ຮອງ​ນາຍົກ​ລາວ​ເດີນທາງ​ຮອດ​ນານ​ນິງ​ເພື່ອ​ເຂົ້າ​ຮ່ວມ​ເວທີ​ປຶກສາ​ຫາລື​ເຂດການ​ຄ້າ​ເສລີ​ຈີນ-ອາ​ຊຽນ

(GMT+08:00) 2010-01-06 10:36:04     cri

ຕາມ​ຂ່າວCRI: ຕອນ​ຄ່ຳ​ວັນ​ທີ 5 ມັງກອນ​ນີ້, ທ່ານ​ສົມ​ສະຫວາດ ​ເລັ່ງ​ສະຫວັດ, ຮອງ​ນາຍົກລັດຖະມົນຕີຜູ້​ປະຈຳການ​ລັດຖະບານ​ລາວພ້ອມ​ດ້ວຍ​ຄະນະ​ໄດ້​​ເດີນທາງ​ດ້ວຍ​ເຄື່ອງ​ບິນນ​ໄປ​ຮອດ​ນະຄອນ​ນານ​ນິງຂອງ​ຈີນ, ​ເພື່ອ​ເຂົ້າ​ຮ່ວມ​ເວທີ​ປຶກສາ​ຫາລື​ເຂດ​ການ​ຄ້າ​ເສລີ​ຈີນ-ອາຊຽນທີ່​ຈະ​ໄຂ​ຂຶ້ນ​ຢູ່​ນານ​ນິງ​ໃນ​ວັນ​ທີ 7 ມັງກອນ​ນີ້.

 

ທ່ານ​ສົມ​ສະຫວາດ ​ເລັ່ງສະຫວັດ​ພ້ອມ​ດ້ວຍ​ຄະນະ​ໄດ້​ຮັບ​ການຕ້ອນຮັບ​ຢ່າງອົບ​ອຸ່ນ​ຈາກ​ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ. ຫຼັງ​ລົງ​ຈາກ​ເຄື່ອງບິນ, ທ່ານ​ໄດ້​ໂອ້​ລົມ​ກັບ​ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ​ດ້ວຍ​ພາສາ​ຈີນ​ຢ່າງ​ສະໜິດສະໜົມ. ຕາມ​ຄະນະ​ກຳມະການ​ຈັດ​ຕັ້ງ​ແຈ້ງວ່າ, ທ່ານ​ເອຣິກ S. ມັສກິນ, ຜູ້​ໄດ້​ຮັບ​ລາງວັນ​ໂນ​ເບ​ວສາຂາ​ເສດຖະສາດ​​ປີ 2007 ກໍ​ຈະ​ເຂົ້າ​ຮ່ວມ​ເວທີ​ປຶກສາ​ຫາລື​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ. ປັດຈຸບັນ​​ໃນ​ແຂກ 229 ທ່ານ​ທີ່​ໄດ້​ຕົກລົງ​ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ນັ້ນ​ມີ​ແຂກ​ລະດັບ​ລັດຖະມົນຕີ​ຂອງ​ປະ​ເທດອາ​ຊຽນ 10 ທ່ານ.

​ເວທີ​ປຶກ​ສາ​ຫາລື​ເທື່ອ​ນີ້​ແມ່ນ​ກະຊວງ​ການ​ຄ້າ​ຈີນ, ພາກສ່ວນ​ເສດຖະກິດ​ການ​ຄ້າ​ຂອງ​ປະ​ເທດ​ອາ​ຊຽນ, ກອງ​ເລຂາ​ອາ​ຊຽນ​ແລະ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈວ້າງກວາງຊີ​ຮ່ວມ​ກັນ​ເປັນ​​ເຈົ້າພາບ. ວັນ​ທີ 24 ຕຸລາ​ປີ 2009, ​ໃນ​ເວລາ​ເຂົ້າ​ຮ່ວມ​ກອງ​ປະຊຸມສຸດ​ຍອດ​ຈີນ-ອາ​ຊຽນຄັ້ງ​ທີ 12, ທ່ານ​ເວີນ​ເຈ່ຍ​ປາວ, ນາຍົກລັດຖະມົນຕີຈີນລິ​ເລີ່​ມຈັດເວທີ​ປຶກສາ​ຫາລື​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ, ​ໄດ້​ຮັບ​ການ​ຕອບ​ຮັບ​ເປັນ​ຢ່າງ​ດີຈາກ​ຜູ້ນຳ​ປະ​ເທດ​ອາ​ຊຽນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ