ການ​ກະ​ກຽມ​ເພື່ອ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ​ອາ​ຊຽນ​ຄັ້ງ​ທີ​7​ຂອງ​​ໄທ​ເລີ່ມ​ຕົ້ນ

(GMT+08:00) 2010-02-26 11:38:31     cri
ຕາມ​ຂ່າວ​ຈາກ​ວິທະຍຸ​ສຽງ​​ອ່າວ​ເປີ​ຍປູ້​ກວາງຊີ:ຫວ່າງ​ມໍ່ໆ​ມານີ້,​ກອງ​ເລຂາ​ຂອງ​ງານ​ວາງ ສະ​ແດງ​ສິນຄ້າ​ຈີນ​ອາ​ຊຽນ​ລາຍ​ງານ​ວ່າ,​ໃນ​ເວລາ​ພົບ​ປະ​ກັບ​ຄະ​ນະ​ຜູ້​ແທນ​ຂອງ​ກອງ​ເລຂາ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ​ອາ​ຊຽນ,​ກົມ​ສົ່ງ​ເສີມ​ການ​ຄ້າ​ຂາ​ອອກ​ຂອງ​ກະ​ຊວງ​ພາ​ນິດ​ໄທ​ກ່າວ​ວ່າ,​ໄທ​ຈະ​ຈັດ​ຕັ້ງ​ການ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ​ອາ​ຊຽນ​ຄັ້ງ​ທີ​7​ຈາກ​ຫຼາຍ​ດ້ານ,​ຖື​ບໍ​ລິ​ສັດ​ການ​ຄ້າ​ສົ່ງ​ອອກ​ທີ່​ມີ​ກຳ​ລັງ​ເຂັ້ມ​ແຂງ​ເປັນ​ເປົ້າ​ໝາຍ​ສຳຄັນ​ເພື່ອ​ເຮັດ​ໃຫ້​ຄຸນ​ນະ​ພາບ​ຂອງ​ບໍ​ລິ​ສັດ​ທີ່​ຮ່ວມ​ງານ​ສູງ​ຂຶ້ນ.​ປະ​ຈຸ​ບັນ​ນີ້,​ວຽກ​ງານ​ກະກຽມ​ໄດ້​ເລີ່​ມຕົ້ນ ຢ່າງ​ຮອບ​ດ້ານ.

ປີ2010​ແມ່ນ​ຈີນ​ໄທ​ສ້າງສາ​ຍພົວພັນ​ທາງ​ການ​ທູດ​ຄົບຮອບ35​ປີ,ກໍ່​ແມ່ນ​ປີທຳ​ອິດ​ຫຼັງການ​ສ້າງຕັ້ງ​ເຂດ​ການ​ຄ້າ​ເສ​ລີ​ຈີນ​ອາ​ຊຽນ​ສຳ​ເລັດ.​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ​ອາ​ຊຽນ​ຄັ້ງ​ທີ​7​ຈັດ​ຂຶ້ນ​ຢູ່​ພາຍ​ໃຕ້​ເບື້ອງ​ຫຼັງ​ດັ່ງ​ກ່າວ,​ເຮັດ​ໃຫ້​ສອງ​ປະ​ເທດ​ຈີນ​ໄທ​ລ້ວນ​ແຕ່​ປະ​ເຊີນ​ກັບ​ໂອ ກາດ​ທີ່​ຫາ​ຍາກ.​ຝ່າຍ​ໄທ​ກ່າວ​ວ່າ​ຈະ​ນຳ​ໃຊ້​ໂອ​ກາດ​ນີ້,​ຕັ້ງ​ໜ້າ​ຊຸກ​ຍູ້​ໃຫ້​ຜູ້​ນຳ​ປະ​ເທດ​ໄທ​ໄປ ຮ່ວມ​ງານ.

ວົງ​ການ​ຕ່າງໆ​ຂອງ​ໄທ​ມີ​ຄວາມ​ໝັ້ນ​ໃຈ​ຢ່າງ​ເຕັມ​ປ່ຽມ​ຕໍ່​ການ​ຈັດ​ຕັ້ງ​ຄະ​ນະ​ຈັດ​ຊື້​ໄປ​ຮ່ວມ​ງານ.ຍ້ອນ​ວ່າ​ໄດ້​ຮັບ​ປະ​ສິດ​ທິ​ຜົນ​ເສດ​ຖະ​ກິດ​ການ​ຄ້າ​ອັນ​ດີ​ໃນ​ງານ​ວາງ​ສະ​ແດງ​ຄັ້ງ​ທີ​6,​ຜູ້​ຮັບ​ຜິດ​ຊອບ​ຂອງ​ອົງ​ການ​ຕ່າງໆ ຄື:​ສະ​ພາ​ອຸດ​ສາ​ຫະ​ກຳ​ແຫ່ງ​ປະ​ເທດ​ໄທ​ແລະ​ສະ​ພາ​ຫໍ​ການ​ຄ້າ​ແຫ່ງ​ປະ​ເທດ​ໄທ​ເປັນ​ຕົ້ນ​ກ່າວ​ວ່າ​ຈະ​ຈັດ​ຕັ້ງ​ຄະ​ນະ​ບໍ​ລິ​ສັດ​ຈັດ​ຊື້​ຫຼາຍ​ກວ່າ​ເກົ່າ​ໄປ​ຈັດ​ຊື້​ສິນ​ຄ້າ​ຢູ່​ງານ​ວາງ​ສະ​ແດງ​ຄັ້ງ​ທີ​7.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ