ນາຍົກ​ລັດຖະ​ມົນຕີ​ມຽນ​ມາ​ຕ້ອນ​ຮັບ​ຫົວໜ້າ​ຄະນະ​ພົວ​ພັນ​ກັບ​ຕ່າງປະ​ເທດ​ຂອງ​ສູນ​ກາງ​ພັກ​ຄອມ​ມູນິດ​ຈີນ

(GMT+08:00) 2010-03-05 18:53:07     cri
ຕາມ​ຂ່າວສານ​ຊີ​ນຮວາ, ວັນ​ທີ4ມີນາ​ນີ້, ຢູ່​ສຳນັກ​ງານ​ນາຍົກ​ລັດຖະ​ມົນ​ຕີທີ່ເນ​ປີ​ດໍ, ທ່ານ​ເຕັນ​ເຊັນ, ນາຍົກ​ລັດຖະ​ມົນຕີ​ມຽນມາ​ໄດ້ຕ້ອນ​ຮັບ​ກັບ​ທ່ານ​ວາງ​ເຈ່ຍ​ຣຸ້ຍ, ຫົວໜ້າ​ຄະນະ​ພົວພັນ​ກັບ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ​ຄອມ​ມູນິດ​ຈີນ​ພ້ອມ​ຄະນະ​ທີ່​ໄປ​ຢ້ຽມຢາມ​ມຽນມາ.

ທ່ານ​ເຕັນ​ເຊັນ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນ​ຮັບ​ຢ່າງ​ສຸດ​ໃຈ​ຕໍ່​ການ​ຢ້ຽມ​ຢາມ​ຂອງ​ທ່ານ​ວາງ​ເຈ່ຍຣຸ້ຍ​ພ້ອມ​ຄະນະ, ​​ແລະ​​ຝາກ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ເຖິງ​ທ່ານ​ເວິ່ນ​ເຈ່ຍ​ປາວຜ່ານ​ທ່ານ​ວາງ​ເຈ່ຍ​ຣຸ້ຍ. ທ່າ​ນ​ເຕັນ​ເຊັນ​​ເຊື່ອ​ວ່າ, ພາຍ​ໃຕ້​ຄວາມ​​ເອົາ​ໃຈ​ໃສ່​ຮ່ວມ​ກັນ​ຂອງ​ຜູ້ນຳ​ສອງ​ປະ​ເທດ, ການ​ພົວພັນ​ມຽນມາ​ຈີນ​ຈະ​ໜັກ​ແໜ້ນ​ກວ່າ​ເກົ່າ. ທ່ານ​ເຕັນ​ເຊັນ​ຍັງ​ຂອບ​ໃຈ​ນຳ​ຈີນທີ່​ໃຫ້​ການ​ສະໜັບ​ສະ​ໜູນ​ແລະ​ການ​ຊ່ອຍ​ເຫຼືອ​ຕໍ່​ມຽນມາ​ໃນຫຼາຍ​ປີ​ມາ​ນີ້, ກ່າວ​ວ່າ, ມຽນ​ມາ​ຈະ​ສືບ​ຕໍ່​ສະໜັບ​ສະໜູນ​ນະ​ໂຍບາຍ​ຈີນ​ດຽວ​ຢ່າງ​ເດັດດ່ຽວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ