ຈີນ​ຈະ​ຂະ​ຫຍາຍ​ເປັນ​ປະ​ເທດ​ເຂັ້ມ​ແຂງ​ດ້ານ​ການ​ພິມ​ຈຳ​ໜ່າຍ​ພາຍ​ໃນ​10​ປີ

(GMT+08:00) 2010-01-13 18:36:00     cri

ຕາມ​ຂ່າວCRI:ວັນ​ທີ13​ມັງກອນ​ນີ້,ກອງ​ປະຊຸມ​ວຽກ​ງານ​ຂ່າວສານ​ແລະພິມ​ຈຳໜ່າຍ​​ທົ່ວ​ປະ​ເທດ​ຈີນ​ປີ2010​ໄດ້​ໄຂ​ຂຶ້ນ​ຢູ່​ປັກ​ກິ່ງ.​ໃນ​ກອງ​ປະ​ຊຸມ,​ທ່ານ​ຫຼິວ​ປິ່ນ​ເຈ,​ຫົວ​ໜ້າ​ກົມ​ໃຫຍ່​ຂ່າວ​ສານ​ແລະ​ພິມ​ຈຳ​ໜ່າຍ​ຈີນ​ກ່າວ​ວ່າ,ຈີນ​ຈະ​ສືບ​ຕໍ່​ລົງ​ເລິກ​ການ​ປະ​ຕິ​ຮູບ​ລະ​ບົບ​ພິມ​ຈຳ​ໜ່າຍ​ຂ່າວ​ສານ,​ອອກ​ແຮງ​ຊຸກ​ຍູ້​ໃຫ້​ຈີນ​ກ້າວ​​ໄປ​ສູ່​ປະ​ເທດ​ເຂັ້ມ​ແຂງ​ດ້ານ​ຂ່າວ​ສານ​ແລະ​ພິມ​ຈຳ​ໜ່າຍ.ໃ

ນ​ປີ2009,​ໃນ​ວິ​ກິດ​ການ​ການ​ເງິນ​ສາກົນ,ຂະ​ແໜງ​ການຂ່າວສານ​ແລະ​ພິມ​ຈຳ​ໜ່າຍ​ຂອງ​ຈີນພັດ​ໄດ້​ມີ​ການ​ຂະ​ຫຍາຍ​ຕົວ​ຢ່າງ​ຮອບ​ດ້ານ​ແລະ​ວ່ອງ​ໄວ,ມູນ​ຄ່າ​ຜະລິດ​ຕະພັນ​ທັງໝົດ​​ໄດ້​ເພີ່ມ​ຂຶ້ນ​20%,​ຫຼາຍ​ກວ່າ​1000​ຕື້​ຢວນ.ວັນ​ທີ13​ມັງກອນ​ນີ້,​ໃນ​ກອງ​ປະຊຸມ​ວຽກ​ງານຂ່າວສານ​​​ແລະພິມ​ຈຳໜ່າຍ​ທົ່ວ​ປະ​ເທດ,ທ່ານ ຫຼິວປິ່ນ​ເຈ,​ຫົວ​ໜ້າ​ກົມ​ໃຫຍ່​ຂ່າວ​ສານ​ແລະ​ພິມ​ຈຳ​ໜ່າຍ​ຈີນ​ກ່າວ​ວ່າ,​ຈີນ​ໄດ້​ກາຍ​ເປັນ​ປະ​ເທດ​ໃຫຍ່​ດ້ານ​ການ​ພິມ​ຈຳ​ໜ່າຍ​ຂອງ​ໂລກ​ແລ້ວ,​ແຕ່​ຖ້າ​ທຽບ​ໃສ່​ປະ​ເທດ​ທີ່​ເຂັ້ມ​ແຂງ​ໃນ​​ໂລກ​ແລ້ວຍັງ​ຫຼຸດ​ໂຕນ​ກັນ​ຫຼາຍ​ຢູ່.​

ທ່ານ​ກ່າວ​ວ່າ:ກາຍ​ເປັນ​ປະ​ເທດ​ໃຫຍ່​ທາງ​ດ້ານຂ່າວສານ​ແລະ​ພິມ​ຈຳຫນ່າຍ​ແມ່ນ​ຍ້ອນ​ວ່າ​ພວກ​ເຮົາ​ມີ​ປະຊາກອນ​ຢ່າງ​ຫລວງຫລາຍຄືມີ 1 ຕື້ 300 ລ້ານ​ຄົນ, ​ການ​ຮັບປະກັນ​ການ​ອ່ານປື້​ມລະດັບ​ຕ່ຳ​ສຸດ​ຂອງ​ປະຊາກອນກໍ່​ສາມາດ​ບັນລຸ​ລະດັບ​ນີ້​ແລ້ວ. ​ແຕ່​ເມື່ອ​ທຽບ​ກັບປະ​ເທດທີ່​ພັດທະນາ​ໃນ​ໂລກ​ແລ້ວ, ບໍ່​ວ່າ​ໃນ​ດ້ານ​ຂະຫນາດ​ການພັດທະນາ, ສະພາບ​ພັດທະນາ,ຫລື​ວ່າ​ຮູບ​ການ​ແລະ​ຄຸນ​ນະພາ​ບຂອງ​ການພັດທະນາ, ກໍ່​ລ້ວນ​ແຕ່​ມີ​ຄວາມ​ຜິດ​ໂຕນ​ກັນ​ຫລາຍ.​ໃນ​ນັ້ນລວມທັງ​ຂະຫນາດ​​ແລະ​ຊັບ​ສິນ​ຂອງ​ວິ​ສາ​ຫະກິດ​ກໍ່ຫລຸດໂຕນ​ກັນ​ຫລາຍ,ອັດຕາ​ສ່ວນ​ໃນ​ເ​ສດຖະກິດ​ແຫ່ງ​ຊາດ​ຂອງລວມຍອດ​ການ​ຜະລິດກໍ່​ບໍ່ສາມາດ​ທຽບ​ກັບປະ​ເທດ​ທີ່​ພັດທະນານັ້ນ​ເທື່ອ,​ໂດຍ​ສະ​ເພາະ​ແມ່ນ​ຄວາມ​ສາມາດ​ໃນ​ການ​ປະພັນ​ເນື້ອ​ໃນ​ກໍ່​ອ່ອນ​ຫລາຍ.​ເດືອນ​ເມສາ​ປີ​ກາຍ​ນີ້, ຈີນ​ໄດ້​ຊຸກ​ຍູ້​ການ​ປະຕິ​ຮູບ​ລະບົບ​ຂ່າວສານ​ແລະພິມ​ຈຳຫນ່າຍ​ຢ່າງຮອບດ້ານ,​ເຊິ່ງຮຽກຮ້ອງ​ໃຫ້​ສຳນັກງານ​ພິມ​ປື້​ມ,​ເຄື່ອງ​ພາບ​ແລະ​ສຽງ​ແລະ​ສິ່ງ​ພິມ​ເອ​ເລັກ​ໂຕຼນິກ​ແບບ​ຂາຍ​ຢູ່​ແຫ່ງ​ຕ່າງໆ​ຂອງ​ທ້ອງ​ຖີ່​ນ, ​ໂຮງຮຽນ​ຊັ້ນ​ສູງ​ແລະ​ຫນ່ວຍ​ງານ​ຕ່າງໆ​ຂອງ​ສູນ​ກາງ​ຄວນ​ຫັນປ່ຽນ​ລະບອບຢ່າງ​ຮອບດ້ານ, ສ້າງ​ລະບົບ​ວິ​ສາ​ຫະກິດສະ​ໄຫມ​ໃຫມ່​ກ່ອນ​ທ້າຍ​ປີ 2010.ພ້ອມ​ກັນນັ້ນ, ລັດຖະບານກໍ່​ສົ່ງ​ເສີມ​ແລະ​ສະຫນັບສະຫນູນ​ວິ​ສາ​ຫະກິດ​ຫລັກ​ແຫ​ລ່ງ​ໃນ​ການ​ພິມ​ຈຳຫນ່າຍ​​ໃຫ້​ດຳ​ເນີນ​ການ​ປັບປຸງ​ຄືນ​ໃຫມ່, ​ໃຊ້​ເວລາ 3-5 ປີ, ​ເພື່ອ​ກໍ່​ສ້າງ​ວິ​ສາ​ຫະກິດຂ່າວສານ​ແລະ​ພິມ​ຈຳຫນ່າຍ​ຂະຫນາດ​ໃຫຍ່​ທີ່​ມີ​ຊັບ​ສິນ​ແລະ​ມູນ​ຄ່າ​ຈຳຫນ່າຍ​ຫລາຍ​ກວ່າ 10 ຕື້​ຢວນທີ່​ເປັນອັນ​ດັບ​ຫນຶ່ງ​ພາຍ​ໃນ​ປະ​ເທດ​ແລະ​ມີ​ຊື່​ສຽງ​ໃນ​ທົ່ວ​ໂລກ 6-7 ​ແຫ່ງ.

ກຸ່ມ​ບໍລິສັດ​ສື່ສານ​​ແລະພິມ​ຈຳ​ຫນ່າຍ​​ແທມສຂອງ​ແຂ​ວງອ່ານ​ຮຸ່ຍ ​ໄດ້​ຕັ້ງ​ໂຮງງານ​ພິມ​ຢູ່​ຣັດ​ເຊຍ. ​ໃນ​ເວ​ລາທ່ານ​ວາງ​ຢ້າ​ເຟ່, ຜູ່​ອຳ​ນວຍ​ການ​ໃຫຍ່​ຂອງ​ບໍລິສັດ​ນີ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ,ທ່ານ​ກວ່າວ່າ, ບໍລິສັດ​ນີ້​ໄດ້​ປ່ຽນ​​ແປງ​​ແນວທາງ​ທີ່​ພິມ​ຈຳຫນ່າຍປຶ້ມ​​​ດ້ວຍ​ຮູບ​ການພຽງອັນ​​ດຽວ​ໃນ​ແຕ່​ກ່ອນ.ທ່ານ​ກ່າວ​ວ່າ:

  ສິ່ງ​ທີ່​​ໄດ້​ຮັບ​ຜົນ​ຫຼາຍ​ກວ່າ​ຫມູ່ກໍ່​ແມ່ນ​ປ່ຽນ​ແປງ​​ແນວທາງ​ທຸລະ​ກິດທີ່​​ຫັນ​ເປັນ​ແບ​ບສາກົນ​, ​ປ່ຽນຈາກ​ການ​​ສົ່ງ​ອອກລິກຂະ​ສິດ​ທີ່​ງ່າຍ​ດາຍ,ກາຍ​ເປັນ​ການ​ອອກ​ແບບ​ແລະວາງ​​ແຜນການ​ປຶ້ມສາກົນ, ການ​ສົ່ງ​ອອກ​ປື້​ມ,ສື່ເອ​​ໂລ​​ໂຕຼນິກທີ່​ມີ​ທັງ​ການ​ສ້າງ​ຕັ້ງຖານຮ່ວມ​ມື​ຜະລິດ​ແລະ​ອື່ນໆຢູ່​ຕ່າງປະ​ເທດ, ນອກຈາກ​ຜະລິດ​ຕະພັນ​ ພວມ​ມີ​ການ​ປ່ຽນ​ແປງ, ຮູບ​ການ​ການ​ຄ້າ​ກໍ​ພວມ​ມີ​ການປ່ຽນ​ແປງ​ແລະ​​ແນວທາງ​ທີ່​ຮ່ວມ​ມື​ກໍ່​ພວມ​ມີ​ການ​ປ່ຽນ​ແປງ.

ໃນ​ກອງ​ປະ​ຊຸມ​ວຽກ​ງານຂ່າວສານ​ແລະ​ພິມ​ຈຳຫນ່າຍ​ຂ່າວ​ຂອງ​ທົ່ວ​ປະ​ເທດ​ປີ 2010, ທ່ານ​ຫຼິວປິ່ນເຈ,ຫົວຫນ້າກົມ​ໃຫຍ່ຂ່າວສານ​ແລະ​ພິມ​ຈຳຫນ່າຍ​ແຫ່ງ​ຊາດ​ຈີນ​ໄດ້ສະ​ເຫ​ນີ​ເປົ້າ​ຫມາຍ​ທີ່​ພັດທະນາ​ໃນ 10 ປີ​ຕໍ່ຫນ້າ.ທ່ານ​ກ່າວ​ວ່າ:

ຮອດ​ປີ 2020, ລວມຍອດ​ຜະລິດ​ຕະພັນ​ຂອງ​ຂະ​ແຫນງ​ການຂ່າວສານ​ແລະ​ພິມ​ຈຳຫນ່າຍກວມລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ​ປະ​ເທ​ດຫຼືGDP​ໃນ​ຄາວ​ນັ້ນ​ປະມານ 5%, ກາຍ​ເປັນ​ອຸດສາຫະກຳ​ສຳຄັນ​ໃນ​ການ​ພັດທະນາ​ຂອງ​ເສດຖະກິດ​ແຫ່ງ​ຊາດ.  ການ​ພັດທະນາ​ຂອງ​ຂະ​ແຫນງ​ການ​ທີ່​ຈະ​ເລີ​ນ​ໃຫມ່​ຄື: ສື່​ມວນ​ຊົນ​ດີ​ຈີ​ຕອນ​ແລະ​ອື່ນໆ​ໄດ້​ບັນລຸ​ເຖິງ​ລະດັບ​ກ້າວຫນ້າຂອງໂລກ. ​ໂດຍ​ສະ​ເພາະ​ແມ່ນ​ເຮັດ​ໃຫ້​ຂະ​ແຫນງ​ການຂ່າວສານ​ແລະ​ພິມ​ຈຳຫນ່າຍ​​ໄດ້​ມີ​ການພັດທະນາ​ແບບ​ກ້າວ​ກະ​ໂດດຢ່າງ​ຈິງຈັງ, ​ແລ້ວ​ສ້າງ​ເປັນ​ໂຄງ​ປະກອບ​ໃຫມ່​​ໃນ​ການ​ພັດທະນາ​ດ້ານ​ວິທະຍາສາດ​ຂອງຂ່າວສານ​ແລະ​ພິມ​ຈຳຫນ່າຍ, ​ແລະ​ສ້າງ​ເປັນ​ກົນ​ໄກ​​ໂຄງ​ປະກອບທີ່​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ກັນ​ໃນ​ສາກົນ. ບົດບາດ​ຂອງວັດທະນະທຳ​ປະຊາ​ຊາດ​ຈີນ​ໃນ​ໂລກ​ແລະຄວາມ​ສາມາດ​ດ້ານ​ການ​​ໂຄສະນາ​ເຜີ​ຍ​ແຜ່​ຂອງ​ສື່​ມວນ​ຊົນ​ສຳຄັນ​ຂອງ​ຕ່າງປະ​ເທດໄດ້​ເພີ່ມ​ຫຼາຍ​ຂຶ້ນ​ຢ່າງ​ພົ້ນ​ເດັ່ນ​.
 

 

 

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ