ການ​ພັດທະນາ​ເຂດ​ຕາ​ເວັນ​ຕົກ 10 ປີ​ເຮັດ​ໃຫ້​​ເສດຖະກິດຂອງ​ແຂວງ​ເສ​ສວນ​ເພີ່ມ​ຂຶ້ນ 2 ​ເທົ່າ

(GMT+08:00) 2010-01-11 15:49:01     cri

ຈີນ​ເລີ່​ມປະຕິບັດ​ຍຸດ​ທະ​ສາດ​ພັດທະນາ​ເຂດ​ພາກ​ຕາ​ເວັນຕົກ 10 ປີ​ມາ​ນີ້, ​ໄດ້​ສ້າງ​ໂອກາດ​ພັດທະນາ​ຢ່າງ​ໃຫຍ່​ຫຼວງ​ໃຫ້​ແກ່​ບັນດາແຂວງ​ພາກ​ຕາ​ເວັນ​ຕົກ. ຫວ່າ​ງກ່ອນ​ນີ້​ບໍ່​ດົນ​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວCRI, ທ່ານ​ຈ້ຽງຈູ້​ເຟີ​ງ, ​ເຈົ້າ​ແຂວງ​ແຂວງ​ເສ​ສວນ​ກ່າວ​ວ່າ, ​ໃນ 10 ປີ​ທີ່​ພັດທະນາ​​ເຂດ​ພາກ​ຕ​າ​ເວັນ​ຕົກ, ​​ເສດຖະກິດ​ສັງຄົມ​ຂອງ​ແຂວງ​ເສ​ສວນ​ໄດ້​ພັດທະນາ​ຢ່າງ​ຫຼວງ​ຫຼາຍ, GDP​ໄດ້​ເພີ່ມ​ຂຶ້ນສອງ​ເທົ່າ. ຕໍ່​ໄປ​ເຊີນ​ຟັງ​ລາຍ​ລະອຽດ:

ທ່ານ​ຈຽງຈູ້​ເຟີ​ງກ່າວ​ວ່າ, ຜົນສຳ​ເລັດ​ທີ່​ແຂວງ​ເສ​ສວນ​ໄດ້​ຮັບ​ນັ້ນ​ກ່ອນ​ອື່ນ​​ໄດ້​ສະ​ແດງ​​ໃຫ້​ເຫັນວ່າ​ກຳ​ລັງ​ແຮງ​ສັງ​ລວມ​ຂອງ​ແຂວງ​ເສ​ສວນ​ໄດ້​ເພີ່ມ​ຂຶ້ນ​ຢ່າງຈະ​ແຈ້ງ, ລະດັບ​ຊີວິດ​ຂອງ​ປະຊາຊົນ​ໄດ້​ດີ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ.​ປີ 2007,​GDP​ຂອງ​ແຂວງ​ເສ​ສວນ​ໄດ້​ຫຼາຍ​ກວ່າ 1000 ຕື້​ຢວນ​ເປັນ​ຄັ້ງ​ທຳ​ອິດ, ​ແມ່ນ​ແຂວງ​ທີ 9 ​ໃນ​ທົ່ວ​ປະ​ເທດ​ທີ່​GDP​ຫຼາຍ​ກວ່າ 1000 ຕື້​ຢວນ.​GDPຂອງ​ທົ່ວ​ແຂວງ​ເສ​ສວນ​ໃນ​ປີ 2008 ຫຼາຍ​ກວ່າ 1200 ຕື້​ຢວນ,​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ປີ 1999 ສອງ​ເທົ່າ. ພ້ອມ​ກັນ​ນັ້ນ,​ລະ​ດັບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ກໍ​ດີ​ຂຶ້ນ​ຢ່າງ​ເດັ່ນ​ຊັດ, ປີ 2008, ລາຍ​ໄດ້​ສຸດ​ທີ່​ສະ​ເລ່ຍ​ຕໍ່​ຫົວ​ຄົນ​ຂອງ​ຊາວ​ເມືອງ​ແລະ​ຊາວ​ກະ​ສິ​ກອນ​ລ້ວນ​ແຕ່​ໄດ້​ເພີ່ມ​ຂຶ້ນ 2 ​ເທົ່າກວ່າ​ເມື່ອ​ທຽບ​ກັບ 10 ປີ​ກ່ອນ.

ອັນ​ທີ​ສອງ, ພື້ນຖານ​ໂຄງ​ລ່າງ, ການ​ອະນຸລັກ​ສິ່ງ​ແວດ​ລ້ອມ​ຊີ​ວະ​ພາບ​ແລະ​ວຽກ​ງານ​ສັງຄົມ​ຂອງ​ທົ່ວ​ແຂວງ​ກໍ​ໄດ້​ຮັບ​ການ​ພັດ​ທະ​ນາ​ຢ່າງ​ຫຼວງ​ຫຼາຍ.​ຂໍ​ຍົກ​ເອົາ​ວຽກ​ງານ​ຄົມ​ມະ​ນາ​ຄົມ​ມາ​​ເປັນ​ຕົວ​ຢ່າງ,​ຍ້ອນ​ວ່າ​ແຂວງ​ເຂ​ສວນ​ມີ​ພູ​​ຫຼາຍ, ​ໃນ​ກາບ​ກອນ​ບູ​ຮານ​ຂອງ​ຈີນ​ກໍ​ມີ​ຄວາມ​ເວົ້າ​ທີ່​ວ່າ​" ທາງ​ແຂວງ​ເສ​ສວນ​ໄປ​ຍາກ, ຍາກ​ກວ່າ​ຂຶ້ນ​ຟ້າ", ​ແຕ່​ສິ່ງ​ທີ່​ເຮັດ​ໃຫ້​ທ່ານ​ຈ້ຽງ​ຈູ້​ເຟີງ​ດີ​ໃຈ​ທີ່​ສຸດ​ກໍ​ຄື, ​ຜ່ານ​ການ​ພັດ​ທະ​ນາ​ເປັນ​ເວລາ 10 ປີ, ທາງ​ຫຼາງ​ທີ່​ເຂົ້າ​ອອກ​ແຂວງ​ເສ​ສວນ​​ມີ​ເຖິງ 15 ​ເສັ້ນ​ແລ້ວ, ຖະໜົມ​ຊີ​ມັງ​ກໍ​ນັບ​ມື້​ນັບ​ຫຼາຍ​ແລະ​ສະດວກ.

"ດຽວ​ນີ້,ທາງ​ຫຼວງຂອງ​ພວກ​ເຮົາ​​ມີຄວາມ​ຍາວ​ທັງ​ໝົດ2​ແສນ3​ໝື່ນ​ກິ​ໂລ​ແມັດ,​ຫຼາຍກວ່າ​ກ່ອນ​​ພັດທະນາ​ຢ່າງ​ຂະ​ໜາດ​ໃຫຍ່​1​ເທົ່າ.​ທາງ​ດ່ວນ​ມີ​2188​ກິ​ໂລ​ແມັດ,​ແລະ​ອີກ​3​ພັນ​ກິ​ໂລ​ແມັດ​ກຳ​ລັງ​ກໍ່​ສ້າງ​ຢູ່,​ບວກ​ເຂົ້າ​ກັນ​ມີ​ທັງ​ໝົດ​5100​ກິ​ໂລ​ແມັດ.​ການ​ກໍ່​ສ້າງ​ສະ​ໜາມ​ບິນ​ຊ່ວງ​ລິວ​ເຊິງ​ຕູ່​ຂອງ​ພວກ​ເຮົາ​ເລີ່ມ​ສ້າງ​ແຕ່​ປີ​1999,​ໃນ​ເວ​ລາ​ພຽງ​10​ປີ,ຈຳນວນ​ຜູ່​ໂດຍ​ສານ​ທີ່​ເດີນ​ທາງ​ຜ່ານ​ສະ​ໜາມ​ບິນ​ແຫ່ງ​ນີ້​ຫຼາຍ​ເປັນ​ອັນ​ດັບ​ຫ້າ​ໃນ​ທົ່ວ​ປະ​ເທດ​."

ນອກ​ນີ້,ຍ້ອນ​ໄດ້ຮັບຜົນ​ປະ​ໂຫຍ​ດຈາກ​ການ​ພັດທະນາ​ພາກ​ຕາ​ເວັນ​ຕົກ​ຢ່າງ​ຂ​ະໜາດ​ໃຫຍ່,ການ​ສ້າງສາ​ຊີວະ​ພາບ​ຂອງ​ແຂວງ​ເສ​ສວນ​ກໍ່​​ໄດ້​ມີ​ຄວາມ​ກ້າວ​ໜ້າ​ຢ່າງ​ໃຫຍ່​ຫຼວງ.​ແຂວງ​ເສ​ສວນ​ທີ່​ຕັ້ງ​ຢູ່​ຍ່ານ​ເໜືອ​ແມ່​ນ້ຳຢ​າງຊີ​​ກຽງ​ໄດ້​​ເລີ່ມ​ນຳ​ໜ້າ​ປະ​ຕິ​ບັດ​ກິດ​ຈະ​ກຳ​ອະ ນຸ​ລັກ​ຊັບ​ພະຍາ​ກອນ​ປ່າ​ທຳ​ມະ​ຊາດ​ແລະ​ກິດ​ຈະ​ກຳ​​ເຊົາ​ປູກ​ຝັງ​ເພື່ອ​ປູກ​ໄມ້​ສ້າງ​ປ່າ​ຄືນ​ໃໝ່,​ ແລະ​ໄດ້​ປະ​ຕິ​ບັດ​ກິດ​ຈະ​ກຳ​ອະ​ນຸ​ລັກ​ທຳ​ມະ​ຊາດ​ຕ່າງໆ​ຢ່າງ​ລຽນ​ຕິດ ຄື:​ການ​ເຊົາ​ລ້ຽງ​ສັດ​ເພື່ອ​ປູກ​ຫຍ້າ​ຄືນ​ໃໝ່,ການ​ອະນຸລັກ​ດິນ​ທາມ,​ການ​ປ້ອງ​ກັນ​ນ້ຳ​ໄຫຼ​ເຊາະ​ດິນ​ເຈື່ອນ,​ການ​ປ້ອງ​ກັນ​ການ​ຂະ​ຫຍາຍ​ຂອງ​ດິນ​ຊາຍ​ຢູ່​ພາກ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ແຂວງ​ເສ​ສວນ​ແລະ​ການ​ປູກ​ຕົ້ນ​ໄມ້​ໃນ​ຕົວ​ເມືອງ​ຊົນ​ນະ​ບົດ​ເປັນຕົ້ນ.10ປີ​ມາ​ນີ້,​ທົ່ວ​ແຂວງ​ໄດ້​ປັບ​ປຸງ​ສະ ພາບ​ການນ້ຳ​ໄຫຼ​ເຊາະ​ດິນ​ເຈື່ອນ​4​ແສນ​4​ໝື່ນ​ກວ່າ​ເຮັກ​ຕາ,​ຂີ້​ຕົມ​ແລະ​ດິນ​ຊາຍ​ທີ່​ໄຫຼ​ເຂົ້າ​ແມ່ນ້ຳຢາງ​ຊີ​ກຽງ​ໄດ້​ຫຼຸດ​ລົງ​46%,​ແລະ​ອັດຕາ​ປົກ​ຫຸ້ມ​ດ້ວຍ​ປ່າ​ໄມ້ມີ​ເຖິງ31%.

ເມື່ອ​ເວົ້າ​ເຖິງ​ແຜນ​ດິນ​ໄຫວຮຸນ​ແຮງ​ທີ່​ເກີດ​ຂຶ້ນ​ຢູ່​ເມືອງ​ເວີ້​ນຊວນ​ແຂວງ​ເສ​ສວນ​ຂອງ​ຈີນ​ແລະ​ວິ​ກິດ​ການ​ການ​ເງິນ​ສາກົນ, ທ່ານ​ຈຽງ​ຈີ້​ເຟິ່ງກ່າວ​ວ່າ, ​ແຂວງ​ເຊ​ສວນ​ສາມາດ​ຜ່ານ​ຜ່າແຮງ​ກົດ​ດັນ​ສອງ​ຢ່າງ​ນີ້​ຈົນ​ໄດ້​ຮັບ​ຜົນສຳ​ເລັດ​​ໃນ​ປັດຈຸບັນ,​ບໍ່​ແມ່ນ​ເລື່ອງ​ງ່າຍ.ປັດ​​ໄຈ​ສຳຄັນ​ອັນ​ຫນຶ່ງ​ກໍ່​ແມ່ນ​ຍ້ອນ​ວ່າການ​ພັດທະນາ​ພາກ​ຕາ​ເວັນ​ຕົກ​ເປັນ​ເວລາ 10 ປີ​ໄດ້​ສ້າງ​ພື້ນຖານ​ດ້ານ​ວັດຖຸ​ແລະ​ເຕັກນິກ​ທີ່​​ເຂັ້ມ​ແຂງ​ໃຫ້​ແກ່​ເສ​ສວນ​ໃນ​ການ​ກູ້​ໄພ​ແຜ່ນດິນ​ໄຫວ​ແລະ​ຮັບ​ມື​ກັບ​ວິ​ກິດ​ການ​ການ​ເງິນ​ສາກົນ.ທ່ານ​ເວົ້າວ່າ:

ປີ 2008, GDP ພວກ​ເຮົາ​ໄດ້​ບັນລຸ 1250 ຕື້,​ເພີ່ມ​ຂຶ້ນ​ເກືອບ​ສອງ​ເທົ່າ​ເມື່ອ​ທຽບ​ກັບ​ປີ 1999,​ໃນ 10 ປີ​ທີ່​ດຳ​ເນີນ​ການ​ພັດທະນາ​ພາກ​ຕາ​ເວັນ​ຕົກຢ່າງ​ຂະຫນາດ​ໃຫຍ່,​ໄດ້​ສ້າງ​ພື້ນຖານ​ດ້ານ​ວັດຖຸ​ທີ່​ດີ​ໃຫ້​ແກ່​ພວກ​ເຮົາ​ໃນ​ການ​ຕໍ່ຕ້ານ​ກັບ​ການ​ທຳລາຍ​ຂອງ​ໄພ​ແຜ່ນດິນ​ໄຫວ​ຮຸນ​ແຮງ,​ແລະ​ຮັບ​ມື​ກັບ​ການ​ໂຈມ​ຕີຂອງ​ວິ​ກິດ​ການ​ການ​ເງິນ​ສາກົນ.

ທ່ານ​ກ່າວ​ວ່າ, ​ແຂວງ​ເຊ​ສວນ​ພວມ​ພະຍາຍາມ​ຊຸກ​ຍູ້​ການ​ສ້າງສາ​ຄືນ​ໃຫມ່​ຫລັງ​ໄພພິບັດ,ປັດຈຸບັນ, ວຽກ​ງານ​ທຸກດ້ານ​ພວມ​ດຳ​ເນີນ​ໄປ​​ເປັນ​ຢ່າງ​ດີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ