ການ​ດັດສົມ​ມະ​ຫາ​ພາກ​ຂອງ​ຈີນ​ໃນ​ປີ2010​ຈະ​ເອົາ​ໃຈ​ໃສ່ການ​ປັບປຸງຊີວິດ​ການ​ເປັນ​ຢູ່ຂອງປະຊາຊົນ​ຫລາຍ​ກວ່າ​ເກົ່າ

(GMT+08:00) 2010-03-06 19:30:09     cri

ໃນ​ປີ2009,ຍ້ອນ​ການຊຸ​ກຍູ້​ຂອງ​ແຜນການ​ກະ​ຕຸ້ນ​ເສດ​ຖະກິດ​ຢ່າງ​ເປັນ​ລະ​ບົບ,​ເສດຖະກິດ​ຈີນ​ໄດ້​ເພີ່ມ​ຂຶ້ນ8,7%​ເມື່ອ​ທຽບ​ໃສ່​ໄລຍະ​ດຽວກັນ​ຂອງ​ປີ2008,ລັດ​ຖະບານ​ໄດ້​ຮັບຜົນ​ສໍາ​ເລັດ​ອັນ​ຊັດ​ເຈນ​ໃນດ້ານ​ການ​ຮັບ​ປະກັນ​ແລະ​ການ​ປັບປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ,​ໄດ້​ຮັບ​ຄວາມ​ຊົມ​ເຊີຍ​ຈາກ​ປະຊາຊົນ​ໂດຍທົ່ວ​ໄປ.ກອງປະຊຸມ​ປະ​ຈໍາປີ​ຂອງສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນທີ່​ກໍາລັງ​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໄດ້​ເຜີຍ​ແຜ່​ຂໍ້ມູນ​ດັ່ງ​ນີ້,​ໃນ​ປີ2010,ຈີນ​ກໍາລັງ​ຫລຸດພົ້ນ​ຈາກ​ຜົນ​ສະ​ທ້ອນ​ຂອງ​ວິ​ກິດ​ການ​ການ​ເງິນ​ເທື່ອ​ລະ​ກ້າວ,ຈະ​ເອົາ​ໃຈ​ໃສ່​ກາ​ນປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຫລາຍ​ກວ່າ​ເກົ່າ​ໃນ​ເວລາ​ດັດສົມ​ມະຫາ​ພາກ.

ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ໂດຍ​ກອງ​ປະຊຸ​ມປະ​ຈໍ​າປີ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ໃນ​ວັນ​ທີ6ມິ​ນາ​ນີ້,ທ່ານ​ຈ່າງ​ຜີ​ງ,​ປະທານ​ຄະນະ​ກໍາມະການ​ການ​ພັດທະນາ​ແລະ​ການ​ປະຕິ​ຮູບ​ແຫ່ງ​ລັດຈີນ​ເວົ້າ​ວ່າ,​ໃນ​ປີ​ກາຍ​ນີ້,ຈີນ​ໄດ້​ສະກັດ​ກັ້ນ​ທ່າ​ອຽງຕໍ່າລົງ​ດ້ານ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ຢ່າງ​ວ່ອງ​ໄວ,ພ້ອນດຽວ​ກັນ​ນັ້ນ,ວຽກ​ງານ​ປັບປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃນ​ປີ​ກາຍ​ນີ້​ກໍ່​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ອັນ​ຕັ້ງໜ້າ.

ໃນດ້ານ​ການຮັບປະກັນ​ແລະ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່,​ເວົ້າ​ໄດ້​ວ່າ,ປີ​ກາຍ​ນີ້​ໄດ້ຮັບ​ຜົນ​ສໍາ​ເລັດ​ອັນ​ຊັດ​ເຈນ​ທີ່​ສຸດ,ປະຊາຊົນ​ໄດ້ຮັບ​ຜົນ​ປະ​ໂຫຍດ​ຫລາຍ​ທີ່​ສຸດ.ກ່ອນ​ອື່ນ​ແມ່ນການ​ປະ​ກອບ​ອາຊີບ,​ໃນ​ປີ​ກາຍ​ນີ້,​ໃນ​ຕົວ​ເມືອງ​ໄດ້​ເພີ່ມການ​ປະກອບ​ອາຊີບ11ລ້ານ2​ໝື່ນຕໍາ​ແໜ່ງ,ຫລາຍ​ກວ່າ​ເປົ້າ​ໝາຍ​ທີ່​ຕັ້ງ​ໄວ້ໃນ​ຕົ້ນ​ປີ​ກາຍ​ນີ້.​ໃນ​ດ້ານ​ການປະກັນ​ສັງຄົມ,ໄດ້​ປັບປຸງ​ລະບຽບ​ການ​ຂອງ​ການ​ປະກັນ​ບໍານານ​ແລະ​ການປະກັນສຸ​ຂະ​ພາບ​ໃຫ້​ສົມບູນ​ຕື່ມ​ອີກ,ຈໍານວນ​ຄົນ​ທີ່​ເຂົ້າ​ຮ່ວມ​ການ​ປະກັນ​ໄພໄດ້​ເພີ່ມ​ຂຶ້ນ.​ໃນ​ດ້ານ​ການ​ຊຸກຍູ້​ຄວາມ​ຍຸດຕິ​ທໍາ​ຂອງການ​ສຶກສາ,ພວກ​ເຮົາສືບ​ຕໍ່​ປະຕິບັດ​ນະ​ໂຍບາຍຫລຸຫລື​ຍົກ​ເວັ້ນຄ່າ​ຫລື​ສະໜອງ​ເງິນອຸດ​ໜູນ​ໃນ​ການ​ສຶກສາ​ພາກ​ບັງຄັບ.ໃນ​ດ້ານການ​ສຶກສາ​ຊັ້ນ​ກາງ​ແລະ​ອາຊີວະ​ສຶກສາ,ພວກ​ເຮົາ​ໄດ້​ຍົກ​ເວັ້າຄ່າ​ຮຽນ​ຂອງ​ນັກ​ສຶກສາ​ຊົນ​ນະບົດ​ທີ່​ທຸກ​ຍາກ​ແລະ​ຄ່າ​ຮຽນ​ຂອງວິຊາ​ກ່ຽວ​ກັບ​ກະສິກໍາ.ໃນ​ດ້ານ​ການ​ປິ່ວປົວ​ແລະ​ຮັກສາ​ສຸຂະພາບ,ພວກ​ເຮົາ​ໄດ້​ວາງ​ແຜນ​ກ່ຽວ​ກັບ​ການປະຕິ​ຮູບ​ລະບຽບການ​ປິ່ວປົວ​ແລະຮັກສາ​ສຸ​ຂະ​ພາບ,​ເຮັດ​ໃຫ້​ບັນຫາ​ທີ່"​ໄປ​ຫາ​ໝໍ​ຍາກ​ແລະ​ຄ່າ​ຮັກສາແພງ​"ຂອງ​ປະ​ຊົນ​ຊົນ​ໄດ້ຜ່ອນ​ຍານ​ລົງ.

ວັນ​ທີ 5 ມີນາ​ນີ້, ​ໃນ​ບົດ​ລາຍ​ງານ​ວຽກ​ງານ​ຂອງ​ລັດຖະບານ​ທີ່​ທ່ານ​ເວີ່ນ​ເຈ່ຍ​ປາວ ນາຍົກລັດຖະມົນຕີຈີນ​ກ່າວ​ຕໍ່​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ, ທ່ານ​ກ່າວ​ວ່າ, ການປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ແມ່ນ​ເປົ້າໝາຍ​ພື້ນ​ຖານ​ຂອງ​ການ​ພັດທະນາ​ເສດຖະກິດ​ຂອງ​ຈີນ, ປີ 2010, ລັດຖະບານ​ຈີນ​ຈະຮັບປະກັນ​​ແລະ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນຕື່ມ​ອີກ. ວັນ​ທີ 6 ມີນາ​ນີ້, ​ໃນ​ກອງ​ປະຊຸມ​ຂ່າວ, ທ່ານ​ເຊ້ຍຊູ້​ເຢິນ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ເງິນ​ຈີນ​ກ່າວ​ວ່າ, ປີ​ນີ້, ​ການ​ເງິນ​ຈີນ​ຈະ​ເພີ່ມ​ງົບປະມານ​ແລະ​ການສະໜັບສະ​ໜູນ​ຕໍ່​ຂົງ​ເຂດ​ຊີວິດ​ການ​ເປັນ​ຢູ່​ຕື່ມ​ອີກ. ທ່ານ​ກ່າວ​ວ່າ:

"ປີ​ນີ້, ລັດຖະບານ​ກາງ​ຈະ​ລົງທຶນ​ຕໍ່​ຂົງ​ເຂດ​ສາທາລະນະ 992 ຕື້ 700 ລ້ານ​ຢວນ, ສະໜັບສະໜູນ​ພື້ນຖານ​ໂຄງ​ລ່າງ​ກະສິກຳ​ແລະ​ໂຄງການ​ຊີວິດ​ການ​ເປັນ​ຢູ່​ຂອງ​ຊົນນະບົດ, ສະໜັບສະໜູນ​ການ​ສ້າງ​ເຮືອນ​ຢູ່​ລັກສະນະຮັບປະກັນ, ຊຸກ​ຍູ້​ການ​ພັດທະນາ​ຂອງ​ວຽກ​ງານ​ສັງຄົມ​ຕ່າງໆ, ​ເຊັ່ນ: ການ​ສຶກສາ, ສາທາລະນະ​ສຸ​ກ​ແລະ​ວັດທະນະທຳ​ເປັນ​ຕົ້ນ, ສະໜັບສະ​ໜູນ​ການ​ປະຢັດ​ພະລັງງານ​ອະນຸ​ລັກ​ສິ່ງ​ແວດ​ລ້ອມ​ແລະ​ການ​ສ້າງ​ຊີວະ​ພາ​ບ, ການ​ປະດິດ​ສ້າງ​ໃໝ່​ເປັນ​​ເຈົ້າ​ຕົນ​ເອງ​ແລະ​ການ​ສັບ​ຊ້ອນ​ອົງ​ປະກອບ​ຂອງ​ວິ​ສາ​ຫະກິດ. ຈີນ​ຈະ​ປັບ​ປຸງ​​ອົງ​ປະກອບ​ການ​ໃຊ້​ງົບປະມານ​ໃຫ້​ດີ​ຂຶ້ນ, ຮັບປະກັນ​​ແລະປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຢ່າງ​ແທ້ຈິງ. ​ເພີ່ມ​ງົບປະມານ​ຕໍ່​ຂົງ​ເຂດ​ບໍລິການ​ສາທາລະນະ​ສຸກ​ຕື່ມ​ອີກ, ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ແລະ​ຊຸກ​ຍູ້​ການ​ພັດທະນາ​ວຽກ​ງານ​ສັງຄົມ​ຕື່ມ​ອີກ."

ເງື່ອນ​ໄຂ​ພື້ນຖານຂອງການປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ແມ່ນ​ການ​ເພີ່ມ​ລາຍ​ໄດ້​ຂອງ​ປະຊາຊົນ. ​ໃນ​ບົດ​ລາຍ​ງານ​ວຽກ​ງານ​ລັດຖະບານ, ທ່ານ​ເວີ່ນ​ເຈ່ຍ​ປາວ​ໄດ້ບັນ​ລະ​ຍາຍ​ບັນຫາ​ແບ່ງປັນ​ລາຍ​ໄດ້​ຢ່າງ​ເປັນພິ​ເສດ, ທ່ານ​ກ່າວ​ວ່າ, ລະບົບ​​ແບ່ງປັນ​ລາຍ​ໄດ້​ທີ່​ສົມ​ເຫດ​ສົມ​ຜົນ​ແມ່ນ​ການສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມຍຸດຕິ​ທຳ​ຂອງ​ສັງຄົມຢ່າງ​ສຳຄັນ, ບໍ່ພຽງ​ແຕ່​ຕ້ອງ​ເພີ່ມ​ຊັບ​ສິນ​ສັງຄົມ​ໂດຍ​ຜ່ານ​ການ​ພັດທະນາ​ເສດຖະກິດ​ເທົ່າ​ນັ້ນ, ຍັງ​ຕ້ອງ​ແບ່ງປັນ​ຜົນ​ດ້ວຍ​ລະບົບ​​ແບ່ງປັນ​ລາຍ​ໄດ້​ທີ່​ສົມ​ເຫດ​ສົມ​ຜົນ​ໃຫ້​ດີ. ວັນ​ທີ 6 ມີນາ​ນີ້, ທ່ານ​ຈ່າງ​ພີງ, ຫົວໜ້າ​ຄະນະ​ກຳມະການ​ພັດທະນາ​ແລະ​ປະຕິຮູບ​ແຫ່ງ​ລັດ​ຈີນ​ກໍ່​ກ່າວ​ວ່າ, ​ໃນ​ຂະ​ບວນການ​ພັດທະນາ​ເສດຖະກິດ​ໃນ​ຕໍ່ໜ້າ, ຈີນ​ຍັງ​ຕ້ອງ​ເພີ່ມ​ການ​ປັບປຸງ​ມະຫາ​ພາກ​ຕໍ່​ການ​ແບ່ງປັນ​ລາຍ​ໄດ້, ​ເຮັດ​ໃຫ້ການ​​ແບ່ງປັນ​ລາຍ​ໄດ້​ຂອງ​ປະຊາຊົນ​ສົມ​ເຫດ​ສົມ​ຜົນ.
 

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ