ຜູ່​ນຳ​ຈີນ​ກັບ​ປະ​ຊາ​ຊົນ​ຮ່ວມ​ກັນ​ສະ​ຫຼອງ​ບຸນ​ກຸດ​ຈີນ

(GMT+08:00) 2010-02-15 17:49:34     cri

ຕາມ​ຂ່າວCRI:ວັນ​ທີ15​ກຸມພາ​ນີ້​ແມ່ນ​ມື້​ຂຶ້ນປີ​ໃໝ່​ປີ​ຂານ​ສອງ​ຄ່ຳ.ທົ່ວ​ປະ​ເທດ​ຈີນ​​ເຕັມ​ໄປ​ດ້ວຍ​ບັນ​ຍາ​ກາດ​ທີ່​ມ່ວນ​ຊື່ນ​ຟົດ​ຟື້ນ.​ຫຼາຍ​ມື້​ມາ​ນີ້,​ຜູ່​ນຳ​ຈີນ​ໄປ​ຢ້ຽມຢາມ​ປະ​ຊາ​ຊົນ​ຢູ່​ທ້ອງ​ຖິ່ນ​ຕ່າງໆ,​ຮ່ວມ​ກັບ​ປະ​ຊາ​ຊົນ​ສະ​ເຫຼີມ​ສະ​ຫຼອງ​ບຸນ​ກຸດ​ຈີນ​ທີ່​ເປັນ​ມື້​ບຸນ​ທີ່​ຄຶກ​ຄື້ນ​ທີ່​ສຸດ​ຕາມ​ປະ​ເພນີ​ຂອງ​ຈີນ.

​ແມ່​​ເຖົ້າຈາງ​ຖາງ​ເມີ້​ຍອາຍຸ95​ປີ,​ແມ່ນ​ຄົນທຳ​ມະ​ດາ​ຜູ້​ໜຶ່ງ​ທີ່​ດຳລົງ​ຊີວິດ​ຢູ່​ບ້ານ​ຫວູ​ລົງ​ແຂວງ​ຟູ​ຈ້ຽນ.ວັນ​ທີ13​ກຸມ​ພາ​ນີ້​ກົງ​ກັບ​ວັນ​ສົ່ງ​ທ້າຍ​ປີ​ເກົ່າ,​ແມ່​ເຖົ້າ​ຈ່າງ​ຖາງ​ເມີ້​ຍ​ໄດ້​ຕ້ອນ ຮັບ​ທ່ານ​ຫູ​ຈິນ​ທ່າວ,​ປະ​ທານ​ປະ​ເທດ​ຈີນ​ມາ​ຢາມ​ຢູ່​ເຮືອນ​ເອງ.ຢູ່​ໃນ​ເຮືອນ​ຂອງ​​ແມ່​ເຖົ້າ,​ທ່ານ​ປະ​ທານ​ຫູ​ຈິນ​ທ່າວ​ພ້ອມ​ກັບ​ເຈົ້າ​ຂອງ​ເຮືອນ​ເຮັດ​ຂະ​ໜົມ​ເຂົ້າ​ໜຽວ​ຕາມ​ປະ​ເພ​ນີ​ຂອງ​ທ້ອງ​ຖິ່ນ​ແຫ່ງ​ນີ້,​ແລ້ວ​ຈືນ​ຂະ​ໜົມ​ເຂົ້າ​ໜຽວ,​ພ້ອມ​ທັງ​ອວຍພອນ​ໃຫ້​ຄອບ​ຄົວ​ຂອງ​ແມ່​ເຖົ້າ​ຈ່າງ​ຖາງ​ເມີ້ຍ​ມີ​ຊີ​ວິດ​ຜາ​ສຸກ​ໃນ​ປີ​ໃໝ່.

ຢູ່​ເດີ່ນ​​ບ້ານ​ຫວູລົງ,ການ​ສະ​ແດງ​ເຊີດ​ມັງກອນ​ໄດ້​ເຮັດ​ໃຫ້​ສຽງ​ຕົບມື​ຢູ່​ບໍ່​ເຊົາ.ທ່ານ​ປະ​ທານ​ຫູ​ຈິນ​ທ່າວ​ພ້ອມ​ກັບ​ຄົນ​ທັງ​ຫຼາຍ​ຕົບ​ບັ້ງ​ໄມ້​ໄຜ່​ຢູ່​ໃນ​ມື,​ພາ​ກັນ​ຮ້ອງ​ວ່າ:​"ມີ​ຊີ​ວິດ​ດີ​ຂຶ້ນ​ທຸກໆ​ປີ",​ພ້ອມ​ກັນ​ອວຍ​ພອນ​ໃຫ້​ຊີວິດ​ການ​ເປັນ​ຢູ່​ໃນ​ປີ​ໃໝ່​ມີ​ຄວາມ​ຜາ​ສຸກ​ກວ່າ​ເກົ່າ.​ຢູ່​ຕໍ່​ໜ້າ​ຊາວ​ບ້ານ,​ທ່ານ​ຫູ​ຈິນ​ທ່າວ​ກ່າວ​ວ່າ:

"ພວກ​ເຮົາ​ຈະ​ສືບ​ຕໍ່​ປະຕິບັດ​ນະ​ໂຍບາຍສະໜັບສະໜູນ​ຊ່ອຍ​ເຫຼືອທຸກ​ສະບັບ, ຊຸກຍູ້​ໃຫ້​ເຂດ​ປົດ​ປ່ອຍ​ເກົ່າ​​ພັດທະນາທັງ​ດີ​ແລະ​ໄວ, ​ອວຍພອນ​ໃຫ້ພໍ່​ແມ່​ປະຊາຊົນ​ສະບາຍດີ​ໃນ​ທຸກ​ປີ".

ປີ​ນີ້​ນອກ​ຈາກ​ຢູ່ບ້ານ​ຫວູລອງ, ທ່ານ​ຫູ​ຈິນທາວ​ຍັງ​ເດີນທາງ​ໄປ​ຢາມ​ນັກທຸລະກິດ​ໄຕ້ຫວັນ​ໂດຍ​ຈຳ​ເພາະ​ຢູ່​ເມືອງ​ຈາງ​ໂຈ​ວຂອງ​ແຂວງ​ຟູ​ຈ້ຽວທີ່​ເປັນພູມລຳ​ເນົາ​ເດີມ​ຂອງ​ພີ່ນ້ອງ​ຮ່ວມ​ຊາດ​ໄຕ້​ຫວັນ, ​ແລະ​​ອວຍພອນ​ບຸນ​ກຸດ​ຈີນ​ຕໍ່​ພີ່ນ້ອງຮ່ວມ​ຊາດ​ໄຕ້​ຫວັນ​ອັນ​ໄພສານ.

ສວນປະກອບ​ທຸລະ​ກິດ​ຊາວ​ກະສິກອນ​ໄຕ້​ຫວັນ​ທີ່​​ເມືອງ​ຈາງ​​ໂຈ​ວແມ່ນ​ປະກາດ​ສ້າງ​ຕັ້ງ​ໃນ​ເວທີ​ປຶກສາ​ດ້ານ​​ເສດຖະກິດ​ການ​ຄ້າ​ແລະວັດທະນະທຳລະຫວ່າງ​ສອງ​ຝັ່ງ​ຄັ້ງທຳ​ອິດ​ໃນ​ປີ2005, ປັດຈຸບັນ​ນີ້​ມີ​ວິ​ສາ​ຫະກິດກະສິກຳ​​ໄຕ້​ຫວັນ70​ແຫ່ງລົງທຶນ​ແລະ​ເຮັດ​ທຸລະ​ກິດ​ໃນ​ສວນ​ນີ້. ​ໃນຕູບ​​ໃຫຍ່​ກະສິກຳ, ນັກທຸລະກິດ​ໄຕ້​ຫວັນ​ບອກ​ທ່ານ​ຫູ​ຈິນທາວ​ວ່າ, ​ດິນ​ຟ້າ​ອາກາດຂອງເມືອງ​ຈາງ​​ໂຈ​ວຄ້າຍ​ຄື​ກັບ​ພາກ​ກາງຂອງ​ໄຕ້​ຫວັນ, ທ່າ​​ແຮງ​ບົ່ມ​ຊ້ອນ​ຂອງ​ການ​ຮ່ວມ​ມືດ້ານ​ກະສິກຳ​ໃຫຍ່​ຫຼາຍ, ​ເຂົາ​ເຈົ້າ​ລົງທຶນ​ຢູ່​ນີ້​ລ້ວນ​ແຕ່​ມີຄ່າ​ຕອບ​ແທນ​ດີ. ທ່ານ​ຫູ​ຈິນທາວ​ເກົ່າ​ວ່າ:

ກ່ອນ​ອື່ນ​ຂ້າພະ​ເຈົ້າ​ຂໍ​ອວຍພອນ​ປີ​ໃໝ່​​ໃຫ້​ທຸກ​ທ່ານ​ລ່ວງໜ້າ, ​​ແລະ​ຂໍ​ຝາກ​ຄວມອວຍພອນ​ຂອງ​ພວກ​ຂ້າພະ​ເຈົ້າ​ໄປ​ຍັງ​ພີ່ນ້ອງ​ຮ່ວມ​ຊາດ​ໄຕ້​ຫວັນ​ອັນ​ໄພສານ. ຂ້າ​ພະ​ເຈົ້າ​ເຄີຍ​ເວົ້າ​ມາ​ຫຼາຍ​ເທື່ອ​ແລ້ວ​ວ່າ, ຂໍ​ແຕ່​​ແມ່ນ​ວຽກ​ທີ່​ມີ​ຜົນ​ດີ​ຕໍ່​ພີ່ນ້ອງ​ຮ່ວມ​ຊາດ​ໄຕ້​ຫວັນ, ພວກ​ຂ້າພະ​ເຈົ້າ​ຈະ​ທຳ​ຄວາມ​ພະຍາຍາມຫຼາຍ​ທີ່​ສຸດ, ​ເຮັດ​ຕາມ​ຄຳ​ໝັ້ນ​ສັນຍາ. ປະຈຸ​ບັນ​ສອງ​ຝັ່ງ​ພວມ​ປຶກສາ​ຫາລື​ກ່ຽວ​ກັບ​ສັນຍາ​ຂອບ​ການ​ຮ່ວມ​ມື​ເສດຖະກິດ, ນີ້​ແມ່ນ​ເລື່ອງ​ດີ​ທີ່​ຊຸກ​ຍູ້​ການ​ຮ່ວມ​ມືດ້ານ​ເສດຖະກິດ​ລະ​ຫວ່າງ​ສອງ​ຝັ່ງ, ​ແລະ​ຕ່າງ​ຝ່າຍ​ຕ່າງ​ໄດ້ຜົນ​ປະ​ໂຫຍດ. ​ໃນ​ການ​ປຶກສາ​ຫາລື, ພວກ​ຂ້າ​ພະ​ເຈົ້າ​ຈະ​ພິຈາລະນາ​ເຖິງ​ຜົນ​ປະ​ໂຫຍ​ດຂອງ​ພີ່ນ້ອງ​ຮ່ວມ​ຊາດ​ໄຕ້​ຫວັນ​ໂດຍ​ສະ​ເພາະ​ແມ່ນ​ຊາວ​ກະສິກອນ​ຂອງ​ໄຕ້​ຫວັນ, ​ເຮັດ​ວຽກ​ໃຫ້​ດີຢ່າງ​ແທ້​ຈິງ.

ໃນ​ໄລຍະ​ບຸນ​ກຸດ​ຈີນ, ທ່ານ​ເວິ່ນ​ເຈ່ຍ​ປາວ, ນາຍົກ​ລັດຖະ​ມົນຕີ​ຈີນກໍ່​ໄດ້​ໄປ​ຢາມ​ປະຊາຊົນ​ຢູ່​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວງ​ກວາງຊີ, ຢູ່​ເມືອງ​ຕົ່ງ​ລານ, ​ເມືອງ​ປົກຄອງ​ຕົນ​ເອງ​ເຜົ່າ​ຢ້າວ​ບາ​ມາ​ທີ່​ປະສົບ​ໄພ​ແຫ້ງ​ແລ້ງ, ທ່ານ​ເວິ່ນ​ເຈ່ຍ​ປາວ​ໄດ້​ໄປ​ຢາມ​ປະຊາຊົນ​ຜູ້​ປະສົບ​ໄພ, ​ແລະ​ຊີ້​ນຳ​ວຽກ​ກູ້​ໄພ. ​ໃນ​ຂະ​ນະ​ທີ່​​ແກ້​ໄຂ​ບັນຫາ​ໃຊ້​ນ້ຳ​ຂອງ​ຊາວ​ກະສິກອນ​ແຫ່ງ​ນັ້ນ, ທ່ານ​ເວິ່ນ​ເຈ່ຍ​ປາວ​ຍັງ​ໄດ້​ໄປ​ຢາມ​ຄອບຄົວ​ຄູ່​ສອນ​ຊົນນະບົດ, ​ເອົາ​ໃຈ​ໃສ່​ບັນຫາ​ລາຍ​ໄດ້​ຂອງ​ຄູ່​ສອນ​ຮາກ​ຖານ.

ທ່ານ​ເວິ່ນ​ເຈ່ຍ​ກ່າວ​ວ່າ, ຂໍແຕ່​ພວກ​ສະຫາຍ​ດີ​ໃຈ​ແລ້ວ, ຂ້າພະ​ເຈົ້າ​ກໍ່​ດີ​ໃຈ​ເຊັ່ນ​ກັນ. ຄວາມ​​ເວົ້າ​ເຫຼົ່ານີ້​​ເຕັມ​ໄປ​ດ້ວຍ​ຄວາມ​ຈິງ​ໃຈ, ກໍ່​ສະ​ແດງ​ໃຫ້​ເຫັນ​ຄວາ​ມໝັ້ນ​ໃຈ​ແລະ​ຄຳ​ໝັ້ນ​ສັນຍາ​ຂອງ​ຜູ້ນຳ​ຈີນ​ທີ່​ທຳ​ຄວາມ​ພະຍາ​ຍາມ​​ເພື່ອ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃຫ້​ດີ​ຂຶ້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ