ຈີນ​ເຜີຍ​ແຜ່​ເປົ້າ​ຫມາຍ​ປະ​ຕິ​ຮູບ​ການ​ສຶກ​ສາ​ໃນ 10 ປີ​ຕໍ່​ຫນ້າ

(GMT+08:00) 2010-03-01 16:34:40     cri

ທີ່​ນີ້,ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ,ສະບາຍດີ,ທ່ານ​ຜູ່​ຟັງ​ທີ່​ໂຄລົບ,​ວັນ​ທີ 28 ​ກຸມພາແລ້ວນີ້,ພາກສ່ວນ​ຕ່າງໆ​ຂອງຈີນ ເຊັ່ນ​ວ່າ: ກະຊວງ​ສຶກສາ​ທິການ​ແລະ​ອື່ນໆ​ ໄດ້​ເຜີຍ​ແຜ່​ຮ່າງ​ແຜນການ​ປະຕິ​ຮູບ​ແລະ​ພັດທະນາ​ການ​ສຶກສາ​ໄລຍະ​ກາງ​ແລະ​ຍາວ​ຂອງ​ລັດ​ປີ 2010​ເຖິງ2020. ຮ່າງ​ແຜນການ ສະບັບ​ນີ້​ໄດ້​​ໃຫ້​ຄຳ​ຕອບຕໍ່​ຫົວ​ຂໍ້​ສຳຄັນທີ່​ປະຊາຊົນ​ສົນ​ໃຈ​ນຳ​ກັນ, ​ແລະ​ວາງ​​ເປົ້າ​ຫມາຍທາງ​ຍຸດ​ທະ​ສາດ​ທີ່​ຈີນຈະສ້າງ​​ໃຫ້​ເປັນ​ປະ​ເທດ​​ເຂັ້ມ​ແຂງ​ດ້ານ​ຊັບພະຍາກອນມະນຸດ​ໃນປີ 2020.​ ຕໍ່​ໄປ​ເຊີນທ່ານ​ຟັງລາຍລະອຽດ​ກ່ຽວ​ກັບ​ເລື່ອງ​ນີ້:


ຮ່າງ​ແຜນການປະຕິ​ຮູບ​ແລະ​ພັດທະນາ​ການ​ສຶກສາ​ໄລຍະ​ກາງ​ແລະ​ຍາວ​ຂອງ​ລັດ​​ແມ່ນຮ່າງ​ແຜນການການ​ສຶກສາ​ສະບັບ​ທຳ​ອິດ​ຂອງ​ຈີນ​ໃນ​ສະຕະວັດ​​ໃຫມ່​, ຈະ​ຊີ້​ນຳພັດທະນາ​ການປະຕິ​ຮູບ​ການ​ສຶກສາ​ໃນ 10 ປີ​ຕໍ່ຫນ້າ. ພາຍ​ໃຕ້​ການ​ຊີ​ນ້ຳຂອງ​ທ່ານ​ເວີ່ນ​ເຈ່ຍ​ປາວ,ນາຍົກລັດຖະມົນຕີຈີນ​ໂດຍ​ກົງ, ​ຮ່າງ​ແຜນການ ສະບັບ​ນີ້ ​ໄດ້​​ເຜີຍ​ແຜ່​ອອກ​ມາ​ຫຼັງ​ຈາກ​ປັບປຸງ​ເກືອບ 40 ​ເທື່ອ​ແລ້ວ. ຮ່າງ​ແຜນສະບັບ​ນີ້​ສະ​ເຫ​ນີ​ວ່າ: ຈີນ​ຈະ​ບັນລຸ​ຄວາມທັນ​ສະ​ໄຫມ​ດ້ານການ​ສຶກສາ​ໃນ​ຂັ້ນ​ພື້ນຖານ​​ໃນ​ປີ 2020, ສ້າງ​ໃຫ້​ເປັນ​ສັງຄົມ​ການ​ຮຽນ​​ໂດຍ​ພື້ນຖານ, ​ແລ້ວ​ກ້າວ​ເຂົ້າ​ສູ່ຖັນ​ແຖວ​ຂອງ​ປະ​ເທດ​​ເຂັ້ມ​ແຂງ​ໃນ​ດ້ານ​ຊັບພະຍາກອນ​ມະນຸດ. ​ເມື່ອ​ຮອ​ດ​ເວລາ​ນັ້ນ, ຈີນ​ຈະ​ເຜີຍ​ແຜ່​ການ​ສຶກສາ​ພາກ​ບັງຄັບ​ໃຫ້​ທົ່ວ​ເຖິງ​ກັນ ​ຢ່າງຮອບດ້ານ, ອັດຕາ​ການ​ເຂົ້າ​ຮຽນໃນ​​​ໂຮງຮຽນ​ມັດທະຍົມ​ຕອນ​ປາຍ​​ໃຫ້​ກວມ ​ເຖິງ 90%, ອັດຕາການ​ເຂົ້າ​ຮຽນ​​​ໃນ​ໂຮງຮຽນ​ຊັ້ນສູງ​ໃຫ້​ກວມ​ເຖິງ 40%, ຈະ​​ມີ 200 ລ້ານ​ຄົນ​​ຮຽນ​ຈົບ​ລະດັບມະຫາວິ ທະຍາ​ໄລ.
  
  ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຫ້ອງການ​ຖະ​ແຫຼ​ງຂ່າວ​ຂອງ​ລັດຖະບານ​ຈີນ​ຈັດ​ຂຶ້ນ​ໃນ​ມື້​ນັ້ນ, ທ່ານ​ຢວນກຸ້ຍ​ເຢີ​ນ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ສຶກສາທິການ​ຈີນ​ກ່າວ​ວ່າ, ມັນຕ່າງຈາກການ​ປະຕິ​ຮູບ​ການ​ສຶກສາ​ຫຼາຍ​ເທື່ອ​ໃນ 20 ກວ່າ​ປີ​ມາ​ນີ້, ການ​ປະຕິ​ຮູບ​ການ​ສຶກສາ​ເທື່ອ​ນີ້​ຖື​ການ​ປະຕິ​ຮູບ​​ໂຄງ​ປະກອບ​ການອົບຮົມກໍ່ສ້າງ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາມາດ​ເປັນ​ບັນຫາ​ທີ່ສຳຄັນ​ທີ່​ສຸດ.
"ທຽບ​ກັບ​ການ​ປະຕິ​ຮູບ​ທີ່​ຜ່ານ​ມາ, ພວ​ກ​ເຮົາ​ໄດ້​ເຮັດ​ໃຫ້​ການ​ປະຕິ​ຮູບ​​ໂຄງ​ປະກບອການອົບຮົມ​ກໍ່ສ້າງຜູ້​ມີ​ຄວາມ​ຮູ້​ຄວາມ​ສາມາດພົ້ນ​ເດັ່ນ​ຂຶ້ນ. ພວ​ກ​ເຮົາ​ຮູ້ສຶກ​ວ່າ​ເປົ້າ​ໝາຍ​ພື້ນຖານ​ຂອງ​ການ​ສຶກສາ​ແມ່ນ​ເພື່ອ​ອົບ​ຮົມ​ບົ່ມ​ເພາະຜູ້​ມີ​ຄວາມ​ຮູ້​ຄວາມ​ສາມາດ​ຫຼາຍ​ກວ່າ​ເກົ່າ, ​ເຮັດ​ໃຫ້​ເຂົ​າ​ເຈົ້າ​ມີຄວາມ​ສາມາດ​ປະດິດ​ສ້າງ​ຫຼາຍ​ກວ່າ​ເກົ່າ. ສິ່ງ​ທີ່​​ເປັນ​ອຸປະ​ສັດ​ຕໍ່ເລື່ອງ​ດັ່ງກ່າວ, ພວກ​ເຮົາ​ລ້ວນ​ແຕ່​ຄວນ​ປະຕິ​ຮູບ."

ໃນ​ຫຼາຍ​ປີ​ມາ​ນີ້, ສະພາບ​ແລະ​ແນວ​ຄິດພັດທະນາ​ການ​ສຶກສາ​ຂອງ​ຈີນ​ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ. ຫຼາຍ​ຄົນທັງ​ຕິຕຽນ​ຮູບ​ແບບ​ການ​ສຶກສາມີ​ແຕ່​ເພື່ອ​ຮັບ​ມື​ກັບ​ການສອບ​ເສັງ​ແລະ​ປະກົດ​ການ​ທີ່​ນັກຮຽນຝຶກ​ຫັດ​ຂອງ​ຮຽນ​ໜັກ​ໂພ​ດ, ພ້ອມ​ກັນ​ນັ້ນ​ຍັງ​ເຫັນ​ວ່າ​ການ​ແບ່ງປັນຊັບພະຍາກອນ​ການ​ສຶກສາ​​ຢູ່​ຕົວ​ເມືອງ​ແລະ​ຊົນນະບົດ​ບໍ່​ດຸ່ນດ່ຽງ​ກັນ​​ເຮັດ​ໃຫ້​ເກີດ​ສະພາບ​ການ​ທີ່​ການ​ສຶກສາ​ເກີດ​ຄວາມ​ບໍ່​ສະ​ເໝີ​ພາບ. ຕໍ່​ເລື່ອງ​ນີ້, ທ່ານ​ຢວນກຸ້ຍ​ເຢີ​ນ, ລັດຖະມົນຕີ​ວ່າການ​ກະຊວງ​ສຶກສທິການ​ຈີນ​ກ່າວ​ວ່າ, ຈະ​​​ເຮັດ​ໃຫ້​ການ​ຊຸກຍູ້​ການ​ສຶກສາມີ​ຄວາມສະ​ເໝີ​ພາບ, ​ແລະຍົກ​ສູງ​ຄຸນ​ນະພາ​ບການ​ສຶກສາ​ເປັນ​ວຽກ​ງານ​ສຳຄັນ​ຂອງ​ການ​ປະຕິ​ຮູບ​ການ​ສຶກສາ​ໃນ​ຕໍ່​ໄປ.ແຜນການ​ສະບັບ​ນີ້​ຍັງ​ສະ​ແດງ​ຢ່າງ​ຈະ​ແຈ້ງວ່າ,ອົງການ​ປົກຄອງ​ທຸກຂັ້ນຈະ​ຮັບປະກັນ​ງົບ ປະ​ມານ​ການ​ສຶກ​ສາ​ຢ່າງ​ເປັນ​ບູ​ລິ​ມະ​​ສິດ.​ຮອດ​ປີ​2012,​ງົບ​ປະ​ມານ​ສຳ​ລັບ​ການ​ສຶກ​ສາ​ຂອງ​ລັດ​ຈະ​ກວມ​4%​ຂອງ​ລວມ​ຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ​ປະ​ເທດ​ຫຼື​GDP.​ພ້ອມ​ກັນ​ນັ້ນ,​ແຜນ​ການ​ສະບັບ​ນີ້​ຍັງ​ສົ່ງ​ເສີມ​ແລະ​ຊັກ​ນຳ​ໃຫ້​ທົ່ວ​ສັງ​ຄົມ​ມີ​ສ່ວນ​ຮ່ວມ​ໃນ​ການ​ສ້າງ​ໂຮງ​ຮຽນ​ແລະ​ຊ່ວຍ​ເຫຼືອ​ການ​ສຶກ​ສາ.​ໂດຍ​ແນ​ໃສ່​​ແກ້​ໄຂ​ບັນ​ຫາ​ທີ່​ພາກ​ສ່ວນ​ບໍ​ລິ​ຫານ​ດ້ານ​ການ​ສຶກ ສາ​ແຊກ​ແຊງ​ວຽກ​ງານ​ຄຸ້ມ​ຄອງ​ຂອງ​ໂຮງ​ຮຽນ​ຫຼາຍ​ເກີນ​ໄປ​ນັ້ນ,​ທ່ານ​ຢວນ​ກຸ້ຍ​ເຢິນ​ກ່າວ​ວ່າ,​ຈະ​ຄ່ອຍໆ​ປະ​ຕິ​ຮູບ​ວິ​ທີ​ສ້າງ​ໂຮງ​ຮຽນ,​ສົ່ງ​ເສີມ​ໃຫ້​ໂຮງ​ຮຽນ​ຄຸ້ມ​ຄອງ ​ຕົນ​ເອງ.​ທ່ານ​ກ່າວ​ວ່າ: ​"ພວກ​ຂ້າ​ພະ​ເຈົ້າ​ຢາກ​ສ້າງ​ຕັ້ງ​ການ​ຄຸ້ມ​ຄອງ​ແບບ​​ໃໝ່​ແລະ​ນະ​ໂຍ​ບາຍ​ຄົບ​ຊຸດ​ທີ່​ສອດ ຄ່ອງ​ກັບ​ຈຸດ​ພິ​ເສດ​ຂອງ​ໂຮງ​ຮຽນ,​ແລ້ວ​ຄ່ອຍໆ​ຍົກ​ເລີກ​ລະ​ດັບ​ບໍ​ລິ​ຫານ​ແລະ​ການ​ຄຸ້ມ​ຄອງ​ແບບ​ບໍລິຫານ​ຂອງ​ໂຮງ​ຮຽນ.​ສົ່ງ​ເສີມ​ແລະ​ຄົ້ນ​ຄວ້າ​ສ້າງ​ຕັ້ງ​ສະ​ພາ​ຂອງ​ໂຮງ​ຮຽນ​ຊັ້ນ​ສູງ,​ເຮັດ​ໃຫ້​ບຸກ​ຄົນ​ໃນສັງ​ຄົມ​ເຂົ້າ​ຮ່ວມ​ໃຫ້​ຄຳ​ປຶກສາ​ແກ່​ການ​ຕັດ​ສິນ​ນະ​ໂຍ​ບາຍ​ຂອງ​ໂຮງ​ຮຽນ​ຫຼາຍ ກວ່າ​ເກົ່າ,​ຊ່ວຍ​ໃຫ້​ໂຮງ​ຮຽນ​ຄຸ້ມ​ຄອງ​ດີກ​ວ່າ​ເກົ່າ​ໂດຍ​ອ່ວາຍ​ໜ້າ​ໄປ​ສູ່​ສັງຄົມ."

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ