ກອງ​ປະຊຸມ​ລັດຖະມົນຕີ​ພະລັງ​ງານ​ຂອງ​BIMSTEC​ຈັດ​ຂຶ້ນ​ຢູ່​ບາງ​ກອກ

(GMT+08:00) 2010-03-05 17:06:48     cri
ຕາມ​ຂ່າວCRI, ວັນ​ທີ5ມີນາ​ນີ້, ກອງ​ປະຊຸມ​ລັດຖະມົນຕີ​ພະລັງ​ງານ​ຄັ້ງ​ທີ​ສອງ​ຂອງ​ການຮ່ວມ​ມື​ເສດ​ຖະ​ກິດ​ແລະ​ເຕັກ​ນິກຂະ​ແໜງ​ການ​ຕ່າງໆ​ຂອງ​ອ່າວ​ເບັງ​ການ​ຫຼືBIMSTEC​ໄດ້ຈັດ​ຂຶ້ນ​ຢູ່​ນະຄອນ​ຫຼວງ​ບາງ​ກອກ​ຂອງ​ໄທ, ລັດຖະມົນຕີ​ຈາກ7ປະ​ເທດ, ຄື, ອິນ​ເດຍ, ມຽນມາ, ​ໄທ, ສີ​ລັງກາ, ບັງ​ກະລາ​ເດັດ, ​ເນ​ປານ,​ແລະ​ບູຖານ​ໄດ້​ເຂົ້າ​ຮ່ວມ.


ລັດຖະ​ມົນຕີພະ​ລັງງານ​ຂອງ​ໄທ​ກ່າວ​ຄຳ​ປາ​ໄສ​





ກອງ​ປະຊຸມ​ເທື່ອ​ນີ້​ຈະ​ດຳ​ເນີນ1ວັນ. ​ໃນ​ພິທີ​ໄຂ​ກອງ​ປ​ະຊຸມ, ທ່ານ​ວັນນະ​ຣັດ ຈັນ​ນຸຄຸນ, ລັດ​ຖະ​ມົນຕີ​ກະຊວງ​ພະລັງງານ​ໄທ​ທີ່​ເປັນ​ປະ​ເທດ​ເຈົ້າພາບ​ເທື່ອ​ນີ້​ກ່າວ​ວ່າ, ຫວັງ​ວ່າກອງ​ປ​ະຊຸມ​ຄັ້ງ​ນີ້​ສາ​ມາດ​ຊຸກ​ຍູ້​ພາກ​ພື້ນ​ນີ້​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ພະລັງງານ, ​ໂດຍ​ສະ​ເພາະ​ໃນ​ຂົງ​ເຂດ​ພະລັງ​ງານ​ແບບ​ໃໝ່.


ລັດຖະ​ມົນຕີ​ພະລັງ​ງານ7​ປະ​ເທດ​ທີ່​ຮ່ວມ​ປະຊຸມ​ຈັບ​ມື​ກັນ​ເພື່ອ​ເປັນ​ສັນຍາ​ລັກ​ດຳ​ເນີນ​ການ​ຮ່ວມ​ມື​ດ້ານ​ພະລັງ​ງານ​ໃນ​ພາກ​ພື້ນນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ