ກອງ​ປະຊຸມ​ປະຈຳ​ປີ​ຂອງ​ສະພາ​ຜູ່​ແທນ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຈັດ​ກອງ​ປະຊຸມ​ຂ່າວ​ຄັ້ງທຳ​ອິດ

(GMT+08:00) 2010-03-04 16:52:07     cri

ກອງ​ປະຊຸມ​ປະຈຳປີ​ຂອງ​ສະພາ​ຜູ່​ແທນ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຈະ​ໄຂ​ຂຶ້ນ​ຢູ່​ນະຄອນຫລວງ​ປັກ​ກິ່ງ​ໃນ​ວັນ​ທີ 5 ມີນາ​ນີ້.ຕອນ​ເຊົ້າວັນ​ທີ 4 ມີນາ​ນີ້,ກອງ​ປະຊຸມ​ໄດ້​ຈັດ​ກອງ​ປະຊຸມ​ເຂ່າວ​​ເປັນຄັ້ງທຳອິດ,ທ່ານ​ລີ​ຈ້າວ​ສິ່ງ, ​ໂຄສົກ​ຂອງ​ກອງ​ປະຊຸມ​ໄດ້​​ແຈ້ງ​ວາລະຂອງ​ກອງ​ປະຊຸມ​ແລະ​ສະພາບ​ກະກຽມ​, ​ແລະ​ໄດ້​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ຈີນ​ແລະ​ຕ່າງປະ​ເທດ.​ໃນ​ນັ້ນ, ກົດຫມາຍ​ວ່າ​ດ້ວຍ​ການ​ເລືອກຕັ້ງ​ສະບັບ​ດັດ​ແກ້, ງົບປະມານ​ດ້ານ​ການ​ປ້ອງ​ກັນ​ປະ​ເທດ, ທິດ​ຂະຫຍາຍ​ຕົວຂອງ​ນະ​ໂຍບາຍ​ເສດຖະກິດ​ແລະ​ຫົວ​ຂໍ້​ຕ່າງໆ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຢ່າງ​ກວ້າງຂວາງ​ຈາກ​ສື່​ມວນ​ຊົນ​ພາຍ​ໃນ​ແລະ​ຕ່າງປະ​ເທດ.

ກ່ອນ​ອື່ນ,ທ່ານ​ລີ​ຈ້າວ​ສິ່ງ​ໄດ້​​ແຈ້ງວາລະ​ຂອງປະຊຸມ​ຄື:ກອງ​ປະຊຸມ​ປະຈຳ​ປີ​ຂອງ​ສະພາ​ຜູ່​ແທນ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ປະຈຳ​ປີ​ນີ້​ຈະ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າວັນ​ທີ 5 ມີນາ​ນີ້,ແລະຈະ​ອັດລົງ​ໃນ​ຕອນ​ເຊົ້າວັນ​ທີ 14 ມີນາ,ທັງ​ຫມົດ 9 ວັນ​ເຄີ່ງ.ກອງ​ປະຊຸມ​ຈະ​ຮັບ​ຟັງ​ແລະຄົ້ນຄວ້າ​ພິຈາລະນາ​ບົດ​ລາຍ​ງານ​ວຽກ​ງານ​ລັດຖະບານ, ພິຈາລະນາ​ແລະ​ອະນຸມັດ​ບົດ​ລາຍ​ງານ​ແຜນການ, ບົດ​ລາຍ​ງານ​ງົບປະມານ,ພິຈາລະນາ​ຄຳ​ສະ​ເຫ​ນີຂອງ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ກ່ຽວ​ກັບ​ການ​ຮ້ອງ​ຂໍ​ພິຈາລະນາ​ກົດຫມາຍ​ວ່າ​ດ້ວຍ​ການ​ເລືອກ​ຕັ້ງ​ຜູ່​ແທນ​ສະພາ​ປະຊາຊົນ​ທົ່ວ​ປະ​ເທດ​ແລະ​ຜູ່​ແທນ​ທ້ອງ​ຖີ່​ນ ຕ່າງໆ,ຮັບ​ຟັງ​ແລະຄົ້ນຄວ້າ​ພິຈາລະນາ​ບົດ​ລາຍ​ງານ​ວຽກ​ງານ​ຂອງ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ.

ອີງ​ຕາມ​ວາລະ​ປະຊຸມ, ປີ​ນີ້, ຄະນະ​ປະຈຳສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນຈະ​ສະ​ເຫ​ນີໃຫ້​ພິຈາລະນາ​ກົດຫມາຍ​ວ່າ​ດ້ວຍ​ການ​ເລືອກ​ຕັ້ງ​ຜູ່​ແທນ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ແລະ​ຜູ່​ແທນ​ທ້ອງ​ຖີ່​ນຕ່າງໆ.ນີ້​ແມ່ນ​ການ​ດັດ​ແກ້​ເທື່ອ​ທີ 5 ຕໍ່​ກົດຫມາຍ​ດັ່ງກ່າວ​ຕັ້ງ​ແຕ່​ປີ 1979 ​ເປັນ​ຕົ້ນ​ມາ.ຈຸດ​ປະສົງ​ແມ່ນ​ໃຫ້​ເລືອກ​ຕັ້ງ​ຜູ່​ແທນ​ສະພາ​ປະຊາຊົນ​ໂດຍ​ອີງ​ຕາມຈຳນວນປະຊາກອນ ໃນ​ຕົວ​ເມືອງ​ແລະ​ຊົນນະບົດ​ທີ່​ເທົ່າ​ທຽມ​ກັນ.

ທ່ານ​ໂມ້​ຈີ້​ຫົງ,ສາ​ສະ​ດາ​ຈານ​ທີ່​ຄົ້ນຄວ້າ​ນຳ​ການ​ສ້າງລະບຽບກົດຫມາຍ​ຂອງ​ຈີນ​ເປັນ​ເວລາ​ດົນ​ມາ​ແລ້ວ​ເຫັນ​ວ່າ, ການ​ດັດ​ແກ້​ກົດຫມາຍ​ເລືອກ​ຕັ້ງ​ ​ເທື່ອ​ນີ້​ໄດ້​ກຳນົດ​ວ່າ,ການ​ໃຫ້​ເລືອກ​ຕັ້ງ​ຜູ່​ແທນສະພາ​ປະຊາຊົນ​ຕາມ​ຈຳນວນປະຊາກອນ​ໃນ​ຕົວ​ເມືອງ​ແລະ​ຊົນນະບົດ​ທີ່​ເທົ່າ​ທຽມ​ກັນ,ມີ​ຄວາມ​ຫມາຍ​ສຳຄັນຫລາຍ,ຈະ​ເຮັດ​ໃຫ້​ລະບຽບ​ການ​ເລືອກ​ຕັ້ງ​ຂອງ​ຈີນ​ໄດ້​ຮັບ​ການ​ບູລະນະ​ໃຫ້​ສົມບູນ​ຂຶ້ນ​ເປັນ​ຢ່າງ​ດີ.

   "ການດັດແກ້ເຫຼົ່ານີ້​ລ້ວນ​ແຕ່​ໄດ້​ປັບປຸງ​ລະບຽບ​ການ​ເລືອກ​ຕັ້ງ​ຂອງ​ພວກ​ເຮົາ​ໃຫ້​ສົມບູນ​ຂຶ້ນ​ຈາກ​ຫຼາຍ​ດ້ານທີ່​ຕ່າງ​ກັນ, ​ເຮັດ​ໃຫ້​ລະບຽບ​ການ​ເລືອກ​ຕັ້ງ​ຂອງ​ພວກ​ເຮົາ​​ດີ​ຂຶ້ນ​ເປັນ​ກ້າວໆ​​ໃນ​ດ້ານ​ປະຊາທິປະ​ໄຕ​ແລະ​ລັກສະນະວິທະຍາສາດ, ຮັບປະກັນ​ການ​ເມືອງ​ປະຊາທິປະ​ໄຕ​ສັງຄົມ​ຂອງ​ປະ​ເທດ​ເຮົາ​ດຳ​ເນີນ​ໄປ​ເປັນ​ຢ່າງ​ດີ."

    ​ໃນ​ເວລາ​​ເວົ້າ​ເຖິງ​ບັນຫາ​ງົບປະມານປ້ອງ​ກັນ​ປະ​ເທດ, ທ່ານ​ຫຼີ້ຈ້າວ​ຊິງ​ກ່າວ​ວ່າ, ປີ 2010 ງົບປະມານ​ປ້ອງ​ກັນ​ປະ​ເທດ​ຂອງ​ຈີນ​ແມ່ນ 532 ຕື້ 115 ລ້ານ​ຢວນ, ​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ປີ 2009 7,5%. ທ່ານ​ຊີ້​ອອກ​ວ່າ, ປີ 2010, ງົບປະມານປ້ອງ​ກັນ​ປະ​ເທດ​ທີ່​ເພີ່ມ​ຂຶ້ນ​​ຕົ້ນຕໍ​ຈະ​ໃຊ້​ໃນ​ການ​ສະໜັບສະໜູນ​ການ​ປະຕິ​ຮູບ​ການ​ທະຫານ​ທີ່​ມີ​ລັກສະນະຕົວ​ຈິງ​ຂອງ​ຈີນ, ຍົກ​ສູງ​ຄວາມ​ສາມາດ​ຂອງ​ກອງທັບ​ທີ່​ຮັບ​ມືກັບ​ການ​ຂົ່ມຂູ່​ດ້ານ​ຄວາມ​ປອດ​ໄພ​ຫຼາຍ​ຢ່າງແລະ​ສຳ​ເລັດ​ໜ້າ​ທີ່​ການ​ທະຫານ​ທີ່​ມີ​ຫຼາຍ​ແບບ, ​ແລະ​ຮັບປະກັນ​ຄວາມ​ຕ້ອງການ​ດ້ານການ​ປະຕິ​ຮູບ​ຕ່າງໆ​ຂອງ​ກອງທັບ. ທ່ານ​ກ່າວ​ເນັ້ນ​ວ່າ, ຈີນ​ຍຶດໝັ້ນກ້າວ​ໄປ​ຕາມ​ເສັ້ນທາງ​ພັດທະນາ​ໂດຍ​ສັນຕິ, ປະຕິບັດ​ນະ​ໂຍບາຍ​ປ້ອງ​ກັນ​ປະ​ເທດ​ແບບ​ປ້ອງ​ກັນ​ຕົວ, ງົບປະມານ​ປ້ອງ​ກັນ​ປະ​ເທດ​ຂອງ​ຈີນ​ກວມ​GDP ​ບໍ່​ຫຼາຍປານ​ໃດ.

"​ໃນ​ຫຼາຍ​ປີ​ມານີ້,ງົບປະມານ​ການ​ປ້ອງ​ກັນ​ປະ​ເທດ​ຂອງ​ຈີນ​ກວມ GNP ພຽງ​ແຕ່ 1,4% ​​ເທົ່າ​ນັ້ນ,ຕ່ຳ​ກວ່າ​ອາ​ເມ​ລິ​ກາ,ອັງກິດ,ຝະຣັ່ງ​ແລະຣັດ​ເຊຍ.ລັດຖະບານ​ຈີນ​ອີງ​ຕາມ​ກົດໝາຍ​ວ່າ​ດ້ວຍ​ງົບປະມານ​ແລະ​ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ​ປະ​ເທດ,​​ເພີ່ມ​ຄວາມ​ປອດ​​ໃສ​ດ້ານຄ່າ​ໃຊ້​ຈ່າຍ​ທາງ​ການ​ທະຫານ​ຢ່າງ​ບໍ່​ຢຸດ​ຢັ້ງ,​ແຕ່ລະ​ປີ,ງົບປະມານປ້ອງ​ກັນ​ປະ​ເທດ​ກໍ່​ຈັດ​ເຂົ້າ​ໃນ​ງົບປະມານ​​ຂອງລັດ,​ໃຫ້​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ພິຈາລະນາ​ອະນຸມັດ,​ແລະຮັບ​ເອົາ​ການ​ຕິດຕາມ​ກວດກາ​ຈາກ​ພາກສ່ວນ​ກວດກາຂອງ​ລັດແລະຂອງ​ກອງທັບ."

ບັນຫາເສດຖະກິດກໍ່​​ແມ່ນ​ຈຸດ​ສຸມ​ໜຶ່ງທີ່​ສື່​ມວນ​ຊົນ​ຈີນ​ແລະ​ຕ່າງປະ​ເທດ​ທີ່​​ເຂົ້າ​ຮ່ວມກອງ​ປະຊຸມ​ຂ່າວ​ເທື່ອ​ນີ້ສົນ​ໃຈ​ນຳ,​​ໂດຍ​ສະ​ເພາະ​ແມ່ນສະພາບ​ປະຕິບັດ​ແລະ​ທ່າ​ອຽງ​ໃນ​ອະນາ​ຄົດ​ຂອງ​ແຜນການ​ກະ​ຕຸ້ນ​ເສດຖະກິດ​ຂອງຈີນ.ທ່ານຫຼີຈ້າວ​ຊີ່​ງກ່າວ​ເນັ້ນ​ວ່າ,ຈີນ​ຈະ​ສືບ​ຕໍ່​ພະຍາຍາມ​ຮັບ​ມື​ກັບ​ວິ​ກິດ​ການ​ການ​ເງິນ​,​ແລະ​ຈະ​ສືບຕໍ່​ເພີ່ມ​ການ​ຮ່ວມ​ມື​ກັບ​ປະຊາ​ຄົມ​ໂລກ.ຕໍ່​ເລື່ອງ​ນີ້,ທ່ານ​ຈີ່ນຊ້ານຢົງ,ຜູ້​ຊ່ຽວຊານ​ບັນຫາ​ສາກົນ​ຂອງ​ຈີນ​ວິ​ເຄາະວ່າ,ຖານະ​ບົດບາດ​ທາງເສດຖະກິດ​ຂອງ​ຈີນ​ສູງ​ຂຶ້ນ​ແມ່ນ​ສາ​ເຫດ​ສຳຄັນ​ທີ່​ເຮັດ​ໃຫ້​ກອງ​ປະຊຸມ​ສອງ​ສະພາ​ຂອງ​ຈີນ​ເຊິ່ງລວມທັງ​ກອງ​ປະຊຸມ​ປະຈຳ​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຫຼາຍຈາກ​ທົ່ວໂລກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ