ສານ​ຈີນ​ປະ​ກາດ​ຫຼັກ​ການ​ຕຸ​ລາ​ການ​ລະ​ອຽດ​ຂອງ​ນະ​ໂຍ​ບາຍ​ທາງ​ອາ​ຍາ​ທີ່​"ເຄັ່ງ​ຄັດ"​ກັບ​"ຫຼຸ​ດຜ່ອນ​ໂທດ"​ປະ​ສານ​ສົມ​ທົບ​ກັນ

(GMT+08:00) 2010-02-10 19:50:06     cri

ວັນ​ທີ 9 ກຸມພາ​ນີ້, ສານ​ປະຊາຊົນ​ສູງ​ສຸດ​ຈີນ​ໄດ້​ປະກາດ​​ເອກະສານ​ກ່ຽວ​ກັບນະ​ໂຍບາຍທາງອາຍາ​ທີ່​ເຄັ່ງ​ຄັດ ກັບ ຫຼຸດຜ່ອນ​ໂທດ​ປະ​ສານ​ສົມ​ທົບ​ກັນ"ຢ່າງ​ເປັນ​ທາງ​ການ, ການ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ທີ່"​ເຄັ່ງ​ຄັດ"ກັບ"ຫຼຸດຜ່ອນ​ໂທດ"​ປະ​ສານ​ສົມ​ທົບ​ກັນ​ແມ່ນ​ນະ​ໂຍ​ບາຍ​ອາ​ຍາ​ພື້ນຖານ​ທີ່​ຈີນ​ຕັ້ງ​ໄວ້​​ໃນ​ປີ​2006.​ສານ​ປະ​ຊາ​ຊົນ​ສູງ​ສຸດ​ຈີນ​ໄດ້​ໃຊ້​ເວລາ 3 ປີ​ຂໍ​ຄວາມ​ເຫັນ ຂອງ​ຝ່າຍ​ຕ່າງໆ, ​ແລະ​ປະ​ກາດ​ປະ​ຕິ​ບັດ​ເອ​ກະ​ສານ​ກ່ຽວ​ກັບ​ນະ​ໂຍ​ບາຍ​ທາງ​ອາ​ຍາ​ທີ່​ເຄັ່ງ​ຄັດ​ກັບ​ຫຼຸດ​ຜ່ອນ​ໂທດ​ປະ​ສານ​ສົມ​ທົບ​ກັນ​​ແຕ່​ວັນ​ທີ 9 ກຸມພາ​ນີ້​ເປັນ​ຕົ້ນ​ໄປ. ​ໃນ​ກອງ​ປະ​ຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ,​ທ່ານ​ຊຸ່ນ​ຈຸ່ນ​ກົ່ງ ​ໂຄ​ສົກ​ສານ​ປະ​ຊາ​ຊົນ​ສູງ​ສຸດ​ຈີນ​ໄດ້​ແນະ​ນຳ​ຖາ​ນະ​ຂອງ​ເອ​ກະ​ສານ​ສະ​ບັບ​ນີ້ ​ໃນ​ພຶດ​ຕິ​ກຳ​ທາງ​ຕຸ​ລາ​ການ.​ທ່ານ​ກ່າວ​ວ່າ:​"ນະ​ໂຍ​ບາຍ​ທາງ​ອາ​ຍາ​ທີ່"​ເຄັ່ງ​ຄັດ"​ກັບ​"ຫຼຸດ​ຜ່ອນ​ໂທດ"​ປະ​ສານ​ສົມ​ທົບ​ກັນ​ໃນ​ຖານະ​ທີ່​ເປັນ​ນະ​ໂຍ​ບາຍ​ທາງ​ອາ​ຍາ​ພື້ນ​ຖານ​ຂອງ​ຈີນ, ຈຸດ​ປະ​ສົງ​ຂອງ​ມັນ​ບໍ່​ພຽງ​ແຕ່​ແມ່ນ​ສະໜອງ​ມາດ​ຕະ​ຖານ ​ແລະ ຂອບ​ເຂດ​ອັນ​​​ຄັກ​ແນ່​ໃຫ້​ແກ່​ຕຸ​ລາ​ການ,​ເຮັດ​ໃຫ້​ການ​ກະ​ທຳ​ຕຸ​ລາ​ການ​ເຂົ້າ​ສູ່​ລະບຽບ​ແບບ​ແຜນ,​ຈຸດ​ປະ​ສົງ​ທີ່​ສຳ​ຄັນ​ຍາວ​ໄກ​ກວ່າ​ນັ້ນແມ່ນ​ຫຼຸດ​ຜ່ອນ ​ແລະ ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ໃນ​ສັງ​ຄົມ​ໃຫ້​ໄດ້​ຫຼາຍ​ເທົ່າ​ທີ່​ຈະ​ຫຼາຍ​ໄດ້,​ປ່ຽນ​ປັດ​ໄຈອັນ​ຫຍໍ້​ທໍ້​ເປັນ​ປັດ​ໄຈ​ອັນ​ຕັ້ງ​ໜ້າ ​ເພື່ອ​ຊຸກ​ຍູ້​ສັງ​ຄົມ​ໃຫ້​ກົມ​ກຽວ​ກັນ ​ແລະ ມີ​ສະຖຽນ​ລະ​ພາບ."

"​ເອກະສານ" ສືບ​ຕໍ່​ຍຶດໝັ້ນ​ທິດທາງ​ປະຕິບັດ​ກົດໝາຍລົງ​ໂທດ​ຢ່າງ​ເຂັ້ມ​ງວດຕໍ່ອາ​ຊະຍະ​ກຳ​ຢ່າງ​ໜັກ​ໜ່ວງ, ​ໃນ​ເວລາກຳນົດ​ເປົ້າ​ໝາຍຖືກ​ລົງ​ໂທດ​ແລະ​ຂອບ​​ເຂດ​ຖືກ​ລົງ​ໂທດ​ໃຫ້​ຈະ​ແຈ້ງ,​ຍັງ​ໄດ້​ກຳ​ນົດ​ສະ​ພາບ​ການ​ທີ່​ຕ້ອງ​ປະ​ຕິ​ບັດ​ຢ່າງ"​ເຄັ່ງ​ຄັດ"​ທີ່​ຄວນ​ກ່າວ​ເນັ້ນ​ຢ່າງ​ພິ​ເສດ​ໃນ​ການ​ປະ​ຕິ​ບັດ​ກົດ​ໝາຍ. ຄື: ຕໍ່​ອາ​ຊະ​ຍະ​ກຳ​ຫຼາຍ​ເທື່ອ​ແລະ​ອາ​ຊະ​ຍະ​ກຳ​ທາງ​ຢາ​ເສບ​ຕິດ, ​ເຖິງ​ວ່າ​ອາ​ຊະ​ຍະ​ກຳ​ບໍ່​ໜັກ, ກໍ່​ຕ້ອງ​ລົງ​ໂທດ​ຢ່າງ​ເຄັ່ງ​ຄັດ. ຕໍ່​ອາ​ຊະ​ຍະກຳ ໜັກ​ໜ່ວງ​ຂອງ​ພະ​ນັກ​ງານ​ລັດ​ຖະ​ບານ​ ຄື ສໍ້​ລາດ​ບາງ​ຫຼວງ,​ນຳ​ໃຊ້​ສິດ​ທົ່ວ​ທີບ, ບໍ່​ປະ​ຕິ​ບັດ​ໜ້າ​ທີ່​ວຽກ​ງານ​ແລະ​ອື່ນໆ,​ຕ້ອງ​ລົງ​ໂທດ​ຢ່າງ​ເຄັ່ງ​ຄັດ,​ກ່ຽວ​ກັບ​ປະ​ຕິ​ບັດ​ນະ​ໂຍ​ບາຍ "​ການ​ຄວບ​ຄຸມ​ການ​ປະ​ຫານ​ຊີ​ວິດ​ຢ່າງ​ເຄັ່ງ​ຄັດ​ແລະ​ລົງ​ໂທດ​ປະ​ຫານ​ຊີ​ວິດ​ຢ່າງ​ລະມັດ​ລະ​ວັງ",​"ເອ​ກະ​ສານ"​ຍັງ​ກຳ​ນົດ​ວ່າ,​ຫຼັກ​ອ້າງ​ອີງ​ທີ່​ໃຊ້​ໃນ​ການ​ຕົກ​ລົງ​ໂທດ​ແລະ​ການ​ຕັດ​ສິນ​ຄະດີ​ທີ່​ລົງ​ໂທດ​ປະ​ຫານ​ຊີ​ວິດ​ຕ້ອງ​ຄັກ​ແນ່, ​ເຕັມ​ສ່ວນ​ແລະ​ໄດ້​ຄຳ​ສະ​ຫຼຸບ​ດຽວ.​ຕໍ່​ອາ​ຊະ​ຍະ​ກຳ​ທີ່​ໜັກ​ໜ່ວງ​ຫຼາຍ,​ທະ​ແນມ​ແຕ່​​ແມ່ນ​ບໍ່​ຕ້ອງ​ປະ​ຕິ​ບັດ​ການ​ປະ​ຫານ​ຊີ​ວິດ​ໃນ​ທັນ​ທີ,​ກໍ່​ບໍ່​ຄວນ​ຕັດ​ສິນ​ໃຫ້​ປະ​ຕິ​ບັດ​ການ​ລົງ​ໂທດ​ປະ​ຫານ​ຊີ​ວິດ​ໃນ​ທັນທີ.

ທ່ານ​ຊຸ່ນຈຸ່ນ​ກົ່ງ​ກ່າວ​ວ່າ, ​ໃນ​ເວລາ​ກ່າວ​ເນັ້ນ​ເຖິງຕ້ອງ​ລົງ​ໂທດ​ຢ່າງ​ເຄັ່ງ​ຄັດ​ຕໍ່​​ອາ​ຊະ​ຍະ​ກຳ​ທາງ​ອາຍາ​ຢ່າງ​ໜັກ​ໜ່ວງ, "​ເອ​ກະ​ສານ"​ຍັງ​ໄດ້​ກຳນົດ​ຢ່າງ​ຮອບດ້ານ​ຕໍ່​ສະພາບ​ການ​ຫຼຸດ​ຜ່ອນ​ໂທດ​ແລະ​ພິຈາ​ລະນາ​ຄະ​ດີ​ຢ່າງ​ຖືກ​ຕ້ອງ​ແນວ​ໃດ. ທ່ານ​ກ່າວ​ວ່າ:"​ໃນ​ເອ​ກະ​ສານ​ໄດ້​ກຳ​ນົດຢ່າງ​ຈະ​ແຈ້ງ​ຕໍ່​ຫຼາຍ​ກໍ​ລະ​ນີ​ທີ່​ສາມາດ​ຫຼຸດ​ຜ່ອນ​ໂທດ,​ຄື:​ການ​ກະ​ທຳ​ຂອງ​ຈຳ​ເລີຍ​​ໄດ້​ດຳ​ເນີນ​ອາ​ຊະ​ຍາ​ກຳ,​ແຕ່​​ເປັນ​ອາ​ຍະ​ຊາ​ກຳ​ເບົາ;​ຄົນ​ທີ່​ມີ​ອາຍຸ​ບໍ່​ເຕັມ​ກະ​ສຽນ,​ແລະ​ນັກ​ຮຽນ​ທີ່​ຍັງ​ບໍ່​​ໄດ້​ຮຽນ​ຈົບ​ຈາກ​ໂຮງ​ຮຽນ​ນັ້ນ​ທຳ​ອາ​ຊະ​ຍາ​ກຳ​ທີ່​ອ່າວ​ເບົາ;​ຈຳ​ເລີຍ​​ໃນ​ກໍ​ລະ​ນີ​ທີ່​ກຽມ​ຈະ​ດຳ​ເນີນ​ອາ​ຊະ​ຍາ​ກຳ​ແຕ່​ບໍ່​ໄດ້​ດຳ​ເນີນ,​ຢຸດ​ຕິ​ການ​ດຳ​ເນີນ​ອາ​ຊະ​ຍາ​ກຳ,​ເປັນ​ຜູ່​ດຳ​ເນີນ​ອາ​ຊະ​ຍາ​ກຳ​ຖານ​ຊ່ອຍ,​ດຳ​ເນີນ​ອາ​ຊະ​ຍາ​ກຳ​ຍ້ອນ​ປ້ອງ​ກັນ​ຕົນ​ເອງ​ຫຼາຍ​ເກີນ​ໄປ​ແລະ​ກໍ່​ອາ​ຊະ​ຍາ​ກຳ​ຍ້ອນ​ລີ້​ໄພ​ເປັນ​ຕົ້ນ.​ກ່ຽວ​ກັບ​ຜູ່​ເຖົ້າ​ດຳ​ເນີນ​ອາ​ຊະ​ຍາ​ກຳ​ຈະ​ຫຼຸດ​ຜ່ອນ​ໂທດ​ຫຼື​ບໍ່​ກົດ​ໝາຍ​ສະ​ບັບ​ເດີມ​ບໍ່​ມີ​ການ​ກຳ​ນົດ,​ແຕ່​ເອ​ກະ​ສານ​ສະ​ບັບ​ນີ້​ກຳ​ນົດ​ວ່າ,​ຕ້ອງ​ພິ​ຈາ​ລະ​ນາ​ເຖິງ​ຈຸດ​ປະ​ສົງ,​ສະ​ພາບ,​ຜົນ​ຮ້າຍ​ຢ້ອນ​ຫຼັງ​ແລະ​ການ​ສະ​ແດງ​ກິນ​ແໜງ​ຕໍ່​ການ​ດຳ​ເນີນ​ອາ​ຊະ​ຍາ​ກຳ​ຂອງ​ຜູ່​ເຖົ້າ​ຜູ່​ນີ້,​ປະ​ສານ​ສົມ​ທົບ​ກັບ​ຄວາມ​ອັນ​ຕະ​ລາຍ​ແລະ​ຄວາມ​ອາດ​ສາ​ມາດ​ທີ່​ດຳ​ເນີນ​ອາ​ຊະ​ຍາ​ກຳ​ອີກ​ຂອງ​ຜູ່​ກ່ຽວ,​ແລ້ວ​ຈຶ່ງ​ຕົກ​ລົງ​ວ່າ​ຈະ​ຫຼຸດ​ຜ່ອນ​ໂທດ​ໃຫ້​ຜູ່​ກ່ຽວ​ຫຼື​ບໍ່."

ນອກ​ນີ້,​ເອກະສານ​ສະບັບ​ນີ້​ຍັງ​ຮຽກຮ້ອງ​ໃຫ້​ປັບປຸງ​ກົນ​​ໄກ​ເຮັດ​ວຽກ​ທີ່​ປະ​ຕິ​ບັດ​ຕາມນະ​ໂຍບາຍທາງ​ອາ​ຍາ​ທີ່"​ເຄັ່ງ​ຄັດ"​ກັບ"​ຫຼຸດ​ຜ່ອນ​ໂທດ​"ປະ​ສານ​ສົມ​ທົບ​ກັນ​ນັ້ນ​ໃຫ້​ສົມ​ບູນ​ກວ່າ​ເກົ່າ,​ຊຸກ​ຍູ້​ວຽກ​ງານ​ລົງ​ໂທດ​ຕາມ​ຕຸນ​ພິ​ນິດ​ໃຫ້​ເປັນ​ແບບ​ແຜນ​ຢ່າງ​ຕັ້ງ​ໜ້າ.​ທ່ານ​ກາວ​ກຸ້ຍ​ຈຸ່ນ,​ຫົວ​ໜ້າ​ສານ​ສືບ​ສວນ​ຕັດ​ສິນ​ທາງ​ອາ​ຍາ​ຂອງ​ສານ​ປະ​ຊາ​ຊົນ​ສູງ​ສຸດ​ຈີນ​ກ່າວ​ວ່າ,​ເອ​ກະ​ສານ​ສະ​ບັບ​ນີ້​ມີ​ຜົນ​ດີ​ຕໍ່​ການ​ເຮັດ​ໃຫ້​ການ​ລົງ​ໂທດ​ຕາມ​ຕຸນ​ພິ​ນິດ​ທ່ຽງ​ແລະ​ສະ​ໝ່ຳ​ສະ​ເໝີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ