ໜ່ວຍ​ກູ້​ໄພ​ສາ​ກົນ​ຈີນ​ສືບ​ຕໍ່​ກູ້​ໄພ​ຢູ່​ໄຮ​ຕິ

(GMT+08:00) 2010-01-20 16:01:13     cri

ຕາມ​ຂ່າວCRI:ວັນ​ທີ19​ມັງກອນ​ນີ້​ຕາມ​ເວລາ​ໄຮ​ຕິ​ແມ່ນ​ມື້ທີ7​​ແລ້ວຫຼັງ​ເກີດ​ແຜ່ນດິນ​ໄຫວ​.​ເຖິງ​ວ່າ​ປະຈຸ​ບັນ​ນີ້​ໄດ້​ກາຍ72​ຊົ່ວ​ໂມງ​ທີ່​ເປັນ​ເວລາ​ດີ​ທີ່​ສຸດສຳລັບ​ການ​ກອບ​ກູ້ຊີວິດກໍ​ຕາມ,​ແຕ່​ໜ່ວຍ​ກູ້​ໄພ​ສາກົນ​ຈີນ​ຍັງ​ສືບ​ຕໍ່​ຄົ້ນຄວ້າ​ເພື່ອກ​ອບກູ້​ຢູ່​ເຂດ​ປະສົບ​ໄພ​​ແຜ່ນດິນ​ໄຫວ​ອັນ​ໜັກ​ໜ່ວງ.ກ່ຽວ​ກັບ​ວຽກ​ງານ​ກູ້​ໄພ​,ທ່ານ​ວາງ​ຈື້ຊິ່ວ,ຮອງ​ຫົວໜ້າ​ໜ່ວຍ​ກູ້​ໄພ​ສາກົນ​ຈີນ​ໄດ້​ໃຫ້​ສຳພາດຕໍ່​ນັກ​ຂ່າວ​ວິທະຍຸ​ພວກ​ເຮົາ.

ປະຈຸ​ບັນ​ນີ້,​​ແຜ່ນດິນ​ໄຫວໄດ້​ຜ່ານ​ໄປ​ເກືອບ170​ຊົ່ວ​ໂມງແລ້ວ,​ແຕ່​ໜ່ວຍ​ກູ້​ໄພ​ສາກົນ​ຈີນ​ຍັງ​ບໍ່​ໄດ້​ໝົດຫວັງ​ເທື່ອ,ສືບ​ຕໍ່​ຊອກ​ຄົ້ນກ​ອບກູ້​ຢູ່​ເຂດ​​ກາ​ເຣີຟວກທີ່​ປະສົບ​ໄພ​ໜັກໜ່ວງ​ທີ່​ສຸດ​ຢູ່​ປອັກ​ໂຕ​ແ​ແປຼງນະຄອນຫຼວງຂອງ​ໄຮ​ຕິ.ທ່ານ​ວາງ​ຈື້ຊິ່ວກ່າວ​ວ່າ:"ມື້​ນີ້​ແມ່ນ​ມື້​ທີ7​ຫຼັງ​ເກີດ​ແຜ່ນດິນ​ໄຫວ​ແລ້ວ,ການ​ຊອກຫາ​​ຜູ່ທີ່​ອາດ​ຈະ​ຍັງ​ລອດ​ຊີວິດ​ນັບ​ມື້​ນັບ​ຫຍຸ້ງຍາກກວ່າ​ເກົ່າ.​ແຕ່​ພວກ​ເຮົາກໍ​ບໍ່ຢຸດ​ເຊົາ​ຢ່າງ​ເດັດຂາດ.ມື້​ນີ້,ພວກ​ເຮົາ​ມາ​ຊອກ​ຄົ້ນກ​ອບກູ້​ຢູ່​ໂຮງງານ​ສ້ອມ​ແປງ​ລົດຍົນ​ແຫ່ງ​ໜຶ່ງ​ທີ່​ເຂດ​ກາ​ເຣີຟວກ,ຢູ່​ນີ້​​ມີ​ຊູ​​ເປີດ​ມາ​ເກັດ​ແຫ່ງ​ໜຶ່ງ.ຄົນ​ຢູ່​​ນີ້​ບອກ​ວ່າ,​ໃນ​​ໂຮງງານ​ສ້ອມ​ແປງ​ລົດຍົນ​ມີ10​ຄົນ​ຖືກ​ຊາກ​ຕຶກ​ທັບ​ຖົມ​ຢູ່,ຢູ່​ອີກ​ບ່ອນ​ໜຶ່ງ​ກໍມີ7​ຄົນ. ສະນັ້ນ,ພວກ​ເຮົາ​ມາ​ຊອກ​ຄົ້ນຢູ່ບ່ອນ​ນີ້,​ແມ່ນ​ພະຍາຍາມ​ຊອກຫາ​ຮ່ອງ​ຮອຍ​ວ່າ​ຍັງ​ມີຊີວິດ ຫຼື​ບໍ່."​

ໃນ​ເວລາຫນ່ວນ​ກູ້​ໄພຈີນ ຊອກ​ຄົ້ນຫາຜູ່​ປະສົບ​ໄພເປັນ​ເວລາ​ຫຼາຍ​ຊົ່ວ​ໂມ​ງ, ​ພວກ​ເຮົາ​ໄດ້ໃຊ້​ຫຼາຍ​ວິທີ, ​ແລະນຳ​ໃຊ້​​ເຄື່ອງ​ກວດ​ທີ່ທັນ​ສະ​ໄຫມ​ເພື່ອ​ຈັບ​ສັນຍາ​ນຂອງ​ສິ່າງທີ່​ມີ​ຊີວິດ. ​ແຕ່​ວ່າ ,ວຽກ​ງານ​ກູ້​ໄພ​ທີ່​ດຳ​ເນີນ​​ໄປ​ຢູ່​ໄຮຕີໃນ​ປະ​ຈຸ​ບັນ​ນີ້ ນັບ​ມື້​ນັບ​ຫຍຸ້ງຍາກ​ກວ່າ​ເກົ່າ, ທ່ານ​ວາງ​ຈີ້​ສິ່ວກ່າວ​ວ່າ, ຄວາມ​ຫຍຸ້ງຍາກ​ເຫຼົ່າ​ນີ້ຕົ້ນ​ຕໍ ​ແມ່ນມີ​ການ​ສະຫນອງຂໍ້​ມູນ​ຂ່າວສານກ່ຽວ​ກັບ​ຜູ່​ປະສົບ​ໄພຢູ່​​ຈຸດ​ໃດ​ໃນ​ຕຶກ​ທີ່​ເພງພັງ​ນັ້ນ​ມີ​ຫນ້ອຍ​ຫຼາຍ, ນອກນັ້ນ, ຄວາມ​ເປັນ ລະບຽບ​ຮຽບຮ້ອຍ ກໍ່​ມີ​ຫນ້ອຍ..  ທ່ານ​ກ່າວ​ວ່າ:

ໃນ​ເວລາ​ໄພ, ຄວາມ​ຫຍຸ້ງຍາກທີ່​ພວກ​ເຮົາພົບນັ້ນ​ ນັບ​ມື້​ນັບ​ຫຼາຍຂຶ້ນ, ກ່ອນອື່ນ​ກໍ່​ແມ່ນ​ມີ​ຂໍ້​ມູນ​ຂ່າວຄາວ​ຂອງ​ແຫ່ງ​ຕ່າງໆຫນ້ອຍ​ໂພ, ​ແລະພວກ​ເຮົາ​ກັບ​ຄົນ​ໄຮ​ຕີ ເວົ້າກັນ​ບໍ່​ເຂົ້າ​ໃຈ. ປະຊາຊົນ​ທ້ອງ​ຖິ່ນ​ບໍ່ສາມາດໃຫ້​ຂ່າວລະອຽດ ກ່ຽວກັບ​ຜູ່​ປະສົ​ບ​ໄພ​ຢູ່​ຈຸດໃດຫນຶ່ງ. ພ້ອມ​ກັນ​ນັ້ນ, ຄົນ​ຫຸ້ມ​ເບິ່ງ ​ຢູ່​ບໍລິ​ເວນ​ກູ້​ໄພກໍ​ຫຼາຍ​ພິລຶກ​, ສະ​ນັ້ນ,ການ​ຄົ້ນ​ຫາ​ຜູ່​ລອດ​ຊີວິດ​ຈຶ່ງ​ຫຍຸ້ງຍາກ​ຫຼາຍ, ໂດຍ​ສະ​ເພາະ​ໃນ​ເວລາ​ທີ່ ​ພວກ​ເຮົາ​​ໃຊ້​ເຄື່ອງກວດ​ຫາວີ່ແວວຂອງ​ຜູ່​ທີ່ອາດ​ຈະ​ຍັງ​ມີຊີວິດຢູ່ນັ້ນ​ແມ່ນ​ຍາກ​ທີ່​ສຸດ.  ນອກນີ້,ການ​ແຈກ​ຢາຍ​ຊ່ອຍ​ເຫຼືອ​ເຊັ່ນ:ນ້ຳ​ສະອາດ,ອາຫານ​, ຢາ​ປິ່ນ​ປົວ​ພະ​ຍາດແລະ​ອື່ນໆບໍ່​ສະດວກ,  ​ເຖິງ​ວ່າ​ເຄື່ອງ​ຊ່ອຍ​ເຫຼືອ​ຈຳນວນ​ຫຼວງ​ຫຼາຍ​ໄດ້​ສົ່ງ​ໄປ​ຮ​ອດ​ໄຮ​ຕີ​ແລ້ວ​ກໍ​ຕາມ,​ແຕ່​ຍັງບໍ່​ໄດ້​ແຈກຢາຍ​​ໃຫ້ປະຊາຊົນ​​​ຫມົດ​ເທື່ອ.ໃນ​ເວລາປະຊາຊົນ​ໄຮ​ຕີ ​​ເຫັນຫນ່ວຍກູ້​ໄພຂອງ​ຈີນກໍ່​ພາກັນ​ຫຸ້ມເຂົ້າ​ມາ​​ຍາດ​ແຍ່ງເອົານ້ຳ​ ແລະ​ອາຫານ,​ໃນ​ຫມູ່​ພວກ​ເຂົາ​ເຈົ້າ ​ບາງ​ຄົນກໍ່​ເປັນ​ຄົນ​ບໍ່​ດີ.ອັນນີ້​​ໄດ້​ສ້າ​ງຄວາມວຸ້ນ​ວານ​ຫຼາຍ​ສົມຄວນ ​ໃຫ້​ແກ່ຫນ່ອຍ​ກູ້​ໄພ​ຂອງພວກ​ເຮົາ​​.ທ່ານ​ວາງ​ຈີ້​ສິ່ວກ່າວ​ວ່າ

"ສະຖານະ​ການ​ຄວາມ​ປອດ​ໄພ​ເຄັ່ງ​ຕຶງ​ຫຼາຍ, ປະຊາຊົນ​ຜູ້​ປະສົບ​ໄພ​ຂໍ​ຄວາມ​ຊ່ອຍ​ເຫຼືອນັບມື້​ນັບ​ຫຼາຍ​ຂຶ້ນ. ​ເຂົາ​ເຈົ້າ​ມາ​ຫຸ້ມເບິ່ງ​ກໍ່​ເກີດ​ສະພາບ​ສັບສົນ​ຫຼາຍ. ຂ້າພະ​ເຈົ້າ​ຮູ້ສຶກ​ວ່າ​ໄດ້​ສ້າງ​ຄວາມ​ສ່ຽງ​ດ້ານ​ຄວາມ​ປອດ​ໄພ​ຫຼາຍ​ຕໍ່​ການ​ກູ້​ໄພ​ຂອງ​ພວ​ກ​ເຮົາ. ຍັງໄດ້​ສ້າງ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຕໍ່​ວຽກ​ງານ​ຂອງ​ກອງ​ປ້ອງ​ກັນ​ຄວາມສະຫງົບ​ອີກ."

​ແຕ່​ມີ​ກາ​ນປ້ອງ​ກັນ​ຂອງ​ຕຳຫຼວດ​ຮັກສາ​ສັນຕິພາບ​ຈີນ​ປະຈຳ​ໄຮ​ຕີ, ກໍ​ໄດ້​ຊ່ອຍ​ສະໜັບສະໜູນ​ແລະ​ຮັບປະກັນ​ຢ່າງ​​ແຂງ​ແຮງ​ຕໍ່​ວຽກ​ງານ​ຂອງ​ໜ່ວຍ​ກູ້​ໄພ. ທ່ານ​ຫວາງ​ຈື້ຊີວກ່າວ​ວ່າ:


"ຂ້າ​ພະ​​ເຈົ້າຮູ້ສຶກ​ພໍ​ໃຈ​ຫຼາຍ​ຕໍ່​ວຽກ​ງານ​ຂອງ​ຕຳຫຼວດ​ຮັກສາ​ສັນຕິພາບ​ຈີນ​ປະຈຳ​ໄຮ​ຕີ. ຖ້າ​ບໍ່​ມີ​ການ​ປ້ອງ​ກັນ​ຂອງ​ເຂົາ​ເຈົ້າ, ສາມາດ​ເວົ້າ​ໄດ້​ວ່າ​ວຽກ​ງານ​ຂອງ​ພວກ​ເຮົາ​​ບໍ່​ສາມາດ​ດຳ​ເນີນ​ໄປ​ໄດ້, ມີ​ການປ້ອງ​ກັນ​ຈາກຂອງ​ເຂົາ​ເຈົ້າ, ພວກ​ເຮົາ​ກໍ​ສາມາດ​ດຳ​ເນີນ​ວຽກ​ງານ​ກູ້​ໄພ​​ໄດ້ຢ່າງ​ກ້າຫານ."

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ