ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນກາຍ​ເປັນ​ຈຸດ​ເລີ່​ມ​ໃຫມ່​ໃນ​ການ​ຊຸກ​ຍູ້​ເສດຖະກິດ​ພາກ​ພື້ນ​ເປັນອັນ​ຫນຶ່ງ​ອັນ​ດຽວ​ກັນ

(GMT+08:00) 2010-01-07 11:17:16     cri

 ຕາມ​ຂ່າວ cri:​ເວທີ​ປຶກສາ​ຫາລືກ່ຽວ​ກັບ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ​ໄດ້​​ໄຂ​ຂຶ້ນ​ຢູ່​ນະຄອນ​ນານ​ນິງ,​ເທດສະບານ​ເຂດ​ກວາງຊີ​ຂອງ​ຈີນ​ໃນ​ວັນ​ທີ 7 ມັງກອນ​ນີ້. ​ໃນ​ພິທີ​ໄຂ,ທ່ານ​ອີ້​ສ້ຽວ​ຈຸນ,ລັດຖະມົນຕີ​ວ່າການ​ກະຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ, ການ​ສ້າງ​ເຂດ​ການ​ຄ້າ​ເສລີ​ສຳ​ເລັດ,ບໍ່​ຫມາຍ​ຄວາມ​ວ່າ​ໄດ້​ສິ້ນ​ສຸດ​ຂະ​ບວນການ​ຫັນ​ເສດຖະກິດ​ສອງ​ຝ່າຍ​ເຊື່ອມ​ໂຍງ​ເຂົ້າ​ກັນ​ແລ້ວ, ກົງກັນຂ້າມ​ມັນແມ່ນ​ຈຸດ​ເລີ່​ມ​ໃຫມ່​ທີ່ສອງ​ຝ່າຍ​ໄດ້​ຂະຫຍາຍ​ກາ​ພນົວ​ພັນ​ດ້ານ​ເສດຖະກິດ​ການ​ຄ້າ​ຕື່ມ​ອກີດ, ສືບ​ຕໍ່​ຊຸກ​ຍູ້​ໃຫ້​ເສດຖະກິດ​ພາກ​ພື້ນ​​ເຊື່ອມ​ໂຍງ​ເຂົ້າ​ເປັນອັນ​ຫນຶ່ງ​ອັນ​ດຽວ​ກັນ.


ທ່ານ​ອີ້​ສ້ຽວ​ຈຸນ​ກ່າວ​ວ່າ, ​ເຂດ​ການ​ຄ້າ​ເສລີ​ຈີນ​ອາຊຽນບົນ​ພື້ນຖານ​ທີ່​ພິຈາລະນາ​ເຖິງ​ລະດັບ​ການພັດທະນາ​ເສດຖະກິດ​ຂອງ​ທຸກ​ຝ່າຍ​​ແລະ​ຄວາມ​ສາມາດ​ແບກ​ຫາບ​ຂອງ​ຕະຫລາດ​ຢ່າງ​ເຕັມ​ສ່ວນ​ແລ້ວ, ຜ່ານ​ການ​ເປີດ​ກວ້າງ​ເງື່ອນ​ໄຂ​ເຂົ້າສູ່ຕະຫລາດ, ລົບ​ລ້າງ​ກຳ​ແພງ​ການ​ຄ້າ​ແລະ​ການ​ລົງທຶນ, ​ສາມາດ​ເຮັດ​ໃຫ້​ສອງ​ຝ່າຍ​ຊົມ​ໃຊ້​ຜົນ​ປະ​ໂຫຍ​ດຈາກ​ການ​ເຊື່ອມ​ໂຍງ​ເສດຖະກິດ​ເຂົ້າ​ກັນ.ທ່ານ​ອີ້​ສ້ຽວ​ຈຸນ​ກ່າວ​ວ່າ, ​ເພື່ອ​ເຮັດ​ໃຫ້​ເຂດ​ການ​ຄ້າ​ເສລີ​ສົ່ງ​ຜົນ​ປະ​ໂຫຍ​ດ​​ໃຫ້​ວິ​ສາ​ຫະກິດ​ແລະ​ປະຊາຊົນ​ຂອງ​ທັງ​ສອງ​ຝ່າຍ​ຢ່າງ​ແທ້​ຈິງນັ້ນ, ລັດຖະບານ​ສອງ​ຝ່າຍ​ນອກຈາກ​ຄວນ​ປະຕິບັດຕາມ​ພັນທະ​ທີ່​ກຳນົດ​ໄວ້​ໃນ​ສົນທິສັນຍາ​ເຂດ​ການ​ຄ້າ​​ເສລີ,ສືບ​ຕໍ່​ໂຄສະນາ​ເປີດ​ກວ້າງ​ຜົນ​ສັກ​ສິດ​ທີ່​ຕັ້ງຫນ້າ​ຂອງ​ເຂດ​ການ​ຄ້າ​ເສລີ​ແລ້ວ, ຍັງ​ຄວນ​ໃຫ້ການ​ສະຫນັບສະຫນູນ​ໃນ​ດ້ານ​ພື້ນຖານ​ໂຄງ​ລ່າງ, ການ​ຊອກຫາ​ທຶນຮອນແລະ​ອື່ນໆ,​ເພື່ອ​ຊຸກ​ຍູ້​ການ​ຄ້າ​ແລະ​ການ​ລົງທຶນ​ລະຫວ່າງ​ສອງ​ຝ່າຍ​ສະດວກ​ກວ່າ​ເກົ່າ.


ໃນ​ພິທີ​ໄຂ,ທ່ານ​ຊຸນ​ດຣາມ ພຸ​ສປາ​ນາ​ທານ ຮອງ​ເລຂາທິການ​ໃຫຍ່​ອາ​ຊຽນກ່າວ​ວ່າ, ການ​ສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ​ໃຫ້​ສຳ​ເລັດ,ບໍ່​ພຽງ​ແຕ່​ໄດ້​ນຳ​ເອົາ​ໂອກາດ​ທີ່​ໃຫຍ່​ກວ່າ​ເກົ່າ​ໃຫ້​ແກ່​ການ​ຄ້າ​ຢູ່​ພາກ​ພື້ນ​ຂະຍຫາຍ​ຕົວທໍ່​ນັ້ນ, ຍັງມີ​ຜົນ​ດີ​ຕໍ່​ການ​ຫລຸດ​ຄວາມ​​ໂຕນ​ກັນ​ດ້ານ​ຄວາມ​ຮັ່ງ​ກັບ​ຄວາມທຸກ​ລະຫວ່າງ​ປະ​ເທດ​ຕ່າງໆ​ໃນ​ພາກ​ພື້ນນີ້​ໃຫ້​ຫນ້ອຍ​ລົງ, ຊຸກ​ຍູ້​ການ​ຄ້າ​ແລະ​ການ​ລົງທຶນ​ຂ້າມ​ແດນ.ພ້ອມ​ກັນນັ້ນ, ຍັງ​ມີ​ຜົນ​ດີ​ຕໍ່​ການ​ເຮັດ​ໃຫ້​ພາກ​ພື້ນ​ນີ້​ຟື້ນ​ຕົວ​ຄືນ​ຈາກ​ວິ​ກິດ​ການ​ການ​ເງິນ,​ເຊິ່ງ​ເປັນ​ໂອກ​າດສຳຄັນ​ທີ່​ສຸດ​ທີ່​ສ້າງ​​ເສດຖະກິດ​ອາຊີ​ຕາ​ເວັອອກ​​ເຊື່ອມ​ໂຍງ​ເຂົ້າກັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ