ຈີນ​ອອກ​ແຈ້ງ​ການ​ສຳ​ຫຼວດ​ແຫຼ່ງ​ກຳ​ເນີ​ດມົນ​ລະ​ພິດ​ສະ​ບັບ​ທຳ​ອິດ

(GMT+08:00) 2010-02-09 19:01:46     cri

ຕາມ​ຂ່າວ CRI: ວັນ​ທີ 9 ກຸມພາ​ນີ້, ລັດຖະບານ​ຈີນ​ໄດ້​ອອກ​ແຈ້ງ​ການ​ສຳຫຼວດ​ແຫຼ່ງກຳ​ເນີ​ດມົນ​ລະ​ພິດ​ໃນ​ທົ່ວ​ປະ​ເທດ​ສະບັບ​ທຳ​ອິດ. ​ແຈ້ງ​ການ​ໄດ້​ປະກາດ​ບັນຫາ​ສິ່ງ​ແວດ​ລ້ອມ​ໃໝ່ຫຼາຍຂໍ້​ທີ່​ຈີນ​ປະ​​ເຊີນໜ້າ​ໃນ​ປະຈຸ​ບັນ, ໂດຍ​ປະ​ເຊີນ​ກັບ​ບັນຫາ​ເຫຼົ່ານີ້, ຜູ້​ຮັບ​ຜິດ​ຊອບ​ພາກສ່ວນ​ອະນຸລັກ​ສິ່ງ​ແວດ​ລ້ອມ​ຂອງ​ຈີນ​ກ່າວ​ວ່າ,​ໃນ​ແຜນການ​ພັດທະນາ​ເສດ​ຖະ​ກິດ​ແລະ​ສັມຄົມ 5 ປີຄັ້ງ​ທີ 12, ຈີນ​ຈະ​ສືບ​ຕໍ່​ປະຕິບັດ​ແຜນການ​ຄວບ​ຄຸມ​ປະລິມານ​ການ​ລະບາຍສິ່ງ​ທີ່​ເປັນມົນ​ລະ​ພິດ​ທີ່​ສຳຄັນ, ​ແລະ​ຈະ​ເພີ່ມທຳ​ວີ​ຊະນິດ​ສິ່ງ​ທີ່​ເປັນມົນ​ລະ​ພິດ​ທີ່​ໃຫ້​ຫຼຸດ​ການ​ລະບາຍ, ພະຍາຍາມ​ແກ້​ໄຂ​ບັນຫາ​ສິ່ງ​ແວດ​ລ້ອມ.

ໄລຍະ​ສຳຫຼວດ​ແຫຼ່ງ​ກຳ​ເນີດ​ມົນ​ລະ​ພິດ​ທົ່ວ​ປະ​ເທດຈີນ​ເທື່ອ​ນີ້​ແມ່ນ​ໃນ​ປີ 2007, ໄດ້​ສຳຫຼວດ​ແຫຼ່ງ​ອຸດ​ສາ​ຫະກຳ, ​ແຫຼ່ງ​ກະສິກຳ, ​ແຫຼ່ງທີ່​ຢູ່​ອາ​ໃສແລະ​ສິ່ງ​ກໍ່ສ້າງ​ບຳບັດ​ມົນ​ລະ​ພິດ 5 ລ້ານ 9 ​ແສນ​ກວ່າ​ແຫ່ງ. ທ່ານ​ຈ່າງ​ລີ້​ຈຸ່ນ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ອະນຸລັກ​ສິ່ງ​ແວດ​ລ້ອມ​ຈີນ​ກ່າວ​ວ່າ, ສັງ​ເກດ​​ເບີ່​ງຈາກ​ການ​ສຳຫຼວດ​ແລ້ວ​ເຫັນ​ວ່າ, ນອກຈາກ​ບັນຫາ​ສິ່ງ​ແວດ​ລ້ອມ​ທີ່​ພວກ​ເຮົາ​ຮູ້​ດີ​ແລ້ວ, ​ເຊັ່ນ: ​ອົງ​ປະກອບ​ມົນ​ລະ​ພິດ​ອຸດ​ສາ​ຫະກຳພົ້ນ​ເດັ່ນ, ​ໂຮມ​ສູນ​ຢູ່​ບາງ​ຂະ​ແໜງ​ການ, ຍັງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ບັນຫາ​ໃໝ່​ຈຳນວນໜຶ່ງ, ​ເຊັ່ນ: ການ​ລະບາຍມົນ​ລະ​ພິດຂອງ​ຂະ​ແໜງ​ການ​ກະສິກຳ​ໄດ້​ສົ່ງ​ຜົນ​ກະ​ທົບ​ຫຼາຍ​ສົມຄວນ​ຕໍ່​ນ້ຳ​ແລະ​ອື່ນໆ, ທ່ານ​ກ່າວ​ວ່າ:"ແຈ້ງ​ການກ່າວ​ວ່າ, ການ​ລະບາຍ​ມົນ​ລະ​ພິດ​ຂອງ​ອຸດສາ​ຫະກຳ​ຕົ້ນຕໍ​ແມ່ນ​ຢູ່​ບາງ​ຂະ​ແໜງ​ການ​​ແລະ​ຢູ່​ບາງ​ທ້ອງ​ຖິ່ນ, ບັນຫາ​ອົງ​ປະກອບ​ມົນ​ລະ​ພິດ​ພົ້ນ​ເດັ່ນ. ​ປະລິມານ​ລະບາຍ​ມົນລະ​ພິດ​ຕົ້ນຕໍ 4 ປະ​ເພດ, ​ເຊັ່ນ: ລະບາຍ​ປະລິມານ​​ເຄມີ​ທີ່​ຕ້ອງການ​ອັອກ​ຊີ​ແຊັນ, ​ຊຸນ​ເຟີ​ດີ​ອອກ​ຊິດ​ແລະ​ອາຍ​ອາ​ສົດ​ທີ່​ຫັນ​ເປັນ​ອັອກຊີ​ແລະ​ອື່ນໆ ແຫຼ່ງ​ກຳ​ເນີດ​ອຸດສາ​ຫະກຳ​ຂອງ​ເຂດ​ທີ່​​ພັດທະນາ​ແລະ​ມີ​ປະຊາກອນ​ຫຼາຍ​ແມ່ນ​ຫຼາຍ​ກວ່າ​ເຂດ​ອື່ນໆ. ການ​ລະບາຍ​ອາຍ​ອາ​ສົດທີ່​ຫັນ​ເປັນ​ອັອກຊີ​ຂອງ​ລົດຍົນ​ກວມ​ເອົາ 30% ຂອງ​ປະລິມານ​ການ​ລະບາຍ​ອາຍ​ພິດ​ເຮືອນ​ແກ້ວ, ມີ​ຜົນ​ກະທົບ​ຫຼາຍຕໍ່​ອາກາດ​ໃນ​ຕົວ​ເມືອງ.

ການ​ລະບາຍມົນ​ລະ​ພິດຂອງ​ຂະ​ແໜງ​ການ​ກະສິກຳ​ໄດ້​ສົ່ງ​ຜົນ​ກະ​ທົບ​ຫຼາຍ​ສົມຄວນ​ຕໍ່​ນ້ຳ​, ປະລິມານ​ລະບາຍ​ປະລິມານ​ເຄມີ​ທີ່​ຕ້ອງການ​ອັອກ​ຊີ​ແຊັນ​ກວມ​ເອົາ 43,7% ຂອງ​ປະລິມານ​ລະບາຍ​ປະລິມານ​ເຄມີ​ທີ່​ຕ້ອງການ​ອັອກ​ຊີ​ແຊັນທັງ​ໝົດ.

ເວລາ​ເວົ້າ​ເຖິງ​ການ​ລະບາຍ​ມົນ​ລະ​ພິດຂອງ​ຂະ​ແໜງ​ການ​ກະ​ສິກໍາ,ທ່ານ​ວາງ​ເຢນລຽງ,ເຈົ້າ​ໜ້າ​ທີ່​ກະຊວງ​ກະ​ສິກໍາ​ຈີນ​ເວົ້າ​ວ່າ, ໃນ​ຫລາ​ຍປີມາ​ນີ້,ກະຊວງ​ກະ​ສິກໍາຈີນ​ໄດ້​ພະຍາຍາມ​ນໍາ​ໃຊ້​ມາດຕະການ​ຕ່າງໆ​ເຊັ່ນ,ການ​ພັດທະນາ​ອາຍ​ແກັສຊີວະ​ຊາດຢູ່​ຊົນນະ​ບົດ,ປະ​ຕິ​ບັດ​ໂຄງການ​ອະ​ນາ​ໄມ​ຢູ່ຊົນນະບົດ​ແລະອື່ນໆ​ເພື່ອ​ປົວ​ແປງ​ມົນ​ລະ​ພິດ​ຂອງ​ຂະ​ແໜງ​ການ​ກະສິກໍາ,​ແລະ​ໄດ້​ຮັບ​ຜົນ​ສໍາ​ເລັດ​ອັນ​ດີ.ອີງ​ຕາມ​ຕົວ​ເລກ​ທີ່​ສະໜອງ​ໂດຍ​ເຈົ້າ​ໜ້າ​ທີ່​ຜູ້​ນີ້,ປະຈຸ​ບັນ,ຊົນນະ​ບົດ​ຈີນ​ໄດ້​ສ້າງ​ອ່າງ​ອາຍ​ແກັສຊີວະ​ຊາດທີ່​ຄອບຄົວ​ໃຊ້​ປະມານ35​ລ້ານ​ແຫ່ງ,​ແລະ​ອ່າງ​ອາຍ​ແກັສຊີວະ​ຊາດຂະໜາດ​ໃຫຍ່​ແລະ​ຂະໜາດ​ກ່າງ​2700​ແຫ່ງທີ່​ສະ​ເພາະ​ບ່ອນ​ລ້ຽງສັດ​ແລະ​​ໂຮງ​ລ້ຽງສັດ​ຂະໜາດ​ໃຫຍ່​,ຂະໜາດ​ກາງ,​ໄດ້​ບໍາບັດອຸດຈາລະ​ຂອງຄົນ​ແລະ​ສັດ​,ມົນ​ລະ​ພິດ​ອື່ນ​ໆຢ່າ​ງຫລວງຫລາຍ.

ທ່ານ​ວາງ​ເຢນລຽງ​ເວົ້າ​ວ່າ,ຈີນ​ຈະ​ສືບ​ຕໍ່ນໍາ​ໃຊ້​ມາດ​ຕະການ​ເພື່ອຄວບ​ຄຸມ​ການ​ລະບາຍ​ມົນ​ລະ​ພິດ​ຂອງ​ຂະ​ແໜງ​ການ​ກະສິກໍາ.ຈີນ​ຈະ​ພະຍາຍາມ​ເຮັດ​ໃຫ້ອຸດຈາລະ​ຂອງ​ສັດກາຍ​ເປັນ​ຊັບ​ພະຍາ​ກອນ,ປ້ອງ​ກັນ​ມົນລະ​ພິດ​ຂອງ​ການ​ລ້ຽງສັດ,ຫັນປ່ຽນ​ຮູບ​ການ​ຊີວິດ​ການ​ເປັນ​ຢູ່​ແລະ​ການ​ຜະລິດ,ຄວບ​ຄຸມ​ມົນ​ລະ​ພິດ​ຂອງ​ເຄື່ອງ​ເສດ​ເຫລືອ​ຢູ່​ຊົນນະບົດ, ໃຊ້ຝຸ່ນ​ເຄມີ​ແລະ​ຢາ​ປາບ​ສັດຕູ​ພືດຢ່າງປະສິດ​ທິພາບ,ປ້ອງ​ກັນ​ບໍ່ໃຫ້​ມີ​ມົນ​ລະ​ພິດ​ຍ້ອນ​ການ​ຮົ່ວ​ໄຫລ​ລ້າໆ.

ທ່ານ​ຈ່າງ​ລີ້​ຈຸ່ນ,ລັດຖະ​ມົນ​ຕີ​ຊ່ວຍ​ວ່າການ​ກະຊວງ​ອະນຸລັກ​ສິ່ງ​ແວດ​ລ້ອມ​ຈີນ​ກ່າວ​ວ່າ,ຜ່ານ​ການ​ກວດກາ​ແຫຼ່ງ​ກຳ​ເນີດ​ມົນ​ລະ​ພິດ​ໂດຍ​ທົ່ວ​ໄປ​ເທື່ອ​ນີ້,​ລັດ​ຖະ​ບານ​ຈີນ​ໄດ້​ຊອກ​ຮູ້​ສະ​ພາບ​ການ​ມົນ​ລະ​ພິດ​ຕໍ່​ສິ່ງ​ແວດ​ລ້ອມ​ໃນ​ທົ່ວ​ປະ​ເທດ​ຢ່າງ​ຖືກ​ຕ້ອງ​ແລະ​ຈະ​ແຈ້ງ,​ນີ້​ມີ​ບົດ ບາດ​ສຳ​ຄັນ​ຕໍ່​ການ​ຊຸກ​ຍູ້​ການ​ຫຼຸດ​ການ​ລະ​ບາຍ​ມົນ​ລະ​ພິດ​ໃຫ້​ໜ້ອຍ​ລົງ​ຕື່ມ​ອີກ,​ແລະ​ປັບ​ປຸງ​ຄຸນ​ນະ​ພາບ​ຂອງ​ສິ່ງ​ແວດ​ລ້ອມ​ໃຫ້​ດີ​ຂຶ້ນ​ຢ່າງ​ບັງ​ເກີດ​ຜົນ.

ທ່ານ​ຈ່າງ​ລີ້​ຈຸ່ນ​ກ່າວ​ວ່າ,​ໃນ​​ແຜນການ​ພັດທະນາ​ເສດຖະກິດ​ແລະ​ສັງຄົມ5​ປີ​ຄັ້ງທີ11​ ຄື​ແຕ່​ປີ2006​ຫາ​ປີ2010,ຈີນ​ໄດ້​ຈັດ​ການ​ຫຼຸດ​ການ​ລະ​ບາຍ​ມົນ​ລະ​ພິດ​ເຂົ້າ​ໃນ​ຄາດ​ໝາຍ​ລັກ​ສະ ນະ​ບັງ​ຄັບ​ເພື່ອ​ດຳ​ເນີນ​ການ​ກວດ​ກາ,​ໄດ້​ຄວບ​ຄຸມ​ຍອດ​ປະ​ລິ​​ມານ​​ລະ​ບາຍ​ມົນ​ລະ​ພິດ​ຢ່າງ​ບັງ​ເກີດ​ຜົນ,​ປັບ​ປຸງ​ຄຸນ​ນະ​ພາບ​ຂອງ​ສິ່ງ​ແວດ​ລ້ອມ​ໃຫ້​ດີ​ຂຶ້ນ.​ໃນ​ແຜນ​ການ​5​ປີ​ຄັ້ງ​ທີ​12 ຄື​ແຕ່​ປີ​2011​ຫາ​ປີ​2015,​ຈີນ​ຈະ​ສືບ​ຕໍ່​ປະ​ຕິ​ບັດ​ແຜນ​ການ​ຄວບ​ຄຸມ​ຍອດ​ປະ​ລິ​ມານ​ລະ​ບາຍ ມົນ​ລະ​ພິດ​ຊະ​ນິດvສຳ​ຄັນ,​ແລະ​ເພີ່ມ​ທະ​ວີ​ຊະ​ນິດ​ມົນ​ລະ​ພິດ​ທີ່​ຕ້ອງ​ຫຼຸດ​ການ​ລະ​ບາຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ