ທະ​ນາ​ຄານ​ໂລກ​ເບິ່ງ​ເສດ​ຖະ​ກິດ​ທົ່ວ​ໂລກ​ໃນ​ປີ​ນີ້​ໃນ​ແງ່​ດີ

(GMT+08:00) 2010-01-25 17:48:39     cri
ວັນ​ທີ 25 ມັງກອນ​ນີ້, ຢູ່​ນະຄອນຫລວງ​ປັກ​ກິ່ງ, ທະນາຄານ​ໂລກ​ໄດ້​ເຜີຍ​ແຜ່​ບົດລາຍ​ງານ​ເບິ່​ງ​ເສດຖະກິດ​ໂລກ​ປີ 2010,ບົດ​ລາຍງານ​ສະບັບ​ນີ້​ກ່າວ​ວ່າ, ປີ 2010, ​ເສດຖະກິດ​ທົ່ວ​ໂລກ​ຈະ​ເຕີບ​ໂຕ 2,7%, ສ່ວນ​ເສດຖະກິດ​ຈີນ​ຈະ​ເຕີບ​ໂຕ 9%.ທ່ານ​ຮັນສ໊ ທິມ​ເມີ,ຫົວຫນ້າ​ພະ​ແນ​ກ​ວາງ​ຄາດຫມາຍ​ຂອງ​ທະນາຄານ​ໂລກ​ກ່າວ​ວ່າ, ປັດຈຸບັນ,ປະ​ເທດ​ທີ່​ພວມ​ພັດທະນາ​ພວມ​ຊັກ​ນຳ​ເສດຖະກິດ​ທົ່ວ​ໂລກ​ໄປ​ສູ່​ການ​ຟື້ນ​ຕົວ​ຄືນ,​ແຕ່​ເບິ່ງ​ຈາກ​​ໄລຍະ​ຍາວແລ້ວ, ຍັງ​ຕ້ອງ​ແກ້​ໄຂ​ບັນຫາ​ທີ່​ຕົ້ນ​ທຶນ ​ເງິນ​ກູ້​ຖີບ​ສູງ​ຂຶ້ນ.ນອກ​ນີ້, ຄວາມ​ສ່ຽງ​ທີ່​ເກີດຟອງ​ສະບູ​ດ້ານ​ທຶນຮອນ​ກໍ່​ຕ້ອງການ​ໃຫ້​ລັດຖະບານ​ແລະ​ທະນາຄານ​ກາງຂອງ​ປະ​ເທດ​ຕ່າງໆລະມັດລະວັງ.ບົດ​ລາຍ​ງານ​ຂອງ​ທະນາຄານ​ໂລກ​ກ່າວ​ວ່າ,ຍ້ອນ​ມີນະ​ໂຍບາຍ​ການ​ເງິນ​ທີ່​​ເຂັ້ມ​ແຂງແລະ​ຄວາມ​ຕ້ອງການ​ອັນ​ຫລວງຫລາຍ​ທາງພາຍ​ໃນ, ປີ​ກາຍ​ນີ້, ອາຊີ​ຕາ​ເວັນ​ອອກ​ແລະ​ເຂດ​ປາຊີ​ຟິກ​ໄດ້​ນຳພາ​ເສດຖະກິດ​ທົ່ວ​ໂລກ​ຟື້ນ​ຕົວ​ຄືນ,​ແລະ​ທ່າ​ອຽງ​ເຕີບ​ໂຕ​ແບບ​ນີ້​ຍັງ​ຈະ​ສືບ​ຕໍ່​ຈົນ​ຮອດ​ປີ​ນີ້.ຈີນ​ແມ່ນ​ຫົວ​ຈັກ​ທີ່​ຊັກ​ນຳ​ເສດຖະກິດ​ຢູ່​​ເຂດ​ນີ້​​ເຕີບ​ໂຕ.ທະນາຄານ​ໂລກ​ຄາດ​ວ່າ, ປີ 2010, ​ເສດຖະກິດ​ຈີນ​ຈະ​ເຕີບ​ໂຕ 9%,​ເຊິ່ງ​ໄດ້​ສູງ​ກວ່າ​ການ​ຄາດ​ໄວ້​ໃນ​ສອງ​ເດືອນ​ກ່ອນ 0,3%.
 
   ທ່ານ​ອາ​​ໂດ ​ຮັນເຊິນ, ຫົວຫນ້ານັກ​ເສດຖະສາດຈີນ​ຂອງ​ທະນາຄານ​ໂລກ​ກ່າວ​ວ່າ, ການ​ທີ່​ເສດຖະກິດ​ຈີນ​ຄ່ອຍໆ​ຫມັ້ນ​ທ່ຽງ​ແລະ​ດີ​ຂຶ້ນ​ນັ້ນ​ຕົ້ນຕໍ່​ແມ່ນ​ຍ້ອນວ່າ​ ລັດຖະບານ​ຈີນວາງ​​ແຜນການທີ່​​​ເປັນ​ລະບົບຄົບ​ຊຸດ​​ເພື່ງ​ຊຸກ​ຍູ້​ການ​ພັດທະນາ​​ເສດຖະກິດ. ​ເພື່ອ​ສືບ​ຕໍ່​​ເຮັດ​ໃຫ້​ເສດຖະກິດ​ຈີນ​ຟື້ນ​ຕົວ​ຄືນ ແລະ​ພັດທະນາ​​ຢ່າງ​ວ່ອງ​ໄວ, ລັດຖະບານ​ຈີນ​ຄວນ​ເພີ່ມ​ທະວີມາດ​ຕະການ​ທີ່​ໃຊ້ໃນ​ຂົງ​ເຂດການ​ປະກັນ​ສັງຄົມ​ໃນ​ປະຈຸ​ບັນຕື່ມ​ອີກ, ​ແລ້ວ​​ສ້າງ​ໃຫ້​ເປັນຄວາມ​ຕ້ອງການ​ພາຍ​ໃນ​ທີ່​ຍືນ​ຍົງ​ໄດ້.

ປະຈຸບັນ,​ ແຜນການທີ່​ເປັນ​ລະບົບ​ຄົບ​ຊຸດ​ເພື່ອ​ກະຕຸ້ນ​ເສດຖ​ະກິດ​​ພຽງ​ແຕ່​ແມ່ນຊົ່ວຄາວ​ເທົ່າ​ນັ້ນ, ​ແລະຈະ​ປະ​ເຊີນກັບ​ບັນຫາ​ທີ່​ຖອນ​ຕົວ​ອອກ​ຈາກ​ຕະຫຼາດບໍ່​ໄວ​ກໍ່ຊ້າ, ສິ່ງ​ທີ່​ຈະປະ​ເຊີນ​​ໃນ​ອະນາຄົດ​ນັ້ນ ແມ່ນ​ການ​ເຮັດ​​ແນວ​ໃດ​ສ້າງ​ຄວາມ​ຕ້ອງການ​, ນີ້​ຕ້ອງ​ໃຫ້​​ໃຊ້​ມາດ​ຕະການ​ປະຕິ​ຮູ​ບຢູ່​ພາຍ​ໃນ​ປະ​ເທດ, ​ເພື່ອ​ຮັບປະກັນໃຫ້​ຄວາມ​ຕ້ອງການ​ພາຍ​ໃນ ຮັກສາຄວາມ​ຍືນ​ຍົງ​ໄດ້. ​ເຖິງ​ວ່າພວກ​ເຮົາ​ໄດ້​ເຫັນ​ລັດຖະບານ​ຈີນ​ປະກາດ​ມາດ​ຕະການ​ຈຳນວນ​ຫນຶ່ງກໍ​ຕາມ,​ແຕ່​ຍັງ​ຄວນ​ເພີ່ມ​ໃຫ້​ຫຼາຍ​ຂຶ້ນ​ຕື່ມນຳ​ອີກ.
   ບົດ​ລາຍ​ງານ​ຂອງທະນາຄານ​ໂລກຂຽນ​ວ່າ, ​ເຖິງ​ວ່າ​ຂອບ​ເຂດ​ທີ່​ເສດ​ໂຖະກິດ​ທົ່ວ​ໂລກ​ຟື້ນຕົວ​ຄືນ​ນັ້ນ ​ນັບ​ມື້​ນັບ​ຂະຫຍາຍ​ກວ້າງ​ອອກກໍ່ຕາມ, ​ແຕ່​ລະດັບຟື້ນ​ຕົວ​ຄືນ​ຍັງ​ອ່ອນ​ແອ​ຢູ່, ຍັງບໍ່​ພຽງພໍ​​ເພື່ອຫຼຸດຜ່ອນຄວາມ​ເສຍ​ຫາຍ​ຈາກ​ວິ​ກິດ​ການ​ການ​ເງິນ​ທົ່ວ​ໂລກ​ປີ 2009.  ທ່ານ​ຮັນສ໌ ທິມ​ເມີ, ຫົວຫນ້າ​ພະ​ແນ​ກວາງ​ຄາດຫມາຍຂອງ​ທະນາຄານ​ໂລກ​ເຫັນ​ວ່າ, ​ເມື່ອ​ສັງ​ເກດ​ຈາກ​ໄລຍະ​ກາງ​ແລ້ວ​ເຫັນ​ວ່າ, ຈິດ​ໃຈ​ຫຼີກລຽງຄວາມ​ສ່ຽງ​ຂອງ​ປ​ະ​ເທດ​ທີ່​ມີ​ລາຍ​ໄດ້​ສູງທີ່​ສູງ​ຂຶ້ນ​ແລະ​ກາ​ນຕິດຕາມ​ຄຸ້ມ​ຄອງ​ທະນາຄານຢ່າງ​ສຸຂຸມຮອບ​ຄອບ​ກວ່າ​ເກົ່ານັ້ນ​ ຈະ​ເຮັດ​ໃຫ້​ປະ​ເທດ​ທີ່​ພວມ​ພັດທະນາ ​ປະ​ເຊີນ​ກັບ​ບັນຫາ​ຕ່າງໆ​ເຊັ່ນ: ຕົ້ນທຶນຂອງ​ເງິນ​ກູ້​ຈະ​ສູງ​ກວ່າ​ເກົ່າ ​ ​​ເງິນທຶນ​ທີ່​ສາມາດ​ນຳ​ໃຊ້​ໄດ້ມີ​ຫນ້ອຍ​ທີ່​ສຸດ​ແລະ​ອື່ນໆ.
 
 
"ຄາດ​ວ່າ​ຄຽງ​ຄູ່​ກັບ​ການ​ຕິດຕາມ​ຄຸ້ມ​ຄອງ​ລະບົບ​ການ​ເງິນ​ທົ່ວ​ໂລກ​ເພີ່ມ​ຫຼາຍ​ຂຶ້ນ, ​ແລະ​ນັກ​ລົງທຶນ​ລະມັດລະວັງຂຶ້ນ, ໜີ້​ສິນ​ລະຫວ່າງ​ລັດຖະບານ​ທີ່​ມີ​ລາຍ​ໄດ້​ສູງ​ເພີ່ມ​ຂຶ້ນ, ສຳລັບ​ປະ​ເທດ​ພວມ​ພັດທະນາ​ແລ້ວ, ຕົ້ນ​ທຶນ​ຂອງ​ເງິນ​ກູ້​ຈະ​ສູງ​ກວ່າ​ເກົ່າ. ປະ​ເທດ​ພວມ​ພັດທະນາ​ບໍ່​ສາມາດ​ປ່ຽນ​ແປງ​ໂຄງ​ປະກອບ​ຕະຫຼາດ​ການ​ເງິນ​ຂອງ​ໂລກ, ​ແຕ່​ສາມາດ​ປ່ຽນ​ແປງ​ຜົນ​ກະທົບຕໍ່​ເຂົາ​ເຈົ້າ​ໂດຍ​ຜ່ານ​ການ​ມາດ​ຕະການ​ພາຍ​ໃນປະ​ເທດ."

ຄຽງ​ຄູ່​ກັບ​ເສດຖະກິດ​ໂລກ​ຟື້ນ​ຟູ​ຄືນ​ໃໝ່, ລາຄາ​ສິນຄ້າ​ໃຫຍ່​ໆ​ໃນສາກົນ​ໄດ້​ແພງ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ, ນີ້​ກໍ​ໄດ້​ເຮັດ​ໃຫ້ຕົວ​ເລກ​ຄາດໝາຍ​ເງິນ​ເຟີ້​ສູງ​ຂຶ້ນ. ທ່ານ​ຮັນ​ນສ໌ ທິມໂມ​ກ່າວ​ວ່າ: "​ໃນ​ດ້ານ​ນະ​ໂຍບາຍ​ເງິນຕາ, ຕ້ອງ​ປະສານ​ງານ​ກັນ​ຫຼາ​ຍຂຶ້ນ, ນີ້​ກໍ​ແມ່ນ​ບົດຮຽນທາງ​ລົບ​ຂອງ​ວິ​ກິດ​ການ​ການ​ເງິນ. ທະນາຄານ​ກາງຂອງ​ປະ​ເທດ​ຕ່າງໆ​ຄວນ​ເອົາ​ໃຈ​ໃສ່​ທ່າ​ອຽງ​ທີ່​ກ່ຽວຂ້ອງ​ຢ່າງ​ໃກ້​ຊິດ, ຕົວຢ່າງ​ວ່າ​ລາຄາ​ຊັບ​ສິນ​ຈະ​ສ້າງ​ວິ​ກິດ​ການ​ໃໝ່​ຫຼື​ບໍ່. ປະຈຸ​ບັນ, ຄວາມ​ສ່ຽງ​ເງິນ​ເຟີ້​ຍັງ​ບໍ່ສູງປານ​ໃດ, ​ແຕ່​ມີ​ຄວາມ​ສ່ຽງ​ທີ່​ຈະເກີດ​ວິ​ກິດ​ການ​ໃໝ່​ຫຼາຍ​ທີ່​ສຸດ. ປະຈຸ​ບັນ, ລັດຖະບານ​ຈີນ​ພວມ​ເອົາ​ໃຈ​ໃສ່ນຳ​ທ່າ​ອຽງ​ຂອງ​ຕະຫຼາດ​ຫຸ້ນ​ແລະອະສັງຫາລິມະ​ຊັບ, ປັບປຸງ​ນະ​ໂຍບາຍ​ຢ່າງ​ເໝາະ​ສົມ. ທະນາຄານ​ກາງ​ເອີ​ລົບ​ກໍ​ພວມ​ເອົາ​ໃຈ​ໃສ່​ນຳທ່າ​ອຽງ​ຂອງ​ຕະຫຼາດ."
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ