ສູນ​ກາງ​ເຜີຍ​ແຜ່​ເອ​ກະ​ສານ​ທຳ​ອິດ​ກ່ຽວ​ກັບ ການ​ຊຸກ​ຍູ້​ໃຫ້​ຫັນ​ຊົນ​ນະ​ບົດ ​ເປັນ​ຕົວ​ເມືອງ

(GMT+08:00) 2010-02-01 17:15:02     cri

ວັນ​ທີ 31ມັງກອນນີ້, ​ຈີນ​ໄດ້​ເຜີຍ​ແຜ່ະອກະສາ​ນນະ​ໂຍບາຍ​ສະບັບ​ທຳ​ອິດ​ຂອງ​ປີ​ນີ້​ຂອງ ສູນ​ກາງ​ພັກ​ຄອມ​ມູນິດ​ຈີນ​ປີ 2010 ຢ່າງ​ເປັນ​ທາງ​ການ, ​ເພື່ອຕົກລົງ​ບັນຫາກະສິກຳ,ຊົນນະບົດ​ແລະ​ຊາວ​ກະສິກອນ​ເປັຍ​ປີທີ 7 ປີ​​ແລ້ວ. ​ນະ​ໂຍບາ​ຍສະບັບ​ນີ້​ສະ​ເຫ​ນີ​ໃຫ້​ຄວນ​ ​ປະສານ​ງານ​ການພັດທະນາ​ໃນ​ຕົວ​ເມືອງ​ແລະ​ຊົນນະບົດຢ່າງ​ເປັນ​ເອກະ​ພາບ, ຊຸກຍູ້​ການ​ປະດິດ​ສ້າງ ລະບຽບ​ການ​ພັດທະນາຕົວ​ເມືອງ​ແລະ​ຊົນນະບົດ​. ວັນ​ທີ 1 ກຸມພາ​ນີ້, ຢູ່​ທີ່​ນະຄອນຫຼວງ​ປັກ​ກິ່ງ, ທ່ານ​ເສີນ​ຊີ່​ເຫວີ​ນ, ຮອງ​ຫົວຫນ້າ​ແລະ​ຫົວຫນ້າ​ຫອ້ງການ​ຂອງຫນ່ວຍ​ງານ​ນຳພາວຽກ​ງານ​ຊົນນະບົດ​ຂອງ​ສູ​ນກາງ ກ່າວ​ວ່າ, ພາຍ​ໃນ​​ໄລຍະ​ຫນຶ່ງຕໍ່ຫນ້າ, ວຽກ​ງານ​ສຳຄັນ​ທີ່ຊຸກຍູ້​ໃຫ້​ຫັນ​ເປັນ​ຕົວ​ເມືອງນັ້ນ ​ຈະ​ແມ່ນ​ການ​​ໃຫ້​ປະຊາກອນ​ໃນ​ຊົນນະບົດ​ຍ້າຍໄປ​ຢູ່​ໃນ​ເມືອ​ງ ຂະຫນາດ ກາງ​ແລະ​ນ້ອຍ ຕໍ່​ໄປ​ເຊີນ​ຟັງ​ລາຍ​ລະອຽດ​ກ່ຽວ​ກັບ​ເລື່ອງ​ນີ້:  

ວັນ​ທີ 1 ກຸມພາ​ນີ້, ​ໃນການ​ຖະ​ແຫຼ​ງຂ່າວ​ທີ່​ຫ້ອງການ​ຖະ​ແຫຼ​ງຂ່າວ​ຂອງ​ລັດ​ຖະບານຈີນຈັດ​ຂຶ້ນ,  ທ່ານ​ເສີນ​ຊີ່​ເຫວີ​ນ ກ່າວ​ວ່າ,ນັບ​ແຕ່​ຈີນດຳ​ເນີນ​ການ ປະຕິ​ຮູບ​ແລະ​ໄຂປະ​ຕູ​ສູ່​ພາຍ​ນອກ ​ເປັນ​ຕົ້ນ​ມາ,ການ​ຫັນ​ເປັນ​ຕົວ​ເມືອ​ງຂອງ​ຈີນ​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ໃຫຍ່​ຫຼວງ, ​ແຕ່​ວ່າ​ຍັງ​ມີ​ 2 ບັນຫາ​ທີ່​ຈະ​ແຈ້ງຄື: ​ຫນຶ່ງ​ແມ່ນການ​ພັດທະນາ​​ຫັນ​ເປັນ​ຕົວ​ເມືອງ​ ສົນ​ໃຈ​ນຳ​ແຕ່​ການ​ພັດທະນາຕົວ​ເມືອງ​ໃຫຍ່,ຕົວ​ເມືອງ​ໃຫຍ່​ພິ​ເສດແລະ​ຕົວ​ເມືອງໃຫຍ່​ທີ່​ສຸດ​ໃນ​ເຂດ​ພັດທະນາ​ຕາມ​ແຄ​ມທະ​ເລ, ບໍ່​​ເອົາ​ໃຈ​ໃສ່​ນຳການ​ພັດທະນາ​ຕົວ​ເມືອງຂະຫນາດກາງ​ແລະ​ນ້ອຍ​, ອີກດ້ານຫນຶ່ງ​ກໍ່​ແມ່ນ​ໃນ​ຂະ​ບວນການ​ຫັນ​ເປັນ​ຕົວ​ເມືອງ, ສົນ​ໃຈ​ນຳ​ການ​ເປີດ​ກວ້າງ​ຂະຫນາດຂອງ​ຕົວ​ເມືອງ​ແລະ​ສ້າງສາ​ສະພາບ​ແວດ​ລ້ອມ​ທີ່ສວຍ​ງາມ​​ໃນຕົວ​ເມືອງ​ຫຼາຍ​ກວ່າ, ​ແຕ່​ບໍ່​ໄດ້​ສ້າງ​ໂອກາດ​ຫຼາຍ​ກວ່າ​ເກົ່າ​ໃຫ້​ແກ່​ຊາວ​ກະສິກອນ​ຫັນ​ເປັນ​ປະຊາຊົນ​ໃນ​ຕົວ​ເມືອງ​ຢ່າງ​ແທ້​ຈິງ.
 

 ທ່ານ​ເສີນ​ຊີ​ເວີນ​ກ່າວ​ວ່າ, ​ເພື່ອ​ແກ້​ໄຂ​ບັນຫາ​ເຫລົ່າ​ນີ້,​ເອກະສານ​ເລກ 1 ຂອງ​ສູນ​ກາງ​ປີ​ນີ້​ໄດ້​ສະ​ເຫ​ນີອອກ​ມາ​ວ່າ, ປັດຈຸບັນ, ຕ້ອງ​ຖື​ການ​ເພີ່ມ​ທະວີ​ການ​ພັດທະນາ​ຕົວ​ເມືອງລະດັບ​ກາງ​ແລະ​ນ້ອຍ​​ເປັນ​ຈຸດ​ຫນັກ, ອອກ​ແຮງ​ພັດທະນາ​ເສດຖະກິດ​ໃນ​ຕົວ​ເມືອງ​ນ້ອຍ, ຊຸກ​ຍູ້​ໃຫ້​ອຸດ​ສາ​ຫະກຳ​ທີ່​ມີ​​ເອກະລັກ​ພິ​ເສດ​ແລະ​ໂຄງການ​ທີ່​ມີ​ທ່າ​ແຮງ​ໄປ​ເຕົ້າ​ໂຮມ​ຢູ່​​ເທດສະບານ​ເມືອງ​ນ້ອຍ​ແລະ​ເມືອງ​ນ້ອຍທີ່​ສຳຄັນ.ທ່ານ​ກ່າວ​ວ່າ:ຈຸດສຸມ​ໃນ​ການ​ຊຸກ​ຍູ້​ການ​ຫັນ​ເປັນ​ຕົວ​ເມືອງ​ໃນ​ບາດກ້າວ​ຕໍ່​ໄປ​ແມ່ນ​ຕ້ອງ​ເພີ່ມ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ແລະ​ການ​ປົວ​ແປງ​ສະພາບ​ແວດ​ລ້ອມ​ຂອງ​ຕົວ​ເມືອງ​ນ້ອຍ, ຜ່ານ​ການ​ແຈກ​ຢາຍ​ສິດ​ນຳ​ໃຊ້​ທີ່​ດິນ​ກໍ່ສ້າງ, ຊີ້​ນຳ​ການ​ຍ້າຍ​ອຸດສາຫະກຳ, ​ເພີ່ມ​ທະວີ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ຂອງ​ຕົວ​ເມືອງ​ລະດັບກາງ​ແລະ​ນ້ອຍ,​ເພື່ອ​ເພີ່​ຄວາ​ສາມາດ​ສັງ​ລວມຂອງ​ຕົວ​ເມືອງ​ເຫລົ່າ​ນີ້, ດຶງ​ດູດ​ອຸດສາຫະກຳ​ທີ່​ບໍ່​ແມ່ນ​ກະສິກຳ​ແລະ​ຊາວ​ກະສິກອນ​ຫລາຍ​ກວ່າ​ເກົ່າ​ຍ້າຍ​ໄປ​ຢູ່​ຕົວ​ເມືອງລະດັບ​ກາງ​ແລະ​ນ້ອຍ.​ເອກະສານ​ເລກທີ 1 ຂອງ​ສູນ​ກາງ​ຈີນ​ຍັງ​ສະ​ເຫ​ນີອອກ​ມາ​ວ່າ​ຕ້ອງ​ລົງ​ເລິກ​ການ​ປະຕິ​ຮູບ​ລະບຽບ​ການ​ສຳມະ​ໂນ​ຄົວ, ​ເລັ່ງລັດ​ຜັນ​ຂະຫຍາຍ​ນະ​ໂຍບາຍຜ່ອນຄາຍ​ເງື່ອນ​ໄຂ​ຍ້າຍ​​ເຂົ້າສູ່ຕົວ​ເມືອງ​ລະດັບກາງ​ແລະ​ນ້ອຍ.


ຕົວ​ເລກ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ໃນ​ຈຳນວນ​ຊາວ​ກະສິກອນ​ທີ່​​ເຮັດ​ວຽກ​ຢູ່ຕົວ​ເມືອງ​ຂອງຈີນ​ປະມານ 150 ລ້ານ​ຄົນ​ໃນປະຈຸ​ບັນນັ້ນ, ມີ​ປະມານ 100 ລ້ານ​ຄົນ​ແມ່ນ​ເກີດ​​ໃນ​ຊຸມປີ1980​ຫຼື1990, ​ເຂົາ​ເຈົ້າ​ຢາກ​ເຊື່ອມ​​ເຂົ້າ​ສັງຄົມ​ຕົວ​ເມືອງ. ກ່ຽວ​ກັບເລື່ອງ​ນີ້, ​ໃນ​ເອ​ກະສາ​ນ​ເລກ​ໜຶ່ງ​ຂອງສູນ​ກາງ​ໃນ​ປີ​ນີ້​ໄດ້​ສະ​ເໜີ​ວ່າ, ຄວນ​ອອກ​ແຮງ​ແກ້​ໄຂ​ບັນຫາ​ຊາວ​ກະສິກອນລຸ້ນ​ໃໝ່ທີ່​ເຮັດ​ວຽກ​ຢູ່​ຕົວ​ເມືອງ​, ນີ້​ແມ່ນ​ເອກະສານ​ຂອງ​ພັກ​ຄອມ​ມູນິດ​ຈີນ​ໃຊ້​ຄຳ​ທີ່​ວ່າ"ຊາວ​ກະສິກອນ​ລຸ້ນ​ໃໝ່ທີ່​ເຮັດ​ວຽກ​​ໃນ​ຕົວ​ເມືອງ​​" ​ເທື່ອ​ທຳ​ອິດ.

ທ່ານ​ຖັງ​ເຢີ​ນຈ້ຽນ, ຮອງ​ຫົວໜ້າ​ຫ້ອງການ​ໜ່ວຍ​ງານ​ວຽກ​ງານ​ນຳພາຊົນນະບົດ​ສູນ​ກາງ​ຈີນ​ກ່າວ​ວ່າ, ລັດຖະບານ​ຈີນ​ຈະ​ວາງ​ແຜນ​ທີ່​ມີ​ລັກສະນະ​ເຈາະ​ຈົງ, ​ເຮັດ​ໃຫ້​ຊາວ​ກະສິກອນ​ລຸ້ນ​ໃໝ່​ສາມາດ​ປະກອບ​ອາຊີບ​ຢູ່​ຕົວ​ເມືອງ​ໄດ້​ຢ່າງ​ໝັ້ນ​ຄົງ.
"​ຕໍ່​ໄປ​ພາຍ​ໜ້າ, ສາມາດ​ວາງ​ທິດ​ທາງ​ດັ່ງ​ນີ້​ຄື, ໜຶ່ງໃຊ້​ວິທີທີ່​ບັງ​ເກີດ​ຜົນ​ຊຸກຍູ້​ການ​ຫັນ​ຊົນນະບົດ​ໃຫ້​ເປັນ​ຕົວ​ເມືອງ, ​ໂດຍ​ສະ​ເພາະ​ແມ່ນ​​ໃຫ້​ຊາວ​ກະສິກອນ​ທີ່​ມີ​ເງື່ອນ​ໄຂ​ໄປ​ເຮັດ​ວຽກ​ຢູ່​​ໃນ​ເມືອງ. ​ສອງ​ແມ່ນ​ຄວນ​ຮັບປະກັນ​ສິດຜົນປະ​ໂຫຍດຂອງ​ຊາວ​ກະສິກອນ​ທີ່​ເຮັດ​ວຽກ​ຢູ່​ຕົວ​ເມືອງ, ລວມທັງ​ການ​ປະກອບ​ອາຊີບ, ການ​ອົບຮົມ, ​ໃຫ້ການ​ຮັບປະກັນ​ທາງ​ສັງຄົມ​ແລະ​ໃຫ້​ລູກ​ເຂົາ​ເຈົ້າ​ໄດ້​ເຂົ້າ​ຮຽນ​ແລະ​ອື່ນໆ, ລ້ວນ​ແຕ່​ຖື​ຄວາມ​ສຳຄັນ​ຂອງ​ເຂົາ​ເຈົ້າ​ເປັນ​ຈຸດ​ໜັກ."

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ