ້ວ, ກໍ່​ຄວນ​ມີ​ສາຍຕາ​ທົ່ວ​ໂລກ. ຢູ່​ໃນ​ອາຄານ​ເຮັດ​ວຽກ​ຂອງCRI, ກໍ່​ມີ​ຄຳ​ຂວັນ​ທີ່​ວ່າ"ຫຼັກ​ໝັ້ນ​ຂອງ​ຈີນ, ສາຍຕາ​ຂອງ​ໂລກ, ຈິດ​ໃຈ​ຂອງ​ມວນ​ມະນຸດ", ​ເພື່ອ​ລະດົມ​ກຳລັງ​ໃຈ​ໃຫ້​ຕົນ​ເອງ​ກ້າວ​ໄປ​ໜ້າ.
 
ໃນ​ໜຶ່ງ​ປີຜ່ານມາ, CRI​ໄດ້​ພັດທະນາ​ກ້າວ​ໄປ​ໜ້າ​ລະ​ຫວ່າງ​ການ​ປ່ຽນ​ແປງ​ກັບ​ບໍ່ປ່ຽນ​ແປງ. ສິ່ງບໍ່​​ປ່ຽນ​ແປງ​ນັ້ນກໍ່​ແມ່ນ​ຈຸດປະສົງ​ຂອງ​ພວກ​​ເຮົາ, ຄື: ​ເພີ່ມ​ຄວາມ​ເຂົ້າ​ໃຈ​ແລະ​ມິດຕະ​ພາບ​ລະ​ຫວ່າງ​ປະ​ຊາຊົນ​ຈີນ​ກັບປະຊາຊົນ​ທົ່ວ​ໂລກ. ສ່ວນການ​ປ່ຽນ​ແປງ​ນັ້ນ​ກໍ່ແມ່ນ​ເພື່ອ​ໃຫ້​ພັ​ດທະນາ​ກ້າວ​ໜ້າ​ໄວ​ກວ່າ​ເກົ່າ, ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ຜູ້​ຟັງ​​ໄດ້​ດີກ​ວ່າ​ເກົ່າ. ປີ2009, ​ເວັບ​ໄຊCRI ​ໄດ້​ເພີ່ມ​ອີກ6ພາສາ​​, ປະຈຸ​ບັນ, ການຈະ​ຈາ​ຍສຽງ​ແລະ​ເວັບ​ໄຊ​ຂອງCRI ​​ໄດ້​ມີ59ພາສາ​ແລ້ວ, ​ເຊິ່ງ​ເປັນ​ສື່​ມວນ​ຊົນ​ທີ່​ມີ​ຈຳນວນ​ພາສາ​ຫຼາຍ​ທີ່​ສຸດ​ໃນ​ໂລກ. ​ໄດ້​ສ້າງສະຖາ​ນີ​ວິທະຍຸ​ທີ່​ເຕັມ​ຮູບ​ແບບ​ໃໝ່14​ແຫ່ງ​ຢູ່​ຕ່າງປະ​ເທດ, ຄວາມ​ສາມ​າດຜະລິດ​ລາຍການ​ຢູ່​ປະ​ເທດ​ເປົ້າ​ໝາຍ​ສູງ​ຂຶ້ນ​ຕື່ມ​ອີກ. ​ປັດຈະ​ບັນ​ນີ້​ແມ່ນ​ຍຸກ​ອິນ​ເຕີ​ເນັດ, ພວກ​ຂ້າພະ​ເຈົ້າ​ໄດ້​ຕັ້ງໜ້າ​ປະຕິບັດ​ການ​ປັບປຸງ​​ໂຄງ​ປະ​ກອບ​ວຽກ​ງານ​ແບບ​ຍຸດ​ທະ​ສາດ​ທີ່​ຖື​ການສ້າງສື່​ປະ​ເພດ​ໃໝ່​ເປັນ​ເປົ້າ​ໝາຍ, ​ເພີ່​ມການ​ສື່​ສານ​ກັບ​ຜູ້​ຟັງ. CRI​ໄດ້​ຈັດ​ກິດຈະກຳ​ຕ່າງໆ, ​ເຊັ່ນ"ກິດຈະກຳ​ໄປ​ເອົາ​ຂ່າວ​ຢູ່​ຊາຍ​ແດນ​ຂອງ​ນັກ​ຂ່າວ​ຕ່າງປະ​ເທດ​ຂອງCRI", "ການ​ແຂ່ງຂັນ​ຕອບ​ຄຳ​ຖາມຂອງ​ຜູ້​ຟັງ​ທົ່ວ​ໂລກ", ການ​​ປະ​ກວດ​ຄົນ​ຈີນ​ຮ້ອງ​ເພງ​ຣັ​ດ​ເຊຍ", "ການຄັດ​ເລືອກ10​ເພື່ອນ​ມິດສາ​ກົນ​ທີ່​ດີ​ທີ່​ສຸດ", ​ແລະ​ອື່ນໆ, ​ເຊິ່ງສະ​ແດງ​ໃຫ້​ເຫັນ​ຄວາມ​ຫຼາກ​ຫຼາຍ​ຮອບດ້ານ​ຂອງ​ວຽກ​ງານCRI. ການ​ສົນທະນາ​ທາງ​ອິນ​ເຕີ​ເນັດ​ທີ່​ມີ​ຫົວ​ເລື່ອງ​ວ່າ"ສຽງ​ຈາກ​ອຸລຸ​ມກີ", ​​ໄດ້​ແຈ້ງ​ສະພາບ​ຄວາມ​ຈິງ​ກ່ຽວ​ກັບ​ເຫດການ​ຈະລາຈົນ​ຮຸນ​ແຮງ​"5ກໍ​ລະກົດ"​ໃຫ້ປະ​ຊາ​ຊົນ​ຕວກກີຊາບ, ​ໄດ້​ຮັບ​ການ​ຊົມ​ເຊີຍ​ຈາກ​ຜູ້​ຟັງຕວກ​ກີຫຼາຍ. ຜົນສຳ​ເລັດ​ນີ້ເຮັດ​ໃຫ້ຮູ້​ສຶກຕື່ນ​ເຕັ້ນທີ່​ສຸດ, ​ໃນ​ປີ2009, ພວກ​ຂ້າພ​ະ​ເຈົ້າ​ໄດ້​ຮັບ​ຈົດໝາຍ​ຈາກ​ຜູ້​ຟັງ​ແລະ​ຜູ້​ໃຊ້​ອິນ​ເຕີ​ເນັດ​ຂອງ​ຕ່າງປະ​ເທດ​ເປັນ2​ລ້ານ9​ແສນ​ກວ່າສະບັບ, ຊຶ່ງ​ເປັນ​ຈຳນວນ​ສູງ​ສຸດ​ໃນ​ປະ​ຫວັດ​ສາດ.
 
ທ່ານ​ເອັນ​ເດີ, ຜູ້​ຟັງ​ເບຼຊິນ​ທີ່​ເຄີຍ​​ໄປ​ຈີນ​​ໃຫ້​ກຳລັງ​ໃຈ​ແກ່​ພວກ​ຂ້າພະ​ເຈົ້າ​ວ່າ"ມີ​ຄວາມ​ຈິງ​ໃຈ, ມີ​ເພື່ອນ​ມິດຫຼວງ​ຫຼາຍ. ຍຶດ​ໝັ້ນຈິດ​ໃຈ​ເກົ່າ, ​ແລະ​ມີ​ຄວາມ​ຊົງ​ຈຳຫຼາ​ຍຢ່າງ, ​ເຂົ້າ​ສູ່CRI, ຊົມ​ໂລກ​ທີ່​ມີຫຼາຍ​ສີຫຼາຍ​ສັນ". ທ່ານ​ຜູ້​ຟັງ​ທີ່ຮັກ​ແ​ພງ, ການ​ສະໜັບສະໜູນ​ແລະ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ພວກ​ທ່ານ, ​ແມ່ນ​ກຳລັງ​​ໃຈ​ທີ່​ຊຸກຍູ້​ການກ້າວ​ໄປ​ໜ້າຂອງ​ພວກ​ຂ້າພະ​ເຈົ້າ, ຄວາມມຸ້ງ​ມາດ​ປາ​ຖະ​ໜາ​ຂອງ​ພວກ​ທ່ານ​ແມ່ນ​ກຳລັງ​ທີ່ຊຸກ​ຍູ້​​ໃຫ້​ພວກ​ຂ້າ​ພະ​ເຈົ້າ​ປະດິດ​ຄິດ​ສ້າງ​ໃໝ່. ຜູ້​ຟັງ​ຈຳ​ນວນ​ຫຼວງ​ຫຼາຍ​ໄດ້​ຜູກ​ສາຍ​ພົວພັນ​ກັບCRIດ້ວຍ​ຄວາມ​ຈິງ​ໃຈ, ພວກ​ຂ້າພະ​ເຈົ້າ​ຈະ​ຜະລິດ​ລາຍ​ການ​ທີ່​ດີກ​ວ່າ​ເກົ່າ​ເພື່ອ​ຕອບ​ແທນບຸນຄຸນ​ຂອງ​​ເພື່ອນ​ມິດ​ທັງຫຼາຍ. ​ເນື່ອງ​ໃນ​ໂອກາດ​ນີ້, ຂ້າພະ​ເຈົ້າ​ຂໍ​ຕາງໜ້າ​ພະນັກງານ​ທັງ​ໝົດ​ຂອງCRI, ຂໍ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຢ່າງ​ສຸດຊຶ້ງມາ​ຍັງ​ໄປ​ສູ່​ເພື່ອນ​ມິດ​ຜູ້​ຟັງ​ຂອງ​ປະ​ເທດ​ຕ່າງໆ​ໃນ​ໂລກ.
 
ປີ​ໃໝ່ວຽນມາ​ເຖິງ, ​ສິ່ງ​ຕ່າງໆຈະ​ມີ​ໂສມ​ໜ້າ​ໃໝ່. ພວກ​ຂ້າພະ​ເຈົ້າ​ຈະ​ເພີ່ມ​ທະວີ​ການ​ປ່ຽນ​ແປງ​ແລະ​ປັບປຸງ​ລາຍການ​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງທ່ານ, ສືບ​ຕໍ່​ຊຸກຍູ້ວຽກ​ງານ​ຜະລິດ​ລາຍການ​ຢູ່​ໃນ​ແຕ່ລະ​ປະ​ເທດ. ຫວັງ​ວ່າ​ໃນ​ຕໍ່ໜ້າ​ນີ້, ​ເພື່ອນ​ມິດ​ຜູ້​ຟັງ​ທັງຫຼາຍ​ຈະສືບ​ຕໍ່​​ເປັນ​ກຳລັງ​ແຮງ​ໃຈ​ແລະ​ສະໜັບ​ສະໜູນCRI, ຮ່ວມ​ກັນ​ສ້າງ​ອະນາຄົດ​ອັນ​ດີງາມ. ​ສຸດທ້າຍ, ຂໍສະ​ແດງ​ຄວາມ​ອວຍ​ພອນ​ຢ່າງ​ສຸດ​ໃຈ​ຕໍ່​ເພື່ອນ​ມິດ​ຜູ້​ຟັງ​ທັງຫຼາຍ!
 
ທ່ານ​ຜູ້​ຟັງ, ທີ່​ຟັງ​ມາ​ນັ້ນ​ແມ່ນ​ທ່ານ​ວາງ​ເກີ່ງ​ນຽນ, ຜູ້​ອຳນວຍ​ການ​ໃຫຍ່​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ກ່າວ​ຄຳ​ອວຍພອນ​ປີ​ໃໝ່​ຕໍ່​ຜູ້​ຟັງ​ຕ່າງປະ​ເທດ. ປີ​​ໃໝ່2010, ພວກ​ເຮົາ​ຈະພະ​ຍາຍາມ​ຜະລິດ​ລາຍການ​ຫຼາຍ​ກວ່າ​ເກົ່າ​ແລະ​ດີກ​ວ່າ​ເກົ່າ​ໃຫ້​ທ່ານ​ຟັງ, ຫວັງ​ວ່າ​ລາຍການ​ພວກ​ເຮົາ​ຈະ​ຢູ່​ນຳ​ທ່ານ​ທຸກ​ເວລາທຸກ​ສະຖານ​ທີ່. ສະບາຍດີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ