ຜູ້​ຊ່ຽວຊານ​ອົງການ​ອະນາ​ໄມ​ໂລກ​ພິຈາລະນາ​ສະພາບ​​ພະຍາດ​ໄຂ້ຫວັດ​ໃຫຍ່

(GMT+08:00) 2010-02-25 16:04:57     cri


ຕາມ​ຂ່າວCRI: ​ເດືອນ​ເມສາ​ປີ​ກາຍ​ນີ້ພະຍາດ​ໄຂ້ຫວັດ​ໃຫຍ່ສາຍ​ພັນ​ໃໝ່A/H1N1​ໄດ້​​ເກີດ​ຂຶ້ນ​ຢູ່​ອາ​ເມ​ລິ​ກາ​ເໜືອ​ແລະ​ໄດ້​ແຜ່​ລະບາດ​ໄປ​ທົ່ວ​ໂລກ​ຢ່າງ​ວ່ອງ​ໄວ, ຫຼັງ​ຈາກ​ນັ້ນ 10 ​ເດືອນ, ​ໃນ​ວັນ​ທີ 23 ກຸມພາ​ນີ້, ຄະນະ​ກຳມະການ​ສຸກ​ເສີນ​ຂອງ​ອົງການ​ອະນາ​ໄມ​​ໂລກ​ທີ່​ປະກອບ​ດ້ວຍ​ຜູ້​ຊ່ຽວຊານ​ສາທາລະນະ​ສຸກ 15 ຄົນ​ໄດ້​ຈັດ​ກອງ​ປະຊຸມ​ພິ​ເສດ​ຢູ່​ເຊີ​ແນວ​ຂອງສະ​ວິສ, ພິຈາລະນາ​​​ສະພາບ​ການ​ລະບາດ​ຂອງໄຂ້ຫວັດ​​ໃຫຍ່ສາຍ​ພັນ​ໃໝ່ເປັນ​ຄັ້ງ​ທຳ​ອິດ. ຜູ້​ຊ່ຽວຊານ​ເຫັນ​ວ່າ, ປະຈຸ​ບັນຍັງ​ບໍ່ຮອດ​ເວລາ​ສະຫຼຸບ​​ໄດ້​ວ່າ​ສະພາບລະບາດ​ຂອງ​ໄຂ້ຫວັດ​ໃຫຍ່​ໃນ​ທົ່ວ​ໂລກ​ໄດ້​ຜ່ານ​ຈຸດ​ອັນ​ຕະລາຍ​ທີ່​ສຸດ​ແລ້ວ, ຍັງ​ຕ້ອງການ​ເວລາ​ແລະ​ຂໍ້​ມູນ​ຫຼາຍ​ກວ່າ​ເກົ່າ​ເພື່ອ​ຢືນຢັນ​ຂໍ້​ສະຫຼຸບ​ດັ່ງກ່າວ. ວັນ​ທີ 24 ກຸມພາ​ນີ້, ​ໃນ​ກອງ​ປະຊຸມ​ຂ່າວ​ທາງ​ໂທລະສັບ ,ທ່ານ​ເຄຈີ ຟູ​ຄູ​ດາ, ທີ່​ປຶກສາ​ພິ​ເສດ​ກ່ຽວ​ກັບໄຂ້ຫວັດ​ໃຫຍ່​ສາຍ​ພັນ​ໃໝ່ລະບາດ​ຂອງ​ອົງການ​ອະນາ​​​ໄມ​ໂລກ​ປະກາດ​ວ່າ, ຕາມ​ຄຳ​ເຫັນ​ຂອງ​ຄະນະ​ມະ​ການ​ດັ່ງກ່າວ, ນາງ​ມາກາ​​ເຣັດຈັນ, ຜູ້ອຳນວຍການ​ໃຫຍ່​ອົງການ​ອະນາ​ໄມ​ໂລກ​ເຫັນ​ວ່າ​ປະຈຸ​ບັນຈະ​ປ່ຽນ​ລະດັບ​​ເຕືອນ​ໄພພະຍາດໄຂ້ຫວັດໃຫຍ່ສາຍ​ພັນ​ໃໝ່ຍັງ​ແຜ່​ລະບາດ​ຢູ່​ແມ່ນ​ບໍ່​ເໝາະ​ສົມ."

ວັນ​ທີ 23 ກຸມພາ​ນີ້, ຜູ້​ຊ່ຽວຊານ​ພະຍາດຕິດ​ແປດ​ແລະ​ຜູ້​ຊ່ຽວຊານ​ເຊື້ອ​ພະຍາດ​ລະດັບ​ສູງສຸດ​ຂອງ​ປະ​ເທດ​ຕ່າ​ງໆ​ໃນ​ໂລກ 15 ທ່ານ​ເຕົ້າ​ໂຮມ​ກັນ​ຢູ່​ສຳນັກງານ​ໃຫຍ່​ອົງການ​ອະນາ​​ໄມ​ໂລກ​ທີ່​ຕັ້ງ​ຢູ່​​ເຊີ​ແນວ​ຂອງ​ສະ​ວິສ, ປະ​ເມີນ​ສະພາບ​ພະຍາດ​ໄຂ້​ຫວັດ​ໃນ​ປະຈຸ​ບັນ​ຢ່າງຮອບດ້ານ. ​ເມື່ອ​ໄດ້​ປຶກສາ​ຫາລື​ເປັນ​ເວລາ 1 ວັນ, ຜູ້​ຊ່ຽວຊານ​ຂອງ​ຄະນະ​ກຳມະການ​ສ່ວນ​ຫຼາຍ​ເຫັນ​ວ່າ, ​ເຖິງ​ວ່າ​ປະຈຸ​ບັນ​ມີ​ຫຼັກ​ຖານ​ຢືນຢັນ​ວ່າ​ສະພາບໄຂ້ຫວັດ​ໃຫຍ່​ດັ່ງກ່າວ​ເລີ່​ມຫຼຸດ​ລົງ​ຢູ່​ຫຼາຍ​ປະ​ເທດ​ຂອງ​ຊີກ​ໂລກ​ເໜືອ, ​ແຕ່​ອາ​ເມ​ລິ​ກາ​ຍັງ​ມີການ​ລາຍ​ງານ​ທີ່ມີ​ຜູ້​ເປັນ​ໄຂ້ຫວັດ​ໃຫຍ່​ລາຍໃໝ່​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ພ້ອມ​ກັນ​ນັ້ນ​ເຊ​ເນ​ການ​ແລະ​ໂມຣີຕາ​ນີຂອງ​ອາ​ຟຼິກາ​ຕາ​ເວັນ​ຕົກ​ເປັນ​ຕົ້ນກໍ່​ໄດ້​ແຈ້ງວ່າມີ​ເຊື້ອ​ພະຍາດA/H1N1​ແຜ່​ລະບາດ​ຢ່າງ​​ວ່ອງ​ໄວ, ສະ​ນັ້ນ, ຍັງ​ບໍ່​ສາມາດປະກາດຂໍ້​ສະຫຼຸ​ບທີ່ວ່າ"ຈຸດ​ອັນຕະລາຍ​ທີ່​ສຸດໃນ​ທົ່ວ​​ໂລກ​ໄດ້​ຜ່ານ​ໄປ​ແລ້ວ". ອີກ​ຢ່າງ​ໜຶ່ງ, ຊີກ​ໂລກ​ໃຕ້​ຈະ​ເກີດ​​ໄຂ້ຫວັດ​ໃຫຍ່ສາຍ​ພັນ​ໃໝ່ແຜ່​ລະບາດ​ຢ່າງ​ຫຼວງ​ຫຼາຍ​ຫຼື​ບໍ່​ພາຍຫຼັງ​ເຂົ້າ​ສູ່ລະດູ​ໜາວ​ແລ້ວ​ກໍ​ໜ້າ​ສົນ​ໃຈຢູ່.

ຜູ່​ຊ່ຽວຊານ​ຍັງ​ເຫັນ​ວ່າ,​ເຖິງ​ວ່າ​ໃນ​ປີ​ກາຍ​ນີ້,​ເຊື້ອ​ພະຍາດ​ໄຂ້ຫວັດ​ໃຫຍ່ສາຍ​ພັນ​ໃໝ່A H1N1ປະກົດ​ວ່າ​ບໍ່​ຮ້າຍ​ແຮງ​ແລະ​ຄົນ​ຕາຍ​ໜ້ອຍ​ກໍ​ຕາມ,​ແຕ່​ເຊື້ອ​ພະຍາດ​ໄຂ້​ຫວັດ ໃຫຍ່​ຍັງ​ມີ​ລັກ​ສະ​ນະ​ທີ່​​ໄວ້​ໃ​ຈ​ບໍ່​ໄດ້,​ແລະ​ຍັງ​ມີ​ຄວາມ​ອາດ​ສາ​ມາດ​ທີ່​ຈະ​ກາຍ​ພັນ​ເປັນ​ເຊື້ອ​ພະ ຍາດ​ທີ່​ພາ​ໃຫ້​ຄົນ​ຕາຍ​ຫຼາຍ.​ອີງ​ຕາມ​ຂໍ້​ສະ​ເໜີ​ຂອງ​ຄະ​ນະ​ກຳ​ມະ​ການ​ຜູ້​ຊ່ຽວ​ຊານ,​ໃນ​ວັນ​ທີ​24​ກຸມ​ພາ​ນີ້,​ນາງ​ມາ​ກາ​ເຣັດ ຈັນ,​ຜູ່​ອຳ​ນວຍ​ການ​ໃຫຍ່​ທີ່​ເປັນ​ຜູ້​ຕັດສິນ​ນະ​ໂຍ​ບາຍ​ສູງ​ສຸດ​ຂອງ​ອົງ​ການ​ອະ​ນາ​ໄມ​ໂລກ​ໄດ້​ຕົກ​ລົງ​ວ່າ,​ໃຫ້ຮັກສາ​ລະດັບ​ເຕືອນ​ໄພ​ໄຂ້​ຫວັດ​ໃຫຍ່​ລະ​ດັບ​ສູງ​ສຸດ ຄື​ລະດັບ​ທີ6​ທີ່​ປະກາດ​ໃນ​ເດືອນ​ມິ​ຖຸ​ນາ​ປີ​2009,​ແລະ​ຂໍ້​ສະ​ເໜີ​ກ່ຽວ​ກັບ​ການ​ປ້ອງ​ກັນ​ແລະ​ຮັບ​ມື​ກັບ​ພະ​ຍາດ​ນີ້​ບໍ່​ໄດ້​ມີ​ການ​ປ່ຽນ​ແປງ​ຫຍັງ.​ນາງ​ມາ​ກາ​ເຣັດ ຈັນຍັງ​ຕົກ​ລົງ​ວ່າ,​ຈະ​ຈັດ​ກອງ​ກະ​ຊຸມ​ຄະນະ​ກຳ​ມະ​ການ​ສຸກ​ເສີນ​ອີກ​ຄັ້ງ​ໜຶ່ງ​ໃນ​ຫຼາຍ​ອາ​ທິດ​ຂ້າງ​ໜ້າ,​ເຊີນ​ຜູ່​ຊ່ຽວ​ຊານ​ຄົ້ນ​ຄວ້າ​ຫາລື​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ນີ້.

ກ່ຽວ​ກັບ​ບົດບາດ​ຂອງ​ອົງການ​ອະນາ​ໄມ​ໂລກ​ໃນ​ການ​ຮັບ​ມື​ກັບ​ພະຍາດ​ໄຂ້ຫວັດ​​ໃຫຍ່ສາຍ ພັນ​ໃໝ່,ຜູ້​ຊ່ຽວຊານ​ທີ່​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ໄດ້​ໃຫ້​ການ​ຢືນ​ຢັນ​ຢ່າງ​ເຕັມ​ທີ່.​ທ່ານ​ມາກ ມິ​ເລີ, ຜູ່​ຊ່ຽວ​ຊານ​ດ້ານ​ພະ​ຍາດ​ລະ​ບາດ​ທີ່​ມີ​ຊື່​ສຽງ​ຂອງ​ອາ​ເມ​ລິ​ກາ​ກ່າວ​ວ່າ,​ໂດຍ​ປະ​ເຊີນ​ກັບ​ເຫດ ການ​ສຸກ​ເສີນ​ດ້ານ​ສາ​ທາ​ລະ​ນະ​ສຸກ​ທີ່​ຮ້າຍ​ແຮງ​​ແບບ​ນີ້,​ອົງ​ການ​ອະ​ນາ​ໄມ​ໂລກ​ບໍ່​ມີ​ທາງ​ເລືອກ​ອື່ນ​​ເລີຍ,​ນອກ​ຈາກ​ຈັດ​ການ​ຄົ້ນ​ຄວ້າ​ແລະ​ຜະ​ລິດ​ວັກ​ແຊງ​ຢ່າງ​ຂະ​ໜາດ​ໃຫຍ່​ແລະ​ວ່ອງ​ໄວ.

ນາງມາ​ກາ​ເຣັດ ຈານ, ຜູ້ອຳນວຍ​ການ​ໃຫຍ່​ WHO ​ເຄີຍ​ກ່າ​ວວ່າ, ສາ​ເຫດ​ຕົ້ນຕໍ​ທີ່ການລະບາດ​ຂອງ​ພະຍາດໄຂ້ຫວັດ​ໃຫຍ່​ສາຍ​ພັນ​ໃຫມ່A HINI ​ໄດ້​ສ້າງ​ຜົນ​ກະທົບ​ຫນ້ອຍ​ກວ່າ​ເກົ່າ​ໃຫ້​ແກ່ທົ່ວ​ໂລກ​ນັ້ນ​ມີ 3 ດ້ານ,ຄື:ອັນ​ທີ​ຫນຶ່ງ​ແມ່ນພະຍາດ​ໄຂ້ຫວັດ​ໃຫຍ່​ໄດ້​​ແຜ່​ລະບາດ​ໃນ​ປະ​ເທດ​ທີ່​ມີ​ລະບົບ​ຕິດຕາມ​ຄວບ​ຄຸມເປັນ​ຢ່າງ​ດີ,  ອັນ​ທີ​ສອງ​ແມ່ນ​​ເຊື້​ອ​ໄວຣັສຂອງ​ພະຍາດ​ໄຂ້ຫວັດ​ໃຫຍ່ແບບ​ໃຫມ່ນີ້ ​ບໍ່​ໄດ້​ເກີດການກາຍ​​ພັນ ​ທີ່​ມີ​ຄວາມ​ແຮງກວ່າ​ເກົ່າ, ອັນ​ທີ​ສາມ​ແມ່ນວັກ​ແຊັງກັນ​ພະຍາດ​​ໄຂ້​ຫວັດ​ໃຫຍ່ສາຍ​ພັນ​ໃໝ່ A H1N1 ທີ່​ ​ປະ​ເທດ​ຕ່າງໆຄົ້ນຄວ້າ​ຜະລິດ​ນັ້ນ​ມີ​ຄວາມ​ປອດ​ໄພ​ແລະ​ມີປະສິດທິ​ຜົນ. ທ່ານ​ເຄອິຈີ,ຟູ​ຄູ​ດະ ກໍ່​​ໄດ້ຕີ​ລາຄາ​ວ່າ, ການ​ກະທຳ​ທຕ່າງໆ​ທີ່​ບັນດາ​ປະ​ເທດ​ໃຊ້​ເພື່ອ​ຮັບ​ມື​ກັບ​ການລະບາດພະຍາດ​​ໄຂ້​ຫວັດ​ໃຫຍ່​ເທື່ອ​ນີ້​ໄດ້​ຮັບ​ຜົນສຳ​ເລັດ​ທີ່​ດີ​ທີ່​ສຸດ​ໃນ​ປະຫວັດສາດ​

​ພະຍາດໄຂ້ຫວັດ​ໃຫຍ່​ສາຍ​ພັນ​ໃຫມ່​ໄດ້​ແຜ່​ລະບາດຢ່າງ​ກວ້າງຂວາງ​ໃນ 212 ປະ​ເທດ​ແລະ​ເຂດ​​ແຄວ້ນ​ໃນ 10 ​ເດືອນ​ຜ່ານ​ມາ, ຈຳນວນ​ຜູ່​ເສຍ​ຊີວິດ​ໄດ້​ມີ​ເຖິງ 1 ຫມື່ນ 6 ພັນ​ຄົນ, ຜູ່​ຕິດ​ເຊື້​ອ​ໄວຣັສພະຍາດ​ໄຂ້ຫວັດ​ໃຫຍ່​ ​ອາດ​ຈະ​ສູງ​ເຖິງ​ຫຼາຍ​ຮ້ອຍ​ລ້ານ​ຄົນ.

 
 

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ