ລັດ​ຖະ​ບານ​ໄທ​ປະ​ຕິ​ເສດ​ຄຳ​ຮຽກ​ຮ້ອງ​ຂອງ​ກຸ່ມ​ເສື້ອ​ແດງ​ທີ່​ໃຫ້​ຍົກ​ເລີກ​​ຄະ​ນະ​ຜູ່​ພິ​ພາກ​ສາ​ຄະ​ດີ​ຍຶດ​ຊັບ​ຂອງ​ທ່ານ​ທັກ​ສິນ

(GMT+08:00) 2010-03-03 16:04:21     cri
ຕາມຂ່າວCRI:ວັນ​ທີ3​ມິ​ນາ​ນີ້,ທ່ານ​ສຸ​ເທບ ​ເທືອ​ກສຸບັນ,ຮອງ​ນາຍົກລັດຖະມົນຕີທີ່​ຮັບຜິດ ຊອບ​ວຽກ​ງານ​ຄວາມປອດ​ໄພ​ຂອງ​ໄທ​ກ່າວ​ວ່າ,​ເວັ້ນ​ແຕ່​ຈະ​ໄດ້​ຮັບ​ຫຼັກ​ອ້າງ​ອີງ​ດ້ານ​ກົດ​ໝາຍ​ທີ່​ຄັກ​ແນ່,​ຖ້າ​ບໍ່​ດັ່ງ​ນັ້ນ,​ຄຳ​ຮຽກ​ຮ້ອງ​ຂອງ​ກຸ່ມ​ແນວ​ໂຮມ​ປະ​ຊາ​ທິ​ປະ​ໄຕ​ຕໍ່​ຕ້ານ​ຜະ​ເດັດ​ການ​ຫຼື​ກຸ່ມ​ເສື້ອ​ແດງ​ກ່ຽວ​ກັບ​ການ​ຍົກ​ເລີກ​ຄະ​ນະ​ຜູ່​ພິ​ພາກ​ສາ​ຄະ​ດີ​ຍຶດ​ຊັບ​ຂອງ​ທ່ານ​ທັກ​ສິນ ຊິນ​ນະ​ວັດ​ນັ້ນ​ຈະ​ບໍ່​ໄດ້​ຮັບ​ອະ​ນຸ​ມັດ.

ຜູ່​ສະໜັບສະໜູນ​ຂອງ​ກຸ່ມ​​​ເສື້ອ​ແດງ​ແລະ​ສະມາຊິກ​ຂອງ​ພັກ​ເພື່ອ​ໄທ​ທີ່​ເປັນ​ພັກ​ຝ່າຍ​ຄ້ານ​ສຳຄັນ​ມີ​ແຜນ​ຈະ​ເຕົ້າ​ໂຮມ​2ໝື່ນ​ລາຍ​ເຊັນ​ຂອງ​ປະ​ຊາ​ຊົນ,​ເພື່ອ​ຮຽກ​ຮ້ອງ​ໃຫ້​ຍົກ​ເລີກ​ຄະ​ນະ​ຜູ່​ພິ​ພາກ​ສາ​ຄະ​ດີ​ຍຶດ​ຊັບ​ຂອງ​ທ່ານ​ທັກ​ສິນ ຊິນ​ນະ​ວັດ,​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ.​ການ​ສະ​ແດງ​ທ່າ​ທີ​ດັ່ງ​ກ່າວ​ຂອງ​ທ່ານ​ສຸ​ເທບ​ກໍ່​ແມ່ນ​ການ​ຕອບ​​ໂຕ້​ຕໍ່​ເລື່ອງ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ