ຕະຫຼາດ​ບໍລິ​ໂພ​ກ​ຂອງ​ຈີນໃນ​ຍາມ​ບຸນ​ກຸດ​ຈີນ​ຟົດ​ຟື້ນຫຼາຍ

(GMT+08:00) 2010-02-17 17:59:15     cri

ປະຊາຊົນ​ຢູ່ແຫ່ງ​ຕ່າງໆ​ຂອງ​ຈີນ​ພວມຫຼິ້ນ​ບຸນ​ກຸດ​ຈີນ ບຸນ​ປະ​ເພນີ​ສຳຄັນ​ທີ່​ສຸດ​ຂອງ​ຈີນ​ຢ່າງ​ເບີກ​ບານ​ມ່ວນ​ຊື່ນ, ຮ້ານ​ຄ້າ​ໃຫຍ່​ຕ່າງໆ​ແລະ​ເຂດ​ຖະໜົນ​ການ​ຄ້າ​ໄດ້​ປະດັບ​ປະດາ​ເພື່ອ​ສ້າງ​ບັນ​ຍາ​ກາດ​ມື້ບຸນ. ​ໃນ​ຍາມ​ບຸນ​ກຸດ​ຈີນ, ຮ້ານ​ສັບພະ​ສິນຄ້າ, ຮ້ານ​ຊູ​ເປີ​ມາ​ເກັດ, ຮ້ານ​ຂາຍ​ອາຫານ​ແລະ​ຂອງຂວັນ​ຢູ່​ແຫ່ງ​ຕ່າງໆ​ຂອງ​ຈີນ​ມີ​ການ​ສະໜອງ​ສິນ​ຄ້າ​ຢ່າງ​ພຽງພໍ, ​ແລະ​ມີ​ລູກ​ຄ້າ​ຢ່າງ​ຫຼວງ​ຫຼາຍ.

ໃນ​ໄລຍະ​ບຸນ​ກຸດ​ຈີນ, ຢູ່​ຮ້ານ​ຊູ​ເປີ​ມາ​ເກັດ​ແລະ​ຮ້ານ​ຄ້າ​ຕ່າງໆ​ຂອງ​ນະຄອນ​ຫຼວງ​ປັກ​ກິ່ງ, ຈຳ​ນວນ​ລູກ​ຄ້າ​ທີ່​ຊື້​ເຄື່ອງ​ເພື່ອຫຼິ້ນ​ບຸນ​ກໍ່ຫຼາຍ​ຂຶ້ນ​ຢ່າງ​ພົ້ນ​ເດັ່ນ, ລໍ້​ຊື້​ເຄື່ອງ​ຕ່າງໆ​ກໍ່​ເຕັມ​ໄປ​ດ້ວຍ​ສິນຄ້າ. ທ່ານ​ວາງ​ເຈິ້ນ​ຈ່ຽງ, ຜູ້ອຳ​ນວຍ​ການ​ປະຊາ​ສຳພັນ​ຂອງ​ຮ້ານ​ຄາ​ໂຣຟົດ​ເຂດ​ຊືຈິງ​ສ່ານ​ປັກ​ກິ່ງ​ບອກ​ໃຫ້​ຮູ້​ວ່າ, ຍ້ອນ​ວ່າ​ໄດ້​ກະ​ກຽງ​​ພຽງພໍ, ຈະ​ບໍ່​ຂາດ​ເຂີນ​ການສະ​ໜອງ​ສິນຄ້າ. ລາວ​ເວົ້າ​ວ່າ,​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ກຳລັງ​ຊື້​ສິນຄ້າ​ຂອງ​ລູກ​ຄ້າ​ເພີ່ມ​ຂຶ້ນ, ​ເມື່ອ​ທຽບ​ກັບ​ຍາມ​ທຳ​ມະ​ດາ​ແລ້ວ, ​ໄດ້​ເພີ່ມ​ຂຶ້ນ30​ຫາ40%. ​ແຕ່​ພວກ​ເຮົາ​ໄດ້​ເລັ່ງລັດ​ການ​ກະກຽມ​ສິນຄ້າ​ໃນ​ໜຶ່ງ​ເດືອນ​ລ່ວງ​ໜ້າ, ​ໄດ້​ເຊົ່າ​ສາງ​ໄວ້​ສິນ​ຄ້າ​ຢູ່​ບ່ອນ​ໃກ້, ສະ​ນັ້ນ​ພວກ​ເຮົາ​ສາມາດ​ຮັບປະກັນ​ໃຫ້​ລູກ​ຄ້າ​ຈະ​​ເລືອກ​ຊື້​ໄດ້​ສິນ​ຄ້າ​ຕາມ​ໃຈ​ມັກໃນ​ຍາມ​ບຸນ.

ໃນ​ຍາມ​ບຸນ, ຢູ່​ຊົນນະບົດ​ຈີນ​ມີ​ປະ​ເພນີ​ຈັດຕະ​ຫຼາດ​ນັດ. ​ຫວ່າງ​ມໍ່ໆ​ນີ້, ຢູ່​ຊົນ​ນະບົດ​ຂອງ​ແຂວງ​ເຫີ່​ຍລົງ​ຈ່ຽງ, ​ແຂວງ​ເຮີ​ເປ, ຕະຫຼາດ​ນັດຊົນ​ນະບົດ​ກໍ່​ກາຍ​ເປັນ​ບ່ອນ​ທີ່​​ຄົນເຕົ້າ​ໂຮມກັນ​ຢ່າງ​ຫຼວງ​ຫຼາຍ, ​ໃນ​ຕະຫຼາ​ດນອກຈາກ​ມີ​​ຂອງ​ກິນ, ​ເຄື່ອງ​ໃຊ້​ແລ້ວ, ​ໂຄມ​ໄຟ, ຄະຕິ​ຄູ່​ແບບ​ດັ້ງ​ເດີມ​ກໍ່​ມີ​ບໍ່​ໜ້ອຍ. ຊາວ​ກະສິ​ກອນ​ເລາະ​ຕະຫຼາດ​​ແບບ​ດັ້ງ​ເດີມ​ແລ້ວ, ຍັງ​ຈະ​ໄປ​ເລາະ​ຮ້ານ​ຊູ​ເປີ​ມາ​ເກັດ​ຊົນ​ນະ​ບົດ. ​ເພື່ອ​ບໍ່​ໃຫ້​ຂາດ​​ເຂີນ​ການສະ​ໜອງ​ສິນ​ຄ້າ, ລະບົບ​ການຈຳ​ໜ່າຍ​ຢູ່​ແຂວງ​ຈ່ຽງ​ຊີ່​ແລະ​ເຂດ​ກວາງຊີ​ໄດ້​ສົ່ງ​ຄົ​ນ​ໄປ​ເອົາ​ສິນຄ້າ​ຢູ່​ໂຮງງານ​ຜະລິດ​ໂດຍກົງ. ຜູ້​ຮັບ​ຜິດ​ຊອບ​ຮ້ານ​ຊູ​ເປີ​ມາ​ເກັດ​ຊົນນະບົດ​ແຫ່ງ​ໜຶ່ງ​ຢູ່​ຕາ​ແສງ​ລຽນ​ທາງ​ນະຄອນ​ນານ​ຊ່າງ​ແຂວງ​ຈ່ຽງຊີ່​​ເວົ້າ​ວ່າ,

"​(ເພື່ອ​ຮັບ​ປະກັນ​ການ​ສະໜອງ), ປັດ​ຈຸ​ບັນ​ນີ້​ການ​ເອົາ​ສິນຄ້າ​ຈາກ​ສາງ​ມາ​ໄວ້​ຢູ່​ຕູ້​ສິນຄ້າ​ພວກ​ເຮົາ​ຈາກ1​ເທື່ອຕໍ່​ນີ້​​ໃນ​ເມື່ອ​ກ່ອນ​ເພີ່ມ​ຂຶ້ນ​ເປັນ​ສອງ​ຫຼື​ສາມ​ເທື່ອຕໍ່​ມື້".

 ສິ່ງ​ທີ່​​ເອົາ​ໃຈ​ໃສ່​ໃນ​ການ​ຫຼິ້ນ​ບຸນ​ກຸດ​ຈີນ​ຂອງ​ຄົນ​ຈີນ​ແມ່ນຖ່າຍ​ສິ່ງເກົ່າ​​ໃຊ້​ສິ່ງໃໝ່. ສະ​ນັ້ນ, ນອກຈາກການ​ຊື້​ສິນຄ້າສຳລັບ​ຫຼິ້ນ​ປີ​ໃໝ່, ​​ຜູ້​​ເຖົ້າ​ແລະ​ເດັກນ້ອຍ​ກໍ່​ຈະ​​ໄປ​ເລາະ​ຮ້ານ​ຄ້າ, ​ເລືອກ​ເສື້ອ​ແລະ​ເກີບໝວກ​​ໃໝ່ທີ່​ນິຍົມ. ຍັງ​ມີ​ຫຼາຍ​ຄົນ​ຈະ​ໄປ​ເລາະ​ຮ້ານ​ຂາຍ​ເຄື່ອງ​ໃຊ້​ໄຟຟ້າ​ໂດຍ​ຈຳ​ເພາະ, ຊື້​ເຄື່ອງ​​ໃຊ້ໄຟຟ້າ​ໃໝ່​ໃຫ້​ຄອບຄົວ, ທ່ານ​ລຽງ​ຊູນ​ກວາງ​ໂຈ​ວກໍ່​ແມ່ນ​ຜູ້​ໜຶ່ງ​. ທ່ານ​ລຽງ​ເວົ້າ​ວ່າ: ຮ້ານ​ຂາຍ​ເຄື່ອງ​​ໃຊ້ໄຟຟ້າ​ຫຼາຍ​ແຫ່ງ​ກໍ່​ໃຫ້​​ພິ​ເສດ​ກ່ອນ​ບຸນ​ກຸດ​ຈີນ, ​ໃນ​ໄລຍະ​ນີ້​ຊື້​ເຄື່ອງ​ໃຊ້​ໄຟຟ້າ​ທັງ​ລາຄາ​ຖືກ​ແລະ​ເພີ່ມ​ຕື່ມ​​ມ່ວນ​ຊື່ນ.

"​ໃນ​ຍາມບຸນກຸດ​ຈີນ, ລາຄາ​ຂອງ​ເຄື່ອງ​​ໃຊ້​ໄຟຟ້າ​ຖືກ​ກ່ວາ​​ຍາມ​ທຳ​ມະ​ດາໜ້ອຍ​ໜຶ່ງ, ​ປະ​ເພດ​ກໍ່​ຫຼາຍ."

 ການ​ຊື້ສິນຄ້າ​ທາງ​ອິນ​ເຕີ​ເນັດ​ທີ່​ນັບ​ມື້​ນັບ​ຟົດຟື້ນ​ຂຶ້ນ​ກໍ່​ກຳລັງປ່ຽນ​ແປງຄວາມ​ຊິນ​ເຄີຍ​ການ​ບໍລິ​ໂພ​ກຂອງ​ຄົນ​ຈີນ, ຕາມ​ສະຖິຕິ​: ການ​ຊື້​ສິນຄ້າ​ທາງ​ອິນ​ເຕີ​ເນັດ​ໄດ້​ກາຍ​ເປັນ​ຊ່ອງ​ທາງ​ບູລິ​ມະ​ສິດ​ໃນ​ການ​ຊື້​ສິນຄ້າ​ປີ​ໃໝ່​ຂອງ​ຫຼາຍ​ຄົນ. ​​​ນາງ​ຮວງ​ຈຽຍ​ພະ​ນັກ​ງານ​ຂອງ​ພາກ​ສ່ວນ​ປະ​ຊາ​ສຳພັນຂອງເວັ​ບ​ໄຊຖາວ​ບາ​ວ​ເຊິ່ງ​ເປັນອິນ​ເຕີ​ເນັດ​ຊື້​ຂາຍ​ສິນຄ້າໃຫຍ່​ທີ່​ສຸດຂອງ​ຈີນກ່າວ​ວ່າ: ​ໃນ​ຍາມ​ບຸນ​ກຸດ​ຈີນ​ປະລິມານ​ຊື້​ຂາຍຂອງ​ເວັບ​ໄຊ​ຖາວ​ບາ​ວ​ໄດ້​ເພີ່ມ​ຂຶ້ນ​ຫຼາຍ​, ສິນຄ້າ​ສ່ວນ​ຫຼາຍ​​ແມ່ນ​ກ່ຽວ​ກັບ​ບຸນ​ກຸດ​ຈີນ.

"​(ໃນ​​ບຸນ​ກຸດ​ຈີນ)ສິນຄ້າ​ສ່ວນ​ຫຼາຍ​ທີ່ຊື້​ຂາຍ​ຢູ່​ເວັບ​ໄຊ​ຕາວ​ບາ​ວ​ແມ່ນ​​ອາຫານ, ​ເຄື່ອງ​ໃຊ້​ໄຟຟ້າ​ນ້ອຍ, ຂອງຂວັນ, ​ເຄື່ອງ​ປະດັບປະດາ​ປີ​ໃໝ່​ແລະ​ອື່ນໆ, ​ໃນ​ປະ​ເພດ​ອາຫານ, ລວມມີອາຫານ​ກິນ​ຫຼິ້ນຂອງ​ແຫ່ງ​ຕ່າງໆ​ແລະ​ມີ​ຍີ່​ຫໍ້​ເດີມກໍ່​ຂາຍ​ດີ​ຫຼາຍ "

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ