ສານ​ສູນ​ສຸດ​ໄທ​ຕັດ​ສິນ​ຮິບ​ເອົາ​ຊັບ​ສິນ​46​ຕື້​300​ລ້ານ​ບາດ​ຂອງ​ທ່ານ​ທັກ​ສິນ​ ຊິນ​ນະ​ວັດ

(GMT+08:00) 2010-02-27 16:06:54     cri
ຕາມ​ຂ່າວCRI:ວັນ​ທີ26​ກຸມພາ​ນີ້,ສານ​ສູງ​ສຸດ​ຂອງ​ໄທ​ທຳ​ການ​ຕັດສິນ​ຕໍ່​ຄະດີ​ກ່ຽວ​ກັບຊັບ​ສິນ​ກ້ອນ​ໃຫຍ່​ຂອງ​ທ່ານ​ທັກ​ສິນ ຊິນ​ນະ​ວັດ,​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ​ພ້ອມ​ດ້ວຍ​ຄອບ​ຄົວ​ຂອງ​ທ່ານ,​ຮິບ​ເອົາ​ຊັບ​ສິນ​ຂອງ​ທ່ານ​ທັກ​ສິນ​46​ຕື້​300​ລ້ານ​ບາດ.

​ໃນ​ວັນ​ທີ26​ກຸມພາ​ນີ້,ຜູ່​ພິພາກສາ9​ທ່ານ​ຂອງ​ສານ​ສູນ​ສຸດ​ໄທ​ໃຊ້​ເວລາ7​ຊົ່ວ​ໂມງ​ປາຍ​ຜັດ ປ່ຽນ​ກັນ​ອ່ານ​ສຳ​ນວນ​ຄຳ​ຕັດ​ສິນ.​​ໃນ​ສຳ​ນວນ​ຄຳ​ຕັດ​ສິນ​ຂຽນ​ວ່າ,​ໃນ​ໄລຍະ​ທ່ານ​ທັກ​ສິນ ຊິນ​ນະ​ວັດ​ດຳ​ລົງ​ຕຳ​ແໜ່ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ​ຍັງ​ຖື​ບັດ​ຫຸ້ນ​ສ່ວນ​ຂອງ​ກຸ່ມ​ບໍ​ລິ​ສັດ​ຊິນ​ນະ​ວັດ​ໃນ​ທາງ​ລັບ,​ແລະ​ສວຍ​ໃຊ້​ຕຳ​ແໜ່ງ​ສະ​ແຫວງ​ຫາ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ຄອບ​ຄົວ​ຂອງ​ຕົນ,​ຊັບ​ສິນ​46​ຕື້​374​ລ້ານ​ບາດ​ທີ່​ໄດ້​ຮັບແມ່ນ​ລາຍ​ໄດ້​ທີ່​ຜິດ​ກົດ​ໝາຍ,​ຕ້ອງ​ຮິບ​ເອົາ​ໄປ.​ນອກ​ນີ້,​ສານ​ສູນ​ສຸດ​ຢືນ​ຢັນ​ວ່າ ຊັບ​ສິນ​ອີກ​30​ຕື້​ກວ່າ​ບາດ​ທີ່​ຖືກ​ງົດ​ໄວ້​ຂອງ​ທ່ານ​ທັກ​ສິນ​​ແມ່ນ​ຊັບ​ສິນ​ທີ່​ຊອບ​ດ້ວຍ​ກົດ​ໝາຍ,​ຈະ​ມອບ​ຄືນ​ໃຫ້.

​ໃນ​​ເວລາ​ແລະຫຼັງອ່ານ​ສຳນວນ​ຄຳຕັດສິນ,​ຢູ່ນະຄອນ​ຫຼວງ​ບາງ​ກອກ​ມີຄວາມ​ສະຫງົບ,​ເຖິງ​ວ່າ​ມີ​ຜູ່​ສະ​ໜັບ​ສະ​ໜູນ​ຂອງ​ກຸ່ມ​ແນວ​ໂຮມ​ປະ​ຊາ​ທິ​ປະ​ໄຕ​ຕໍ່ຕ້ານ​ຜະ​ເດັດ​ການ​ຈຳ​ນວນ​ບໍ່ ຫຼາຍ​ປະ​ກົດ​ຕົວ​ຢູ່​ນອກ​ສານ​ກໍ​ຕາມ,​ແຕ່​ບໍ່​ໄດ້​ເກີດ​ເຫດ​ການ​ວຸ້ນ​ວາຍ​ແລະ​ເຫດ​ການ​ໃຊ້​ກຳ ລັງ​ຮຸນ​ແຮງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ