ນາງຣິວລາຣີກ່າວວ່າ,ອົງການອານໄກດາທີ່ຢູ່ເຢແມນເປັນໄພຂົ່ມຂູ່ຕໍ່ສະຖຽນລະພາບທົ່ວໂລກ
(GMT+08:00) 2010-01-05 10:54:39 cri
ຕາມຂ່າວສານຊິ່ນຮວາ:ວັນທີ4ມັງກອນນີ້,ນາງຣີວລາຣີ ຄຼິນຕັນ,ລັດຖະມົນຕີວ່າການກະ ຊວງການຕ່າງປະເທດອາເມລິກາກ່າວວ່າ,ອົງການອານໄກດາທີ່ຢູ່ເຢແມນໄດ້ເປັນໄພຂົ່ມ ຂູ່ອັນໜັກໜ່ວງຕໍ່ສະຖຽນລະພາບຂອງພາກພື້ນແລະຂອງໂລກ,ອາເມລິກາຈະພິຈາລະ ນາຟື້ນຟູການເຮັດວຽກປົກກະຕິຂອງສະຖານທູດອາເມລິກາປະຈຳເຢແມນໃນສະພາບທີ່ມີເງື່ອນໄຂອຳນວຍ.
ພາຍຫຼັງພົບປະກັບທ່ານເຊອິກ ຮາມັດ ບິນ ຈາຊິມ,ນາຍົກລັດຖະມົນຕີ,ທັງເປັນລັດຖະມົນ ຕີວ່າການກະຊວງການຕ່າງປະເທດກາຕາທີ່ໄປຢ້ຽມຢາມ,ນາງຮິວລາຣີໃຫ້ສຳພາດຕໍ່ນັກຂ່າວວ່າ,ອົງການອານໄກດາພວມມີເຈດຕະນາສ້າງເຢແມນເປັນທີ່ໝັ້ນຂອງຕົນເພື່ອຫຼອນໂຈມຕີໃນທົ່ວໂລກ,ອາເມລິກາຈະຮ່ວມກັບປະຊາຄົມໂລກສະ ໜັບສະໜູນລັດຖະບານເຢແມນໃຊ້ມາດຕະການ,ເພື່ອຊຸກຍູ້ສັນຕິພາບແລະສະຖຽນລະພາບທີ່ເປັນເວລາຍາວນານຂອງພາກພື້ນແຫ່ງນີ້.
ເນື່ອງຈາກອົງການອານໄກດາສາຂາແຫຼມອາຣັບເປັນໄພຂົມຂູ່ຕໍ່ຜົນປະໂຫຍດຂອງອາເມລິກາຢູ່ເຢແມນ,ກະຊວງການຕ່າງປະເທດອາເມລິກາໄດ້ອອກຄຳສັ່ງປິດສະຖານທູດຢູ່ເຢແມນຊົ່ວຄາວໃນວັນທີ3ມັງກອນນີ້.ນອກນີ້,ລັດຖະບານຂອງບາງປະເທດ,ຄື:ອັງກິດ,ຝະ ຣັ່ງແລະອື່ນໆກໍໄດ້ປິດສະຖານທູດຂອງຕົນປະຈຳເຢແມນຊົ່ວຄາວຄືກັນ.
ກ່ອນໜ້ານີ້,ອົງການອານໄກດາສາຂາແຫຼມອາຣັບກ່າວວ່າ,ເປັນຜູ່ຮັບຜິດຊອບຕໍ່ເຫດການ ວາງແຜນລະເບີດຍົນທີ່ບໍ່ປະສົບຜົນສຳເລັດໃນບຸນຄຼິສມດ,ແລະກ່າວວ່າ,ການກະທຳນີ້ແມ່ນເພື່ອແກ້ແຄ້ນຕໍ່ອາເມລິກາທີ່ຊ່ວຍລັດຖະບານເຢແມນໂຈມຕີອົງການນີ້.