ແຫ່ງ​ຕ່າງໆ​ຂອງຈີນ​ສະ​ຫຼອງ​ບຸນ​ກຸດ​ຈີນ​ຢ່າງ​ມ່ວນ​ຊື່ນ

(GMT+08:00) 2010-02-16 16:29:35     cri

ວັນ​ທີ14ກຸ​ມພາ​ນີ້​ແມ່ນ​ບຸນ​ກຸດ​ຈີນ​2010. ປັດຈຸບັນ​ນີ້, ​ມວນ​ຊົນ​ຢູ່ແຫ່ງ​ຕ່າງໆ​ຂອງຈີນ​ກຳລັງ​ສະຫຼອງບຸນ​ກຸດ​ຈີນດ້ວຍ​ຮູບ​ການ​ຕ່າງໆ. ຕໍ່​ໄປ​ເຊີນຟັງ​ລາຍ​ບົດ​ແຈ້ງ​ຂ່າວ​ອັນລະອຽດ.​ບຸນ​ວັດ​​ໃນ​ຍາມບຸນ​ກຸດ​ຈີນ​ທີ່​ຈັດ​ຂຶ້ນຢູ່​ປັກ​ກິ່ງປີ​ລະ​ເທື່ອມີຮູບ​ການ​ໃໝ່. ​ໃນ ສວນ​ສະໜຸກຊີ​ຈີ​ງຊານ​ທີ່​ພາກ​ຕາກ​ຕາ​ເວັນ​ຕົກ​ປັກ​ກິ່ງ​ຈັດ​ບຸນ​ວັດ​ແບບ​ຕາ​ເວັນຕົກ, ​ເຊີນ​ເພື່ອນ​ມິດ​ຕ່າງປະ​ເທດ​ມາ​ຫຼິ້ນ​ບຸນ​ກຸດ​ຈີນຮ່ວມກັບ​ປະຊາຊົນ​ຈີນ. ນາງ​ຈາງ​ລີງຮອງ​ຜູ້ອຳນວຍການ​ໃຫຍ່​ຂອງ​ສວນ​ສະໜຸກ​ຊີ​ຈີ​ງຊານ​ປັກ​ກິ່ງກ່າວ​ວ່າ:

"ບຸນ​ວັດ​ແບບ​ຕາ​ເວັນ​ຕົກ​ທີ່​ຈັດ​ຂຶ້ນ​ໃນ​ສວນ​ສະໜຸກ​ຊີ​ຈີ​ງຊານ​ປີ​ນີ້, ຈຸດ​ຮຸ່ງ​ແມ່ນ​ໂລກນິທານ​ເດັກນ້ອຍ, ຄວາມ​ລັກສະນະ​ເອີ​ລົບ, ຄວາມ​ລັກສະນະ​ຕ່າງປະ​ເທດ, ​ເຂດ​ຫົວ​ຂໍ້​ຫຼັກ​ກໍ່ສ້າງ​ໃໝ່ສອງ​​ເຂດ​ທີ່ມີ​ຫົວ​ຂໍ້​ຫຼັກ​ປ້ອມຂອງ​​ເສົາ​ຊິນ​ເຕີຣີ​ໂລ​ນ​ແລະ​ຂົວ​ລອນ​ດອນ, ສະ​ແດງ​ໃຫ້​ເຫັນ​ໂລກ​ນິທານ​ເດັກນ້ອຍ, ຄວາມ​ລັກສະນະ​ຕ່າງປະ​ເທດ, ​ໃຫ້ປະຊາຊົນ​ຈີນ​ບໍ່​ອອກປະ​ເທດ​ກໍ່​ມີຄວາມ​ຮູ້ສຶກ​ເຖິງ​ໂລກ​ຕາ​ເວັນ​ຕົກ, ​ໃຫ້​ເພື່ອນ​ມິດ​ຕ່າງປະ​ເທດ​ຫຼິ້ນ​ບຸນ​ກຸດ​ຈີນ​ຢູ່​ປັກ​ກິ່ງ​ມີ​ຄວາມ​ຮູ້ສຶກ​ເຖິງ​ຄວາມ​ລັກສະນະ​ບ້ານ​ເກີດ​​ເມືອງ​ນອນ​ຂອງ​ປະ​ເທດ​ຕ່າງໆ".


ຢູ່​ພູ​ພຽງ​ຕິ​ເບ​ດ, ຍ້ອນ​ວ່າ​ມື້ຂຶ້ນ​ປີ​ໃໝ່​ປີ2010​ຕາມປະຕິທິນ​​ກໍ່​ແມ່ນ​ບຸນ​ປີໃໝ່ຕາມ​ປະຕິທິນ​ຕິ​ເບ​ດ, ສອງ​ບຸນ​ໃນ​ມື້​ດຽວ​ກັນ​ພາ​ໃຫ້ມີ​ບັນ​ຍາ​ກາດ​ຟົດ​ຟື້ນ​ພິ​ເສດ. ບຸນປີ​ໃໝ່​ຕາມ​ປະຕິທິນ​ຕິ​ເບ​ດ​ແມ່ນ​ບຸນ​ປະ​ເພນີ​ທີ່​ໃຫຍ່​ກວ່າ​ໝູ່​ແລະ​ຄຶກຄື້ນ​ກວ່າ​ໝູ່​ໃນ​​ເຂດ​ປົກຄອງ​ຕົນ​ເອງຕິ​ເບ​ດ, ຕອນ​ຮຸ່ງ​ເຊົ້າ​ຂອງ​ບຸນປີ​ໃໝ່, ສຽງຮ້ອງ​​ເພງ​ອວຍພອນ​ຫຼື​"​ເຈີ​ກາ"ຂອງໝໍ​ລຳ​ໄດ້​ເປີດ​ສາກ​ຂອງ​ບຸນປີ​ໃໝ່​ຕິ​ເບ​ດ.

"​ເຈີ​ກາ"​ແມ່ນ​ຮູບ​ການ​ຂອງ​ສີ​ລະ​ປະການປາກ​ເວົ້າ​ຂອງ​​ສີ​ລະ​ປິນ​ພື້ນ​ເມືອງ​​ຕິ​ເບ​ດ. ບຸນປີ​ໃໝ່​​​ໄດ້​ມາ​ຮອດ, ສຽງ​"​ເຈີ​ກາ"​ໄດ້​ສົ່ງຄວາມ​ສິລິ​ມຸນ​ຄຸນ​ແລະ​ຄວາມ​ມ່ວນ​ຊື່ນ​ໃຫ້​ທຸກ​ຄອບຄົວ. ​ໃນ​ຂະນະ​ນີ້​, ທຸກ​ຄອບຄົວ​ກໍ່​ເປີດ​ປະ​ຕູ, ​ເຊີນ​ສີ​ລະ​ປິນ​ເຂົ້າ​ບ້ານ, ສົ່ງ​ແພ​ຫາ​ຕາ, ​ເອົາ​ເຫຼົ້າ​ເອົາ​ອາຫານ​ຮັບ​ຕ້ອນ, ​ເໝືອນກັບຄວາມ​ປາຖະໜາ​ໃໝ່​ໃນ​ປີ​ໃໝ່​ກໍ່​ຈະ​ປາກົດ​ເປັນ​ຈິງ​ຕາມ​ສຽງ"​ເຈີ​ກາ".

ຢູ່​ເຂດ​ປະສົບ​ໄພ​ແຜ່ນດິນ​ໄຫວ​ແຂວງ​ເສ​ສວນ​ທີ່ໜັກໜ່ວງ​ໃນ​ເດືອນ​ພຶດສະພາ​ປີ2008, ປະຊາຊົນ​ໄດ້​ຕ້ອນຮັບ​ບຸນ​ກຸດ​ຈີນ​ປີ​ທີ​ສອງຫຼັງ​ຈາກ​ແຜ່ນດິນ​ໄຫວ. ປະຈຸ​ບັນ, ​​ໂຄງການ​ພົນລະ​ເຮືອນ​ຈຳນວນ​ໜຶ່ງ​ໃນ​ວຽກ​ງານ​ສ້າງສາ​ຄືນ​ໃໝ່​ຂອງ​ເຂດ​ປະສົບ​ໄພ​ດ​ໄດ້​ສຳ​ເລັດ​ລົງ​ແລ້ວ, ​ໂຄ​ງການສົມ​ທົບ​ອື່ນໆ​ກໍ່​ພວມ​ດຳ​ເນີນ​ຢູ່​ຢ່າງ​ສະດວກ.

ລຸງຊຽນທ່ຽນ​ຊວນ​ມີ​ອາຍຸ50ປີ​ແລ້ວຢູ່​ບ້ານ​ເພີງ​ຮວ່າ​ຕາ​ແສງ​ຈຸ່ນ​ຕ້າວ​ນະຄອນ​ມຽນຈູ, ກ່ອນ​​ໄພ​ແຜ່ນດິນ​ໄຫວ, ​​ໃນ​ເຮືອນ​ເອງລຸ​ງກໍ່​ໄດ້ເຮັດ​ທຸລະ​ກິດ​​ເປັນ​​ເຮືອນ​ພັກ​ສຳລັບ​ນັກ​ທ່ອງ​ທ່ຽວ, ສະໜອງ​ການ​ບໍລິການ​ພັກຜ່ອນ, ການ​ກິນ,​ແລະ​ອື່ນໆ​ໃຫ້ນັກ​ທ່ອງ​ທ່ຽວ, ​ໄດ້​ຜົນກຳ​ໄລ​​ດີ. ​ແຕ່​​ໃນ​ແຜ່ນດິນ​ໄຫວ, ​ເຮືອນ​ຂອງ​ເພິ່ນ​ໄດ້​ເພພັງ​ລົງ​ໝົດ. ຍ້ອນ​ລັດຖະ​ບານ​ຈີນ​ໄດ້​ຈັດ​ຕັ້ງ​ການ​ສ້າງສາ​ຄືນ​ໃໝ່​ຢ່າງ​ວ່ອງ​ໄວ, ​ໃນ​ຕົ້ນ​ປີ2009, ລຸງ​ຊຽນທ່ຽນ​ຊວນ​​ໄດ້​ຍ້າຍ​ເຂົ້າ​ໃນ​ເຮືອນ​ໃໝ່. ພາຍ​ໃຕ້​ການ​ຊ່ອຍ​ເຫຼື​ອຈາກ​ດ້ານ​ຕ່າງໆ, ລຸງ​ຊຽນທ່ຽນ​ຊວນບໍ່​ໄດ້​ເສຍ​ຄວາມ​ຫວັງ, ​ແລະ​ໄດ້​ເປີດ​ເຮືອນ​ພັກ​ສຳລັບ​ນັກ​ທ່ອງ​ທ່ຽວ​ຄືນ​ໃໝ່, ​ແລະ​ມີ​ຄວາມ​ຄອງ​ຄອຍ​ຢ່າງ​ເຕັມ​ສ່ວນ​ຕໍ່​ຊີວິດ. ລຸງ​​ເວົ້າ​ວ່າ,

ຄົນ​ທັງຫຼາຍ​ລ້ວນ​ແຕ່​ມີ​ຄວາມ​ເບີກບານ​ມ່ວນ​ຊື່ນ, ໝົດຄອບຄົວ​ເຕົ້າ​ໂຮມ​ກັນ​ເພື່ອ​ຫຼິ້ນ​ບຸນ​ກຸດ​ຈີນ, ​ລຸງ​ຮູ້ສຶກ​ດີ​ໃຈ​ຫຼາຍ. ຄວາມ​ປາຖະໜາຂອງ​ລຸງ​ກໍ່​ແມ່ນ, ປີ​ເກົ່າ​ຜ່ານ​ໄປ​ແລ້ວ, ​ໃນ​ປີ​ໃໝ່, ຈະ​ພະ​ຍາ​ຍາມ​ຫຼາຍ​ກວ່າ​ເກົ່າ, ​​ເຮັດ​ທຸລະ​ກິດ​ໃຫ້​ດີ.

ລຸງ​ເວົ້າ​ວ່າ, ຄຽງ​ຄູ່​ກັບ​ວຽກ​ງານ​ສ້າງ​ສາ​ຄືນ​ໃໝ່​ດຳ​ເນີນ​​ໄປ​​ເປັນ​ຢ່າງ​ດີ, ປະ​ຊາຊົນ​ຢູ່​ເຂດ​ປະ​ສົບ​ໄພ​ກໍ່​ໄດ້​ຍ້າຍ​ກັບ​ຄືນສູ່​ເຮືອນ​ຢູ່​ຖາ​ວອນ​ທີ່​ສ້າງ​ຂຶ້ນ​ໃໝ່, ​ເງື່ອນ​ໄຂ​ແລະ​ສິ່ງ​ແວດ​ລ້ອມ​ກໍ່​ດີກ​ວ່າ​ເກົ່າ, ຄົນ​ໃນ​ເມືອງ​ທີ່​ມາ​ທ່ຽວ​ຫຼິ້ນ​ຢູ່​ຊົນ​ນະບົດ​ກໍ່​ນັບ​ມື້​ນັບ​ຫຼາຍ​ຂຶ້ນ, ທຸລະ​ກິດ​ຂອງ​ຕົນ​ກໍ່​ດີກ​ວ່າ​ເກົ່າ​ແລ້ວ. ລຸງ​ຫວັງ​ວ່າ, ພາຍ​ໃຕ້​ຄວາມ​ພະຍາ​ຍາມ​ຂອງ​ຕົນ, ຊີວິດ​ການ​ເປັນ​ຢູ່​ກໍ່​ຈະ​ດີ​ຂຶ້ນ​ຄູ່​ປີ. 

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ