ການ​ກູ້​ໄພ​ແລະ​ສ້າງສາ​ຄືນ​ໃໝ່​ຂອງ​​ໄຮ​ຕີ​ຄວນ​ເລັງ​​ໃສ່​ອະນາຄົດ

(GMT+08:00) 2010-01-19 17:59:23     cri
ຕາມ​ຂ່າວCRI: ພາຍຫຼັງ​ໄຮ​ຕີ​ເກີດ​​ເຫດການແຜ່ນດິນ​ໄຫວ​ຮຸນ​ແຮງ​ຂະໜາດ 7,3 ລິກ​ເຕີ​ແລ້ວ, ປະຊາ​ຄົມ​ໂລກ​​ໄດ້​ໃຫ້​ຄວາມ​ຊ່ອຍ​ເຫຼືອຢ່າງ​ຫ້າວຫັນ. ວັນ​ທີ 18 ມັງກອນ​ນີ້, ກອງ​ປະຊຸມ​ກະກຽມ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ເພື່ອ​​ກູ້​ໄພ​ແລະ​ສ້າງສາ​ໄຮ​ຕີ​ຄືນ​ໃໝ່​ໄດ້​ຈັດ​ຂຶ້ນ​ຢູ່​ສາທາລະນະ​ລັດໂດ​ມີ​ນີກາ, ຜູ້ນຳ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ພາກັນ​ຮຽກຮ້ອງ​ໃຫ້​ປະຊາ​ຄົມ​ໂລກ​ເພີ່ມ​ການ​ຊ່ອຍ​ເຫຼືອ​ຕໍ່​ໄຮ​ຕີ, ຊ່ອຍ​ເຫຼືອ​ໄຮ​ຕີ​ກ້າວອອກ​ຈາກ​ຄວາມ​ເຈັບ​ປວດ​ທໍລະມານ​ຈາກ​ແຜ່ນ​ດິນ​ໄຫວ​ໂດຍ​ໄວ.

​ໃນ​ກອງ​ປະຊຸມ​ເທື່ອ​ນີ້, ທ່ານ​ເລ​ໂອ​ເນ​ວ ​ເຟ​ນັນ​ເດັສ, ປະທານາທິບໍດີ​ໂດ​ມີ​ນີກາກ່າວ​ວ່າ, ​ແຜນການ​ພັດທະນາ​ທັງ​ໝົດ​ຂອງ​ໄຮ​ຕີຕ້ອງການ​ທຶນຮອນປະມານ 2 ຕື້​ໂດ​ລາ​ຕໍ່​ປີ,  ຢ່າງ​ໜ້ອຍ​ຕ້ອງ​ໃຊ້​ເວລາ 5 ປີ​ຈຶ່ງຈະ​ສາມາດ​ສຳ​ເລັດ​ວຽກ​ງານ​ສ້າງສາ​ຄືນ​ໃໝ່, ນີ້ກໍ​ໝາຍ​ຄວາມ​ວ່າ​ໄຮ​ຕີ​ຕ້ອງການ​ເງິນ 10 ຕື້​ໂດ​ລາ​ເພື່ອ​ສ້າງສາ​ຄືນ​ໃໝ່. ​ແຕ່​ເງິນ​ດັ່ງກ່າວ​ສຳ​ລັບ​ໄຮຕີ​ເຊິ່ງ​ເປັນ​ປະ​ເທດ​ທີ່​ທຸກ​ຍາກ​ທີ່​ສຸດ​ໃນ​ຊີກ​ໂລກ​ຕາ​ເວັນ​ຕົກ​​ແລ້ວ, ມັນແມ່ນ​ຕົວ​ເລກ​ທີ່​ບໍ່​ສາມາດ​​ເປັນ​ໄປ​ໄດ້. ​ໃນ​ກອງ​ປະຊຸມ​ດັ່ງກ່າວ, ລັດຖະບານ​ຂອງ​ປະ​ເທດ​ຕ່າງໆ​ພາກັນ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ຊ່ອຍ​ເຫຼືອ.ປະ​ເທດສະມາຊິກ​ສະຫະພາບ​ເອີ​ລົບ​​ໄດ້​ຮັບປາກ​ວ່າ​ຈະ​​ໃຫ້​ການ​ຊ່ວຍ​ເຫຼືອ400ລ້ານ​ເອີ​ໂຣ​ໃຫ້​ແກ່​ໄຮ​ຕິ,​ເພື່ອ​ໃຊ້​ເຂົ້າ​ໃນ​ວຽກ​ງານ​ກູ້​ໄພ​ສຸກ​ເສີນ​ແລະ​ການ​ສ້າງສາ​ຄືນ​ໃໝ່​ທີ່​ໃຊ້​ເວລາ​ຍາວ​ນານ.​ທະ​ນາ​ຄານ​ພັດ​ທະ​ນາ​ທະ​ວີບ​ອາ​ເມ​ລິ​ກາ​ກໍ​ເຫັນ​ດີ​ຫຼຸດ​ຫຼື​ຍົກ​ເວັ້ນ​ໜີ້​ສິນ​480​ລ້ານ​ໂດ​ລາ​ຂອງ​ໄຮ​ຕິ,​ແລະ​​ໃຫ້​ເງິນ​ກູ້​400​ລ້ານ​ກວ່າ​ໂດ​ລາ​ແກ່​ໄຮ​ຕິ​ເພື່ອ​ຊ່ວຍ​ໄຮ​ຕິ​ສ້າງ​ສາ​ຄືນ​ໃໝ່.ທ່ານ​ເຮີ​ເນ ​​ເພຼ​ວາຣ,​ປະ​ທາ​ນາ​ທິ​ບໍ​ດີ​ໄຮ​ຕິ​ກ່າວ​ວ່າ,​ການ​ຊ່ວຍ​ເຫຼືອ​ຈາກ​ປະ​ຊາ​ຄົມ​ໂລກ​ແມ່ນ​ທັນ​ການ​ແລະ​ເຕັມ​ປ່ຽມ,​ເລື່ອງ​ທີ່​ຕ້ອງ​ເຮັດ​ໃນ​ປະ​ຈຸ​ບັນ​ນີ້​ແມ່ນ​ເຮັດ​ວຽກ​ປະ​ສານ​ງານ​ໃຫ້​ດີ,​ແຈກ​ຢາຍ​ເຄື່ອງ​ຊ່ວຍ​ເຫຼືອ​ຂອງ​ສາ​ກົນ​ໃຫ້​ໄປ​ຮອດ​ຜູ່​ປະ​ສົບ​ໄພ​ໂດຍ​​ດ່ວນ.ປະຈຸ​ບັນ​ນີ້,ສະພາບ​ການ​ຢູ່​ໄຮ​ຕິ​ຍັງ​ຂ້ຽວຂາດ​ທີ່​ສຸດ,ການ​ກູ້​ໄພ​ຍັງ​ດຳ​ເນີນ​ຢູ່ຕໍ່​ມາ,​ແລະ​ວຽກງານ​ສ້າງສາ​ໄຮ​ຕິ​ຄືນ​ໃໝ່​ກໍ​ພວມ​ປຶກ​ສາ​ຫາ​ລື​ກັນ​ຢູ່.​ກອງ​ປະ​ຊຸມ​ທີ່​ຈັດ​ຂຶ້ນ​ຢູ່​ໂດ​ມີ​ນີ​ກາ​ຄັ້ງ​ນີ້​ພຽງ​ແຕ່​ແມ່ນ​ກອງ​ປະ​ຊຸມ​ກະ​ກຽມ​ທໍ່​ນັ້ນ,​ວັນ​ທີ​25​ມັງ​ກອນ​ນີ້,​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ​ຫຼາຍ​ປະ​ເທດ​ຍັງ​ຈະ​ເຕົ້າ​ໂຮມ​ຢູ່​ກາ​ນາ​ດາ,​ຊອກ​ຫາ​​ທຶນ​ແລະ​ປະສານ​ງານ​ລະ​ດັບ​ສູງ​ກວ່າ​ເກົ່າ,ພະ​ຍາ​ຍາມ​ຊ່ວຍ​ເຫຼືອ​ໄຮ​ຕິ​ໃຫ້​ກັບ​ຄືນ​ສູ່​ເສັ້ນ ທາງ​ພັດ​ທະ​ນາ​ຄືນ​ໃໝ່.​ແຕ່​ກໍ​ມີ​ນັກ​ວິ​ເຄາະ​ບໍ່​ໜ້ອຍ​ຊີ້​ອອກ​ວ່າ,​ໃນ​ການ​ກູ້​ໄພ​ແລະ​ສ້າງ​ສາ​ຄືນ​ໃໝ່​ຫຼັງ​ໄພ​ທຳ​ມະ​ຊາດ​ອັນ​ໜັກ​ໜ່ວງ​ທຸກ​ເທື່ອ​ທີ່​ຜ່ານ​ມາ,​ເຖິງ​ວ່າ​ການ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ​ຈາກ​ປະ​ຊາ​ຄົມ​ໂລກ​ແມ່ນ​ສິ່ງ​ສຳ​ຄັນ​,​ແຕ່​ສິ່ງ​ສຳຄັນ​ກວ່າ​ນັ້ນ​ແມ່ນ​ການ​ອ່ວາຍ​ໜ້າ​ໄປ​ສູ່​ອ​ະນາ​ຄົດ,​ເພີ່ມ​ທະວີ​ການ​ປະ​ສານ​ງານ,​ແລະ​ສະ​ແດງ​ຄວາມ​ຕັດ​ສິນ​ໃຈ​ທີ່​ປະຊາ​ຄົມ​ໂລກ​ຮ່ວມກັນ​ປະ​ເຊີນ​ໜ້າ​ກັບ​ໄພ​ທຳ​ມະ​ຊາດ.

ກ່ອນ​ອື່ນ, ຄວນ​ຮັກສາ​ຄວາມ​ເອົາ​ໃຈ​ໃສ່​ນຳ​ການ​ກະທຳ​ກູ້​ໄພ​ແລະ​ສ້າງສາ​ຄືນ​ໃຫມ່ຢ່າງ​ຕໍ່​ເນື່ອງ. ປະຈຸ​ບັນ, ຫຼາຍ​ປະ​ເທດ​ລ້ວນ​ແຕ່​ຕັ້ງ​ອົງການ​ບໍລິຈາກ​ເປັນ​ເວລາ​ຍາວ​ນານ​ເພື່ອ​​ເຮັດ​​ໃຫ້​ໄຮ​ຕີ​ສ້າງສາ​ຄືນ​ໃຫມ່, ​ແລະ​ລະດົມ​ທຶນ​​ເພື່ອ​ເຮັດວຽກ​ສ້າງສາ​ຄືນ​ໃຫມ່​ຢູ່​ໄຮ​ຕີ. ​ແຕ່​ວ່າ ປະຈຸ​ບັນ ການ​ກະທຳ​ກູ້​ໄພ​ຍັງ​ບໍ່​ສິ້ນ​ສຸດ​ລົງ​ເທື່ອ, ກໍ່​ມີ​ຫຼາຍ​ຫາງ​ສຽງ​ເປັນ​ຫວ່ງວ່າ,​ເມື່ອ​​ເວລາ​ຜ່ານ​ໄປ,ຄວາມ​ເອົາ​ໃຈ​ໃສ່​ຂອງ​ປະຊາ​ຄົມ​ໂລກ​ທີ່​ມີ​ຕໍ່​ໄຮ​ຕີ​ ຈະ​ຫຼຸດ​ຫນ້ອຍ​ລົງ​ເທື່ອ​ລະ​ກ້າວ​, ຫຼັງ​ຈາກ​ຫຼາຍ​ເດືອນ​,ຍັງ​ໃຫ້ການ​ຊ່ອຍ​ເຫຼືອ​​​ຫຼາຍ​ກວ່າ​ເກົ່າ​ຫຼື​ບໍ່,ນີ້ຈະ​ຄາ​ດຄະ​ເນ​ຍາກ​ໃນ​ປະຈຸ​ບັນ.

ອັນ​ທີ​ສອງ: ການ​ກະທຳ​ກູ້​ໄພ​ແລະ​ສ້າງສາ​ຄືນ​ໃຫມ່​ນັ້ນ ຄວນ​ທຸ້ມ​ເທ​ກຳລັງ​ເຊົ້າ​ໃນ​ການພັດທະນາ​​ໄຮ​ຕີ​ໃນ​ອະນາຄົດ, ​ແຕ່​ບໍ່​ພຽງ​ແຕ່​ແມ່ນ​ຖື​ການ​ກູ້​ໄພ​ເປັນ​ຈຸດປະສົງ​ເທົ່າ​ນັ້ນ. ​ ​ໃນ​ຖານະ​ທີ່​ເປັນ​ປະ​ເທດ​ດ້ວຍ​ພັດທະນາ, ໄຮ​ຕີ ​ໄດ້ຜ່ານ​​ໄພ​ພິບັດ​ຮຸນ​ແຮງແບບ​ນີ້​​ ຈຶ່ງເຮັດ​ໃຫ້​ຄົນ​ເຫັນ​ໃຈຫຼາຍ, ​ແຕ່​ສິ່ງ​ທີ່​ສຳຄັນ​ກວ່າ​ຫມູ່​ກໍ່​ແມ​ນ່ຖື​ໄພທຳ​ມະ​ຊາດ​ເທື່ອ​ນີ້​ເປັນ​ໂອ​ກາດ​ທີ່​ເລີ່​ມຕົ້ນ​ຄື​ນ​ໃຫມ່, ນອກຈາກ​​ໃຫ້ການ​ຊ່ອຍ​ເຫຼືອ​ທີ່​ຈຳ​ເປັນໃນ​ດ້ານ​ວັດຖຸ, ຍິ່ງ​ຄວນ​ຊ່ອຍ​ເຫຼືອ​ໃຫ້​ໄຮຕີ​ສ້າງ​ຕັ້ງ​ລະບົບ​ສັງຄົມ​ທີ່​ຫຼົ້ມ​ສະຫຼາຍ​ຄືນ​​ໃຫມ່ຢ່າງ​ຮອບດ້ານ.
 

ອັນ​ທີສາມ:ວຽກ​ງານ​ກູ້​ໄພ​ແລະ​ສ້າງສາ​ໄຮ​ຕິ​ຄືນ​ໃຫມ່​ຕ້ອງການ​ໃຫ້​ປະຊາ​ຄົມ​ໂລກ​ປະສານ​ສົມທົບ​ກັນ, ຄວນ​ໃຫ້​​ສະຫະ​ປະຊາ​ຊາດ​​ແລະ​ອົງການ​ຈັດ​ຕັ້ງ​ສາກົນ​ອື່ນໆ​ເປັນ​ເຈົ້າ​ການນຳພາ.​ໃນ​ການ​ກູ້​ໄພຜ່ານ​ມາ​ນີ້, ອາ​ເມ​ລິ​ກາ​ໃນ​ຖານະທີ່​ເປັນ​ປະ​ເທດ​ໃຫຍ່​ທີ່​ສຸດ​ທີ່​ໃຫ້ການ​ຊ່ວຍ​ເຫລືອ​ແກ່​ໄຮ​ຕິ,​ໄດ້​ມີ​ທ່າ​ທີຜູກຂາດ​ວຽກ​ງານ​ຕ່າງໆ, ອັນ​ນີ້​ເຮັດ​ໃຫ້​ຫລາຍໆ​ປະ​ເທດ​ບໍ່​ພໍ​ໃຈ​ນຳ.ຫລາຍ​ຄົນ​ເປັນ​ຫ່ວງ​ວ່າ, ​ໃນ​ວຽກ​ງານ​ສ້າງສາ​ໄຮ​ຕິ​ຄືນ​ໃຫມ່, ອາ​ເມ​ລິ​ກາ​ຍ້ອນ​ເປັນ​ປະ​ເທດ​ໃກ້​ຄຽງ​ກັບໄຮ​ຕິ​ຈະເຮັດຕາມ​ໃຈ​ຕົນ​​ເອງ​ຕໍ່​ການສ້າງສາ​ຄືນ​ໃຫມ່, ການ​ກະທຳ​ດັ່ງກ່າວບໍ່​ພຽງ​ແຕ່​ຈະ​ກະທົບຕໍ່​ຄວາມ​ຫ້າວຫັນ​ຂອງ​ປະຊາ​ຄົມ​ໂລກ​ທີ່​ໃຫ້ການ​ຊ່ວຍ​ເຫລືອ​ທໍ່​ນັ້ນ, ຍັງ​ຈະ​ເຮັດ​ໃຫ້​ອາ​ເມ​ລິ​ກາ​ແຊກ​ແຊງ​ວຽກ​ງານພາຍ​ໃນຂອງ​ໄຮ​ຕິ​ຫລາຍກວ່າ​ເກົ່າ, ຈົນ​ກະທົບ​ເຖິງ​ຄວາມ​ເປັນ​ອິສະຫລະ​ພາບ​ທາງ​ດ້ານ​ອະທິປະ​ໄຕ​ຂອງ​ໄຮ​ຕິ.ຕໍ່​ເລື່ອງ​ນີ້,ຜູ່​ຊ່ຽວຊານຊີ້​ອອກ​ວ່າ, ການກູ້​ໄພ​ແລະ​ສ້າງສາ​​ໄຮ​ຕິຄືນ​ໃຫມ່​ຂອງ​ໄຮ​ຕິ​ບໍ່​ແມ່ນ​ວຽກ​ງານ​ຂອງ​ປະ​ເທດ​ໃດ​ຫນຶ່ງ​,ຕ້ອງການ​ໃຫ້​ປະຊາ​ຄົມ​ໂລກ​ປະສານ​ງານ​ກັນ, ​ເຄື່ອນ​ໄຫວ​ເປັນ​ເອກະ​ພາບ​ກັນ, ຊຸກ​ຍູ້​ໃຫ້​ວຽກ​ງານ​ສ້າງສາ​​ໄຮ​ຕິ​ຄືນ​ໃຫມ່ດຳ​ເນີນ​ໄປ​ເປັນ​ຢ່າງ​ດີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ