ຈີນ​ກຳ​ລັງ​ພັດ​ທະ​ນາ​ເສດ​ຖະ​ກິດ​ທີ່​ມີ​ດີ​ອອກ​ສິດ​ຕ່ຳ

(GMT+08:00) 2010-02-08 19:24:23     cri

ຫວ່າງ​ມໍ່ໆ​ມານີ້, ກະຊວງ​ອະນຸລັກ​ສິ່ງ​ແວດ​ລ້ອມ​ແລະ​ກະຊວງ​ວິທະຍາ​ສາດ​ເຕັກ​ໂນ​ໂລ​ຊີຈີນ​ໄດ້​ຮ່ວມ​ກັນ​ເລີ່​ມຕົ້ນ "ພັນທະ​ມິດ​ຍຸດ​ທະ​ສາດຊຸກ​ຍູ້​ການ​ລົງ​ທຶນ​ແລະ​ລະດົມ​ທຶນ​ພັດ​ທະ​ນາ​​ເສດ​ຖະກິດ​ທີ່​ມີ​ດີ​ອອກ​ສິດ​ຕ່ຳ". ​ປະຈຸ​ບັນ, ​ອາກາດ​ຮ້ອນ​ຂຶ້ນ​ໃນ​ທົ່ວ​​ໂລກ​ໄດ້​ກາຍ​ເປັນ​ໄພ​ຂົ່ມ​ທີ່ຂູ່​ຂ້ຽວ​ຂາດ​ຕໍ່​ການ​ຢູ່​ລອດ​ແລະ​ການ​ພັດທະນາ​ຂອງ​ມວນ​ມະນຸດ, ​ເສດຖະກິດທີ່​ມີດີ​ອອກ​ສິດ​ຕ່ຳທີ່​ຖື​ການ​ສິ້ນ​ເປືອງ​ພະລັງງານ​ຕ່ຳ, ສ້າງ​ມົນ​ລະ​ພິດ​ໜ້ອຍລະບາຍ​ອາຍ​ພິດ​ເຮືອນ​ແກ້ວ​ໜ້ອຍເປັນ​ພື້ນຖານ​ອາດ​ຈະ​ໄດ້​ຮັບ​ການ​ພັດທະນາ​ຢ່າງຍາວ​ໄກ​ຢູ່​ຈີນ.

ປັບ​ອຸນຫະພູມ​ຂອງ​ອາຍ​ອຸ່ນ​ໃນ​ເຮືອນ​ໃຫ້​ຕ່ຳລົງ​ໃນ​ລະດູ​ໜາວ, ​ເຈ້ຍ​ໃບ​ໜຶ່ງ​ໃຊ້​ທັງ​ສອງໜ້າ, ນຳ​ໃຊ້ລະບົບ​ຂົນ​ສົ່ງ​ສາທາ​ລະນະ​ຫຼາຍກວ່າ​ເກົ່າ​ແລະ​ອື່ນໆ, ຄົນ​ຈີນ​ນັບ​ມື້​ນັບຫຼາຍ​ເລີ່​ມ​​ດຳລົງ​ຊີວິດ​ແບບດີ​ອອກ​ສິດ​ຕ່ຳ. ຊຸ່ຍ​ຈື້ຮົງ, ຄົນ​ນະຄອນ​ປາວ​ຕິ້ງ​ແຂວງ​ເຮີ​ເປີ​ຍກໍ່​ແມ່ນ​​ເຮັດ​ແນວ​ນີ້.
 "ຂ້ອຍ​ປ່ຽນ​ດອກ​ໄຟ​ໃນ​ເຮືອນ​​ເປັນ​ດອກ​ໄຟ​ປະຢັດ​ພະລັງງານ​ທັງ​ໝົດ, ​ໃນ​ລະດູ​ໜາ​ວ, ກໍ່​ປັບ​ອາຍ​ອຸ່ນ​ຢູ່​ໃນ​ເຮືອນ​ໃຫ້​ຕ່ຳລົງ​ສອງ​ອົງສາ, ​ເບີ່​ງ​ໂທລະພາບ​ໃຫ້​ໜ້ອຍລົງ, ​ເວລາ​ລ້າງ​ໜ້າ, ພະຍາຍາມ​ໃຊ້​ຊາມອ່າງ​ໂຕ່ງ​ເອົານ້ຳ​ສ່ວາຍ​ໜ້າ, ​ເວລາ​ຊັກ​ເຄື່ອງ​ກໍ່​ພະຍາຍາມ​ຊັກ​ດ້ວຍ​ມື. ຂ້ອຍ​ມີໝູ່ຫຼາຍຄົນ, ປະ​ຈຸ​ບັນ​ກໍ່​ເລີ່ມປ່ຽນ​ແບບ​ແຜນດຳລົງ​ຊີວິດ​ຈາກ​ຄວາມ​ຊິນ​ເຄີຍ​ນ້ອຍໆ​ຂອງ​ຕົນ, ​ເປັນ​ກຸ່ມ​ຄົນ "ດີ​ອອກ​ສິດ​ຕ່ຳ"."

ເມື່ອ​ປະຊາຊົນ​ໄດ້​ຄ່ອຍໆ​ຫັນປ່ຽນ​ແບບ​ແຜນການ​ດຳ​ລົງ​ຊີວິດທີ່​ລະບາຍດີ​ອອກ​ສິດ​ຕ່ຳ​ແລ້ວ, ການ​ພັດທະນາ​ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ຈຶ່ງ​ມີກຳລັງ​ແຮງ. ຫວ່າງ​ມໍ່ໆ​ມານີ້, ຜູ້​ຮັບ​ຜິດ​ຊອບ​ທີ່​ກ່ຽວຂ້ອງ​ຂອງ​ກະຊວງ​ອະນຸລັກ​ສິ່ງ​ແວດ​ລ້ອມ​ຂອງ​ຈີນ​ກ່າວ​ວ່າ, ລັດຖະບານ​ຈີນ​ເອົາ​ໃຈ​ໃສ່​ນຳ​ກາ​ນພັດທະນາ​ຂະ​ແໜງ​ການ​ອະນຸລັກ​ສິ່ງ​ແວດ​ລ້ອມ​ໃນ​ລະດັບ​ສູງ, ​ແລະ​ໄດ້​ຈັດ​ເປັນ​ຈຸດ​ເຕີບ​ໂຕ​ເສດຖະກິດ​ໃໝ່. ນອກ​ນີ້, ຈີນ​ຍັງ​ຈະ​ຊຸກ​ຍູ້​ການ​ປະຕິຮູບ​ລາຄາ​ສິນ​ຄ້າ​ຊັບພະ​ຍາກອນ​ຕື່ມ​ອີກ, ປັບປຸງ​ການ​ຄຸ້ມ​ຄອງ​ການ​ເກັບ​ແລະຊຳລະ​ນ້ຳ​ເປື້ອນ​​ແລະ​ຂີ້​ເຫຍື້ອ​ໃຫ້​ສົມບູນ, ​ປັບປຸງນະ​ໂຍບາຍ​ໃຫ້​ບູລິ​ມະ​ສິດ​ດ້ານ​ພາສີ​ໃນ​ການ​ປະຢັດ​ພະລັງງານ​ອະນຸລັກ​ສິ່ງ​ແວດ​ລ້ອມ​ແລະ​ການ​ນຳ​ໃຊ້​ຊັບ​ພະ​ຍາກອນ​ສັງ​ລວມ​ແລະ​ນະ​ໂຍບາຍ​ບັງຄັບ​ໃຫ້​ລັດຖະບານ​ຈັດ​ຊື້​​ເຄື່ອງ​ຈັກ​ອຸປະກອນ​ປະຢັດ​ພະລັງງານ​ແລະ​ອະນຸລັກ​ສິ່ງ​ແວດ​ລ້ອມ​ທີ່​ໄດ້​ວາງ​ອອກ​ໃຫ້​ສົມບູນ. ຕາມ​ການ​ຄາດ​ຄະ​ເນ, ​ໃນ 5 ປີ​ຕໍ່ໜ້າ​ນີ້, ການ​ໃຊ້​ງົບ​ເຂົ້າ​ໃນການ​ອະນຸລັກ​ສິ່ງ​ແວດລ້ອມ​ຂອງ​ຈີນ​ຈະຫຼາຍ​ກວ່າ 3000 ຕື້​ຢວນ, ​ໃນ​ນັ້ນ, ​ໃຊ້​ສຳລັບ​ການ​ກໍ່ສ້າງ​​ໂຄງ​ລ່າງ​ອະນຸລັກ​ສິ່ງ​ແວດ​ລ້ອມ​ຈະ​ຫຼາຍກວ່າ 1000 ຕື້​ຢວນ.

ເປົ້າ​ໝາຍ​ການ​ຫລຸ​ດກາ​ນລະບາຍກາກ​ບອນ​ດີ​ອອກ​ສິດ​ຂອງ​ຈີນ​ໃນ​ປີ​ນີ້​ໄດ້​ປະກາດ​ແລ້ວ,​ຖ້າວ່າການ​ຫລຸດ​ການ​ລະບາຍ​ຊຸນ​ເຟີດີ​ອອກ​ສິດໄດ້​ສໍາ​ເລັດກ່ອນ​ຄາດໝາຍ1ປີ​ໃນ​ປີ​ກາຍ,ກໍ່ຈະ​ພະ​ຍາ​ຍາມ​ຫລຸດອີກ4​ແສນໂຕນ​ເມື່ອ​ທຽບ​ໃສ່​ປີ2009,ການ​ຫລຸດ​ການ​ລະບາຍກາກ​ບອນ​ດີ​ອອກ​ສິດ​ໄດ້​ສໍາ​ເລັດ​ເປົ້າ​ໝາຍ​ຂອງ "ແຜນການ5​ປີ​ຄັ້ງ​ທີ11"​ແລ້ວ,ຈະ​ພະຍາ​ຍາມ​ຫລຸດ​ອີກ20ແສນ​ໂຕນ​ຂຶ້ນ​ໄປ​ແລະ​ອື່ນໆ.

ທ່ານ​ຊີ​ຈ້ຽນກົວ,ຮອງ​ຫົວໜ້າ​ພະ​ແນກ​ຄົ້ນຄວ້າ​ເສດ​ຖະກິດ​ເຕັກ​ນິກ​ແລະ​ເສດ​ຖະກິດ​ປະລິມານ​ຂອງ​ສະພາ​ບັນດິດ​ວິ​ທະຍາ​ສາດ​ສັງຄົມ​ຈີນກ່າວ​ວ່າ,

ຂ້າພະ​ເຈົ້າ​ເຫັນ​ວ່າ, ໃນ​ໄລ​ຍະຫລັງ​ກອງ​ປະຊຸມ​ໂກ​ເປັນ​ຮາກ,ທົ່ວ​ໂລກ​ຈະມີການ​ແຂ່ງຂັນ​​​ແບບ​ໃໝ່​ໃນ​ດ້ານ​ເສດຖະກິດ​ເຕັກ​ນິກ,ຈີນ​ຄວນ​ຊອກ​ຫາ​ຖານະ​ບົດບາດຂອງ​ຕົນ,ປັບປຸງ​ໂຄງ​ປະກອບ​ອຸ​ດສາ​ຫະກໍາ,ປັບປຸງ​ເຕັກນິກ​ໃຫ້​ດີ​ກວ່າ​ເກົ່າ,ພັດທະນາ​ອຸດ​ສາ​ຫະກໍາ​ພະລັງງານ​ໃໝ່,​ເຮັດ​ໃຫ້ປະ​ສິດທິ​ພາບ​ຂອງ​ເສດ​ຖະກິດ​ແຫ່ງ​ຊາດ​ຍົກ​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ,​ເສດ​ຖະກິດ​ສືບ​ຕໍ່​ເຕີບ​ໂຕ​ຢ່າງ​ວ່ອງ​ໄວ.

ທ່ານຊີ​ຈ້ຽນກົວຍັງ​ເຫັນ​ວ່າ,ຖ້າ​ຈີນ​ຢາກ​ໄດ້ຜົນ​ສໍາ​ເລັດ​ໃນຂົງ​ເຂດ​ເສດ​ຖະກິດ​ກາກ​ບອນ​ດີ​ອອກ​ສິດ​ຕໍ່າ,ຄວນ​ມີ​ຄວາມ​ຄືບ​ໜ້າ​ໃນ​ຂົງ​ເຂດຕ່າງໆ​ເຊັ່ນ,ການຍົກ​ສູງ​ປະສິດ​ທິພາ​ບ,ການນໍາ​ໃຊ້​​ຖ່ານ​ຫີນສະອາດ,ປັບປຸງ​ມົນ​ລະ​ພິດ​ແລະ​ອື່ນໆ.

ນອກ​ນີ້,ທ່ານ​ຍັງ​ກ່າວ​ວ່າ,ຊັບພະຍາກອນ​ທີ່​ຈີນ​ມີ​ໃນ​ປະຈຸ​ບັນນີ້ຄວນ​ໄດ້​ຮັບ​ການ​ນໍາ​ໃຊ້​ທີ່​ມີປະ​ສິດ​ທິພາບ​ສູງກວ່າ​ເກົ່າ,ໝາຍ​ຄວາມ​ວ່າ​ຄວນ​ສຸມ​ກໍາລັງ​ເຂົ້າ​ໃນ​ການ​ພັດ​ທະນາ​ເສດຖ​ະກິດ​ໝູນວຽນ. 

ນໍາ​ໃຊ້​ໂລຫະ​ເສດ​ເຫລືອ​ທັງ​ໝົດ​ຂອງ​ຕົວ​ເມືອງຄືນ​ໃໝ່​ຈະ​ປະ​ຢັດ​ພະ​ລັງ​ງານຢ່າງ​ຫລວງ​ຫລາຍ​ຫລາຍ​ກວ່າ​ໄປ​ຂຸດ​ຄົ້ນບໍ່​ແຮ່,​ເອົາ​ເຈ້ຍ​ເກົ່າ​ໄປ​ຜະລິດ​ເຈ້ຍ​ໃໝ່​,ສາມາດຫລຸດ​ການ​ນໍາ​​ໃຊ້​ຕົ້ນ​ໄມ້​ໃນ​ປ່າ,ກະສິກໍາ​ແລະ​ອຸດສາຫະກໍາ​ຮ່ວມມື​ກັນ​ສ້າງ​ເປັນຂະ​ແໜງ​ການ​ຕ່ອງ​ໂສ້​,​ສະມາດເພີ່ມ​ປະລິມານ​ຜະລິດ​ຕະພັນ​ກະ​ສິກໍາ​ຢ່າງ​ຫລວງ​ຫລາຍ,​ເພີ່ມ​ປະລິມານ​ຜະລິດ​ຂອງ​ທົ່ງ​ຫຍ້າ.ໂດຍ​ຜ່າ​ນການພັດທະນາ​ຂະ​ແໜງການ​ລ້ຽງ​ສັດ,​ເຮັດ​ໃຫ້​ອາຍ​ແກັສຊີວະ​ພາບກາຍ​ເປັນ​ພະລັງງານ​ສະອາດ,ແລະກາຍ​ເປັນ​ອຸດ​ສາ​ຫະກໍາ​ໝູນວຽນ​ກາກ​ບອນໃນ​ທີ່​ສຸດ.
 

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ