ທ່ານ​ເຈຍ​ຊີ້ງ​ລິນ​ກ່າວ​ວ່າ, ຈະ​ເຮັດ​ໃຫ້​ວຽກ​ງານ​ປຶກ​ສາ​ການ​ເມືອງ​ຂອງ​ປະ​ຊາ​ຊົນ​ສືບ​ຕໍ່​ກັນ​ໄປ

(GMT+08:00) 2010-03-03 19:23:50     cri

ຕອນ​ບ່າຍ​ວັນ​ທີ 3 ມີນາ​ນີ້, ກອງ​ປະຊຸມ​ເທື່ອ​ທີ 3 ຂອງ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​​ແຫ່ງ​ຊາດຈີນ​​ໄດ້​ຈັດ​ຂຶ້ນ​ຢູ່​ຫໍ​ສະພາປະຊາຊົນ. ຜູ້ນຳ​ພັກ​ແລະ​ລັດຈີນ, ​ເຊັ່ນ: ທ່ານ​ຫູ​ຈີນ​ທາວ, ທ່ານ​ອູ​ປ່າງກົວ, ທ່ານ​ເວີ່ນ​ເຈ່ຍ​ປາວ, ທ່ານ​ເຈຍ​ຊີ້​ງລິນ​ ພ້ອມ​ດ້ວຍກຳມະການ​ປຶກສາ​ການ​ເມືອງ​ທົ່ວ​ປະ​ເທດ 2100 ກວ່າ​ທ່ານ​ໄດ້​ເຂົ້າ​ຮ່ວມ​ພິທີ​ໄຂ​ປະຊຸມ.

ທ່ານ​ເຈຍ​ຊີ້​ງລ້ນ, ປະທານ​ສະພາ​ປຶກສາ​ການ​ເມືອງ​​ແຫ່ງ​ຊາດ​ຈີນ​ໄດ້​ຕາງໜ້າ​ຄະນະ​​ປະຈຳ​ສະພາ​ປຶກສາ​ການ​ເມືອງ​ຊຸດ​ນີ້​ກ່າວ​ບົດ​ລາຍ​ງານ​ວຽກ​ງານ​. ທ່ານ​ໄດ້​ສະຫຼຸບວຽກ​ງານ​ຂອງ​ສະພາ​ປຶກສາ​ການ​ເມືອງ​ໃນ​ປີ​ກາຍ​ນີ້​ດ້ວຍຄຳ​ສັບ​ທີ່​ວ່າ​ "ສາມັກຄີ​ກົມກຽວກັນ, ຕິດ​​ແທດ​ຕົວ​ຈິງ, ​ບຸກໜ້າ​ບືນ​ຕົວແລະ​ພັດທະນາຢ່າງ​ມີ​ຊີວິດ​ຊີວາ"​, ​ແລະ​ໄດ້​ກຳນົດໜ້າ​ທີ່​ວຽກ​ງານ​ໃນ 6 ດ້ານ​ຂອງ​ສະພາ​ປຶກສາ​ການ​ເມືອງ​ໃນ​ປີ​ໃໝ່.

ການ​ຊຸກ​ຍູ້​ການ​ພັດທະນາ​ເສດຖະກິດ​ແລະ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ​ແມ່ນຫົວ​ຂໍ້​ແກນ​ກາງ 2 ຂໍ້​ທີ່​ເນັ້ນ​ໜັກ​ໃນ​ບົດ​ລາຍ​ງານ​ສະບັບ​ນີ້, ​ແລະກໍ່​ແມ່ນວຽກ​ງານ​ຕົ້ນຕໍ​ຂອງປີ​ກາຍ​ນີ້​ແລະໜ້າ​ທີ່​ແກນ​ກາງ​ໃນປີ​ນີ້​ຂອງ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ.

​ປີ2009, ຍ້ອນ​​ໄດ້​ຮັບ​ຜົນ​ກະທົບ​ຈາກ​ວິ​ກິດ​ການ​ການ​ເງິນ​ສາກົນ, ​ການ​ພັດທະນາ​ເສດຖະກິດ​ຂອງ​ຈີນ​ປະສົບ​ກັບ​ການ​ທົດ​ສອບ​ອັນ​ຂ້ຽວຂາດ. ​ໃນ​ຖານະ​ເປັນ​ອົງການ​ທີ່​ປຶກສາ​ທາງ​ການ​ເມືອງ​ສູງ​ສຸດ​ຂອງ​ຈີນ, ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ໄດ້​ເຕົ້າ​ໂຮມ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາມາດ​ວົງ​ການ​ຕ່າງໆ​ໃນ​ສັງຄົມ​ຈີນ, ພວກ​ເພິ່ນ​ຕັ້ງໜ້າ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ເພື່ອ​ຮັກສາ​ໃຫ້​ເສດຖະກິດ​ແຫ່ງ​ຊາດ​ຈີນ​ພັດທະນາ​ຢ່າງ​ໝັ້ນ​ທ່ຽງ​ແລະ​ອ່າວ​ໄວ. ຕາມ​ຂ່າວ​ແຈ້ງວ່າ, ປີ​ກາຍ​ນີ້, ສະພາ​ປຶກສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ໄດ້​ຮັບ​ເອົາ​ຍັດຕິ5​ພັນ820​ສະບັບ, ​ໃນ​ນັ້ນ, ຍັດຕິ​ທີ່​ກ່ຽວ​ພັນ​ເຖິງ​ການ​ຮັບ​ມື​ກັບ​ວິ​ກິດ​ການ​ການ​ເງິນ​ສາກົນ​ແລະ​ເສດຖະກິດ​ມີ1​ພັນ800​ສະບັບ.

​ໃນ​ບົດ​ລາຍ​ງານ​ວຽກ​ງານ, ທ່ານ​ເຈຍ​ຊິງ​ລິນ​ ປະທານ​ສະພາ​ໄດ້​ຢືນຢັນ​ເລື່ອງ​ນີ້​ຢ່າງ​ເຕັມ​ສ່ວນ. ທ່ານ​ກ່າວ​ວ່າ, ການຮັບ​ມື​ກັບ​ຜົນ​ກະທົບ​ຂອງ​ວິ​ກິດ​ການ​ການ​ເງິນ, ​ແມ່ນ​ການ​ທົດ​ສອບ​ທີ່​ສຳຄັນ​ຕໍ່​ລະດັບ​ເຂົ້າ​ຮ່ວມ​ວຽກບ້ານການ​ເມືອງ​ຂອງ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ.

ພວກ​ເຮົາ​ຕິດຕາມ​ທ່ວງທ່າ​ຂະຫຍາຍຕົວ​ຂອງ​ວິ​ກິດ​ການ​ການ​ເງິນ​ສາກົນ​ແລະ​ສະພາບ​ປະຕິບັດ​ງານ​ຂອງເສດຖະກິດ​ພາຍ​ໃນ​ປະ​ເທດ​ຢ່າງ​ໃກ້ຊິດ, ກຳມະການ​ຫຼາຍ​ຄົນ​ສະ​ເໜີ​ອອກ​ມາ​ວ່າ, ຄວນ​ເສີມ​ຂະຫຍາຍ​ບົດບາດ​ສັງ​ລວມຂອງ​ນະ​ໂຍບາຍ​ການ​ເງິນ​ທີ່​ຕັ້ງໜ້າ​ແລະ​ນະ​ໂຍບາຍ​​ເງິນຕາ​ທີ່​ຜ່ອນ​ຍານ​ສົມຄວນ​ຢ່າງ​ເຕັມທີ່, ອອກ​ແຮງ​​​ເພີ່ມຄວາມ​ຕ້ອງການ​ຂອງ​ພາຍ​ໃນ​ປະ​ເທດ​ແລະ​ຮັກສາ​ລະດັບ​ຄວາມ​ຕ້ອງການ​ຂອງ​ພາຍ​ນອກ​ຢ່າງ​ໜັກ​ແໜ້ນ. ຄວາມ​ເຫັນ​ແລະ​ຂໍ້​ສະ​ເໜີ​ເຫຼົ່າ​ນີ້​ໄດ້​ສະໜອງ​ບົດຮຽນ​ສຳຄັນ​ໃຫ້​ແກ່​ພັກ​ລັດ​ປັບປຸງ​ນະ​ໂຍບາຍ​ເສດຖະກິດ​ມະຫາ​ພາກ​ໃຫ້​ສົມບູນ​ຂຶ້ນ.

ຕາມ​ໄດ້​ຊາບວ່າ, ​ໃນ​ກອງ​ປະຊຸມ​ຄັ້ງ​ນີ້, ກຳມະການ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​​ໄດ້​ນຳ​ເອົາ​ຍັດຕິ​ຫຼາຍ​ສະບັບ​ກ່ຽວ​ກັບ​ການ​ເລັ່ງລັດ​ການ​ປ່ຽນ​ແປງ​ວິທີ​ພັດທະນາ​ເສດຖະກິດ​ແລະ​ຮັກສາ​​ໃຫ້​ເສດຖະກິ​ດພັດທະນາ​ຢ່າງ​ໝັ້ນ​ທ່ຽງ​ແລະ​ອ່າວ​ໄວ.

ອອກ​ແຮງ​ຊຸກ​ຍູ້​ການ​ປົວ​ແປງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປ​ະຊາ​ຊົນ​ໃຫ້​ດີ​ຂຶ້ນ​ແລະ​ຊຸກ​ຍູ້​ຄວາມ​ປອງ​ດອງ​ກັນ​ແລະ​ສະຖຽນ​ລະ​ພາບ​ທາງ​ສັງຄົມ​ແມ່ນ​ວຽກ​ງານ​ສຳຄັນ​ທີ່​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ກຳນົດ​ໃນ​ປີ2009. ທ່ານ​ຈ້າວ​ສີ​ເຈີ້​ງ ​ໂຄສົກ​ກອງ​ປະຊຸມ​ຄັ້ງ​ນີ້​ກ່າວ​ວ່າ:

ໜຶ່ງ​ປີ​ທີ່​ຜ່ານ​ມາ, ພວກ​ເຮົາ​ເຄີຍ​ສົ່ງ​ໜ່ວຍ​ຄົ້ນຄວ້າ​ວິຊາ​ການ​ໄປ​ແຂວງ​​ເຮີ່ຍຫຼົງ​ຈ່ຽງ​ແລະ​​ແຂວງ​ອື່ນໆ, ດຳ​ເນີນ​ການ​ສຳ​ຫຼວດຮ່ວມ​ກັບ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ຂັ້ນ​ແຂວງ​ຂອງ13​ແຂວງ​ທົ່ວ​ປະ​ເທດທີ່​ຜະລິດ​ທັນ​ຍາ​ຫານ​, ສະ​ເໜີ​ຂໍ້​ສະ​ເໜີ​ກ່ຽວ​ກັບ​ການ​ຮັກສາ​ຜົນ​ຜະລິດ​ທັນ​ຍາ​ຫານ​ໃຫ້​ໝັ້ນ​ທ່ຽງ, ​ເພີ່ມ​ລາຍ​ໄດ້​ຂອງ​ຊາວ​ກະສິກອນ, ຊຸກ​ຍູ້​ການ​ບໍລິ​ໂພ​ກຂອງ​ຊົນນະບົດ​ແລະ​ອື່ນໆ. ນອກ​ນີ້, ກຳມະການ​ຫຼາຍ​ທ່ານ​ຍັງ​ໄດ້​ສະ​ເໜີ​ຂໍ້​ສະ​ເໜີ​ຫຼາຍ​ຂໍ້ທີ່​ສຳຄັນ​ກ່ຽວ​ກັບ​ລະບຽບ​ການ​ປ​ະກັນ​ໄພ​ບຳນານ, ບັນຫາ​ຂາດ​ຢາ​ປົວ​ພະຍາດ​ລາຄາ​ຖືກ​ໃນ​ຕະຫຼາດ, ຮັກສາ​ລະບຽບ​ການ​ສຶກສາ​ທີ່​ຍຸດຕິ​ທຳ, ປະຕິບັດ​ການ​ຊີ້​ນຳ​ແບບ​ແບ່ງ​ປະ​ເພດ ​ແລະ​ອື່ນໆ, ພາກສ່ວນ​ທີ່​ກ່ຽວ​ຂ້ອງ​ໄດ້​ເອົາ​ໃຈ​ໃສ່​ແລະ​ນຳ​ໃຊ້​ຂໍ້​ສະ​ເໜີ​ເຫຼົ່າ​ນີ້.

ສະພາ​ປຶ​ກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ໃນ​ຖານະເປັນຮູບ​ແບບ​ສຳຄັນ​ທີ່​ເສີມຂະຫຍາຍ​ປະຊາທິປະ​ໄຕ​ສັງຄົມ​ນິຍົມ​ໃນ​ຊີວິດ​ທາງ​ການ​ເມືອງ​ຂອງ​ຈີນ ,​ ມີ​ບົດບາດ​ທີ່​ເຂົ້າ​ແທນ​ບໍ່​ໄດ້ໃນ​ຊີວິດການ​ເມືອງ​ຂອງ​ລັດ​. ​​ເຮັດ​ແນວ​ໃດ​ຈິ່ງ​ສາມ​າດ​ເຮັດ​ໃຫ້​ພາລະ​ກິດ​ຂອງ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ສືບຕໍ່​ກັນ​ໄປ ​ແລະ ມີ​ຄວາມ​ປະດິດ​ສ້າງ​ໃໝ່? ​ໃນ​ບົດ​ລາຍ​ງານ ,ທ່ານ​ເຈຍ​ຊີ້​ງລີ​ນກ່າວ​ເນັ້ນ​ວ່າ,

"ກຳ​​2​ຫົວ​ຂໍ້​ໃຫຍ່ ຄື,ສາມັກ​ຄີ ​ແລະ ປະຊາທິປ​ະ​ໄຕຫ​ໃຫ້​ແໜ້ນໆ, ປະສານ​ງານການ​ພົວພັນ​ໃຫ້ຍິ່ງດີກ​ວ່າ​ເກົ່າ,​ໂຮມ​ສູນ​ກຳລັງ,ສະ​ເໜີ​ຂໍ້​ສະ​ເໜີ ​ແລະ ຄວາມ​ເຫັນ, ຮັບ​ໃຊ້​ຕໍ່ພາກສ່ວນ​ໃຫຍ່, ສ້າງ​ຜົນງານ​ໃໝ່​ໃນ​ດ້ານ​ຊຸກ​ຍູ້​​ໃຫ້​ພັດທະນາຕາມ​ຫຼັກ​ວິທະຍາສາດ ​ແລະ ຊຸກ​ຍູ້​ໃຫ້​ສັງ​ຄົມກົມກຽວ​ກັນ, ​ເສີມ​ຂະຫຍາຍ​ບົດບາດ​ໃໝ່​ໃນ​ດ້ານຊຸກ​ຍູ້ການ​ໂຮມຈີນ​ເຂົ້າ​ເປັນເອກະ​ພາບ​​ໂດຍສັນ​ຕິ​​ ​ແລະ ​ເປີດ​ກວ້າງ​ການ​ແລກປ່ຽນກັບ​ພາຍ​ນອກ, ຢ່ວງ​ບາດກ້າວ​ໃໝ່​ໃນ​ດ້ານ​ເພິ່ມທະວີ​ການ​ກໍ່ສ້າງ​ຂອງຕົນ ​ແລະ ຍົກ​ສູງ​ລະດັບວິທະຍາສາດ​ຂອງ​ວຽກ​ງານ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ