ງານ​ລາຕີ​ສະຫລອງ​ການ​ສ້າງ​ຕັ້ງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນສຳ​ເລັດ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນ​ນານ​ນິງ

(GMT+08:00) 2010-01-08 11:36:13     cri

ຕອນ​ຄ່ຳ​ວັນ​ທີ 7 ມັງກອນ​ນີ້, ງານ​ລາຕີ​ສະຫລອງ​ການ​ສ້າງ​ຕັ້ງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນສຳ​ເລັດ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນ​ນານ​ນິງ,​ເທດສະບານ​ເຂດ​ກວາງຊີ​ຂອງ​ຈີນ.​ເຊິ່ງງານ​ລາຕີ​ດັ່ງກ່າວ​ມີ​ຊື່ວ່າ:ສາຍ​ລົມ​​ເຢັນ​ພັດ​ໃຫ້​ນ້ຳ​ໃສ​ຂຶ້ນ,​ເຕັມ​ໄປ​ດ້ວຍ​ສີສັນ​ພິ​ເສດດ້ານ​ວັດທະນະທຳ​ຂອງ​ຈີນ​ແລະ​ປະ​ເທດ​ຕ່າງໆ​ໃນ​ອາ​ຊຽນ. ຜູ່​ນຳ​​ແລະ​ແຂກ​ຜູ່​ມີ​ກຽດທີ່​ເຂົ້າຮ່ວມ​ເວທີ​ປາ​​ໄສ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ​ໃນ​ມື້​ດຽວ​ກັນ​ໄດ້​ເຂົ້າຊົມ​ງານ​ລາຕີ.​ໃນ​ງານດັ່ງກ່າວ, ​ນັກ​ຮ້ອງ​ຈີນ​ຍັງ​ໄດ້​ຮ້ອງ​ເພງ​ດວງ​ຈຳປາ​ຂອງ​ລາວ​ອີກ ເພື່ອ​​ເປັນ​ກຽດ​ແກ່​ທ່ານ​ສົມ​ສະຫວາດ​ເລັ່ງສະຫວັດ,ຮອງ​ນາຍົກລັດຖະມົນຕີຜູ່​ປະຈຳການ​ລັດຖະບານ​ຂອງ​ລາວ.


1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ