ຄຳ​ປາ​​​ໄສຂອງ​ລັດ​ຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ອຸດສາຫະກຳ​ແລະ​ການ​ຄ້າ​ຂອງ​ສ.ປ.ປ.ລາວ​ໃນ​ເວທີ​ປຶກສາ​ຫາລື​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ

(GMT+08:00) 2010-01-08 15:49:48     cri

 


​ໃນ​ໂອກາດ​ທີ່​ເຂົ້າ​ຮ່ວມ​ເວທີ​ປຶກສາ​ຫາລື​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນຢູ່​ນະຄອນ​ໜານ​ໜິງ, ​ເມືອງ​ເອກ​ຂອງ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວງ​ກວາງຊີ​ຂອງ​ຈີນ​ໃນ​ວັນ​ທີ 7 ມັງກອນ​ນີ້; ທ່ານ​ນາງ​ເຂັມ​ມະນີ ພົນ​ເສນາ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ອຸດສາຫະກຳ​ການ​ຄ້າ​ຂອງ​ສ.ປ.ປ.ລາວ​ໄດ້​ຂຶ້ນ​ກ່າວ​ຄຳ​ປາ​ໄສ, ຊິ່ງກ່ອນ​ອື່ນ​ທ່ານ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ແລະ​ຂອບ​ໃຈຢ່າງ​ສຸດ​ຊື່​ງຕໍ່​ລັດຖະບານ​ຈີນ, ​ໂດຍ​ສະ​ເພາະ​ແມ່ນ​ກະຊວງ​ການ​ຄ້າ​ຈີນ​ແລະ​ອົງການ​ປົກຄອງ​ເຂດ​ກວາງຊີ​ທີ່​ໄດ້​ເຊື້ອ​ເຊີນ​ແລະ​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ລາວ​ດ້ວຍ​ຄວາມ​ອົບ​ອຸ່ນນັບ​ແຕ່​ຄະນະ​ໄດ້​​ເດີນທາງ​ມາ​ເຖິງນະຄອນ​ທີ່​ມີ​ສະ​ເໜ່​ແຫ່ງ​ນີ້. ທ່ານ​ໄດ້​ຕີ​ລາຄາ​ສູງ​ຕໍ່​ຄວາມ​ສຳຄັນ​ຂອງ​ເວທີ​ປຶກສາ​ຫາລື​ເທື່ອ​ນີ້​ທີ່​ຈະ​ເປັນ​ການ​ປູ​ທາງ​ສຳລັບ​ສົ່ງ​ເສີມ​ການ​ຮ່ວມ​ມື​ທີ່​ໃກ້ຊິດ​ກວ່າ​ເກົ່າ​ລະຫວ່າງ​ຈີນ-ອາ​ຊຽນກໍ​ຄື​ຈີນ-ລາວ.

ບາງ​ຕອນ​ຂອງ​ຄຳ​ປາ​ໄສ​ທ່ານ​ນາງ​ເຂັມ​ມະນີ ພົນ​ເສນາ​ກ່າວ​ວ່າ: ​ໃນ​ສະພາບ​ທີ່​ເສດຖະກິດ​ຂອງ​ໂລກ​ພວມ​ສືບ​ຕໍ່​ປ່ຽນ​ແປງ​ໃນ​ປະຈຸ​ບັນ, ສ.ປ.ປ.ລາວ​ເຊື່ອ​ວ່າການ​ສືບ​ຕໍ່​ສົ່ງ​ເສີມ​ການ​ຄ້າ, ການ​ເປີດ​ເສລີ​ແລະ​ການ​ຮ່ວມ​ມື, ​ເລັ່ງລັດ​ການ​ເຊື່ອມ​ໂຍງ​ກັນ​ຂອງ​ພາກ​ພື້ນ​ແມ່ນ​ມີ​ຄວາມ​ຈຳ​ເປັນ​ສຳລັບ​ພວກ​ເຮົາ​ເພື່ອ​ສົ່ງ​ເສີມ​ການ​ຮ່ວມ​ມື​ທາງ​ເສດຖະກິດ​ແລະ​ຂະຫຍາຍ​ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ກັນ.

ດັ່ງ​ທີ່​ພວກ​ເຮົາ​ຮູ້​ແລ້​ວວ່າ​ຈີນ-ອາ​ຊຽນມີ​ພົນລະ​ເມືອງ​ລວມກັນ​ປະມານ 1 ຕື້ 900 ລ້ານ​ຄົນ​ທີ່​ກວມ​ຈຳນວນ 1ສ່ວນ3​ຂອງ​ພົນລະ​ເມືອງ​ທັງ​ໝົດ​ຂອງ​ໂລກ, ຈີນ-ອາ​ຊຽນຍັງ​ແມ່ນ​ເຂດ​ການ​ຄ້າ​ເສລີ​ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ, ນອກ​ນັ້ນ​ຈີນ​ແລະ​ປະ​ເທດ​ອາ​ຊຽນພວມ​ຫັນ​ເປັນ​ອຸດສາຫະກຳ​ແລະ​ກັນ​ເປັນ​ຕົວ​ເມືອງ​ຊຶ່ງ​ເປັນ​ຕະຫຼາດ​ທີ່​ກວ້າງ​ໃຫຍ່​ແລະ​ເຕີບ​ໂຕ​ໄວ​ຫຼາຍ. ສຳລັບ​ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ຈີນ​ກັບ​ລາວ​ຈາກ​ເດືອນ​ມັງກອນ​ຫາ​ເດືອນ​ກັນຍາ 2009 ກໍ່​ບັນລຸ​ເຖິງ 485 ລ້ານ​ກວ່າ​ໂດ​ລາ, ຊຶ່ງ​ເພີ່​ມຂຶ້ນ 33,8% ທຽບ​ໃສ່​ປີ 2008. ພວກ​ເຮົາ​ເຊື່ອ​ໝັ້ນ​ຢ່າງ​ຕາຍ​ໃຈ​ວ່າ, ຕົວ​ເລກ​ນີ້​ຈະ​ເພີ່ມ​ຂຶ້ນ​ອີກ​ຫຼັງ​ຈາກ​ທີ່​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ​ເລີ່​ມປະຕິບັດ​ຢ່າງ​ເຕັມ​ຮູບ​ແບບ​ໃນ​ປີ 2010 ນີ້.
ທ່ານ​ນາງ​ເຂັມ​ມະນີກ່າວ​ວ່າ: ການ​ທີ່​ລັດ​ຖະບານ​ຈີນ​ໄດ້​ຕັດສິນ​ໃຈ​ສ້າງ​ຕັ້ງກອງ​ທຶນ​ຈີນ-ອາ​ຊຽນມູນ​ຄ່າ 10 ຕື້​ໂດ​ລາ​ເພື່ອ​ຮ່ວມ​ມື​ກັນລົງທຶນ​ແລະ​ຍັງ​ໃຫ້​ສິນ​ເຊື່ອ​ອີກ 15 ຕື້​ໂດ​ລາ​ແກ່​ບັນດາ​ປະ​ເທດ​ອາ​ຊຽນນັ້ນ, ຈະ​ຊ່ອຍ​ເຫຼືອ​ໃຫ້ການ​ລົງທຶນ​ໃນ​ພາກ​ພື້ນ​ໄປ​ໄດ້​ດີ, ​ໂດຍ​ສະ​ເພາະ​ແມ່ນ​ຕໍ່​ປະ​ເທດ​ດ້ອຍ​ພັດທະນາ​ຄື​ລາວ​​ແລ້ວ, ນີ້​ແມ່ນ​ມີ​ຄວາມ​ຈຳ​ເປັນ​ຫຼາຍ​ແລະ​ເປັນ​ໂອກາດ​ທີ່​ຍິ່ງ​ໃຫຍ່​ໃນ​ການ​ຂະຫຍາຍ​ການ​ຮ່ວມ​ມື​ລົງທຶນ​​ໃນ​ປະ​ເທດ​ພາກ​ເຮົາ. ພວກ​ເຮົາ​ຫວັງ​ວ່າ​ຈະ​ນຳ​ໃຊ້​ທຶນ​ນີ້​ເພື່ອ​ການ​ກໍ່ສ້າງ​ໂຄງການ​ພື້ນຖານ​ໂຄງ​ລ່າງ​ຕ່າງໆ​ໃນ​ສ.ປ.ປ.ລາວ.

ຕອນ​ທ້າຍ​ຂອງ​ການ​ກ່າວ​ຄຳ​ປາ​ໄສ, ທ່ານ​ນາງ​ເຂັມ​ມະນີ​ໄດ້​ກ່າວ​ຢ້ຳບາງ​ຕອນ​ວ່າ: ​ໃນ​ຫຼາຍ​ທົດ​ສະ​ວັດ​ທີ່​ຜ່ານ​ມາ, ສ.ປ.ປ.​ລາວ​ໄດ້​ຮັບ​ຜົນສຳ​ເລັດ​ທີ່​ສຳຄັນ​ໃນ​ການ​ສ້າງ​ຄວາມ​ມີສະຖຽນ​ລະ​ພາບ​ແລະ​ເລັ່ງລັດ​ການ​ເຕີບ​ໂຕ​ທາງ​ເສດຖະກິດ​ແລະ​ຫຼຸດຜ່ອນ​ຄວາມທຸກ​ຍາກ, ປະຈຸ​ບັນ​ນີ້​ອັດຕາ​ເຕີບ​ໂຕ​ສະ​ເລ່ຍGDPຂອງ​ລາວ​ແມ່ນ​ຢູ່​ລະຫວ່າງ 6 ຫາ 7 ສ່ວນ​ຮ້ອຍ. ລາວ​ມີ​ທ່າ​ແຮງ​ບົ່ມ​ຊ້ອນ​ດ້ານ​ຊັບພະຍາກອນ​ທຳ​ມະ​ຊາດ​ຫຼາຍ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ຂະ​ແໜງ​ການ​ກະສິກຳ, ບໍ່​ແຮ່​ແລະ​ໄຟຟ້າ​ນຳ​ຕົກ​ຊື່​ງ​ເປັນ​ຂະ​ແໜງ​ການ​ທີ່​ສຳຄັນ​ຫຼາຍ​ໃນ​ການ​ປະກອບສ່ວນ​ເຮັດ​ໃຫ້​ອັດຕາ​ການ​ເຕີບ​ໂຕ​ຂອງGDP​ເພີ່ມ​ຂຶ້ນ. ນອກຈາກ​ນັ້ນ, ​ໃນ​ດ້ານ​ນະ​ໂຍບາຍຕ່າງໆ, ລັດຖະບານ​ລາວ​ກໍ່​ໄດ້​ປັບປຸງ​ແລະ​ອອກ​ຂໍ້​ກຳນົດ​ກົດ​ລະບຽບ​ແລະ​ກົດໝາຍ​ໃໝ່​ຈຳນວນ​ໜຶ່ງ​ເພື່ອ​ອຳ​ນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ຄ້າ​ແລະ​ດຶງ​ດູດ​ນັກ​ລົງທຶນ​ຈາກ​ຕ່າງປະ​ເທດ​ໃຫ້​ນັບ​ມື້​ນັບ​ຫຼາຍ​ຂຶ້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ